ໝາກອາໂວກາໂດ



ຄວາມສຳຄັນ ແລະ ຄຸນປະໂຫຍດ
          1. ຄວາມສຳຄັນຂອງໝາກອາໂວກາໂດ
           ອະໂວກາໂດ (Avocado ) ເປັນໄມ້ຢືນຕົ້ນທີ່ມີເນື້ອອ່ອນ, ມີອາຍຸຍືນຫຼາຍປີ ຖືກຈັດຢູ່ໃນວົງ Lauraceae ຊີ່ງຢູໃນວົງດຽວກັບອົບເຊີຍ  ແລະ ກາລະວານ, ມີຊື່ວິທະຍາສາດວ່າ: Persea Americana  Mill. ເປັນໝາກໄມ້ທີ່ເນື້ອມັນຄືກັບເນີຍ ຮັບປະທານກັນມານານໃນອາເມລິກາ ແລະ ຢູໂຣບ ເນື້ອງຈາກມີຄຸນຄ່າທາງອາຫານທີ່ເປັນປະໂຫຍດຫຼາຍກ່ວາໝາກໄມ້ຊະນິດອື່ນຈີ່ງຖືວ່າເປັນອາຫານເພື່ອສຸຂະພາບ ເພາະອຸດົມສົມບຸນໄປດ້ວຍແຮ່ທາດ ແລະ ທາດອາຫານທີ່ຈຳເປັນສຳຮ່າງກາຍ ເຮັດໃຫ້ເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກເພີ່ມຂື້ນ (ອັງຊິນັນ , 2014).
          2. ຄຸນຄ່າ ແລະ ຄຸນປະໂຫຍດຂອງອາໂວກາໂດ
               ເນື້ອໝາກປະກອບດ້ວຍກົດໄຂມັນທີ່ບໍ່ອີ່ມຕົວປະມານ 4- 20 ປີເຊັນໂດຍກົດໄຂມັນທີ່ບໍ່ອີ່ມຕົວໃນອາໂວກາໂດ 70 ເປີເຊັນເປັນກົດໄຂມັນຊະນິດກົດໄຂມັນໂມເລກຸນດ່ຽວ (Monounsaturated fatty acid), ກົດໄຂມັນຊະນິດນີ້ມີຜົນປະໂຫຍດຕໍ່ຮ່າງກາຍຊ່ວຍລົດປະລິມານ Cholesterol ຊະນິດແອລດີແອລ(Lowdensity lipoprotein : LDL) ມີຜົນເສຍຕໍ່ຮ່າງກາຍ ແລະ ເພີ່ມປະລິມານໂຄເລສ໌ເຕີຣອລຊະນິດດີແອລ High density lipoprotein (HDL) ໃນເສັ້ນເລືອດຊີ່ງເປັນໂຄເລສ໌ເຕີຣອລທີ່ເປັນຜົນດີຕໍ່ຮ່າງກາຍ, ມີປະໂຫຍດໃນການປ້ອງກັນໂຣກຫົວໃຈ, ຊ່ວຍລຸດໄຂມັນໃນເສັ້ນເລືອດຄົນທີ່ເປັນໂຣກໄຂມັນໃນເສັ້ນເລືອດສູງ ຮັບປະທານໝາກໄມ້ຊະນິດນີ້ໄດ້ ແລະ ໃຊ້ລຸດນ້ຳໜັກໄດ້ດີເພາະປະລິມານຄາໂບໄຮເດຼດຕໍ່າ ແລະ ມີນ້ຳຕານຕໍ່າ, ດັ່ງນັ້ນຜູ້ປ່ວຍທີ່ເປັນພະຍາດເບົາຫວານຈີ່ງສາມາດຮັປະທານໝາກໄມ້ຊະນິດນີ້ໄດ້ (ອັງຊິນັນ,2014).
