ການປູກດອກດາວເຮືອງ



ປະຫວັດ​ຄວາມ​ເປັນ​ມາ​ຂອງ​ດອກ​ດາວ​ເຮືອງ
      ດອກ​ດາວ​ເຮືອງ​ເປັນ​ພືດ​ທີ່​ອາ​ໄສ​ຢູ່​ໃນ​ສະກຸນ Tagetes ​ເຊິ່ງເປັນຊື່ຂອງຊາວEtruscan ດາວຮືອງເປັນດອກໄມ້ທີ່ທີ່ນິຍົມຢ່າງຫຼວງຫຼາຍໃນເອເຊຍໃຕ້,ເອເຊຍຕາເວັນອອກສ່ຽງໃຕ້ແລະປະເທດແມັກຊິໂກ​. ​ໃນເອເຊຍໃຕ້ຈະໃຊ້ດອກດາວເຮືອງສຳລັບພິທີກຳ,ທາງສາສະໜາອິນດູສ່ວນເອຊຍຕເວັນອກກສ່ຽງໃຕ້ນິຍົມໃຊ້ໄວ້ບູຊາທາງສາສະໜາພຸດແລະພິທີກຳຕ່າງໆ.ໃນແມັກຊີ​​ໂກໃຊ້ດອກດາວເຮືອງ​​ໃນງານບຸນທີ່ລະນຶກວິລະນານຕ່າງໆ.
      ພືດ​ໃນ​ຈີ່​ນັດ​ດຽວ​ກັບ​ດອກ​ດາວ​ເຮືອງ​ມີ​ປະມານ 50 Species ມີ​ທັງ​ພືດ​ລົ້ມລຸກ ​ແລະ ຢືນ​ຕົ້ນ​ໄດ້​ຫຼາຍ​ລະດູ ພືດ​ສະກຸນ Tagetes ​ໃນ​ທຳ​ມະ​ຊາດ​ພົບ​ແຜ່​ກະຈາຍຕາມ​ພື້ນ​ທີ່​ຮ້ອນ ​ແລະ ແຫ້ງ​ແລ້ງຕາມ​ພື້ນ​ທີ່​ລາດ​ຊັນ ​ແລະ ພູ​ເຂົາ​ແຄບ New Mexico ​​ໄປ​ຈົນ​ເຖິງ​ປະ​ເທດ​ອາ​ເຈນ​ຕີ​ນາ ແລະ ມີ 1 Species ພົບ​ທີ່​ ອ​າຟຮິ​ກກາ.
6,2  ລັກສະນະ​ພື​ກສາດ
ດາວ​ເຮືອງ ​ທີ່​ນິຍົມ​ປູກ​ ໃນ​ປັດຈຸບັນ Tagetes  erecta  Linn ຄື​ດາວ​ເຮືອງ​ອາ​ເມ​ລິ​ກັນ​ເປັນ Diploid ມີ
​ຈຳນວນ​ໂຄ​ໂມ​ໂຊ​ມ 2n=24 ​ແລະ T.patula ຄື ​ດາວ​ເຮືອງ​ຝຮັງ​ເສດ​ເປັນ Tetraploid  ມີ​ຈຳນວນ​ໂຄ​ໂມ​ໂຊມ
2n = 48 ດາວ​ເຮືອງ​ເປັນ​ໄມ້​ລົ້ມລຸກ ​ເນື້ອ​ອ່ອນເຊິ່ງນິຍົມ​ຂະຫຍາຍ​ພັນ​​ໂດຍ​ເມັດດາວ​ເຮືອງ​ຈັ​ດ​ເປັນ​ພືດ​ປະສົມ​
ຂ້າມ​ໂດຍ​ໃຊ້​ແມງ​ໄມ້​ປະສົມ​ເກສອນ ​ແລະ ​ເປັນ​ພືດ​ວັນ​ສັ້ນ.
ດາວ​ເຮືອງ​ເປັນພືດ​ໃບ​ລ້ຽງ​ຄູ່​ລັກສະນະ​ໃບ​ເປັນ​ແບບ​ຂົນ​ນົກ (Pinnately) ​ ໃບ​ຍ່ອຍ​ຍາວ​ຮຽງ​ປາຍ​ແຫຼມ​ຮຽງ​ຕົວ​ແບບ​ຕົງ ຈັດ​ເປັນ​ໄມ້ລົ້ມລຸກ​ເນື້ອ​ອ່ອນ ຊໍ່​ດອກ​ເປັນ​ແບບ head ທີ່​ປະກອບ​ດອກ​ຍ່ອຍ​ຂະໜາດ​ນ້ອຍ​ບໍ່​ມີ​ກ້ານ ດອກ​ຈຳນວນ​ຫຼາຍ​ຮວມຕົວ​ກັນ​ຢູ່​ແກນ​ກາງ ຊໍ່​ດອກ​ທີ່​ຫົດ​ສັ້ນ​ຫຼາຍ​ຈະ​ແຜ່​ກ້ວາງ​​ເຄິ່ງກາງຈະ​ນ້ອຍ​ຄ້າຍ​ຖານ​ຮອງ​ດອກ​ເຮັດ​ໃຫ້​ຄ້າຍ​ກັບ​ດອກ​ດຽວ ດອກ​ຍ່ອຍ​ແບ່ງ​ອອກ​ເປັນ 2 ຊະນິດ​ຄື: ດອກ​ຍ່ອຍ​ຊັ້ນ​ໃນ (Disc Floret) ມີ​ລັກ​ສະ​ຄ້າຍ​ກະດິ່ງຫຼື​ຫອດ ​ເປັນ​ດອກ​ສົມບູນ​ເພດ​ມີ​ທັງ​ເກສອນ​ຕົວ​ຜູ້ ​ແລະ ຕົວ​ແມ່ ສ່ວນ​ດອກ​ຊັ້ນ​ນອກ (Ray Floret) ມີ​ຮູບຮ່າງ​ຄ້າຍ​ສິ້ນ ມີ​ສະ​ເພາະ​ເກສອນ​ຕົວ​​ແມ່. ດາວ​ເຮືອ​ງບາງ​ຊະນິດ​ອາດ​ມີ​ມີ​ສະ​ເພາະກີບ​ດອກ​ຊັ້ນ​ນອກ ຫຼື ກີບ​ດອກຊັ້ນ​ໃນ​ພຽງ​ຢ່າງ​ດຽວ ຫຼື ທາງ​ນອກ​ມີ​ແຕ​ເກສອນ​ຕົວ​ແມ່​ທີ່​ເປັນ​ເສັ້ນຕະຫຼອດ​ທັງ​ດອກ​​ເຮົາ​ຮຽກ​ດອກ​ປະ​ເພດ​ນີ້​ວ່າດອກ apetalus ຫຼື​ດອກ​ທີ່​ບໍ່​ມີ​ກີບ​ດອກ​ນັ້ນ​ເອງ ສີດອກ​ມີ​ແຕ່​ສີ​ສົມ​ເຂັ້ມ​ໄປ​ຈົນ​ເຖິງ​ດອກ​ສີຂາວ.
