ການປູກດອກກຸຫລາບ
ກຸຫຼາບເປັນໄມ້ດອກທີ່ສໍາຄັນຫຼາຍຈົນກະທັ້ງມີຜູ້ໃຫ້ຄວາມໝາຍວ່າ“ລາຊີນີແຫ່ງໄມ້ດອກ“ ດັ່ງນັ້ນ ກຸຫຼາບຈິ່ງເປັນໄມ້ດອກທີນິຍົມປູກ ແລະ ໃຫ້ກັນຢ່າງແພ່ຫຼາຍທັງໃນ ແລະ
ຕ່າງປະເທດນອກນີ້ກຸຫຼາບຍັງມີຫຼາຍປະການດີເດັ່ນອີກຫຼາຍປະການ
ແລະ ສາມາດໃຊ້ປະໂຫຍດໄດ້ກວ້າງຂວາງເຊັ່ນ: ໃຊ້ເປັນໄມ້ກະຖັງ,ສະ
ກັດເປັນນ້ຳຫອມ,ດອກໄມ້ອົມແຫ້ງ. ໃນການປູກເປັນການຄ້າກໍ່ຍັງຕ້ອງປະຕິບັດຫຼາຍຢ່າງເຊັ່ນ: ສາມາດຄອບຄຸມການອອກດອກໄດ້ງ່າຍຊຶ່ງສາມາດກໍານົດການອອກດອກໃຫ້ຕົງກັບງານຕ່າງໆ ເພື່ອຈໍາໜ່າຍໃຫ້ໄດ້ດີກວ່າ ດອກໄມ້ຊະນິດ ອື່ນໆ.
4.11 ການກຽມດິນ
ກຸຫຼາບຈະປູກໄດ້ໃນດິນເກີບທຸກຊະນິດແຕ່ຕ້ອງມີການກຽມດິນໄຖຄາດໃຫ້ລະອຽດ ແລະ
ຕ້ອງມີການໃສ່ປຸນຂາວເພື່ອປັບຄ່າ
Ph ຂອງດິນ,ເຮັດໜານກວ້າງ 1.2 m ຍາວຕາມຄວາມຕ້ອງການຈົ່ງທາງຍ່າງ 1 mໃຊ້ໄລຍະປູກ 50x50 cmຈຳນວນແຖວບໍ່ຄວນເກີນ 3 ແຖວ,ຄ່າ Ph ທີ່ເໝາະສົມແມ່ນ
4.5-6.5 ມີການໃສ່ຝຸ່ນຄອກປະມານຂຸມລະ kg ໃສ່ຝຸ່ນເຄມີ
1 ກໍາມືຕໍ່ຂຸມແລ້ວພວນໃຫ້ເຂົ້າກັບດິນ.
ກ ການກຽມດິນໃນໜານປູກ
ອາດຈະໃຊ້ແຮງງານຄົນເກັບກ່ຽວກ່ອນຫຼືໃຊ້ສານເຄມີກໍາຈັດດວັດສະພືດທັງຊະນິດຄຸມກໍາເນີດ ແລະ ຊະນິດທໍາລາຍຕົ້ນຕາຍ(ອັດຕາການໃຊ້ຈະລະບຸຢູ່ກ້ອງຂອງຂວດ) ຂໍ້ຄວນລະວັງການໃຊ້ສານເຄມີຄື: ພະຍະຍາມຫຼີກລ່ຽງການສິດທີ່ຖືກຕົ້ນ ຫຼື ໃບກຸຫຼາບ ແລະ ຍ່າປະຢາຄ້າງໄວ້ທີ່ຖັງສິດຢາ.
