ການປັກຊຳ (CUTTING)



ການ​ປັກຊຳ​ກິ່ງ ຄື​ການ​ຕັດ​ກິ່ງ, ຕັດ​ຮາກ ຫຼື ຕັດ​ໃບ​ຈາກ​ຕົ້ນ​ແມ່ ​ແລະ ຊັກ​ນຳ​ໃຫ້​ເກີດ​ຮາກ ​ຫຼື​ ຕົນ ​ໂດຍ​ໃຊ້​ສານ​ເຄມີ ​ແລະ ​ໃຫ້​ສະພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ຊ່ວຍ ​ໂດຍ​ທົ່ວ​ໄປ​ແລ້​ວ ຕົ້ນ​ໃໝ່​ທີ່​ໄດ້​ຈະ​ເປັນ​ສາຍ​ຕົ້ນ​ທີ່​ມີ​ລັກສະນະ​ເໝືອຕົ້ນ​ແມ່​ທຸກ​ຢ່າງ
1.  ຄວາມ​ສຳຄັນ​ ​ແລະ ຂໍ້​ດີ​,ຂໍ້​ເສຍ ຂອງ​ການ​ຂະຫຍາຍ​ພັນ​ດ້ວຍ​ການ​ຕັດ​ຊຳ
ການ​ຕັດ​ຊຳ​ເປັນ​ວິທີ​ຂະຫຍາຍ​ພັນ​ທີ່​ສຳຄັນ​ທີ​ສຸດ​ ຂອງ​ໄມ້​ພຸ່ມ​ທີ່​ໃຊ້​ປະດັບ ທັງ​ໄມ້​ໃບ​ລົ່ນ ​ແລະ ​ໄມ້​ຂຽວ​ຕະຫຼອດ​ປີ ​ໂດຍ​ສະ​ເພາະເໝາະ​ສຳລັບ​ການ​ຂະຫຍາຍ​ພັນ​ໄມ້​ດອກ ໄມ້​ປະດັບເຊັ່ນ: ຕົ້ນ​ທຽນ​ທອງ, ​ໄຊມຸງ​ຄູນ, ​ສະບາ, ດອກເຂັມ, ສາວ​ນ້ອຍ​ປະ​ແປງ​ໂກສົນ, ຫູ​ປາ​ຄໍ່, ດອກ​ຊ້ອນ, ​ຫລີ​ວ, ​ເບ​ນຈະ​ມາດ, ມະລິ, ກຸຫຼາບ, ດອກເສດຖີ ​ແລະ ອື່ນໆ. ສ່ວນ​ໄມ້​ໃຫ້​ໝາກ​ໄດ້​ແກ່: ອະ​ງຸ່ນ, ໝາກ​ນາວ, ໝາກໜັ້ນ ​ແລະ ພືດ​ຕະກຸນ​ສົ້ມ​ບາງ​ຊະນິດ.
v  ຂໍ້​ດີການ​ຕັດ​ຊຳ​
-   ສາມາດ​ຂະຫຍາຍ​ພັນ​ພືດ​ຫຼາຍ​ຊະນິດ ​ຈາກ​ຕົ້ນ​ແມ່​ບໍ່​ເທົ່າ​ໃດ​ຕົ້ນ ​ໃນ​ພື້ນ​ທີ່​ຈຳກັດ
-   ເຮັດ​ໄດ້​ໄວ, ງ່າຍ ​ແລະ ​ໃຊ້​ຕົ້ນ​ທຶນ​ຕ່ຳ
-   ບໍ່​ຕ້ອງການ​ມີ​ເທັກ​ນິກພິ​ເສດ​ຄື​ກັບ​ການຕໍ່​ກິ່ງ, ການ​ຕິດຕາ ຫຼື ການ​ລ້ຽງ​ເນື້ອ​ເຍື້ອ