          ນ້ຳມັນໝາກອາໂວກາໂດ (Avocado oil) ເປັນນ້ຳມັນສະກັດຈາກເນື້ອອາໂວກາໂດເປັນນ້ຳມັນທີ່ສາມາດທົນຄວາມຮ້ອນໄດ້ສູງເຖີງ 249 ອົງສາເຊ, ເໝາະສໍາລັບການປຸງອາຫານ, ອຸດົມໄປດ້ວຍໂອເມກາ3 ,ກົດໄຂມັນ, ວິຕາມິນເອ, ຊີ ແລະ ດີ, ເປັນນ້ຳມັນທີ່ດູດຊືມສູ່ຜີວໜັງໄດ້ດີທີສຸດເມື່ອທຽບກັບນ້ຳມັນສາລີ,ນ້ຳມັນຖົ່ວເຫຼືອງແລະ ນໍ້າມັນໝາກກອກ,ປະກອບດ້ວຍວິຕາມິນອີ, ກົດໄຂມັນລີໂນເລອິກ (Linoleic acid) ແລະ ໂອເລອິກ (Oleic acid), ສານໄຟໂຕສເຕີຣອລ (Phytosterols)ໃຊ້ສະຜົມເລັ່ງການປົ່ງຂອງເສັ້ນຜົມ, ໄຂມັນທີ່ຢູ່ໃນໝາກອາໂວກາໂດ ຊ່ວຍໃນການດູດຊືມສານ ແຄໂຣທີນອຍ (Carotenoids) ໃນພືດຜັກຕ່າງໆ ຊີ່ງຊ່ວຍຕໍ່ຕ້ານໂຣກໄພໄຂ້ເຈັບ. ການບໍລິໂພກໝາກອາໂວໂດສະມໍ່າສະເໝີ ຈະຊ່ວຍປ້ອງກັນສະໝອງເສື່ອມເພາະມີກົດເອໂລອິກສູງຊ່ວຍຮັກສາເນື້ອເຍື້ອ, ຮັກສາລະບົບປະສາດ ແລະ ສະໝອງ. ມີວິຕາມິນສູງປະກອບດ້ວຍວິຕາມິນເອ ຊ່ວຍບຳລຸງສາຍຕາ, ວິຕາມິນຊີຊ່ວຍປ້ອງກັນຫວັດ ແລະ ວິຕາມິນອີ ເຊີ່ງເປັນສານຕ້ານອະນຸມູນອິດສະຫຼະ (Antioxidant) ທີ່ມີຄຸນຄ່າປົກປ້ອງຈຸລັງຮ່າງກາຍຈາກມົນລະພິດທາງອາກາດ, ນ້ຳ ແລະ ອາຫານ, ປ້ອງກັນຮ່າງກາຍຈາກໂຣກມະເຣັງຕ່າງໆ ແລະ ໂຣກຫົວໃຈ ໃນຜູ້ໃຫຍ່ຄວນບໍລິໂພກວິຕາມິນອີຢ່າງໜ້ອຍ 10 ມີລີກຼາມຕໍ່ວັນ (ອັງຊິນັນ, 2014).
          ອຸດົມໄປດ້ວຍແຮ່ທາດ ແລະ ສານອາຫານທີ່ຈຳເປັນສຳລັບຮ່າງກາຍເຊັ່ນ: ໂຊດຽມ,ໂຟຕັດຊຽມ ແລະ
ໂຟເລຕ (folate) ເຊີ່ງມີຄຸນສົມບັດຊວຍລຸດໂຄເລສ໌ເຕີຣອລ ໂດຍສະເພາະໂຟເລຕນັ້ນເປັນສານອາຫານທີ່ສຳຄັນສຳລັບຜູ້ຍີງຕັ້ງທ້ອງ ເນື້ອງຈາກເປັນສານອາຫານຈຳເປັນສຳລັບການຈະເລີນເຕີບໂຕ ແລະ ສ້າງເນື້ອເຫຍື່ອ
ຂອງເດັກນ້ອຍ (ອັງຊິນັນ, 2014).  