ກ.   ລັກສະນະ​ລຳຕົ້ນ
                       ລັກສະນະ​ມີ​ຫຼາຍ​ເຊັ່ນ: ສູງ​​ເຊິ່ງລັກສະນະ​ດັ່ງກ່າວຈະ​ມີ​ປັດ​ໃຈ​ຕໍ່​ກັບ​ຄວາມ​ຍາວ​ຂອງ​ແສງ ​ແລະ ອຸ​ນະ​ພູມ​ທີ່​​ເຂົ້າ​ມາ​ກ່ຽວຂ້ອງ ຕົວຢ່າງ​ເຊັ່ນ:ດາວ​ເຮືອງ​ພັນ Sovereign  goldເມື່ອ​ເພາະ​ເມັດ​ໃນ​ຊ່ວງກ້າ​ເມັດ ​ພັນ​ໃນ​ຊ່ວງ​ເດືອນ​ມີນາ​ໄປ​ຈົນ​ເຖິງ​ກາງ​ເດືອນ​ກັນຍາຈະ​ເຮັດ​ໃຫ້​ຕົ້ນ​ດາວ​ເຮືອງ​ມີ​ຄວາມ​ສູງ 80-120 cm ​ແລ້​ວ​ແຕ່​ພື້ນ​ທີ່​ແຕ່​ເມື່ອ​ກ້າ​ເມັດ​ພັນ​ຊ່ວງ​ກາງ​ເດືອນ​ກັນຍາກາງ​ເດືອນຈະ​ເຮັດ​ໃຫ້​ຕົ້ນ​ດາວ​ເຮືອງ​ມີ​ຄວາມ​ສູງ​ຫຼຸດ​ລົງ 40-50 cm ຕົວຢ່າງ​ເຊັ່ນ: ດາວ​ເຮືອງ​ທີ່​ປູກ​​ໃນ​ເຂດ​ພົບ​ພະ​ຈັງ​ວັດ​ຕາກ​ຊ່ວງ​ລະດູ​ໜາວ​ທີ່​ມີ​ອຸ​ນະ​ພູມ 10-15 ອົງສາ​ເຊ ດາວ​ເຮືອງ Sovereign  gold ຈະ​ມີ​ຄວາມ​ສູງ​ພຽງ 20 cm ​ເທົ່າ​ນັ້ນ ​ແລະ ຈະ​ມີ​ຮາກ​ອາກາດ ​ເນື່ອງ​ຈາກ​ດາວ​ເຮືອງ​ເປັນ​ພືດ​ທີ່​ມີ​ເນື້ອ​ໄມ້​ເມື່ອ​ຖືກ​ລົມ​ພັດ​ແຮງ​ຈະ​ເຮັດ​ໃຫ້​ຫັກ​ງ່າຍ ຮາກ​ອາກາດ​ໃນ​ເມື່ອຖືກ​ສຳ​ພັດ​ກັບ​ດິນ​ກໍ່​ຈະ​ຊ້ອນ​ລົງ​ເຂົ້າ​ໃນ​ດິນ​ເພື່ອ​ຫາ​ອາຫານ ​ແລະ ທຳ​ໜ້າ​ທີ່​ເປັນ​ຍຶດລຳ​ຕົ້ນເຮັດ​ໃຫ້​ຈະ​ເລີ​ນ​ເຕີບ​ໂຕ​ໄດ້​ຢ່າງ​ປົກກະຕິ. ​ເຖິງ​ຢ່າງ​ໄດ້ກໍ່ຕາມ, ​ເຮົາ​ສາມາດ​ຈຳ​ແນ​ກລັກສະນະ​ລຳ​ຕົ້ນ​ຂອງ​ດາວ​ເຮືອງ​ຕາມ​ຮູບ​ແບບ​ຂອງ​ຊົງ​ພຸ່ມ​ໄດ້ 5 ຮູບ​​ແບບ (Ball RedBool, 1991)​ໄດ້​ແກ່.
1.                                           Ball  shaped  ຫຼື  compact   ມີ​ລັກສະນະ​ຊົງ​ພຸ່ມ​ເຕ້ຍ​ມີ​ຄວາມ​ສູງ​ປານ 15-25 cm ​ໄດ້​ແກ່​ກຸ່ມ​ດາວ​ເຮືອງ​ຝຮັ່ງ​ເສດ​ເຊັ່ນ: Janie  series,  Little  Devil Series.
2.                                           Bushy, compact ມີ​ລັກສະນະ​ຊົງ​ພຸ່ມ​ເຕ້ຍ​ແຕກ​ກິ່ງ​ງ່າ​ຫຼາຍ ສູງ​ປະມານ 25-30 cm ​ໄດ້​ແກ່ ກຸ່ມ​ດາວ​ເຮືອງ​ຝຮັ່ງ​ເສດ ຈຳພວກ Bonanza  Series,  Hero  Series.
3.                                           Basal-branching  ມີ​ຫຼັກ​ສະ​ນະ​ຊົງ​ພຸ່ມ​ເຕ້ຍ​ແຜ່​ກິ່ງ​ກ້ານ​ເກືອບ​ແນບ​ພື້ນ ມີ​ຄວາມ​ສູງ​ປະມານ 30-40 cm ​ໄດ້​ແກ່​ດາວ​ເຮືອງ​ພັນ​ຂອງ Discovery  series ​​ແລະ ພັນ Inca  series ​​ເປັນ​ຕົ້ນ.
4.                                           Hedge type ມີ​ລັກສະນະຊົງ​ພຸ່ມ​ແໜ້ນ ສູງ​ປານ​ກາງ​ປະມານ 45-60 cm ​ໄດ້​ແກ່​ດາວ​ເຮືອງ​ພັນ Galore Series,  Lady  Series  ແລະ  Perfection  Series.
