}ລັກສະນະທົ່ວໄປ : ຜັກກາດກວາງຕຸ້ງ ເປັນພືດອາຍຸປີດຽວ ສາມາດຈະເລີນເຕິບໂຕ ໄດ້ໃນດິນທຸກສະນິດທີ່ມີຄວາມອຸດົມສົມບູນດີ .ສະພາບດິນມີຄວາມຊຸ່ມສູງພໍສົມຄວນ, ມີແສງສະຫວ່າງ (ແສງແດດ)ສະໝ່ຳສະເໜີ ຕະຫລອດມື້ ອຸ່ນນະພູມໃນບ້ານເຮົາສາມາດປູກໄດ້ຕະຫລອດປີ .ອາຍຸຕັ້ງແຕ່ ຫ່ວານ ຫລື ຍອດເມັດ ເຖີງເກັບກ່ຽວ ປະມານ 35 ຫາ 45 ມື້.
}ແນວພັນທີ່ໃຊ້ປູກ : ຜັກກາດກວາງຕຸ້ງ ຍັງບໍ່ໄດ້ລະບຸຄວາມແຕກຕ່າງຂອງລັກສະນະພັນ. ນອກຈາກຜັກກາດຂຽວກວາງຕຸ້ງແລ້ວ ຍັງມີຜັກກາດກວາງຕຸ້ງ 3 ຊະນິດຄື : ຜັກກາດຂາວກວາງຕຸ້ງ, ຜັກກາດຮອງເຕ້ ຜັກກາດດອກ.
}ການຕຽມດິນ : ຜັກກາດຂຽວກວາງຕຸ້ງ ເປັນຜັກທີ່ມີຮາກຕື້ນ ການຕຽມດິນຄວນໄຖ, ຂຸດເລິກປະມານ 15 ຫາ 20 ຊຕມ. ຕາກດິນໄວ້ປະມານ 5 ຫາ 7 ວັນ. ໂຮຍຝຸ່ນຄອກ ຫລືຝຸ່ນບົ່ມທີ່ລະລາຍຕົວດີແລ້ວໃຫ້ຫລາຍພວນ ແລະຍ່ອຍດິນໃຫ້ລະອຽດ ຍົກເປັນໜານ ໆ
ກ ານປູກ
}ການປູກແບບຫວ່ານເມັດ : ໃຫ້ປະສົມເມັດພັນ 1 ສ່ວນ ກັບຊາຍສະອາດ 3 ສ່ວນຫວ່ານ ໃຫ້ທົ່ວ ໜານ ແລ້ວປົກດ້ວຍຝຸ່ນຄອກ ຫລືຝຸ່ນບົ່ມໜາ 0,5 ຫາ 1 ຊຕມ.ປົກດ້ວຍເຟືອງແຫ້ງທີ່ສະອາດບາງ ໆ ເພື່ອເກັບຮັກສາຄວາມຊຸ່ມຊື່ນແລ້ວຫົດນ້ຳໃຫ້ຊຸ່ມ. ເມື່ອເມັດງອກໄດ້ ປະມານ 20 ວັນ. ຄວນຖອນແຍກຈັດໃຫ້ໄດ້ໄລຍະຫ່າງຕົ້ນ 20 - 25 ຊຕມ.
}ການໃສ່ຝຸນ: : ພືດດັ່ງກ່າວນີ້ຕ້ອງການຝຸ່ນຫລາຍພໍສົມຄວນ. ດັ່ງນັ້ນການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງ
ແລະແນໃສ່ການຫລຸດຜ່ອນຕົ້ນທຶນການຜະລິດ
ແລະໃຫ້ປະສິດຕິຜົນສູງດ້ານຜົນຜະລິດໂດຍສະເພາະດ້ານການຈະເລີນເຕິບໂຕທາງໃບ ແລະ ລຳຕົ້ນ.ດັ່ງນັ້ນຈື່ງແນະນຳໃຫ້ໃສ່ຝຸ່່ນຄອກ
ແລະ ຝຸ່ນບົ່ມ.
}ການໃຫ້ນ້ຳ : ຄວນໃຫ້ຢ່າງພຽງພໍ ແຕ່ຢ່າໃຫ້ປຽກເກີນໄປ ໂດຍເບີ່ງຄວາມຊຸ່ມຊື່ນໃນໜານປູກໃຫ້ມີຄວາມຊຸ່ມຢ່າງສະໜໍ່າ ສະເໝີ
ການພວນດິນກຳຈັດວັດສະພືດ
ຄວນເຮັດໃນໄລຍະທຳອິດ,ເພື່ອເຮັດໃຫ້ດິນລຸລ່ວງ ຜຸຜົງລະບາຍ ອາກາດ ແລະນ້ຳໄດ້ດີ ພ້ອມກັບການກຳຈັດຫຍ້າໄປພ້ອມໆ ກັນ. ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ
ຄວນເຮັດໃນໄລຍະທຳອິດ,ເພື່ອເຮັດໃຫ້ດິນລຸລ່ວງ ຜຸຜົງລະບາຍ ອາກາດ ແລະນ້ຳໄດ້ດີ ພ້ອມກັບການກຳຈັດຫຍ້າໄປພ້ອມໆ ກັນ. ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ
}ການເກັບກ່ຽວ
ອາຍຸການເກັບກ່ຽວຂອງຜັກກາດຂຽວກວາງຕຸ້ງ ຂ້ອນຂ້າງໃຫຍ່ໄວປະມານ 35- ຫາ 40 ວັນ,ໃຫ້ເລືອກຕົ້ນທີ່ໃຫຍ່ມີຂະໜາດຕາມຄວາມຕ້ອງການ ແລ້ວຕັດດ້ວຍມີດຄົມໆ ທີ່ໂຄນຕົ້ນຕັດແຕ່ງໃບນອກທີ່ແກ່ ແລະ ຖືກແມງໄມ້ທຳລາຍອອກ ກ່ອນບັນຈຸສົ່ງຕະຫລາດ ຫລື
ບໍລິໂພກ
No comments:
Post a Comment