ຂ ການຕັດແຕ່ງກິ່ງ
ການຕັດແຕ່ງກິ່ງເປັນສິ່ງຈໍາເປັນສໍາລັບການປູກກຸຫຼາບ ຖ້າບໍ່ມີການຕັດແຕ່ງກິ່ງກໍຈະເຮັດໃຫ້ຕຫ້ຕົ້ນກຸຫຼາບແຕກກິ່ງກ້ານຫຼາຍ ເຮັດໃຫ້ດອກມີຂະໜາດນ້ອຍບໍ່ເປັນທີ່ຕ້ອງ
ການຂອງທ້ອງຕະຫຼາດ, ການຕັດກິ່ງຈະໄດ້ດອກງາມສົມບຸນພ້ອມທັງເປັນການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ອີກດ້ວຍ. ການ
ຕັດແຕ່ງ
ກິ່ງເຮັດໄດ້ 2 ແບບຄື:
1. ການຕັດແຕ່ງກິ່ງໃຫ້ເຫຼືອກັບຕົ້ນແມ່ຍາວ ຄືການຕັດແຕ່ງກິ່ງອອກພຽງເລັກນ້ອຍ ໂດຍໃຫ້ເຫຼືອພຽງເຫຼັກນ້ອຍໂດຍໃຫ້ເຫຼືອກິ່ງທີ່ມີໃບສົມບຸນ
4,1,2 ພະຍາດ ແລະ
ແມງໄມ້
1. ພະຍາດໃບຍຸດ ເກີດຈາກເຊື້ອຣາມີລັກສະນະອາການເປັນຈຸດດຳກົມເທິງໃບ
ສ່ວນໃຫຍ່ຈະເປັນກັບໃບແກ່ຈະເຮັດໃຫ້ໃບເຫຼືອງ ແລະ ລົນໃນເວລາຕໍ່ມາອາດລຸກລາມເຖິງກິ່ງລະບາດຫຼາຍໃນລະດູຝົນຄວນສິດພົ່ນດ້ວຍສານເຄມີເຊັ່ນ: ດູປຣາວິດ,ໄດເທັນແອັມ-45,ແຄບແທນ,ເບນແລນ ແລະ ເບນໂນນິວ.
2. ພະຍາດລາແປງ
ເກີດຈາກເຊື້ອຣາພະຍາດນີ້ຈະເປັນໄພຕໍ່ຍອດອ່ອນ ແລະ ດອກອ່ອນມີລັກສະນະເປັນປຸຍຂາວຄ້າຍແປງເຮັດໃຫ້ສ່ວນຂອງພືດທີ່ເປັນພຍາດເກີດອາການງິກງໍບໍ່ຈະເລີນເຕີບໂຕຕໍ່ໄປລະບາດໃນ
ລະດູໜາວ ຄວນປ້ອງກັນດ້ວຍການສິດພົ່ນເຊັ່ນ: ເບນເລນ, ຄາໂຄນິນ ແລະ ຄາຣາແທນ.
4. ພະຍາດໄວຣັດສ ເກີດຈາກເຊື້ອໄວຣັດສລັກສະນະອາການຈະປະກົດໃຫ້ເຫັນທີ່ໃບ ໂດຍໃບຈະດ່າງເຫຼືອງເມື່ອພົບວ່າຕົ້ນກຸຫຼາບເປັນພະຍາດນີ້ໃຫ້ລົກ ແລະ
ເຜົາທຳລາຍຖີ້ມ.
4,1,3 ແນວພັນ
4,1,3 ແນວພັນ
ກຸຫຼາບທີ່ປູກໃນປະຈຸບັນນີ້ມີຢູ້ຫຼາຍປະການດັ່ງນີ້:
1.