5.                 Tall,  bushy ມີ​ລັກສະນະປົ່ງ​ແຕກິ່ງ​ກ້ານ​ຫຼາຍ ມີ​ຄວາມ​ສູງ​ປະມານ 60-120 cm ​ໄດ້​
ແກ່​ດາວ​ເຮືອງ​ຈຳ​ພວກ Sovereign  Series  (Gold Coin Series)  ​ແລະ  Jubillee  Series.
ຂ.    ລັກສະນະ​ດອກ
ດອກ​ດາວ​ເຮືອງ​ເອີ້ນ​ວ່າດອກ​ແບບ Head​ເຊິ່ງປະກອບ​ດ້ວຍ​ດອກ​ຫຼາຍ​ຢູ່​ຮ່ວມ​ກັນ​​ເອີ້ນ​
ວ່າ​ດອກ​ຍ່ອຍ (floret) ຂະໜາດ​ນ້ອຍ​ຈຳນວນ​ຫຼາຍ​ແລ້ວ​ຈະ​ຮ່ວມ​ກັນ​ຢູ່​ເທິງ​ແກນ​ກາງ ຊໍ່​ດອກທີ່​ຫົດ​ສັ້ນ​ຫຼາຍ​ແລະ ​ແຜ່​ກ້ວາງ​ເຄິ່ງກາງ​ມູມມີ​ຄວາມ​ຄ້າຍຄື​ຖານ​ດອກ ​ເຮັດ​ໃຫ້​ເຫັນ​ຄ້າຍ​ກັບ​ວ່າ​ແມ່ນ​ດອກ​ດຽວມ, ດອກ​ຍ່ອຍ​ແບ່ງ​ອອກ​ເປັນ 2 ຊະນິດ​ຄື: ດອກ​ຍ່ອຍ​ຊັ້ນ​ໃນ (disc floret) ມີ​ລັກສະນະ​ຄ້າຍ​ກັບ​ກະ​ດິ່ງ ຫຼື ຫຼອດ ​ເປັນ​ດອກ​ສົມບູນ​ເພ​ດ ມີ​ທັງ​ເກສອນ​ຜູ້ ​ແລະ ​ເກສອນ​ຕົວ​ແມ່ ສ່ວນ​ດອກ​ຍ່ອຍ​ຊັ້ນ​ນອກ (Ray floret) ມີ​ຮູບ​ຮ່າງ​ຄ້າຍຄື​ລີ້ນ ​ເປັນ​ດອກ​ທີ່​ມີ​ແຕ່ເກສອນ​ຕົວ​ແມ່ ດາວ​ເຮືອງ​ບາງ​ຊະນິດ​ອາດ​ມີ​ມີ​ສະ​ເພາະ​ແຕ່​ດອກ​ຍ່ອຍ​ຊັ້ນ​ນອກ​ຢ່າງ​ດຽວ ຫຼື ມີ​ແຕ່​ເກສອນ​ຕັວ​ແມ່​ແຕ່​ບໍ່​ມີ​ກີບ​ດອກ​ເອີ້ນ​ວ່າ apetalus ມີ​ເກສອນ​ຕົວ​ຜູ້​ເຊື່ອມ​ຕິດ​ອ້ອມ​ຮອບ​ເກສອນ​ໂຕ​ແມ່​ແລະ ຢູ່​ຕິດ​ກັບ​ກີບ​ດອກ ຈັບ​ລະອອງ​ເກສອນ​ຕົວ​ຜູ້​ມີ 2 ຊ່ອງ​ຕາມ​ລ່ວງ​ຍາວ ກ້ານ​ເກສອນ​ຕົວ​ແມ່​ມີ​ປາຍ​ແຍກ​ເປັນ 2 ​ແຊກຮັງ​ໄຂ່​ເປັນ​ແບບ inferior ​ໄຂ່​ຕິດ​ຢູ່​ກັບ​ຮັງ​ໄຂ່ ໝາກ​ເປັນ​ແບບ Achene  ​ເມັດ​ບໍ່​ມີ endosperm  ຂະໜາດ​ດອກ​ມີ 4-12 cm.
ຂ.   ¡¾­¥¿-Á­-¡ª¾´-ìñ¡¦½­½-²¾¨-­º¡

¡¾­¥¿-Á­-¡ª¾´-ìñ¡¦½­½-ດອກມີ​ດັ່ງ​ນິ້:
                        1          ດອກ​ຊັ້ນ​ດຽວ (Single flwer) ຊໍ່​ດອກ​ຈະ​ມີ ray floret ຢູ່​ພຽງ1-2 ຊັ້ນ ສ່ວນ​ໃຫຍ່ ຈົນເປັ​ນດອກ​ຍ່ອຍ​ຊັ້ນ​ໃນ​ເບິ່ງ​ແລ້ວ​ຄື​ດອກ​ດາວ​ກະຈາຍ.
1.        ດອກກິ່ງຊ້ອນ (Semi flower) ຊດອກຈະມີ ray floret ຫຼາຍກວ່າ 2 ຊັ້ນຂຶ້ນໄປໃຈກາງດອກຍັງມີດອກຍ່ອຍຊັ້ນໃນຢູ່ສ່ວນຫຼາຍ ຈະພົບດອກປະເພດນີ້ຢູ່ຕາມທຳມະຊາດ ແລະ ດາວເຮືອງອາ
ຫານສັດ.
2.        ດອກຊ້ອນ (Double flower) ຊໍ່ດອກປະເພດນີ້ປະມີແຕ່ ray floeret ເທັ່ານັ້ນນອກຈາກນີ້ດອກຊ້ອນຍັງມີຮູບແບບທີ່ແຕກຕ່າງກັນໄປອີກຄືດອກຊ້ອນແບບ (Chrysan themum  type) ດອກຊະນິດນີ້ເບິ່ງຄ້າຍຄືວ່າມີແຕ່ດອກຍ່ອຍຊັ້ນໃນດອກຍ່ອຍແຕ່ລະດອກມີລັກສະນະຄ້າຍກັບໝາກລະມັງປາຍເປັນແຊກໆດອກຊະນິນີ້ພົບຫຼາຍໃນທຳມະຊາດເປັນດາວເຮືອງພື້ນເມືອງທີ່ນິຍົມນຳມາ​​ໄຫວ້ອາໄລ.
3.        ດອກທີ່ມີແຕ່ແກສອນຕົວແມ່ແລະ ບໍ່ມີກີບດອກ (apetalus  flower) ເປັນດອກທີ່ກີບດອກເບິ່ງແລ້ວມີແຕ່ເກສອນຕົວແມ່ທີ່ເປັນຟອຍດອກດາວເຮືອງປະເພດນີ້ນັກປັບປຸງພັນຈະຄັດເລືອກເປັນສາຍພັນແມ່.