1. ລະບົບຮາກ

              ຮາກຂອງຕົ້ນອາໂວກາໂດປະກອບດ້ວຍ 2 ລະບົບຄື ລະບົບຮາກແກ້ວ ແລະ ລະບົບຮາກຝອຍ:
                   ກ. ລະບົບຮາກແກ້ວ
                       ຮາກແກ້ວເປັນຮາກທີ່ໃຫຍ່ຕໍ່ຈາກໂຄນຕົ້ນລົງໄປໃນໃຕ້ດິນ, ຮາກແກ້ວຂອງຕົ້ນອາໂວກາໂດສາມາດຢັ່ງລົງເລິກເຖິງ 3 - 4 m ເຊິ່ງມີໝ້າທີ່ຄໍ້າຊູລໍາຕົ້ນໃຫ້ຕັ້ງຊື່ ແລະ ແຂງແຮງ, ດູດອາຫານຈາກໃຕ້ດິນຂຶ້ນມາຫຼໍ່ລ້ຽງພາກສ່ວນຂອງລຳຕົ້ນ (ຫຸມພັນ, 2017 ແລະ ສະຖານີກະສິກຳຫາດດອກແກ້ວ, 1996  ).
                 ຂ. ລະບົບຮາກຝອຍ
                ເປັນລະບົບທີ່ເກີດຈາກຮາກແກ້ວ ເຊິ່ງມີໝ້າທີ່ຄ້ຳຊູລຳຕົ້ນຊ່ວຍຮາກແກ້ວ ແລະ ຊ່ວຍຊອກຫາອາຫານ ແລະ ເກືອແຮ່ຕ່າງໆຢູ່ໃນດິນ ເພື່ອສົ່ງໄປຫຼໍ່ລ້ຽງພາກສ່ວນຕ່າງໆຂອງລຳຕົ້ນໃຫ້ມີການຈະເລີນເຕີບໂຕ ແລະ ຂະຫຍາຍຕົວໄວສາມາດໃຫ້ຜົນຜະລິດສູງຕາມຄວາມເໝາະສົມ (ຫຸມພັນ, 2017).
          2. ລໍາຕົ້ນ
               ເປັນໄມ້ໃຫ້ໝາກຢືນຕົ້ນປະເພດໄມ້ເນື້ອອ່ອນທີ່ມີສີຂຽວຕະຫຼອດທັງປີ ບາງພັນຈະມີການຫຼົ່ນໃບໃນໄລຍະເວລາອັນສັ້ນກ່ອນອອກດອກ ແລະ ລະຫວ່າງອອກດອກ. ຕົ້ນໃຫຍ່ເຕັມທີ່ຈະມີຄວາມສູງປະມານ 6 - 18 ແມັດ ຂື້ນກັບສາຍພັນ, ຮູບຊົງຂອງລຳຕົ້ນມີຄວາມແຕກຕ່າງກັນ. ຕົ້ນໝາກອາໂວກາໂດຕອນຍັງນ້ອຍເປືອກຈະເປັນສີມ່ວງຕໍ່ມາຈະເປັນສີຂຽວ ແລະ ເມື່ອໃຫຍ່ຂື້ນຈະຄ່ອຍກາຍເປັນສີນ້ຳຕານລຽບສີນ້ຳຕານ  (ຫຸມພັນ, 2017 ).
       3. ໃບ
            ເປັນໃບດ່ຽວ ຮຽງສະຫຼັບເທີງກິ່ງ, ກ້ານໃບສັ້ນ, ຮູບໃບຍາວ, ປາຍໃບຮຽວແຫຼມ, ມີສີຂຽວສົດໃສ, ດ້ານເທີງຂອງໃບມີສີຂຽວເຂັ້ມເປັນມັນ, ດ້ານລຸ້ມຈາງກ່ວາ, ໃບມີຄວາມຍາວປະມານ 8 ​- 28 ຊັງຕີແມັດ,ກວ້າງ 5 - ​12 ຊັງຕີແມັດ, ໃບຈະຮຽງກັນຢູ່ຢ່າງໜາແໜ່ນທີ່ສ່ວນປາຍຂອງກິ່ງຝອຍ. ສາຍພັນອາໂວກາໂດໃນກຸ່ມເວສອິນດຽນ ໃບບໍ່ມີກິ່ນ ຕ່າງຈາກກຸ່ມແມັກຊີກັນ ເຊີ່ງເມື່ອຍີ ຫຼື ບົດໃບຈະມີກິ່ນຫອມ (ຫຸມພັນ. 2017).