ກຸຸຫຼາບຕັດດອກ ຫຼື ໄຮບິດ (Hybrid Tea ຫຼື HT)J ປົກກະຕິມັກອອກດອກເປັນດອກດ່ຽວມີຂະໜາດ
ໃຫຍ່ກີບດອກຊ້ອນມີງພຸ່ມສູງປະມານ 1-2 m ກຸຫຼາບທີ່ມີຂະໜາດທົ່ວໄປຕາມທ້ອງຕະຫຼາດຊຶ່ງເປັນປະເພດນີ້ ດັ່ງນັ້ນຈິ່ງຕ້ອງມີການຄັດເລືອກໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນມີລັກສະນະຄື:
1. ແຂງແຮງ, ຕົ້ນໃຫຍ່ ປູກງ່າຍ ແລະ ລະເລີນເຕີບໂຕໄວ
2. ອອກດອກສະໝໍ່າສະເໝີ
3. ທົນຕໍ່ພະຍາດ ແລະ ແມງໄດ້ດີ
4. ລໍາຕົ້ນຕັ້ງຊື່ຈະປະຢັດຕໍ່ການປູກ
5. ໃຫ້ກິ່ງກ້ານຍາວຊື່ ມີໜາມໜ້ອຍ
6. ฟอร์มดอกดี ทรงดอกยาวแบบแจกันหรือปลายกลีบดอกแหลม
7. ກີບດອກບໍ່ຊ້ອນຫຼາຍເກີນໄປຈົນດອກບານບໍ່ອອກ
8. ກີບດອກໜາທົນຕໍ່ການບັນຈຸຸຫີບຫໍຂົນສົງ
9. ດອກມີບໍ່ມີການປ່ຽນສີເມື່ອດອກຫ່ຽວ
10. ບໍ່ຫ່ຽວງ່າຍຫຼັງຈາກຕັດແລ້ວ
11. ດອກມີກິ່ນຫອມ
ພັນດອກສີເຫຼືອງໄດ້ແກ່ພັນູ່ງແຣຊັນ,ຊັນຄິ່ງ,ເອມມູດສມິດ,ນິວເດຍໂອລີໂກ ແລະ ເມລີລອນ
ພັນດອກສີສົມໄດ້ແກ່ ພັນຊັນດາວແນວ,ແຊນຄຣາວ,ຊຸບເປີສຕາ ຫຼື ທອນພີຄານາ
ພັນສີສົມພູໄດ້ແກ່ ພັນສອດລອບເມລີກາບີວຕື ຫຼື ມາເຣຍ,ຄາດສສາດ,ໄອເຟນທາເວດ,ສະວາທ…
ພັນດອກສີຂາວໄດ້ແກ່ ພັນໄວທຄີສມາເອທີມາ
ພັນດອກສີອື່ນໆໄດ້ແກ່ ພັນແຍງກີ່ດູເຄືອ, ດັບເບີດີໄລທ, ເບນແວນຈ
ການຕັດດອກກຸຫຼາບເພື່ອຈໍາໜ່າຍນັ້ນ ຄວນໃຫ້ມີກິ່ງເຫຼືອຢູ່ຢ່າງນ້ອຍ 2 ກິ່ງສະເໝີ (ກິ່ງທີ່ມີໃບຍ່ອຍ 5 ໃບ) ເມື່ອຕັດອອກແລ້ວຄວນແຊ່ກ້ານດອກລົງໃນນໍ້າທັນທີ ເພື່ອປ້ອງກັນການສູນເສຍນໍ້າຈາກກິ່ງ.