. ສີ​ຂອງ​ດອກ
ສີດອກດາວເຮືອງສີຂາວ​​ເຂັ້ມ​, ​ເຫຼືອງອ່ອນ (Primrose ຫຼື  Lemon)  ​ເຫຼືອງ,ສີຄຳ​, ສີສົ້ມ,ສົ້ມເຂັ້ມ (deeporangຫຼືscarlet).
6,3   ພັນ (Marigolds)
ດາເຮືອງອາເມລິກັນເຂົ້າມາເປັນທີ່ນິຍົມໃນຕະຫຼາດເມືອງລາວໄດ້ກວ່າ 20 ປີໂດຍມີສີຍອດນິຍົມ 3 ສີໄດ້ແກ່ເຫຼືອງ, ສີຄຳແລະສີສົ້ມປະໂຫຍດຂອງດາວເຮືອງນອກຈາກຈະໃຊ້ເປໄມ້ປະດັບແລ້ຍັງນຳມາໃຊ້ເປັນໄມ້ຕັດດອກເປັນສັນຍາລັກປຫ່ງຄວາມຈະເລີນຮຸ່ງເຮືອງ, ມີຄວາມເປັນສິມມູງຄູນໃຊ້ທັງໃນງານທີ່ສຳຄັນຕ່າງໆຕະຫຼອດທັງປີບໍລິສັດ AFM ​ເປັນຜູ້ລິເລີ່ມຈຳໜ່າຍແລະປັບປູງພັນ ​​ເພື່ອໃຫ້ໄດ້ພັນທີ່ມີຄຸນນະພາບສູງສຳລັບສະພາບແວດລ້ອມໃນປະເທດລາວ,​ໄທແລະອາຊີ.

6.4 ເຕັກ​ນິກການ​ປູກ

ໄລຍະ​ຕົ້ນ​ກ້າ
ການ​ສັງ​ເກດ
ການຈະ​ເລີ​ນ​ເຕີບ​ໂຕ
ໄລຍະທີ່ 1ຫວ່ານ​ເມັດ​ຈົນ​ເຖິງ​ຮາກ​ອອກ​ຈາກ​ເມັດ3-4 ວັນ
ໄລຍະທີ່ 2ຮາກ​ຈະ​ງອກ​ຈົນ​ເຫັນ​ໃບ​ລ້ຽງ​ຄູ່​ທຳ​ອິດ4-7 ວັນ
ໄລຍະທີ່ 3ສັງ​ເກດ​ເຫັນ​ໃບ​ຈິງ​ເລີ່​ມພັດທະນາ7-12 ວັນ
ໄລຍະທີ່ 4ຮາກ​ຈະ​ຢັງ​ລົງ​ເລິກ ມີ​ໃບ​ຈິງ 2-3 ຄູ່12-20 ວັນ
ການ​ໃສ່​ປຸຍ
ໄລຍະທີ່ 1ຄ່າ​ເປັນ​ກົດ-ດ່າງ6.0-6.5ບໍ່​ຕ້ອງການ​ໃສ່​ປຸຍ​ຫຍັງ​ເທື່ອ
ໄລຍະທີ່ 2ຄ່າ​ເປັນ​ກົດ-ດ່າງ6.0-6.5ປຸຍ​ເມັດ 15-0-0  33 ລະລາຍ​ໃນ​ນ້ຳ  100 ລີດ
ໄລຍະທີ່ 3ຄ່າ​ເປັນ​ກົດ-ດ່າງ6.0-6.5ປຸຍ​ເມັດ15-0-0  66  ລະລາຍ​ໃນ​ນ້ຳ100 ລິດ(1-2 ຄັ້ງ​/ອາທິດ
ໄລຍະທີ່ 4ຄ່າ​ເປັນ​ກົດ-ດ່າງ6.0-6.5ປຸຍ​ເມັດ15-0-0     66  ລະລາຍ​ໃນ​ນ້ຳ100 ລິດ(1-2 ຄັ້ງ​/ອາທິດ) 
ການ​ໃຫ້​ນ້ຳ
ຫົ​ດ​ເປັນ​ຝົນຝອຍ
ຫົດ​ໃສ່​ຕົ້ນ​ໂດຍ​ໃຊ້​ບົວ​ຫົ​ດນ້ຳ
ອຸ​ນະ​ພູມ
ໄລຍະທີ່ 122-24 c
ໄລຍະທີ່ 222-24 c
ໄລຍະທີ່ 322-24 c
ໄລຍະທີ່ 422-24 c
ສະພາລ​ແສງ​ສະຫວ່າງ
ໄລຍະທີ່ 1ໃຊ້​ຕາ​ຂ່າຍ​ບັງ​ແສງ  70-80%
ໄລຍະທີ່ 2ໃຊ້​ຕາ​ຂ່າຍ​ບັງ​ແສງ 25-50%
ໄລຍະທີ່ 3ໃຊ້​ຕາ​ຂ່າຍ​ບັງ​ແສງ 25%
ບໍ່​ຕ້ອງການ​ແສງ
ຄວາຍ​ຊຸຸ່ມ
ຄວາຍ​ຊຸຸ່ມປານ​ກາງ
​ແຫ້ງ​ຕະຫຼອດ 24 ຊົ່ວ​ໂມງ

ວັດຖຸ​ອຸປະກອນ​ທີ່​ໃຊ້​ສຳລັບ​ການ​ກ້າ​ແກ່ນ
ວັດຖຸ​ກ້າ​ເມັດ
ການ​ກ້າ​ແກ່ນ​ໃສ່​ຖາດ
ຂໍ້​ດີ ຄື​ຕົ້ນ​ກ້າ​ແຂງ​ແຮງ ​ໄດ້ຜົນ​ຜະລິດ​ແນ່ນອ, ຍ້າຍ​ໄປ​ປູກ​ງ່າ​ຍ ​ແລະ ລະບົບ​ຮາກ​ບໍ່​ຖືກ​ກະທົບ​ກະ​ເທືອ​ນ
ການປະສົມດິນ ແລະ ນ້ຳ
ການ​ວັດ​ແທກ​ຄວາມ​ຊຸ່ມ
ການ​ນຳ​ມີ​ດສຽບ​ລົງ​ຈຸ​ລົງ​ຖາດ​ເພາະ​ແລະ​ເຮັດ​ຫລຸມ​ເລິກ​ປະ​ມານ 0.5 ຊມ.