       4. ດອກ
         ດອກຈະອອກເປັນກຸ່ມ ທີ່ປາຍຂອງກິ່ງ, ຊໍ່ດອກເປັນແບບເພນນິເຄີລ (panicle), ມີດອກຈຳນວນຫຼວງຫຼາຍທີ່ປາຍກິ່ງອ່ອນ, ດອກມີຂະໜາດນ້ອຍເສັ້ນຜ່າສູນກາງປະມານ 1 ຊັງຕີແມັດ, ສີຂຽວຂ້ອນຂ້າງເຫຼືອງ,     ກ້ານຊູດອກສັ້ນ, ເປັນດອກສົມບຸນເພດ, ມີດອກຍ່ອຍຈຳນວນຫຼາຍຕໍ່ຊໍ່ ປະມານ 200 - 300 ດອກແຕ່ມີການປະສົມພັນຕິດໜ້ອຍທີ່ສຸດຕໍ່ຊໍ່, ຕິດພຽງ 1​ - 3 ໝາກ ( ອັງຊິນັນ , 2014).
        5. ການປະສົມເກສອນ
            ເນື້ອງຈາກເກສອນເພດຜູ້ ແລະ ເກສອນເພດແມ່ບານບໍ່ພ້ອມກັນ (Dichogamy) ຈີ່ງແບ່ງ ອາໂວກາໂດອອກເປັນສອງກຸ່ມ ຕາມລັກສະນະການບານຂອງດອກຄື:
           ປະເພດ ກ (A- type ) ເກສອນເພດແມ່ພ້ອມຮັບລະອອງເກສອນຜູ້ໃນຕອນເຊົ້າ ແຕ່ເກສອນເພດຜູ້ພ້ອມຖ່າຍລະອອງໃນຕອນແລງ ໄດ້ແກ່ພັນແຮສ  ແລະ ປີເຕີສັນ ເປັນຕົ້ນ.
           ປະເພດ ຂ (B- type ) ເກສອນເພດແມ່ພ້ອມຮັບລະອອງໃນຕອນແລງ ແຕ່ເກສອນເພດຜູ້ພ້ອມຖາຍລະອອງໃນຕອນເຊົ້າ ໄດ້ແກ່ພັນບູສ 7, ບູສ 8 ແລະ ສາຍພັນມູເຊີ 30 ແລະ 214.
          ດັ່ງນັ້ນການປະສົມພັນຂ້າມຕົ້ນຈີ່ງເປັນສິ່ງສໍາຄັນ ແລະ ຈໍາເປັນຄວນປູກສະຫຼັບຕົ້ນອາໂວກາໂດທີ່ຢູ່ໃນປະເພດ ກ ແລະ ປະເພດ ຂ ຈະຊ່ວຍການຕິດໝາກໃຫ້ດີຂື້ນ ແລະ ອາໂວກາໂດຈະຕິໝາກດີຂື້ນຖ້າອຸນະພູມຕໍ່າ ເນື້ອງຈາກອຸນະພູມຕໍ່າຈະຊ່ວຍໃຫ້ໄລຍະເວລາທີ່ເກສອນແມ່ພ້ອມທີ່ຈະປະສົມຢຶດເວລາອອກໄປ ໂດຍທົ່ວໄປອາໂວກາໂດຈະແທງຊໍ່ດອກຕັ້ງແຕ່ເດືອນຕຸລາຫາເດືອນກຸມພາ, ດອກຈະບານໃນເດືອນພະຈິກຫາ ເດືອນທັນວາ. ພັນທີ່ແທງຊໍ່ດອກໄວປານກາງຈະມີດອກບານປາຍເດືອນທັນວາຫາເດືອນມັງກອນ ແລະ ພັນທີ່ແທງຊໍ່ດອກຊ້າດອກຈະບານໃນຊ່ວງເດືອນມັງກອນຫາປາຍເດືອນກຸມພາເຊັ່ນ:ພັນບູສ (ງານໄມ້ຜົນມູນນິທິໂຄງການຫຼວງ, 2001).    
