ການນຳໃຊ້ເສດເຟືອງໃນການປູກພືດ


1. ຫຼັກການ
ການໃຊ້ເສດເຟືອງຄຸມສວນຜັກແມ່ນມີຄວາມຈຳເປັນທີ່ສຸດເພື່ອປົກຄຸມດິນ,ບໍ່ຄວນປະດິນລ້າໆ. ເສດເຟືອງມີຄຸນປະໂຫຍດໃນການປ້ອງການເຊາະເຈື່ອນ, ປ້ອງກັນເຫດເກີດແບບບັງເອີນ, ສາມາດເກັບກັກນ້ຳ, ເພີ່ມຄວາມອຸດົມສົມບູນຂອງດິນ ແລະ ຮັກສາຈຸລິນຊີທີ່ມີຊີວິດໃນດິນໄດ້.
ໃນການຈັດຕັ້ງປະຕິບັດຄວນໃຊ້ເຟືອງກ່ອນການປູກ ແລະ ການບົງ.
ຈຸດປະສົງ :
- ຈຳກັດການລະເຫີຍ ຂອງນ້ຳໃນສວນ.
- ປ້ອງກັນດິນເວລາມີຝົນຕົກແຮງ, ປ້ອງກັນ ບໍ່ໃຫ້ດິນກາຍເປັນຂີ້ຕົມກະທົບຕໍ່ຕົ້ນພືດ.
- ສ້າງຄວາມອຸດົມສົມບູນຂອງດິນດ້ວຍຈຸລິນຊີA
- ສ້າງສະພາບແວດລ້ອມທີ່ເໝາະສົມ ເພືອປັບປຸງສິ່ງທີ່ມີຊີວິດຢູ່ໃນດິນ
- ລຸດຜ່ອນແຮງງານໃນການເສຍຫຍ້າ ແລະ ການໃຊ້ແວກ
 2. ວິທີການ
---ເສຍຫຍ້າກ່ອນປູກ(ອານາໄມພື້ນທີ່) ແລະ ຕາກແດດໄວ້ 2-3
-ມື້ກະກຽມພື້ນທີ່ປູກພືດຜັກ
----ປູເຟືອງໜາ 5-10 ຊມ ໃນສວນ, ຄວນຫຼີກລ້ຽງການປູປົກພືດທີ່ມີຢູ່ແລ້ວກໍລະນີຫາກໄດ້ປູກກ່ອນ; ການປູກເປັນຂຸມໃນກໍລະນີໃສ່ເຟືອງກ່ອນປູກຄວນຈົ່ງຫວ່າງໄວ້ເພື່ອໃຫ້ພືດງອກໄດ້ດີ, ປ້ອງກັນການແຜ່ລະບາດພະຍາດບັກເຕເລຍ, ເຊື້ອລາ

ເງື່ອນໄຂໃນການຈັດຕັ້ງປະຕິບັດ :
- ປະກອບດ້ວຍເສດເຟືອງພືດຊະນິດຕ່າງໆ (25-30 ກລ/ 10ມ2 ປົກຄຸມດິນໃຫ້ໜາ 5-10 ຊມ) ຫຼື ເສດໃບໄມ້, ເສດເຟືອງພືດ, ເຟືອງຮວງເຂົ້າ, ຫຍ້າແຫ້ງຈາກທຳມະຊາດ ຫຼື ຫຍ້າປູກກໍ່ໄດ້ ເສດຫຍ້າລູຊີ, ເສດຫຍ້າສະໄຕໂລ, ຕົ້ນ ,ໃບພ້າວ
ຄວນລະວັງ ບໍ່ຄວນໃຊ້ກັບພືດທີ່ມີດອກແລ້ວ(ຄວນໃຊ້ເຟືອງກັບພືດທີ່ງອກແລ້ວ)
- ອຸປະກອນນ້ອຍໆປະກອບມີ(ລໍ້ຍູ້ , ຄາດເຟືອງ…)
ໝາຍເຫດ :
ເສດເຟືອງ, ເສດເຟືອງເຂົ້າ, de mil ແລະ ເສດເຟືອງອື່ນໆທີ່ໄດ້ເກັບຜົນຜະລິດ ແມ່ນໃຊ້ໄດ້ຜົນເຊັ່ນກັນ
ກໍລະນີເກີດມີປວກ ຢູ່ໃນສວນ ຄວນປະສົມໃບຂົມກະເດົາໃສ່ກັບເຟືອງ