ການ​ຫຍອດ​ເມັດ​ລົງ​ໃນ​ຖາດ​ຫລຸມ1 ເມັດ/ຫລຸມ    ຖົມ​ດ້ວຍ​ດີ​ນ
ກ.ເພ້ຍ​ໄຟ (Thrips)
ຊື່​ວິທະຍາສາດ : Thrips  palmi  Karny
ຕະກຸນ : Thripidae
ອັນ​ດັບ: Thysanoptera
ກ.   ຄວາມ​ສຳຄັນ ​ແລະ ລັກສະນະ​ການ​ທຳລາຍ
      ເພັຍ​ໄຟ​ເປັນ​ແມງ​ໄມ້​ສັດຕູ​ພືດ​ທີ່​ສຳຄັນ​ຊະນິດ​ໜຶ່ງຂອງ​ດາວ​ເຮືອງ​ມີ​ຢູ່​ຢ່າ​ງຫຼວງ​ຫຼາຍ​ແຜ່​ລະບາດ​ຫຼາຍ​ໃນ​ຊ່ວງ​ລະດູ​ຮ້ອນເພັຍ​ໄຟ​ຕົວ​ອ່ອນ​ ແລະ ຕົວ​ເຕັມ​ໄວ​ທຳລາຍ​ສ່ວນ​ຕ່າງໆ​ຂອດາວ​ເຮືອງ​ໂດຍ​ຈະ​ໃຊ້​ທີ່​ມີ​ລັກສະ
ນະ​ຄ້າຍຄື​ເຂັມ (stylet) ​ເຂ່ຍ​ເນື້ອ​ເຍື່ອຂອງ​ພືດ​ໃຫ້​ຊ້ຳ ​ແລ້ວດູດ​ກິດ​ນ້ຳ​ລ້ຽງ​ຈາກ​ຈຸ​ລັງ​ຂອງ​ພືດ ອາການ​ຂອງ​ດາວ​ເຮື​ອງທີ່​ຖືກ​ເພັຍ​ໄຟ​ທຳລາຍ​ຄື: ສ່ວນ​ຍອດ​ຈະ​ງໍ​ເຮັດ​ໃດອກ ​ແລະ ​ໃຫ້​ລຳ​ຕົ້ນອ່ອນ​ແອ,ຈະ​ເລີ​ນ​ເຕີບ​ໂບຊ້າ ຖ້າ​ເປັນ​ຊ່ວງ​ທີ່​ພືດ​ຂາດ​ນ້ຳ​ ແລະ ຂາດ​ການ​ປ້ອງ​ກັນຈະ​ເຮັດ​ໃຫ້​ພືດ​ຕາຍ​ໄດ້ນອກ​ນັ້ນ​ເພັຍ​ໄຟ​ຍັງ​ເປັນ​ພາຫະນະ​
ນຳ​ສົ່ງ​ເຊື້ອ​ໂລກ​ໄວ​ຣັດມາສູ່​ດາວ​ເຮືອງ​ອີດ​ດ້ວຍ.
ຂ.   ການ​ປ້ອງ​ກັນ​ກຳຈັດ
ຊ່ວງ​ລະດູ​ຮ້ອນ​ແມ່ນ ​ຕ້ອງ​ໃຫ້​ນ້ຳ​ແບບສະປິງ​ເກີ ໃນ​ແປງ​ປູກ​ຈະ​ຫຼຸດ​ປະລິມານ​ ເພັຍ​ໄຟ​ລົງ​ໄດ້
ເພາະມີ​ຄວາມ​ຊຸ່ມ​ໃນ​ອາກາດ​ຫຼາຍ.
ຊື່​ສາມັນ
ຊື່​ການ​ຄ້າ
ການ​ນຳ​ໃຊ້
ອິ​ມິ​ດາ​ຄໍ​ພິດ
ຄອນ​ຟິ​ດອລ໌10% SL
ໂປ​ລວາ​ໂດ70% WG
20 ​ຊີ​ຊີ​ຕໍ່​ນ້ຳ 20 ລິດ
2
ຊີ​ຊີ​ຕໍ່​ນ້ຳ 20 ລິດ
ໄຊ​ເປີລ໌​ມິ​ຊິນ
ໄຊ​ເປີລ໌​ມິ​ຊິນ35% EC
20 ຊີ​ຊີ​ຕໍ່​ນ້ຳ 20 ລິດ
ໄດ​ໂນ​ທີ​ຟູ​ແລນ
ສະ​ຕາລ໌​ເກີນ10% WP
ສະ​ຕາລ໌​ເກີນຈີ1% GR
10ຊີ​ຊີ​ຕໍ່​ນ້ຳ 20 ລິດ10 ລິດ
ອະ​ບາ​ເມັກ​ຕິນ
ແຈ໊​ຄະ​ເກັດ1.8% EC
10ຊີ​ຊີ​ຕໍ່​ນ້ຳ 20 ລິດ
ຟິ​ໂປ​ນິນ
ແອດ​ເຊນຕ໌5% SC
20 ຊີ​ຊີ​ຕໍ່​ນ້ຳ 20 ລິດ
.     ​ແມງວັນ​ໜອນ​ຊອນ​ໃບ (Leaf minors)
ຊື່​ວິທະຍາສາດ: Liriomyza  huidobrensis
ຕະກຸນ: Agromyzidae
ລຳດັບ : Diptera
1.   ລັກສະນະ​ການ​ທຳລາຍ
           ແມງວັນ​ໜອນ​ຊອນ​ໃບ​ ເປັນ​ແມງ​ຂະ​ນ້ອຍ​ ມີ​ລຳ​ຕົວ​ສີດຳ​ມີ​ຈຸດ​ ສີ​ເຫຼື່ອງທີ່​ໜ້າ​ຂ້າງ​ນອກ​ ແລະ
 ສ່ວນ​ນອກ​ດ້ານ​ໃນ​ປີກ​ໃສ​ລັກສະນະ​ການ​ເຂົ້າ​ທຳລາຍ​ຂອງ​ແມງ​ໜອນ​ຊອນ​ໃບ​ນັ້ນ​ຈະ​ທຳລາຍ​ຕົ້ນ​ດາວ​ເຮືອງ​ໄດ້ 2 ວິທີ​ຄື ການ​ທຳລາຍ​ທີ່​ເກີດ​ຈາກ​ຕົວ​ເຕັມ​ໄວ ​ໂດຍ​ຕົວ​ເຕັມ​ໄວ​ຕົວ​ແມ່​ຈະ​ໃຊ້​ໄລຍະ​ວາງ​ໄຂ​ແທງ​ເຂົ້າ​ໄປ​ໃນ​ຈຸ​ລັງ​ຜິວ​ໃບ​ດາວ​ເຮືອງ​​ເຂ່ຍ​ໃຫ້​ຈຸ​ລັງ​ແຕກ​ແລ້ວ​ຫັນ​ມາ​ໃຊ້​ປາກ​ເລີຍ​ກິນ​ນ້ຳ​ລ້ຽງ​ຈຸ​ລັງ ການ​ທຳລາຍ​ແບບ​ນີ້​ຈະ​ເຮັດ​ໃຫ້​ໃບ​ດາວ​ເຮືອງ​ທີ່​ຖືກ​ທຳລາຍ​ເກີດ​ເປັນ​ຮອຍ​ຈຸດ​ນ້ອຍ​ເປັນ​ຈຸດ​ໆ​ນອກຈາກ​ນັ້ນ​ແມງ​ວັນ​ຕົວ​ເຕັມ​ໄວ​ເພດ​ແມ່​ພ້ອມ​ວາງ​ໄຂ່​ຈະ​ໃຊ້​ໄລຍະ​ວາງ​ໄຂ່​ແທງ​ເຂົ້າ​ໄປ​ໃນ​ຈຸ​ລັງ​ຜິວ​ໃນ​ດາວ​ເຮືອງ ​ແລະ ວາງ​ໄຂ່​ໃນ​ຮອຍ​ເຈາະ.