          5. ໝາກ
              ເປັນໝາກດ່ຽວມີຮູບຮ່າງແຕກຕ່າງກັນເຊັ່ນ: ຮູບຮ່າງແບບໝາກສີດາ, ໝາກຮູບໄຂ່ ຫຼື ຊົງກົມມີທັງສີຂຽວ ແລະ ສີມ່ວງ ບາງພັນມີການປ່ຽນສີເມື່ອສຸກໂດຍອາດປ່ຽນເປັນສີມ່ວງເຂັ້ມ ຜີວອາດຈະລຽບ ຫຼື ຂະລຸຂະລະ, ມີທັງເປືອກໜາ ແລະ ເປືອກບາງ ເນື້ອມີສີເຫຼືອງອ່ອນຈົນເຫຼືອງເຂັ້ມ (ອັງຊິນັນ, 2014 ແລະ ສະຖານີກະສິກຳຫາດດອກແກ້ວ, 1996).
          6. ເມັດ (ແກ່ນ)
          ມີຂະໜາດໃຫຍ່ ຮູບຮ່າງຄ່າຍຊົງກົມ, ຮູບຫົວໃຈ ,ຮູບໄຂ່, ມີໃບລ້ຽງ 1 ຄູ່ໃຫຍ່ໜາສີຂາວຄີມ, ຜີວຂອງໃບລ້ຽງມີທັງແບບລຽບ ແລະ ຂະລຸຂະລະ. ແກ່ນໝາກອາໂວກາໂດປະກອບດ້ວຍພາກສ່ວນຕ່າງໆດັ່ງລຸ່ມນີ້:                     
          -  ເປືອກຫຸ້ມແກ່ນ
          -  ເນື້ອເຫຍື່ອຫຸ້ມແກ່ນຈະມີຜະໝັງອ່ອນ ຫຼື ຜີວອ່ອນ
          -  ທາດອາຫານສໍາຮອງພາຍໃນແກ່ນ
          -  ໝໍ່ລູກ, ໃນໝໍ່ລູກໝຶ່ງ ປະກອບມີຮາກກໍາເນີດ, ໃບລ້ຽງ, ຕາຍອດ ເຊິ່ງແກ່ນໝຶ່ງສາມາດແຕກອອກໄດ້ 1 - 2 ຕົ້ນ (ສະຖານີກະສິກຳຫາດດອກແກ້ວ, 1996).
 ສະພາບແວດລ້ອມທີ່ເມະສົມຕໍ່ການປູກອາໂວກາໂດ
          1. ດິນ
              ອາໂວກາໂດສາມມາດຈະເລີນເຕີບໂຕໃນດິນຫຼາຍປະເພດ ແຕ່ດິນທີ່ເໝາະສົມຕ້ອງເປັນດິນລະບາຍນໍ້າໄດ້ດີ, ອຸດົມສົມບຸນ ແລະ ໜ້າດິນເລີກ, ມີຄວາມເປັນກົດເປັນດ່າງ (pH) ຢູ່ລະຫວ່າງ 5 - 7. ດິນທີ່ມີນໍ້າໃຕ້ດິນບໍ່ເຖີງ 1 ແມັດ ບໍ່ເໝາະທີ່ຈະປູກອາໂວກາໂດເຊັ່ນ: ດິນທີ່ມີນໍ້າຖ້ວມຂັງ ອາໂວກາໂດຈະບໍ່ມີອາຍຸຍືນເນື້ອງຈາກມີນໍ້າຖ້ວມຂັງ (ອັງຊິນັນ , 2014 ແລະ ຫຸມພັນ, 2017).
          2. ອຸນຫະພູມ.
