ການຕິດຕາແມ່ນການຂະຫຍາຍພັນ
ໂດຍການນຳເອົາຕາພຽງຕາດຽວຈາກກິ່ງພັນດີໄປຕິດກັບຕົ້ນຕໍ
ເຊິ່ງຄ້າຍກັບການຕໍ່ກິ່ງ.
1.
ຫລັກໃນການຕິດຕາ
- ກິ່ງພັນດີ
ແລະ ຕົ້ນຕໍຄວນມີຂະໜາດພໍເໝາະ
- ຜູ້ປະຕິບັດຄວນມີຄວາມຮູ້
ແລະ ຄວາມຊຳນານເປັນພິເສດ
- ຄວນປະຕິບັດໃນສະພາບແວດລ້ອມ
ແລະ ສະຖານທີ່ເໝາະສົມ
2.
ການເລືອກຕົ້ນຕໍ ແລະ ຕາຂອງກິ່ງພັນດີ
- ເປືອກຂອງຕົ້ນຕໍຕ້ອງລອກອອກໄດ້ງ່າຍ
- ຕົ້ນຕໍຄວນມີອາຍຸ
2 - 3
ປີ
- ຕົ້ນຕໍຄວນມີເສັ້ນຜ່າກາງປະມານ
1 - 2.5 cm.
- ມີເປືອກບໍ່ໜາ
ຫລື ບາງເກີນໄປ
- ຕົ້ນຕໍຄວນມີລັກສະນະສົມບູນ
ແລະ ແຂງແຮງດີ
- ຕາຂອງກິ່ງພັນດີ
ຄວນບໍ່ແມ່ນຕາດອກ
- ບໍ່ຄວນໃຊ້ຕາພັນທີ່ 1
- 3 ນັບຈາກປາຍຍອດລົງມາ (ເພາະສ່ວນໃຫຍ່ຈະເປັນຕາດອກ)
- ຄວນເປັນຕາທີ່ສົມບູນ
ແລະ ພ້ອມທີ່ຈະຈະເລີນເປັນຍອດໃໝ່.
3.
ທິດທາງ ແລະ ຄວາມເໝາະສົມໃນການຕິດຕາ
ການຕິດຕາໃນລະດູຮ້ອນຄວນຕິດດ້ານທິດເໜືອ
ແລະທິດໃຕ້ເພື່ອປ້ອງກັນແສງແດດເຜົາແຜ່ນຕາ, ຖ້າເປັນລະດູໜາວ ຫລື ມີອາກາດເຢັນ
ຄວນຕິດທາງດ້ານຂ້າງລະຫວ່າງຕົ້ນພືດ ເພື່ອປ້ອງກັນແຜ່ນຕາຈາກຄວາມເຢັນ.
4.
ປະເພດຂອງການຕິດຕາ
ການຕິດຕາແບ່ງເປັນ 5 ປະເພດຄື :
1) ການຕິດຕາແບບຕົວທີ ແລະ ວິທີທີ່ຄ້າຍຄືກັນ (T-budding its modified):
ນິຍົມປະຕິບັດກັບພວກໄມ້ດອກ-ໄມ້ປະດັບ
ໄດ້ແກ່: ກຸຫລາບ ແລະ ໄມ້ໃຫ້ໝາກບາງຊະນິດເຊັ່ນ: ພືດຕະກຸນສົ້ມ,
ໝາກກະທັນ
ເປັນຕົ້ນ ການຕິດຕາຄວນໃຫ້ສູງຈາກພື້ນດິນປະມານ 5 - 15 cm.
- ການຂີດຕົ້ນຕໍ:
ຄວນຂີດຕາມລວງຍາວຂອງຕົ້ນຕໍກ່ອນ ແລ້ວຈຶ່ງຂີດຕາມລວງຂວາງຂອງຮູບໂຕທີ.
-
ການປາດແຜ່ນຕາ:
ແຜ່ນຕາຄືສ່ວນຂອງແຜ່ນເປືອກທີ່ມີຕາພັນດີພຽງ 1 ຕາ ແລະ ມີເນື້ອໄມ້ຕິດຢູ່ ຫລື ບໍ່ກໍ່ໄດ້
ການປາດແຜ່ນຕາຄວນປາດຈາກປາຍແຜ່ນຕາໄປຫາດ້ານລຸ່ມ, ແຜ່ນຕາຄວນມີຄວາມຍາວບໍ່ຕ່ຳກ່ວາ 1 ມື້.