      ການ​ທຳລາຍ​ທີ່​ເກີດ​ຈາກ​ຕົວ​ໜອນ​ ເມື່ອ​ຕົວ​ໜອນ​ຝັກ​ອອກ​ມາ​ຈາ​ກ​ໄຂ່​ຈະ​ເຈາະ​ທະລຸ​ອອກ​ທາງ​ດ້ານ​ທີ່​ໄຂ່​ຝັງ​ຕົວ​ໃນ​ຈຸ​ລັງ​ໃນ​ດາວ​ເຮືອງ ​ແລະ ​ເຂົ້າ​ຊອກ​ຫາ​ກິນ​ນ້ຳ​ລ້ຽງ​ຢູ່​ໃຕ້​ຜິວ​ໃບ​ເຮັດ​ໃຫ້​ເກີດ​ເປັນ​ຮອຍ​ທາງ​ຄົດ​ກ້ຽວ​ເປັນ​ຮູບ​ຕ່າງກັນ​ທີ່​ໜອນ​ຊອນ​ໃບ​ກິນ​ນ້ຳ​ລ້ຽງ​ໃຕ້​ຜິວ​ໃບ​ເປັນ​ຮອຍ ​ທາ​ງ​ເຮັດ​ໃຫ້ການ​ສັງ​ເຄາະ​ແສງ​ຂອງ​ຕົ້ນ​ດາວ​ເຮືອງ ​ລຸດລົງ​ຕົ້ນ​ພືດ​ອ່ອນ​ແອບໍ່ຈະ​ເລີ​ນ​ເຕີບ​ໂຕ​ຕາມ​ປົກ ກະຕິ​ຜົນ​ຜະລິດ​ລຸດລົງ​ນອກຈາກ​ນັ້ນ​ຮອຍ​ເຈາະ​ທີ່​ຜິວ​ໃບ ​ຈະ​ເປັນ​ຊ່ອງ​ເປີດ​ເຮັດ​ໃຫ້​ເຊື້ອຣາ ​ແລະ ເຊື້ອ​ແບກ​ເທີ​ເຣຍສາ​ເຫດ​ພະຍາດ​ພືດ​ເຂົ້າ​ທຳລາຍ​ຊ້ຳ ​ເຮັດ​ໃຫ້​ຕົ້ນ​ດາວ​ເຮືອງ​ທີ່​ຖືກ​ໜອນ​ຊອນ​ໃບ​ລົງ​ທຳລາຍ​ມີ​ອາການ​ໃບ​ແຫ້ງ ​ແລະ ຕາຍ​ໃນ​ທີ່​ສຸດ.
2.   ການ​ປ້ອງ​ກັນກຳຈັດ
ວິທີ​ການການ​ເຜົ່າ​ທຳລາຍ​ເສດ​ໃບ​ດາວ​ເຮືອງ​ທີ່​ຖືກ​ທຳລາຍ​ໄຂ່ ​ແລະ ຕົວ​ອ່ອນ​ຂອງ​ແມງ​ໜອນ​ຊອນ​ໃບ ການ​ໃຊ້​ກັບ​ດັກກວາ​ໜຽວ​ສີ​ເຫຼື່ອງ​ໂດຍ​ການ​ນຳ​ເອົາ​ຄຸ​ພລາ​ສະຕິ​ກສີ​ເຫຼື່ອງນຳ​ມາ​ທດ້ວຍ​ກາວ​ໜຽວ(ມີຂາຍທົ່ວ​ໄປ​ຕາມຮ້ານຂາຍສານເຄມີທາງການກະເສດ)ຕິດຈຳນວນ 60 – 80 ກັບດັກຕໍ່ພື້ນທີ່ 1​ໄຣ່ຄວນຕິດໃຫ້ສູງຈາກຊ່ອງພຸ່ມປະມານ 30ຊມ.