-   ຕົ້ນ​ທີ່​ໄດ້​ຈາກ​ການ​ຕັດ​ຊຳ​ຈະ​ສະ​ໝ່ຳສະ​ເໝີ​ດີ
-   ບໍ່​ມີ​ບັນຫາ​ໃນ​ເລື່ອງ​ການ​ກາຍພັນ
v  ຂໍ​ເສຍ​ຂອງການປັກຊຳ
-   ເປັນ​ຕົ້ນ​ໄມ້​ທີ່​ອ່ອນ​ແອ ບໍ່​ທົນ​ທານ​ຕໍ່ພະຍາດ ​ແລະ ​ແມງ​ໄມ້
-   ການປັກຊຳກິ່ງອ່ອນ ຖ້າບໍ່ຄວບຄຸມອຸນຫະພູມດີ ຈະເຮັດໃຫ້ກິ່ງແຫ້ງຕາຍໄວກ່ອນການເກີດຮາກ
-   ມັກເກີດມີເຊື້ອພະຍາດເຂົ້າທຳລາຍ ເຮັດໃຫ້ກິ່ງບໍ່ສາມາດເກີດຮາກໄດ້ ຖ້າບໍ່ໄດ້ຂ້າເຊື້ອພະຍາດໃນກິ່ງ​ປັກ​ຊຳ ແລະ ວັດສະດຸປັກຊຳ. ​
2.  ປັດ​ໄຈ​ທີ່​ມີ​ອິດ​ທິພົນ​ຕໍ່​ການ​ຕັດ​ຊຳ
ການ​ຕັດ​ຊຳຈະ​ປະສົບ​ຜົນສຳ​ເລັດ​ຫຼາຍ​ໜ້ອຍ​ພຽງ​ໃດ​ນັ້ນ ​ຂຶ້ນ​ຢູ່​ກັບ​ປັດ​ໄຈຕ່າງໆ​ ທີ່​ມີ​ອິດ​ທິພົນ​ຕໍ່​ການ​ອອກ​ຮາກ​ຂອງ​ພືດ​ດັ່ງ​ນີ້:
-     ຄຸນ​ລັກສະນະ​ຂອງ​ສິ້ນ​ສ່ວນ​ຂອງ​ພືດ​ ທີ່​ຈະ​ນຳ​ມາ​ຕັດ​ຊຳ​ສ່ວນ​ຕ່າງໆ ຂອງ​ພືດ​ນັ້ນ ຈະ​ຕ້ອງ​ຕັດ​ມາ​ຈາກ​ຕົ້ນ​ແມ່​ທີ່​ສົມບູນ, ອາຍຸ​ຍັງ​ນ້ອຍ, ບໍ່​ມີ​ພະຍາດ ​ແລະ​ ແມງ​ໄມ້​ທຳລາຍ ບໍ່​ເປັນ​ຕົ້ນ​ພືດ​ທີ່ຢູ່​ໃນ​ໄລຍະ​ພັກ​ຕົວ ​ແລະ ​ເປັນ​ຕົ້ນ​ພືດ​ທີ່​ມີ​ການ​ສະ​ສົມ​ອາຫານ​ໄວ້​ເຕັມທີ.
-     ຕຳ​ແໜ່​ງຂອງ​ຮອຍ​ຕັດ​ຄວນ​ຕັດ​ດ້ວຍ​ມີດຕັດ​ທີ່​ຄົມ ​ໂດ້ຍ​ໃຫ້​ຮອຍ​ຕັດ​ດ້ານ​ລຸ່ມ​ຢູ່​​ໃຕ້​ຂໍ້ ຫຼື ຕິດ​ກັບຂໍ້, ຮອຍ​ແຜ​ທີ່​ຕັດ​ຕ້ອງ​ລຽບດີ, ບໍ່​ຈີກ​ຂາດ ຫຼື ຊ້ຳ ຊຶ່ງ​ຈະ​ຊ່ວຍ​ໃຫ້​ສ່ວນ​ຂອງ​ພືດ​ອອກ​ຮາກ​ໄດ້​ດີ.