-
ການໃສ່ແຜ່ນຕາ:
ໃຫ້ໃສ່ແຜ່ນຕາຢູ່ໃຕ້ເປືອກຂອງຕົ້ນຕໍ ໂດຍໃຫ້ຕາຢູ່ເຄິ່ງກາງ.
- ການພັນແຜ່ນຕາ:
ການພັນແຜ່ນຕາຄວນພັນຈາກດ້ານລຸ່ມຂຶ້ນເທິງໂດຍພັນບໍ່ໃຫ້ແໜ້ນ ຫລື
ຫລົມເກີນໄປ.
ການຕິດຕາແບບຕົວທີ
ແລະ ວິທີທີ່ຄ້າຍຄືກັນມີ 3 ວິທີ ແຕ່ຈະຍົກໃຫ້ເຫັນບາງວິທີດັ່ງນີ້:
ກ. ການຕິດຕາແບບຕົວທີ (T-budding)
- ການຕຽມຕົ້ນຕໍ: ຂີດເປືອກຕົ້ນຕໍໃຫ້ເປັນຮູບຕົວທີຍາວປະມານ
2.5 cm ແລະ
ແບເປືອກອອກ.
- ການປະກອບແຜ່ນຕາເຂົ້າກັບກິ່ງພັນດີ:
ສອດແຜ່ນຕາເຂົ້າກັບຕົ້ນຕໍ ແລ້ວພັນດ້ວຍແຜ່ນຢາງ ຫລັງຈາກນັ້ນ ປະມານ 7 -10 ວັນ
ໃຫ້ເປີດແຜ່ນຢາງອອກ ແລ້ວພັນຄືນອີກເທື່ອໜຶ່ງ ໂດຍໃຫ້ເວັ້ນແຜ່ນຕາ.
ຂ. ການຕິດຕາແບບເທີມີນອລ (Terminal budding)
- ການຕຽມຕົ້ນຕໍ: ປາດຕົ້ນຕໍເປັນຮູບຕົວທີ ແລ້ວປາດເໜືອຮູບຕົວທີ
ປະມານ 1/3
ຂອງຄວາມຍາວຂອງບາດແຜຕົວທີ ແລະ ໃຫ້ເຂົ້າເນື້ອໄມ້ເລັກນ້ອຍ.
- ການຕຽມແຜ່ນຕາ: ປາດແຜ່ນຕາໃຫ້ເຂົ້າເນື້ອໄມ້ເລັກນ້ອຍ
ແລ້ວເຮັດໃຫ້ເປັນມູມ 45 ອົງສາ, ແລ້ວປາດໃຫ້ສ່ວນເປືອກຍາວເໜືອກຸ່ມຕາ
ປະມານ 1 ສ່ວນ ແລະ ໃຕ້ຕຸ່ມຕາ
ຍາວປະມານ 2 ສ່ວນ.
- ການປະກອບກິ່ງພັນດີເຂົ້າກັບຕົ້ນຕໍ: ສອດແຜ່ນຕາໃຫ້ເຂົ້າກັບຕົ້ນຕໍ
ໂດຍໃຫ້ຕຸ່ມຕາຢູ່ເໜືອຕົວທີ ແລ້ວພັນທັບດ້ວຍແຜ່ນຢາງໃຫ້ແໜ້ນ
ແລະ ເວັ້ນຕຸ່ມຕາໄວ້.