ການ​ໃຊ້​ສານ​ເຄມີ
ຊື່​ສາມັນ
ຊື່​ສິນຄ້າ
ການ​ທຳລາຍ
ອິ​ມິ​ດາ​ຄໍ​ພິດ
ຄອນ​ຟິ​ດອລ໌10% SL
ໂປ​ລວາ​ໂດ70% WG
20 ຊີ​ຊີ​ຕໍ່​ນ້ຳ 20 ລິດ
2
ກຣາມຕໍ່​ນ້ຳ20 ລິດ
ໄບ​ເຟນ​ຊິນ
ທາ​ລົດ​ຕາລ໌10% EC
40 ຊີ​ຊີ​ຕໍ່​ນ້ຳ 20 ລິດ
ໄຊ​ເປີລ໌​ມິ​ຊິນ
ໄຊ​ເປີລ໌​ມິ​ຊິນ35% EC
20 ຊີ​ຊີ​ຕໍ່​ນ້ຳ 20 ລິດ
ອະ​ບາ​ເມັກ​ຕິນ
ແຈ໊​ຄະ​ເກັດ1.8% EC
20 ຊີ​ຊີ​ຕໍ່​ນ້ຳ 20 ລິດ
ເດນ​ທາ​ເມ​ຊິນ
ເດ​ຊິດ3% EC
20 ຊີ​ຊີ​ຕໍ່​ນ້ຳ 20 ລິດ
ໄດ​ໂນ​ທີ​ຟູ​ແລນ​ໄດ​ໂນ​ທີ​ຟູ​ແລນ
ສະ​ຕາລ໌​ເກີນ10% WP
ສະ​ຕາລ໌​ເກີນຈີ1% GR
10 ກຣາມຕໍ່​ນ້ຳ20 ລິດ
2 ກຣາມຕໍ່1 ຂຸມ
ລູ​ເຟນ​ນູ​ລອນ
ແມດຊ໌
10 ຊີ​ຊີ​ຕໍ່​ນ້ຳ 20 ລິດ
1.      ວິທີ​ການ​ພົ່ນ​ສານ​ເຄມີ
ຄວນ​ພົ່ນ​ສານ​ເຄມີ​ກຳຈັດ​ຕົວ​ໜອນ​ ໃນ​ຊ່ວງ​ໄລຍະ​ເວລາ 7-9 ​ໂມ​ງ​ເພື່ຶອ​ໃຫ້ສານ​ເຄມີ​
ຈັບ​ຕິດ​ຕໍ່​ຢູ່​ເທິງ​ດາວ​ເຮືອງ​ທີ່​ມີ​ຄວາມ​ເຂັ້ມ​ຂູ້ນສູງ​ເນື່ອງ​ຈາກ​ຕົວ​ອ່ອນ​ຈະ​ອອກ​ຈາກ​ໃຍ​ດາວ​ເຮືອງ​ເພື່ອ​ເຂົ້າ​ດັກ​ແດ້​ໃນ​ດິນໃນ​ຊ່ວງ​ເວລາ​ເຂົ້າ ​ແລະ ພົບ​ມາ​ເປັນ​ດັກ​ແດ້​ໃນ​ເວລາ​ອັນ​ສັ້ນ
ສານ​ໃບ​ເຟນທິນ​ໄຊ​ເບີ​ເມ​ທິນ ຄວນ​ພົ່ນ​ໃຫ້​ຖືກ​ຕົວ​ເຕັມ​ໄວ ​ແລະ ພົ່ນ​ໃນ​ເວລາ​ທີ່​ມີ​ອາກາດ​ເຢັນ
 ຫຼື ຄໍາ ​ເນື່ອງ​ຈາກ​ເພ້ຍ​ຕົວ​ເຕັມ​ໄວ​ຈະ​ບໍ່​ຄ່ອຍ​ມີ​ການ​ເຄື່ອນ​ໄຫວ.
ສານ​ເຄມີ ຄອນ​ອີ​ມີ​ດາ​ຄຣອນພິດ (ຄອນ​ຟີ​ດອນ, ​ໂປ​ວາ​ໂດ) ປະສົມ​ນ້ຳຕານ​ໃນ​ອັດຕາ​ສ່ວນ​ທີ່
ແນະນຳ ຈຸ່ມ​ຮາກ​ຂອງ​ຕົ້ນ​ດາວ​ເຮືອງ​ຫຼັງ​ຍາຍ​ປູກ​ປະມານ​ສອງ​ອາທິດຮາກ​ຂອງ​ຕົ້ນ​ດາວ​ເຮືອງ​ຈະ​ຖືກ​ຊືມສານ​ເຄມີຈະ​ຊ່ວຍ​ໃຫ້​ມີ​ສານ​ເຄມີ​ໃນ​ລຳ​ຕົ້ນ​ຂອງ​ຕົ້ນ​ດາວ​ເຮືອງ​ໄດ້​ດົນ​ກວ່າ  ​ແລະ  ສາມາດ​ປ້ອງ​ກັນ​ຕໍ່​ຕົວ​ອ່ອນ​ຂອງ​ແມງວັນ​ຊອນ​ໃບ​ໄດ້
1.       ຊ່ວງ​ທີ່​ມີ​ການ​ເລີ່​ມລະບາດ ຄວນ​ພົ່ນ​ສານ​ເຄມີ​ຕິດ​ກັນ 3-4 ຫ່າງ​ກັນ 3-5 ວັນ
ຕົວ​ເຕັມ​ໄວ​ຂອງ​ແມງວັນ​ໜອນ​ຊອນ​ໃບ
ລັກສະນະ​ເຂົ້າ​ທຳລາຍ​ຂອງ​ຕົວ​ອ່ອນ​ແມງວັນ​ໜອນ​ຊອນ​ໃບ​ໃນ​ດາວ​ເຮືອງ

. ໜອນ​ກະ​ທູ້​ຜັກບົ້ງ(Common Cutworm)
ຊື່​ວິທະຍາສາດ: Spodoptera litura (Fabricius)
ຕະກຸນ: Noctuidae
ອັນ​ດັບ: Lepidoptera
1. ຄວາມ​ສຳຄັນ ​ແລະ ລັກສະນະ​ການ​ທຳລາຍ
ບົ້ງ​ເມື່ອ​ຝັກ​ອອກ​ຈາກ​ໄຂ່​ໃໝ່ໆ ຈະ​ຢູ່​ຮ່ວມ​ກຸ່ມ​ແກະ​ກິນ​ຜິວ​ໃບ​ດາວ​ເຮືອງ ​ແລະ ໜອນ​ຈະ​ເລີ່​ມຍ້າຍ​ໄປ​ຕົ້ນ​ອື່ນ​ຫຼັງ​ຈາກພົ້ນ​ໄວ​ທີ່​ສອງໜອນ​ເມື່ອ​ໂຕ​ເຕັມ​ຂະໜາດ 3-4 ຊມ ລັກສະນະ​ເດັ່ນ​ຈະ​ເປັນ​ຈະ​ເນ​ໜອນ​ທີ່​ມີ​ລຳ​ຕົວ​ປ້ອມ​ມີ​ຈຸດ​ສີດຳ​ທີ່​ປ້ອງ​ທີ່​ສາມ ຕົວ​ໜອນ​ຈະ​ເລີ່​ມທຳລາຍ​ຍອດ​ຢ່າງ​ຮຸນ​ແຮງ ສາ​ມາດ​ກັດ​ກິນ​ໃບ, ກ້ານຂອງ​ດອກ​ດາວ​ເຮືອງ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ເນື່ອງ​ຈາກ​ເປັນ​ໜອນ​ທີ່​ມີ​ຂະໜາດ​ໃຫຍ່ ​ແລະ ​ແຜ່​ລະບາດ​ຢ່າງ​ໄວວາ​ຕະຫຼອດ​ປີ ຕົວ​ເຕັມ​ໄວ​ເປັນ​ແມງກະ​ເບື້ອກາງຄືນ