-     ວັດ​ສະດຸ​ຊຳຄວນ​ມີ​ຄຸນສົມບັດທີ່ດີ​ຄື: ທົນ​ທານ, ບໍ່​ສະ​ລາຍຕົວ​ໄດ້​ງ່າຍ ຫາ​ໄດ້​ງ່າຍ, ລາຄາ​ຖື​ກ, ດູດ​ຊືມຄວາມ​ຊຸ່ມ​ໄດ້​ດີ, ​ສາມາດ​ລະບາຍ​ນຳ, ຖ່າຍ​ເທ​ອາກາດ​ໄດ້​ດີ ປາສະຈາກ​ເມັດ​ພື​ດ ​ແລະ ພະຍາດ​ແມງ​ໄມ້, ມີ​ຄຸນສົມບັດ​ເປັນກາງ (ຄ່າ pH) ບໍ່ເປັນກົດ ຫຼື ດ່າງເກີນໄປ.
-     ຄວາມຊຸ່ມ ໂດຍທົ່ວໄປຄວາມຊຸ່ມໃນວັດສະດຸຕັດຊຳທີ່ເໝາະສົມຕໍ່ການອອກຮາກ, ແຕກຍອດ ແລະ ການຈະເລີນເຕີບໂຕຂອງກິ່ງຊໍາຢູ່ໃນຊ່ວງປະມານ 70-80 %
-     ອຸນຫະພູມ ຄວນມີການດູແລໃຫ້ອຸນຫະພູມ ບໍລິເວນໂຄນກິ່ງຕັດຊຳສູງ ກວ່າອຸນຫະພູມທີ່ຢູ່ເໜືອກິ່ງຕັດຊຳ ເພື່ອໃຫ້ພືດອອກຮາກກ່ອນທີ່ຈະແຕກຍອດ.
-     ແສງ ພືດອອກຮາກ ຫຼື ແຕກຍອດໄດ້ດີ ເມື່ອຕັດຊຳໄວ້ໃນບ່ອນທີ່ມີແສງສະຫວ່າງປະມານ 50 %
-     ການໃຊ້ສານເຄມີ ຫຼື ຮໍໂມນເລັ່ງຮາກ ຈະຊ່ວຍເຮັດໃຫ້ພືດອອກຮາກໄດ້ໄວ ແລະ ຍັງມີປະລິມານຂອງຮາກຫຼາຍອີກດ້ວຍ.
3.  ເຄື່ອງມີ ແລະ ວັດສະດຸອຸປະກອນທີ່ໃຊ້ໃນການຕັດຊຳ
-   ມີດຕັດແຕ່ງກິ່ງ
-   ມີດຂະຫຍາຍພັນ ຫຼື ຄັດເຕີ ຫຼື ມີດຕິດຕາຕໍ່ກິ່ງ
-   ພາຊະນະເຊັ່ນ: ໂຖ, ຖົງຢາງ, ກະບະຊຳ
-   ວັດສະດຸປັກຊຳ (Rooting media) ໄດ້ແກ່ ດິນລ້ວນ, ຊາຍຫຍາບ, ຂີ້ເຖົ່າແກບ, ຝຸ່ນຄອກ, ກາບໝາກພ້າວບົດລະອຽດ, ເສດຊາກພືດບົດ ເປັນຕົ້ນ
-   ສ່ວນຂອງພືດທີ່ນຳມາຂະຫຍາຍພັນເຊັ່ນ: ຮາກ, ຕົ້ນ ຫຼື ກິ່ງ, ໃບ ທີ່ມີຕາຕິດ ແລະ ແຜ່ນໃບ ເປັນຕົ້ນ
-   ຮໍໂມນເລັ່ງຮາກ
4.  ການເລືອກກິ່ງເພື່ອປັກຊຳ
-   ເປັນ​ກິ່ງ​ທີ່​ມີ​ທາດ​ອາ​ຫານ​ສະ​ສົມ​ຢູ່​ພໍ​ສົມ​ຄວນ
-   ເປັນ​ກິ່ງ​ທີ່​ໄດ້​ຈາກ​ຕົ້ນ​ແມ່​ທີ່​ສົມ​ບຸນ ​ແລະ​ ແຂງ​ແຮງ