1)
ການຕິດຕາແບບເພລດ
ແລະ ວິທີຄ້າຍກັນ (Plate
budding)
ການຕິດຕາແບບນີ້ນິຍົມໃຊ້ກັບພັນພືດທີ່ມີເປືອກໜາ
ແລະ ໜຽວ ຫລື ພືດທີ່ມີຢາງຫລາຍເຊັ່ນ: ໝາກມ່ວງ, ໝາກມີ້ ຫລື ພືດທີ່ເກີດການເຊື່ອມປະສານເຂົ້າກັນໄດ້ຍາກເຊັ່ນ:
ໝາກຂາມ ເປັນຕົ້ນ. ການຕິດຕາແບບນີ້ມີ 4 ແບບ
ຄືແຕ່ຈະຍົກໃຫ້ເຫັນພຽງ 2 ແບບຄື:
ກ. ການຕິດຕາແບບເພລດ (Plate budding)
- ການຕຽມຕົ້ນຕໍ:
ຂີດເປືອກຕົ້ນຕໍໃຫ້ເປັນແຖວ 3 ດ້ານຄື:ແຖວຕັ້ງ 2 ດ້ານ, ແຕ່ລະດ້ານຍາວປະມານ
1 - 1.5 cm ແລະ ແຖວຂວາງ 1 ດ້ານ ແລ້ວໃຊ້ປາຍມີດແງະຫົວຮອຍຂີດແລ້ວລອກເປືອກລົງ.
- ການຕຽມແຜ່ນຕາ: ປາດແຜ່ນຕາໃຫ້ເປັນຮູບສີ່ຫຼ່ຽມ
ຫລື ຮູບວົງຮີ ຍາວປະມານ 2.5 - 5 cm ແລ້ວແງະເອົາເນື້ອໄມ້ທີ່ຕິດມາກັບແຜ່ນຕາອອກ.
- ການປະກອບແຜ່ນຕາເຂົ້າກັບຕົ້ນຕໍ:
ປະກອບແຜ່ນຕາເຂົ້າກັບຕົ້ນຕໍ ໂດຍໃຫ້ເປືອກຕົ້ນຕໍກັບແຜ່ນຕາແນບເຂົ້າກັນຢ່າງແໜ້ນ
ແລ້ວພັນດ້ວຍແຜ່ນຢາງ ເພື່ອປ້ອງກັນນ້ຳ ແລະ ພະຍາດ, ຫລັງຈາກນັ້ນ 2 - 3 ອາທິດ
ໃຫ້ແກະແຜ່ນຢາງອອກ.
ຂ. ການຕິດຕາແບບໂຕ
H (H-budding)
- ການຕຽມຕົ້ນຕໍ: ຂີດເປືອກຕົ້ນຕໍ ໃຫ້ເປັນຮູບໂຕ
H ຕາມທາງຍາວປະມານ
2,5 cm ແລ້ວແບເປືອກຕົ້ນຕໍອອກ
ໂດຍລອກທາງຊື່ສ່ວນກາງ.
- ການຕຽມແຜ່ນຕາ: ປາດຕາກິ່ງພັນໃຫ້ເປັນຮູບວົງຮີ
ຍາວ 2,5 - 5 cm ແລ້ວແກະເອົາເນື້ອໄມ້ອອກ.
- ການປະກອບແຜ່ນຕາເຂົ້າກັບຕົ້ນຕໍ:
ສອດແຜ່ນຕາເຂົ້າກັບຕົ້ນຕໍທາງດ້ານຂ້າງໃຫ້ແໜ້ນດີ ແລ້ວພັບເປືອກຕົ້ນຕໍທັບແຜ່ນຕາ
ຈາກນັ້ນໃຊ້ແຜ່ນຢາງພັນທັບ.
1)
ການຕິດຕາແບບແພຕຊ
ແລະ ວິທີທີ່ຄ້າຍຄືກັນ (Patch budding and its modified)
ການຕິດຕາແບບນີ້ຍາກກວ່າການຕິດຕາແບບຕົວທີ ແຕ່ໃຫ້ຜົນດີກ່ວາການຕິດຕາແບບຕົວທີ
ເພາະພືດທີ່ມີເປືອກໜາ,
ເປືອກຂອງແຜ່ນຕາອາດບໍ່ສຳພັດໄດ້ຢ່າງແໜ້ນກັບຕົ້ນຕໍ
ຄືກັບການຕິດຕາແບບແພຕຊ. ການຕິດຕາແບບແພຕຊ ນິຍົມໃຊ້ກັບໝາກມ່ວງ ຢາງພາລາ ເປັນຕົ້ນ. ຂໍ້ຄວນຄຳນຶງໃນການຕິດຕາແບບນີ້ຄື ຕົ້ນຕໍ ແລະ
ກິ່ງພັນດີຕ້ອງມີເປືອກທີ່ລອກອອກໄດ້ງ່າຍ ແລະ ມີຂະໜາດເທົ່າກັນ. ການຕິດຕາແບບນີ້ຈະເຮັດໄດ້ຮອຍແຜຈະເຊື່ອມກັນຍາກ,
ເຮົາອາດຊ່ວຍກະຕຸ້ນໂດຍການຂີດຕົ້ນຕໍໃຫ້ເປັນຮູບສີ່ຫຼຽມຍາວໄວ້ລ່ວງໜ້າ
1-2 ອາທິດ ກ່ອນທຳການຕິດຕາ ແຕ່ຍັງບໍ່ທັນເອົາເປືອກອອກເທື່ອ
ຈົນຈະເຖິງເວລາເຮັດ, ສ່ວນຕົ້ນຕໍກໍເຮັດໃນລັກສະນະດຽວກັນ,
ດ້ວຍເຫດຜົນນີ້ບາດແຜທີ່ຕົ້ນຕໍຈະເກີດເປັນເນື້ອງອກຂື້ນ
ເຊິ່ງເມື່ອສອດແຜ່ນຕາລົງຕົ້ນຕໍຈະເຮັດໃຫ້ແຜ່ນຕາເຊື່ອມປະສານກັນໄວຂື້ນ.