2.   ການ​ປ້ອງ​ກັນ​ກຳຈັດ
1.        ວິທີ​ໂດຍ​ການ​ເກັບ​ເອົາກຸ່ມ​ໄຂ່ ​ແລະ ທຳລາຍ​ໜອນ ພົບ​ວ່າ​ວິທີ​ການ​ນີ້​ສາມາດ​ຫຼຸດ​ການ​​ແຜ່​ລະ
ບາດ​ໄດ້​ຢ່າງ​ຫຼວງ​ຫຼາຍ
2.       ການ​ໃຊ​ເຊື້ອ​ຈຸລິນ​ຊີ​ໄດ້​ແກ່​ເຊື້ອ Bacillus thuringinesis  ( ຊື່​ການ​ຄ້າເຊນ​ທາ​ລີ, ແບກ​ໂທດ​ປິນ,
 ຟອລ໌​ແບກ) ສາມາດ​ຫາ​ຊື້​ໄດ້​ຕາມ​ຮ້ານ​ຂາຍ​ເຄມີ​ ເພື່ອ​ການ​ກະ​ເສດ ​ໃຊ້​ອັດຕາ​ຕາມ​ການ​ແນະນຳ​ຂອງ​ສະຫຼາກ ຄວນ​ພົ່ນ​ສານ​ໃສ່​ໃບ​ທຸກ​ຄັ້ງ ສີດ​ພົ່ນ​ໃນ​ເວລາ​ທີ່​ມີ​ອາກາດ​ເຢັນ 5 ວັນ/ຄັ້ງ​
3.       ການ​ໃຊ້​ສານ​ເຄມີ
ຊື່​ສາມັນ
ຊື່​ສິນຄ້າ
ການ​ທຳລາຍ
ໄຊ​ເປີລ໌​ມິ​ຊິນ
ໄຊ​ເປີລ໌​ມິ​ຊິນ35% EC
20 ຊີ​ຊີ​ຕໍ່​ນ້ຳ20 ລິດ
ອະ​ບາ​ເມັກ​ຕິນ
ແຈ໊​ຄະ​ເກັດ1.8% EC
20 ຊີ​ຊີ​ຕໍ່​ນ້ຳ20 ລິດ
ເດນ​ທາ​ເມ​ຊິນ
ເດ​ຊິດ3% EC
20 ຊີ​ຊີ​ຕໍ່​ນ້ຳ20 ລິດ
ລູ​ເຟນ​ນູ​ລອນ
ແມດຊ໌5% EC
10 ຊີ​ຊີ​ຕໍ່​ນ້ຳ20 ລິດ
ຄອລ໌​ໄຟ​ລີ​ຟອດ
ລອລ໌​ສະ​ແບນ40 EC
20 ຊີ​ຊີ​ຕໍ່​ນ້ຳ20 ລິດ
ເມ​ໂທ​ມິນ
ແລນ​ເນດ40% SP
10 ກຣາມຕໍ່​ນ້ຳ 20 ລິດ

ສ.   ພະຍາດ​ຫ່ຽວ​ເຫຼືອງ Fusarium sp.
ສາເຫດຂອງພະຍາດເກີດຈາກເຊື້ອຮາFusarium oxysporum
1. ລັກສະນະ​ອາການ
ອາການ​ຫ່ຽວ​ທີ່​ເກີດ​ຈາກ​ເຊື້ອ​ລາຟິວຊາຣຽມອາການທີ່ເກີດຈາກເຊື້ອລາຈະປະກົດຊ້າກວ່າເຊື້ອແບັກທີເຣຍດາວເຮືອງຈະສະແດງອາການໃບເຫຼືອງ, ໃບຫ່ຽວຈະເກີດການສະງັດການຈະເລີເຕີບ​​ໂຕ ໂດຍໄລ
ຍະທຳອິດຈະຫ່ຽວຊົ່ວຄາວຄືຈະສະແດງອາການໃບຫ່ຽວສະເພາະເວລາກາງເວນທີ່ມີແສງແດດຮ້ອນແລະມາຮອດກາງຄືນ, ຕອນເຊົ້າກໍ່ຈະຟື້ນຕົວໄລຍະຕໍ່ມາດາເຮືອງຈະສະແດງອາການຫ່ຽວຖາວອນຄະຈະຢືນຕົ້ນແລະແຫ້ງຕາຍໃນທີ່ສຸດການສັງເກດຕາມບໍ່ລິເວນລຳຕົ້ນຈະເປັແຜສີນ້ຳຕານຖ້າຖອນຕົ້ນຂຶ້ນມາຈະເຫັນຮາກມີການຊ້ຳເນົ່າ, ຖ້າຕັດຕົ້ນດາວເຮືອງແລະຜ່າກາງລົງຈະພົບວ່າບໍລິເວນທໍ່ນ້ຳ,ທໍ່ອາຫານຈະຖືກທຳລາຍເປັນສີນ້ຳຕາມ.
2.   ການ​ປ້ອງ​ກັນກຳຈັດ
1.       ກຽມ​ດິນ​ກ່ອນ​ປູກ​ໂດຍ​ການ​ໄຖ, ຕາກ​ແດດ​ປະມານ 7-14 ວັນ​ເພື່ອ​ເປັນ​ການ​ຂ້າ​ເຊື້ອ​ທີ່​ເປັນສາ​ເຫດ​ໃນ​ການ​ເກີດ​ພະຍາດ​ຫ່ຽວ​ເຫຼືອງ​ໃນ​ດິນ
2.       ກ່ອນ​ປູກ​ຄວນນຳ​ເອົາ​ເຊື້ອ​ລາ​ໄຕ​ໂຄ​ເຄນ​ມາ (ເຊື້ອ​ລາ​ໄຕ​ໂຄ​ເຄນ​ມາ ສາມາດ​ຊື້​ໄດ້​ຕາມ​ຮ້ານ​ຂາຍ​ເຄມີ​ການ​ກະ​ເສດ) ປະສົມ​ລົງ​ວັດ​ສະດຸ​ປູກ ຄວນ​ໃສ່​ຢ່າງ​ສະໝຳສະ​ເໝີ​ທຸກ​ເດືອນ​ເພື​ອ່ປ້ອງ​ກັນ​ການ​ເກີດ​ພະຍາດ​ຫ່ຽວ​ເຫຼືອງ.
3.       ການ​ໃຊ້​ສານ​ເຄມີ

Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.