               ອາໂວກາໂດສາມາດຈະເລີນເຕີບໂຕໄດ້ດີໃນເຂດທີ່ມີອາກາດເຢັນ, ອຸນຫະພູມທີ່ເໝາະສົມແມ່ນ ຢູ່ລະຫວ່າງ 20 - 30 °C ເນື້ອງຈາກອາໂວກາໂດມັກອາກາດເຢັນ ຖ້າປູກໃນເຂດທີ່ມີອຸນຫະພູມສູງຈະເຮັດໃຫ້ມີການຈະເລີນເຕີບໂຕຊ້າ, ຜົນຜະລິດຕໍ່າ. ສະພາບພື້ນທີ່ປູກທີ່ເມາະສົມຄວນມີຄວາມສູງຈາກລະດັບນໍ້າທະເລ 300 - 400 ແມັດ ແຕ່ຖ້າອຸນຫະພູມຕໍ່າເຖີງ - 2.7 °C ຕົ້ນອາໂວກາໂດທີ່ຍັງນ້ອຍອາດຈະຕາຍໄດ້ ແລະ ຖ້າອຸນຫະພູມຕໍ່າກວ່າ 15.5 °C ເປັນເວລາຍາວນານຈະເຮັດໃຫ້ໝາກນ້ອຍລົງ (ອັງຊິນັນ , 2014).
          3. ປະລິມານນໍ້າຝົນ
           ຄວນໄດ້ຮັບປະລິມານນໍ້າຝົນປີລະ 700 - 1,000 mm, ເມື່ອຂາດນໍ້າໃບອາໂວກາໂດຈະບໍ່ສະແດງກາການຫ້ຽວໃຫ້ເຫັນ ແຕ່ໃບຫຼົ້ນທັນທີໂດຍສະເພາະໃນຊ່ວງດອກບານເປັນຊ່ວງທີ່ຕ້ອງການນໍ້າຫຼາຍຖ້າຝົນບໍ່ຕົກຄວນໃຫ້ນໍ້າ 10 ວັນຕໍ່ຄັ້ງ (ອັງຊິນັນ , 2014).
          4. ລົມ.
           ອາໂວກາໂດເປັນໄມ້ເນື້ອອ່ອນ, ກິ່ງຝ່ອຍ ຫັກງ່າຍ, ການຕັດແຕ່ງກິ່ງໃຫ້ເຕັ້ຍ ແລະ ໂລ່ງຈະຊ່ວຍລຸດຄວາມເສຍຫາຍຈາກລົມໄດ້. ລົມທີ່ພັດແຮງ ແລະ ມີແສງແດດກ້າຈະເຮັດໃຫ້ເກສອນໂຕແມ່ປະສົມບໍ່ຕິດ ດັ່ງນັ້ນຄວນປູກໄມ້ກັນລົມເພື່ອປົກປ້ອງຄວາມເສຍຫາຍ.
          5. ແສງ.
               ແສງສະຫວ່າງກໍ່ເປັນປັດໄຈໜຶ່ງທີ່ມີອິດທິພົນຕໍ່ການຈະເລີນເຕີບໂຕຂອງຕົ້ນໝາກອາໂວກາໂດ ເພາະວ່າແສງສະຫວ່າງຈະເປັນຕົວຊ່ວຍໃນການສ້າງທາດອາຫານ. ຕົ້ນອາໂວກາໂດຕ້ອງການແສງໃນປະລິມານຫຼາຍກວ່າ 2,000 ຊົ່ວໂມງຕໍ່ປີ ແຕ່ຖ້າມີຄວາມເຂັ້ມຂອງແສງຫຼາຍເກີນໄປຈະເຮັດໃຫ້ເກີດອາການໄໝ້ຂອງໃບ,   ໝາກ ຫຼື ຕົ້ນໄດ້ ຄວນປ້ອງກັນໂດຍໃຊ້ນໍ້າປູນຂາວທາທີ່ລໍາຕົ້ນ, ສວນຕົ້ນທີ່ຍັງນ້ອຍຄວນເຮັດຮົ່ມເພື່ອກັນແດດ .


Share:

2 comments:

  1. ກ້າແກ່ນແນວໃດ

    ReplyDelete
    Replies
    1. ແມ່ນນຳເອົາ ແກ່ນຂອງໝາກທີ່ສຸກແລ້ວໄປກ້າໄດ້ທັນທີ ຢ່າໃຫ້ນ້ຳຫລາຍເກີນໄປເພາະຈະເຮັດໃຫ້ແກ່ນຂອງມັນເໜົ່າ

      Delete

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.