ການຕິດຕາແບບນີ້ມີ 4 ວິທີ ແຕ່ຈະຍົກໃຫ້ເຫັນ 2 ວິທີດັ່ງນີ້:
ກ. ການຕິດຕາແບບແພຕຊ (Patch budding)
- ການຕຽມຕົ້ນຕໍ: ເລືອກຕົ້ນຕໍທີ່ຕັ້ງຊື່, ຜິວລຽບ ແລ້ວຂີດໃຫ້ເປັນຮູບ
4 ຫລ່ຽມຍາວ, ຍາວ 2.5 cm, ກ້ວາງ 1 - 1.5 cm ແລ້ວແກະເອົາເປືອກຕົ້ນຕໍອອກ.
- ການຕຽມແຜ່ນຕາ:
ຂີດແຜ່ນຕາຈາກກິ່ງພັນດີອອກເປັນຮູບສີ່ຫຼຽມຍາວໃຫ້ມີຂະໜາດເທົ່າກັບຕົ້ນຕໍແລ້ວແກະເອົາເນື້ອໄມ້ອອກ.
- ການປະກອບແຜ່ນຕາເຂົ້າກັບຕົ້ນຕໍ: ນຳແຜ່ນຕາມາປະກອບເຂົ້າກັບຕົ້ນຕໍ
ແລ້ວພັນດ້ວຍແຜ່ນຢາງໃຫ້ແໜ້ນ ແລະ ເວັ້ນຕາໄວ້.
ການຕິດຕາແບບວົງແຫວນ (Ring
budding)
- ການຕຽມຕົ້ນຕໍ: ປາດຮອບຕົ້ນຕໍໃຫ້ຄືກັບການໂທມກິ່ງ,
ຂະໜາດຂອງຕົ້ນຕໍ ແລະ ກິ່ງພັນດີຄວນເທົ່າກັນ, ປາດໃຫ້ຫ່າງກັບ 0.5 - 0.7 cm, ແລ້ວຂີດເປືອກໃຫ້ເປັນເສັ້ນຊື່ ຈາກຮອຍປາດເບື້ອງເທິງ
ຈົນເຖິງຮອຍປາດເບື້ອງລຸ່ມ ແລ້ວລອກເອົາເປືອກຂອງຕົ້ນຕໍອອກ.
- ການຕຽມແຜ່ນຕາ: ປາດແຜ່ນຕາຈາກຕົ້ນພັນດີ ໃຫ້ມີລັກສະນະຄືກັນກັບຕົ້ນຕໍ.
- ການປະກອບແຜ່ນຕາເຂົ້າກັບຕົ້ນຕໍ: ນຳແຜ່ນຕາຂອງກິ່ງພັນເຂົ້າກັບຕົ້ນຕໍພັນທັບດ້ວຍແຜ່ນຢາງໃຫ້ຮຽບຮ້ອຍ.