ເພື່ອເພີ່ມຄວາມອຸດົມສົມບູນຂອງດິນ ຕ້ອງໄດ້ມີການປະສົມປະສານກັບການນຳໃຊ້ຝຸ່ນໝັກນ້ຳຕື່ມ ຈະຊ່ວຍຍ່ອຍສະລາຍເສດເຟືອງໄດ້ໄວກາຍເປັນຈຸລິນຊີທີ່ມີປະໂຫຍດເພີ່ມຄວາມອຸດົມສົມບູນຂອງດິນໄດ້
ເສດເຟືອງທັງຫຼາຍ «ເປັນເງິນ» ມີຄຸນປະໂຫຍດຈະແຈ້ງ ຕ້ານທານກັບໂລກ, ແມງໄມ້ 
3.ຜົນດີ ແລະ ຜົນເສຍ
ດ້ານວິຊາການ
ວິທີການຈັດຕັ້ງປະຕິບັດແບບງ່າຍດາຍ
ວັດສະດຸຕ່າງໆ ທີ່ນຳມາເຮັດ ລ້ວນແລ້ວແຕ່ຫາໄດ້ໃນທ້ອງຖິ່ນ
ລຸດຜ່ອນການໃຊ້ນ້ຳ, ປະຫຍັດນ້ຳໄດ້ 50%ສຳລັບດິນແໜ້ນ ລົ່ມ, ແລະ ປະຢັດນ້ຳໄດ້1/3 ຂອງດິນລົ່ມ(ລຸດຜ່ອນປະລິມານນ້ຳຫົດແຕ່ລະວັນ)
ປ້ອງກັນສະພາບຂອງດິນ.
ອາດມີການແຂ່ງຂັນ ກັບຝຸ່ນສຳເລັດຮູບ(ຝຸ່ນວິທະຍາສາດ).
ກໍ່ໃຫ້ເກີດມີ ແມງລີ້ໝາ, ຫອຍ ແລະ ຈຳພວກປວກ.
ອາດມີຜົນເສຍຫາຍເຮັດໃຫ້ພືດເນົ່າໄດ້ຖ້າວ່າເສດເຟືອງ ປົກຄຸມພືດທີ່ປູກ
ດ້ານເສດຖະກິດ
ຫຼຸດຜ່ອນຫງົບປະມານໃນການສ້າງຊົນລະປະທານ(ນ້ຳມັນຈັກ ແລະ ດ້ານແຮງງານ)
ຈຸດປະສົງແມ່ນເພີ່ມຜົນຜະລິດ(ປ້ອງກັນສະພາບດິນເຊື່ອໂຊມ ແລະ ເພີ່ມທາດອາຫານໃນດິນ)
ຫຼຸດຜ່ອນແຮງງານໃນການເສຍຫຍ້າ ແລະ ການໃຊ້ອຸປະກອນກຳຈັດຫຍ້າ.
ມີຄວາມຕ້ອງການດ້ານແຮງງານ ຖ້າວ່າມີເນື້ອທີ່ກວ້າງຂວາງ.
ອາດເກີດມີການແຂ່ງຂັນກັບຊາວກະສິກອນໃຊ້ເຟືອງເປັນອາຫານສັດ.
ດ້ານສະພາບແວດລ້ອມ
ປ້ອງກັນໂຄງສ້າງຂອງດິນກໍລະນີມີຝົນຕົກແຮງ ແລະ ຄວາມແຫ້ງແລ້ງຈາກແສງແດດ.
ສ້າງສິ່ທີ່ມີຊີວິດຢູ່ໃນດິນ ດວ້ຍລະບົບນິເວດກະສິກຳ.
@ ຜົນໄດ້ຮັບ...
ເສດເຟືອງສາມາດປ້ອງກັນດິນ ເວລາຝົນຕົກແຮງ(ຮັກສາໂຄງສ້າງ ແລະ ຄວາມອຸດົມສົມບູນ)ຫຼືຕ້ານທານຄວາມແຫ້ງແລ້ງ(ຮັກສາຄວາມຊຸ່ມ).
ເພື່ອຮັບປະກັນໃນການປະຕິບັດມີຄວາມຈຳເປັນຕ້ອງມີວັດສະດຸກັບທີ່ ການປູເຟືອງແມ່ນຄວນໃຊ້ ໃຫ້ແທດເໝາະກັບສະພາບຕົວຈິງ.
Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.