-   ຄວນ​ຮູ້​ທີ່​ມາ​ຂອງ​ກິ່ງ​ພັນ​ຢ່າງ​ແນ່ນອນ
-   ເປັນ​ກິ່ງ​ທີ່​ສັ້ນ, ມີ​ຂໍ້ ແລະ ຕາ​ຖີ່
-   ເປັນກິ່ງທີ່ປາສະຈາກພະຍາດ ແລະ ແມງໄມ້
5.  ປະເພດຕ່າງໆ ຂອງການປັກຊຳ
ການ​ປັກ​ຊຳ​ແບ່ງ​ຕາມ​ສ່ວນ​ຕ່າງໆ ຂອງ​ລຳ​ຕົ້ນ​ທີ່​ຖືກ​ຕັດ​ແບ່ງເປັນ 4 ປະເພດເຊັ່ນ: ການປັກກິ່ງ ຫຼື ຕົ້ນ, ປັກຊໍາໃບ, ປັກຊໍາ​ໃບທີ່ມີຕາຕິດ ​ແລະ ການປັກຊໍາຮາກ ດັ່ງ​ນີ້:
1)   ການ​ຕັດ​ຊຳ​ກິ່ງ ຫຼື ຕົ້ນ (Stem cuttings)
ການ​ຕັດ​ຊຳ​ກິ່ງ​ແບ່ງ​ຕາມ​ລັກສະນະ​ຂອງ​ເນື້ອ​ໄມ້​ເຊັ່ນ: ກິ່ງ​ແກ່ ກິ່ງເຄິ່ງອ່ອນ​ເຄິ່ງ​ແກ່, ກິ່ງ​ອ່ອນ ​ແລະ ກິ່ງ​ຂອງ​ໄມ້​ພຸ່ມ​ອ່ອນ ຕັດ​ຊຳ​ເປັນ​ທອນ ​ໃຫ້​ແຕ່ລະ​ທອນ​ຕັດ​ຕາ  ຍ​ອດ ຫຼື ຕາ​ຂ້າງ ຊຶ່ງ​ຈະ​ເລີນ​ຂຶ້ນ ​ເມື່ອ​ກິ່ງ​ຊຳ​ອອກ​ຮາກ​ຈະ​ໄດ້​ພືດຕົ້ນໃໝ່ ການຕັດຊຳກິ່ງມີດັ່ງນີ້:
ກ. ການຕັດຊຳກິ່ງແກ່
ເປັນການຕັດກິ່ງຈາກຕົ້ນແມ່ທີ່ສົມບູນ ແລະ ແຂງແຮງປາສະຈາກພະຍາດ ແລະ ແມງໄມ້ລົບກວນ ມີອາຫານສະສົມພາຍໃນກິ່ງພຽງພໍ ຊຶ່ງຈະຊ່ວຍໃນການອອກຮາກ ແລະ ແຕກຍອດຂອງພືດຕົ້ນໃໝ່ ພືດທີ່ເໝາະສົມເຊັນ ຕົ້ນດອກໄມ້ເຈ້ຍ, ຄຣິສມາດ ແຄຝຣັ່ງ ແລະ ອື່ນໆ ການຕັດຊຳກິ່ງແກ່ມີຂັ້ນຕອນດັ່ງນີ້:
1.   ໃຊ້ມີດຕັດສ່ວນກົກຂອງກິ່ງເປັນມູນຕໍຢູ່ລຸ່ມຂໍ້ເລັກນ້ອຍ
2.   ຕັດສ່ວນປາຍກິ່ງສະຫຼຽງຂຶ້ນດ້ານຕາເທິງ
3.   ໃຊ້ມີດຂີດເປືອກລົງທາງດ້ານກົກຂອງກິ່ງ 2-4 ຮອຍ
4.   ຈຸ່ມດ້ານກົກກິ່ງດ້ວຍຮໍໂມນ ເພື່ອເລັ່ງການເກີດຮາກ
5.   ປັກຊຳກິ່ງໃຫ້ເປັນມູນ 45-60 ອົງສາ
6.   ເມື່ອກິ່ງຊຳອອກຮາກ ແລະ ແຕກຍອດໃໝ່ ຈຶ່ງຍ້າຍປູກ
ວິທີການປັກ​ຊຳ​ກິ່ງ​​ເຄິ່ງອ່ອນ​ເຄິ່ງແກ່