1)
ການຕິດຕາແບບຊິບ
ແລະ ວິທີທີ່ຄ້າຍຄືກັນ (Chip budding and
it's modified)
ການຕິດຕາແບບນີ້ນິຍົມໃຊ້ກັບພັນໄມ້ທີ່ລອກເປືອກອອກໄດ້ງ່າຍ
ແລະ ໃຊ້ໄດ້ຜົນດີກັບຕົ້ນອະງຸ່ນ ແລະ ຕົ້ນໝາກເງາະ ໂດຍແບ່ງອອກເປັນ 4 ວິທີ
ແຕ່ໃນນີ້ຈະຍົກໃຫ້ເຫັນ 2 ວິທີດັ່ງນີ້:
ກ. ການຕິດຕາແບບຊິບ (Chip budding)
- ການຕຽມຕົ້ນຕໍ: ເລືອກຕົ້ນຕໍທີ່ຕັ້ງຊື່, ຜິວລຽບ
ແລະ ສົມບູນດີ ແລ້ວປາດຕົ້ນຕໍໃຫ້ເຂົ້າເນື້ອໄມ້ເລັກນ້ອຍ ແລ້ວຕັດສ່ວນດ້ານກົກຂອງຮອຍປາດອອກ
ໂດຍໃຫ້ເປັນມຸມ 45 ອົງສາ, ປາດຕົ້ນຕໍຂື້ນໄປອີກຍາວປະມານ 2.5 cm ແລະ ຕັດສ່ວນປາຍອອກໃຫ້ເປັນມຸມ 45 ອົງສາ.
- ການຕຽມແຜ່ນຕາ: ປາດແຜ່ນຕາເໝືອນກັບການປາດແຜຂອງຕົ້ນຕໍ.
- ການປະກອບແຜ່ນຕາເຂົ້າກັບຕົ້ນຕໍ: ນຳແຜ່ນຕາສອດເຂົ້າຕົ້ນຕໍທາງດ້ານຊ້າຍຂອງແຜ
ແລ້ວພັນທັບດ້ວຍແຜ່ນຢາງໃຫ້ແໜ້ນ.
ຂ. ການຕິດຕາແບບຊິບ
1 (Chip budding 1)
- ການຕຽມຕົ້ນຕໍ: ເລືອກຕົ້ນຕໍເໝືອນກັນກັບແບບຊິບ,
ການປາດຕົ້ນຕໍ ແມ່ນໃຫ້ສຽນເຂົ້າເນື້ອໄມ້ເລັກນ້ອຍຍາວປະມານ 2.5 - 4 cm ແລ້ວຕັດດ້ານກົກທີ່ປາດໃຫ້ເປັນມູມ 45 ອົງສາ.
- ການຕຽມແຜ່ນຕາ: ປາດແຜ່ນຕາໃຫ້ເຂົ້າເນື້ອໄມ້ເລັກນ້ອຍ
ແລະ ເຈີ້ຍຂຶ້ນເຮັດເປັນມູມ 45 ອົງສາ, ຍາວປະມານ 2.5 - 4 cm.
ລັກສະນະຂອງບາດແຜຂອງແຜ່ນຕາຈະຄືກັບການຕຽມບາດແຜຂອງຕົ້ນຕໍ.
- ການປະກອບແຜ່ນຕາເຂົ້າກັບຕົ້ນຕໍ: ສອດແຜ່ນຕາເຂົ້າກັບຕົ້ນຕໍພັນທັບດ້ວຍແຜ່ນຕາໃຫ້ແໜ້ນ.
1)
ການຕິດຕາແບບຊ້ອນ
(Double working by budding)
ພືດບາງຊະນິດບໍ່ສາມາດເອົາຕາຈາກກິ່ງພັນດີມາຕິດໄດ້ເລີຍ.
ດັ່ງນັ້ນ ຈຶ່ງຕ້ອງເຮັດການຕິດຕາແບບຊ້ອນ ຫລື ຕິດຕາສອງຄັ້ງຄື
ຄັ້ງທຳອິດຕ້ອງປາດສ່ວນຂອງຕົ້ນຕໍກາງໃຫ້ເປັນຮູບວົງຮີ
ມາຕິດຕົ້ນຕໍເດີມເສຍກ່ອນ ເພື່ອໃຫ້ຈຸລັງທັງສອງເຊື່ອມຕໍ່ກັນ ແລະ
ມີຂະໜາດໃຫຍ່ພໍທີ່ຈະຕິດຕາໄດ້ ຈຶ່ງນຳຕາພັນດີມາຕິດເຂົ້າກັບຕົ້ນຕໍເດີມ
ແຕ່ຖ້າການຕິດຕາແບບຊ້ອນສາມາດເຮັດໄດ້ໄປພ້ອມໆກັນ ລະຫວ່າງຕົ້ນຕໍກາງກັບຕາພັນດີຈະເຮັດໃຫ້ບໍ່ຕ້ອງເສຍເວລາ
ແລະ ຊ່ວຍໃຫ້ຕົ້ນພືດຈະເລີນໄວຂື້ນ.