3. ທົນຕໍ່ພະຍາດ ແລະ ແມງໄດ້ດີ
4. ລໍາຕົ້ນຕັ້ງຊື່ຈະປະຢັດຕໍ່ການປູກ
5. ໃຫ້ກິ່ງກ້ານຍາວຊື່ ມີໜາມໜ້ອຍ
6. ฟอร์มดอกดี ทรงดอกยาวแบบแจกันหรือปลายกลีบดอกแหลม
7. ກີບດອກບໍ່ຊ້ອນຫຼາຍເກີນໄປຈົນດອກບານບໍ່ອອກ
8. ກີບດອກໜາທົນຕໍ່ການບັນຈຸຸຫີບຫໍຂົນສົງ
9. ດອກມີບໍ່ມີການປ່ຽນສີເມື່ອດອກຫ່ຽວ
10. ບໍ່ຫ່ຽວງ່າຍຫຼັງຈາກຕັດແລ້ວ
11. ດອກມີກິ່ນຫອມ
ປະຈຸບັນກຸຫຼາບທີນິຍົມປູກເປັນໄມ້ດອກມີຢູ່ຫຼາຍພັນດັ່ງນີ້:
ພັນດອກສີແດງໄດ້ແກ່ພັນຣາໂ,ເຣດມາສຕໍຝິນ,ຄຼິດເດຍຣ,ໂອລິມເປຍ,ນອດຄາ…
2. ກຸຫຼາບພວງ ຫຼື ຟອດຣິບັດດາ
( Foribunda ຫຼື F.) ກຸຫຼາບພວງມີຄວາມແຂງແຮງທົນທານກວ່າກຸຫຼາບຕັດດອກ,ອອກດອກແຕ່ດອກບໍ່ໃຫຍ່ເທົ່າກັບກຸຫຼາບຕັດດອກແຕ່ມີຄົບທຸກສິ ແລະ ອອກດອກເປັນຊໍເທືອລະຫຼາຍໆດອກຈິ່ງມີການນິຍົມປູກ ແລະ
ມັກບານພ້ອມກັນຕົ້ນສູງປະມານ 0.5-1 ເໝາະສົສໃນໜານ ແລະ ໃນກະຖັງເຊັ່ນພັນ: ພັນຟູຊີເລຍທ, ພັນແອງເຈເຟສ
3. ປະເພດເກຣນດີຟໍຮາ
(Grandiflora ຫຼື Gr. ) ກຸຫຼາບປະເພດນີ້ເປັນກຸຫຼາບລູກປະສົມລະຫວ່າງກຸຫຼາບຕັດດອກ ແລະ ກຸຫຼາບພວງມີລັກສະນະເປັນດອກດ່ຽວແຕ່ດອກນ້ອຍກວ່າກຸຫຼາບຕັດດອກ
ມີກ້ານຍາວຕົ້ນສູງ ແລະ ແຂງແຮງເຊັ່ນ ພັນຄາເມລອນ, ພັນຄາເສນໄນທ
4. ກຸຫຼາບມີເນຍເຈີ
(Miniature ຫຼື Min.) ເປັນກຸຫຼາບທີ່ມີຂະໜາດພຸ່ມຕົ້ນນອຍສູງ 1-2 ຟຸດອອກດອກເປັນພວງແລະ ດອກມີຂະໜາດນ້ອຍນິຍົມປູກປະດັບແລະໃຊ້ເປັນໄມ້ກະຖັງເຊັ່ນ: ພັປນເບບີ,ມາດສເຄເຫດທ.
5. ກຸຫຼາບເລື້ອຍ
(Climher ຫຼື Cl.) ກຸຫຼາບຊະນິດນີ້ ຕົ້ນສູງຊື່ນຳໄປລ້ຽງກັບສິ່ງຕ່າງໆ
ດອກມີທັງເປັນ ພວງ ແລະ ດອກໃຫຍ່ເຊັ່ນ: ພັນດອນຈວນ,ພັນຄໍເທເຫດ.
6. ປະເພດໂພສີແອບເທົາ (Polyantha ຫຼື Pol.) ເປັນກຸຫຼາບລູກປະສົມລະຫວ່າງພັນໂຣຊ່າມັດດີຟລາກັບໂຣຊ່າໄຊເນນຊີດສ ມີຊົງພູ່ມຕົ້ນຕໍ່າແຂງແຮງແລະທົນທານດີອອກດອກເປັນພວງຄ້າຍກຸຫຼາບພວງ
ລັກສະນະດອກ ແລະ ຕົ້ນຄ້າຍກຸຫຼາບໜູແຕ່ຈະແຕກຕ່າງຄືຈະມີຫູໃບທີມີລັກສະນະຂອງພັນໂຣຊ່າເຊັ່ນ: ພັນອາຍອອນ
ຣາເບ່ຍ.