 ຂ.  ການຕັດຊ້ຳກິ່ງ​ເຄິ່ງອ່ອນ ​ເຄິ່ງແກ່ (Semihardwood cutting)

         ນິ​ຍົມ​ໃຊ້​ກັບ​ພືດ​ໃບ​ກວ້າງ​ທີ່​ມີ​ໃບ​ສີ​ຂຽວ​ຕະ​ຫລອດ​ປີ​ ​ເໝາະ​ແກ່​ການ​ຕັດ​ຊຳ​ໄມ້​ດອກ-ໄມ້​ປະ​ດັບ, ໄມ້​ໃຫ້​ພຸ່ມ ຫລື​ ໄມ້​ໃຫ້​ໝາກ​ບາງຊະ​ນິດ​ໄດ້​ແກ່: ດອກ​ເຈ້ຍ, ຍີ່​ໂຖ, ສະ​ບາ, ໝາກ​ກ້ຽງ ແລະ ​ອື່ນໆ
·           ຂັ້ນ​ຕອນ​ການ​ຕັດ​ຊຳ​ກິ່ງ​ເຄິ່ງ​ອ່ອນເຄິ່ງແກ່
1.   ຕັດ​ປາຍ​ກິ່ງ​ຖິ້ມ, ຕັດ​ເທິງ​ຕາ​ປະມານ 1 ຊມ
2.   ຕັດ​ທາງ​ດ້ານ​ກົກ​ໃຫ້​ຖືກ​ຂໍ້, ຕັດ​ໃບ​ຖິ້ມ​ໃຫ້​ເຫຼືອ​ເລັກ​ນ້ອຍ
3.   ໃຊ້ມີດຂີດເປືອກທາງດ້ານລຸ່ມຍາວ ​3 ຊມ 2-3 ຮອຍ
4.   ຈຸ່ມກົກລົງໃນສານຮໍໂມນເລັ່ງຮາກ
5.   ປັກຊຳລົງໃນພາສະນະທີ່ກຽມໄວ້ ຫົດນ້ຳບົວລະບັດຮັກສາ ເມື່ອອອກຮາກກໍ່ກຽມຍ້າຍໄປປູກໄດ້

. ການປັກຊຳກິ່ງອ່ອນ ຫຼື ຍອດ​ອ່ອນ (Softwood cutting)
ຄວນ​ເລືອກ​ກິ່ງ​ທີ່​ພໍ​ດີ​ຄື​ເປັນ​ກິ່ງ​ອ່ອນ ຫລື ໄມ້​ຍອດ​ອ່ອນ ທີ່​ຫາ​ກໍ່​ແຕກ​ໃໝ່​​ຂອງພວກ​ໄມ້​ດອກ-ໄມ້​ປະ​ດັບ ປະ​ເພດ​ໄມ້​ເນື້ອ​ແຂງ ແລະ ໄມ້​ໃຫ້​ພຸ່ມ​ບາງ​ຊະ​ນິດ​ເຊັ່ນ: ກຸ​ຫລາບ, ຊ້ອນນ້ອຍ, ຍີ່​ໂຖ, ຜະ​ກາ​ກຣອງ​, ຄາ​ເນ​ຊັນ, ດອກ​ເຂັມ ແລະ​ ອື່ນໆ. ວິ​ທີ​ນີ້​ເປັນ​ວິ​ທີ​ທີ່​ເຮັດ​ໄດ້​ໄວ ແລະ ອອກ​ຮາກ​ໄດ້​ດີ​ກ່​ວາ​ວິ​ທີ​ອື່ນໆ
·      ຂັ້ນ​ຕອນ​ການ​ຕັດ​ຊຳ​ກິ່ງອ່ອນ
1.  ຕັດກິ່ງອ່ອນຍາວປະມານ 8 – 10 cm
2.  ຕັດທາງດ້ານກົກໃຫ້ຖືກຂໍ້
3.  ປັກຊຳລົງໃນດິນໃຫ້ເລິກປະມານ 3 cm
4.  ຄຸມດ້ວຍຜ້າຢາງປ້ອງກັນການຄາຍນ້ຳ
5.  ໃຊ້ເວລາປະມານ 2​-​ 3 ອາທິດສາມາດຍ້າຍປູກໄດ້


Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.