ການຕິດຕາແບບຊ້ອນ ແບ່ງເປັນ 2 ວິທີ ຄື:
ການຕິດຕາແບບອິນເຕີຊິລ ແລະ ດັບເບິ້ລຊິລ.
ແຕ່ໃນນີ້ຈະຍົກໃຫ້ເຫັນພຽງວິທີດຽວຄື:
ກ. ການຕິດຕາແບບອິນເຕີຊິລ
(Intersield budding)
- ການຕຽມຕົ້ນຕໍ: ຂີດເປືອກຕົ້ນຕໍໃຫ້ເປັນຮູບໂຕ T ຍາວ 1-1.5 ນິ້ວ ແລ້ວແບເປືອກອອກ
ແລ້ວປາດຕົ້ນຕໍກາງໃຫ້ເປັນຮູບວົງຣີ ຍາວ 2.5 - 4 cm ຖິ້ມ ແລ້ວປາດຊື່ຮອຍເດີມອີກຄັ້ງໜຶ່ງ
ໃຫ້ມີສ່ວນເຍື່ອຈະເລີນຕິດໄປດ້ວຍ.
- ການຕຽມແຜ່ນຕາ:
ປາດແຜ່ນຕາໃຫ້ເປັນຮູບວົງຣີ ໃຫ້ມີຂະໜາດເທົ່າກັບຕົ້ນຕໍກາງ.
- ການປະກອບແຜ່ນຕາເຂົ້າກັບຕົ້ນຕໍ: ນຳເອົາແຜ່ນຕາພັນດີ
ຊ້ອນເຂົ້າກັບແຜ່ນຕົ້ນຕໍກາງ ແລ້ວສອດແຜ່ນຕາລົງໃນຮອຍແຜຕົ້ນຕໍ ແລະ
ຕັດສ່ວນທີ່ເກີນຖິ້ມຈຶ່ງພັນທັບດ້ວຍແຜ່ນຢາງໃຫ້ແໜ້ນ.
1.
ການກະຕຸ້ນຕາ ແລະ ກິ່ງພັນດີ
ການກະຕຸ້ນຕາ
ແລະ ກິ່ງພັນດີ ເປັນວິທີການກະຕຸ້ນໃຫ້ຕາ ຫລື
ກິ່ງພັນທີ່ນຳມາຕໍ່ເທິງຕົ້ນຕໍສາມາດຈະເລີນງອກງາມເປັນກິ່ງ ແລະ
ຕົ້ນພັນດີຕໍ່ໄປ. ຕາມທຳມະຊາດສ່ວນຍອດຂອງຕົ້ນຕໍ
ຈະຜະລິດຮໍໂມນໄປຄວບຄຸມຕາ ຫລື ກິ່ງພັນໃຫ້ຈະເລີນຢູ່ໃນສະພາບຄືກັບຕາຂ້າງ, ສະນັ້ນ ຕ້ອງຫາວິທີການເຮັດໃຫ້ອິດທິພົນຂອງຮໍໂມນຈາກຍອດຕົ້ນຕໍໃຫ້ໝົດໄປດ້ວຍວິທີການດັ່ງນີ້ຄື:
- ປາດສ່ວນຂອງເປືອກຕົ້ນຕໍດ້ານເທິງແຜ່ນຕາທີ່ຕິດ
- ຕັດສ່ວນຍອດຂອງຕົ້ນຕໍເດີມໃຫ້ສັ້ນເໜືອຕາ ຫລື
ກິ່ງພັນດີ
- ໂນ້ມສ່ວນກິ່ງຍອດຂອງຕົ້ນຕໍໃຫ້ຢູ່ໃນລະດັບຕ່ຳກ່ວາກິ່ງພັນ
ຫລືຕາພັນ
- ສີດສານເຄມີທຳລາຍຮໍໂມນທີ່ຕາຍອດ ເພື່ອໃຫ້ຕາ ຫຼື ກິ່ງພັນດີຈະເລີນ
- ໃຊ້ຮໍໂມນທາທີ່ຕາ ແລະ
ກິ່ງພັນດີເພື່ອໃຫ້ໄປທຳລາຍຮໍໂມນທີ່ຄວບຄຸມການຈະເລີນຂອງຕາຂ້າງ.