7. ປະເພດແຣມເບີ(Rambler
ຫຼື R) ມີລໍາຕົ້ນຍາວ ແລະ
ອ່ອນໂຄ້ງອອກດອກເປັນພວງ ແລະ ມີດອກຂະໜາດນ້ອຍເຊັນ: ພັນໂຄໂຣທີເປີຣກິນ
8. ກຸຫຼາຍພຸຸ່ມ
(Shrub ຫຼື S.) ไໄດ້ແກ່ກຸຫຼາບພັນປ່າ
ຫຼື ລູກປະສົມຂອງພັນປ່າມີຕົ້ນເປັນພຸ່ມ ອອກດອກເປັນຊໍ່ດອກມີຂະໜາດນ້ອຍສ່ວນຫຼາຍມີກີບຊັ້ນດຽວເຊັ່ນ: ພັນໂຣຊ່າຊັນດີຟໍລາ,ໂຣຊ່າຣູໂກຊ່າ
. ການຂະຫຍາຍພັນ
ການຂະຫຍາຍພັນກຸຫຼາບທີ່ນິຍົມໃຊ້ມີ
3 ວິທີຄຶ
1. ການຕັດຊຳ
ວິທີການຕັດຊໍາທີ່ນິຍົມທົ່ວໄປຄື: ເລືອກກິ່ງພັນທີ່ບໍ່ແກ່ ແລະ
ບໍ່ອ່ອນເກີນໄປ ນໍາມາຕັດເປັນທ່ອນຍາວປະມານ 12-15 cm ຮອຍຕັດຕ້ອງຢູ່ກ້ອງຂໍ້ແລ້ວຈຸ່ມລົງໃນສານເລັ່ງຮາກເຊັ່ນ: ເຊຣາດິນສ2(ເພື່ອຊ່ວຍໃຫ້ອອກຮາກກໄວຂຶ້ນ) ປະໃຫ້ແຫ້ງແລ້ວນໍາໄປຊໍາໃນໜານແລ້ວໃຫ້ນໍ້າເປັນໄລຍະໆຕາມຄວາມເໝາະສົມ ໂດຍມີຫຼັກວ່າຢ່າໃຫ້ໃບກຸຫຼາບແຫ້ງ ແລະ
ຈະອອກຮາກໃນ 12-15 ວັນແລ້ວແຕ່ພັນທີ່ນໍາມາຊໍາ.
2. ການຕອນ
ກິ່ງທີໃຊ້ຕອນມາຈາກິ່ງທີມີສະພາບແຕກຕ່າງກັນທັງກິ່ງອ່ອນ ແລະ
ກິ່ງແກ່ ໄປເຮັດໃຫ້ການຈະເລີນເຕີບໂຕຂອງຕົ້ົນກຸຫຼາບຫຼັງລົງໜານປູກບໍ່ສະໝໍ່າສະເໝີ ຊຶ່ງການຕອນນີ້ຈະໃຊ້ເວລາການເກີດຮາກປະມານ 4-7 ອາທິດທັງນີ້ແລ້ວແຕ່ພັນທີ່ຈະໃຊ້ຕອນ.
3. ການຕິດຕາ
ວິທີການປະຕິບັດນີ້ຂອນຂ້າງຫຍຸ້ງຍາກ
ແລະ ຕ້ອງໃຊ້ເວລາໃນການເຮັດດົນກວ່າ 2 ວິທີທໍາອິດຄື: ຕັ້ງແຕ່ເລີ່ມຕັດຊໍາຕົ້ນຕໍຈົນອອກດອກໃຊ້ເວລາ 5-6 ເດືອນ ໂດຍຂັ້ນຕອນທໍາອິດເລີ່ມຕັດຊໍາຕົ້ນຕໍໃຫ້ອອກຍອດໃໝ່ຍາວປະມານ 30 cm ຂຶ້ນໄປໃຊ້ເວລາ 3 ເດືອນຈາກນັ້ນຈຶ່ງນໍາຕາພັນດີໄປຕີດໃສ່ໃນການຕິດຕານີ້ຈະຕ້ອງອາໄສສີມື ແລະ
ຄວາມຊໍານານພໍສົມຄວນໂດຍການຕິດຕາແບບໃດກໍໄດ້ເຊັ່ນ: ແບບໂຈ ເຕເປັນຕົ້ນ.
4,1,4 ການໃສ່ຝຸ່ນ
ໃນໄລຍະທໍາອິດຂອງການປູກຈະເປັນໄລຍະທີ່ຕົ້ນກຸຫຼາບຈະເລີນເຕີບໂຕສ້າງໃບ ແລະ
ກິ່ງຄວນມີການໃສ່ຝຸ່ນທີມີທາດ N ສູງໂດຍໃສ່ທຸກ 15 ຫຼື 30 ວັນ ອັດຕາການໃສ່ 1 ກໍາມື/ຕົ້ນ ກ່ອນໃສນ່ຝຸ່ນຄວນມີການພວນດິນກ່ອນ ແລ້ວໂຮຍຝຸ່ນອ້ອມຮອບຕົ້ນ 4-6 ນິ້ວແລ້ວແຕ່ຂະໜາດຂອງຊົງພຸ່ມຈາກນັ້ນກໍ່ຫົດນໍ້າໃຫ້ຊຸ່ມເມື່ອຕົ້ນກຸຫຼາບເລີ້ມໃຫ້ດອກກໍ່ໃສ່ຝຸ່ນທີ່ມີທາດ P ແລະ K ສູງເພື່ອເລັ່ງການອອກດອກ ແລະ ເຮັດໃຫ້ຕົ້ນແຂງແຮງນອກນີ້ກໍ່ສາມາດໃສ່ຝຸ່ນທາງໃບຕື່ມພ້ອມທັງໃສ່ຝຸ່ນມັກອ້ອມຮອບຕົ້ນ.
4,1,5 ການຄຸມດິນ
ເນື່ອງຈາກກຸຫຼາບເປັນພືດທີ່ຕ້ອງການແສງແດດຫຼາຍຢ່າງໜ້ອຍວັນລະ 6 h ດັ່ງນັ້ນສະຖານທີ່ປູກກຸຫຼາບຈິ່ງເປັນບ່ອນທີ່ມີແສງແດດຕະຫຼອດວັນ ແລະຈະຕ້ອງມີຄວາມຊຸ່ມສູງການຄຸມໜານປູກຈຶ່ງມຄວາມຈໍາເປັນສ້ງສໍາລັບການປູກໂດຍໃຊ້ວັດຖຸທີ່ຫາໄດ້ງ່າຍເຊັ່ນ: ເຝືອງເຂົ້າ,ຫຍ້າແຫ້ງ,ກາຖົ່ວ…ພ້ອມທັງເປັນການຄຸມບໍ່ໃຫ້ວັດສະພືດເກີດບໍ່ໃຫ້ເກີດອີກດ້ວຍ.
4,1,6 ການຕັດດອກ
4,1,7 ບົ້ງ ແລະ ແມງໄມ້ຊະນິດຕ່າງໆ
1.
ບົ້ງເຈາະດອກ ເປັນແມງກະເບື້ອກາງຄືນຂະໜາດນ້ອຍຈະມາວາງໄຂ່ທີ່ກີບດອກດ້ານນອກເມື່ອຝັກອອກຈະກິນດອກ ແລະອາໄສຢູ່ໃນດອກລະບາດໃນຊ່ວງລະດູໜາວຄວນປ້ອງກັນໂດຍການໃຊ້ສານ ປະເພດດູດຊືມເຊັ່ນ: ດິດດຮີນ ຟສຄຮິນ.
1.
ບົ້ງກິນໃບ ເປັນແມງກະເບື້ອກາງຄືນມັກວາງໄຂ່ທີ່ກ້ອງໃບເມື່ອຝາກແຕກຈະກັດກິນໃບການທໍລາຍມີຫຼາຍລັກສະນະເຫັນໄດ້ຊັດເຈນທີ່ໃບສານທີໃຊ້ໄດ້ຜົນຄືເອນຄຣິນ.
No comments:
Post a Comment