2.
ຫລັກການປະຕິບັດໃນການບັງຄັບຕາ ແລະ ກິ່ງພັນ
ກ. ກ່ອນການບັງຄັບຕາ
ແລະ ກິ່ງພັນດີ
- ຄວນຫຼຸດຜ່ອນການໃຫ້ອາຫານປະເພດໄນໂຕຣເຈນ ແລະ
ເພີ່ມອາຫານຈຳພວກແປ້ງ.
- ໃຊ້ທາດເຄມີເຊັ່ນ: ໃຊ້ທາດ KCl ຫລື ໂພແຕັສຊຽມຊັລເຟດ ຫົດຕົ້ນຕໍ
ເພື່ອໃຫ້ຕົ້ນຕໍສາມາດເກັບສະສົມອາຫານຈຳພວກແປ້ງໄດ້ຫລາຍຂື້ນ.
- ສີດທາດລະລາຍ ຟອສເຟສ
ເພື່ອຫຼຸດຜ່ອນໄນໂຕຣເຈນພາຍໃນຕົ້ນຕໍໃຫ້ໜ້ອຍລົງ.
ຂ. ຫລັກການບັງຄັບຕາ ແລະ ກິ່ງພັນ
- ການເດັດຕາ ແລະ ກິ່ງພັນທີ່ບໍ່ແມ່ນຕາ ຫຼື ກິ່ງພັນດີຖິ້ມ:
ຖ້າຫາກປ່ອຍປະໄວ້ ຕາຂອງກິ່ງພັນດີອາດຢຸດການຈະເລີນເຕີບໂຕ ຫຼື ຕາທີ່ຍັງບໍ່ແຕກເປັນຍອດໃໝ່ອາດຢຸດການຈະເລີນເຕີບໂຕ, ທັ້ງນີ້ກໍ່ເພາະວ່າທາດອາຫານຕ່າງໆ
ທີ່ພືດດູດຂື້ນມາຈະນຳໄປລ້ຽງຕາ ແລະ ກິ່ງຕົ້ນຕໍເດີມໝົດ, ສະນັ້ນ ຕ້ອງເດັດຍອດກິ່ງ
ແລະ ຕາທີ່ແຕກໃໝ່ຈາກຕົ້ນຕໍເດີມຖິ້ມປະມານອາທິດລະ 1 ຄັ້ງ ຈົນກ່ວາພັນດີຈະສາມາດລ້ຽງຕົນເອງໄດ້, ຈາກນັ້ນຈຶ່ງຄ່ອຍຕັດຍອດຕົ້ນຕໍເດີມທີ່ລະດັບເທິງແຜ່ນຕາພັນດີທີ່ຕິດໄວ້.
- ການຜູກກິ່ງພັນ: ຫລັງຈາກກິ່ງພັນຈະເລີນຂື້ນຍາວປະມານ
5 - 10 cm
ຄວນຜູກຍຶດຕິດກັບຕົ້ນຕໍ (ກໍລະນີທີ່ມີປະລິມານໜ້ອຍ) ເພື່ອປ້ອງກັນລົມພະຍຸ
ແລະ ການກະທົບຈາກສິ່ງຕ່າງໆ.
- ການສີດພົ່ນຢາປ້ອງກັນ ແລະ ຂັບໄລ່ແມງໄມ້:
ໄລຍະທີ່ຕາ ແລະ ກິ່ງພັນຈະເລີນແຕກໃບອ່ອນ ແລະ ຍອດອອ່ນຄວນສີດຢາ ເພື່ອປ້ອງກັນບໍ່ໃຫ້ຍອດ
ແລະ ໃບອ່ອນຖືກທຳລາຍ.
No comments:
Post a Comment