3.1
ປະໂຫຍດ ແລະ ຄວາມສຳຄັນຂອງສາລີ
ສາລີເປັນພືດທີ່ໃຊ້ເປັນອາຫານຄົນ ແລະ ສັດ ຊຶ່ງລວມທັງການນຳໃຊ້ເປັນວັດຖຸດິບປ້ອນ
ເຂົ້າໂຮງງານອຸດສາຫະກຳ ເພາະຢູ່ທຸກສ່ວນຂອງຕົ້ນສາລີລ້ວນແຕ່ມີຄຸນຄ່າໃນການນຳມາໃຊ້ປະ ໂຫຍດເຊັ່ນ: ເມັດ, ເມັດສາລີພົບວ່າບັນຈຸທາດແປ້ງ, ໄຂມັນ ແລະ ທາດຊີ້ນ (Protein) ສາລີ ສາມາດນຳມາໃຊ້ເປັນປະໂຫຍດຢ່າງກວ້າງຂວາງ.
3.1.1 ໃຊ້ເປັນອາຫານຄົນ
ສາລີສາມາດກິນໄດ້ໃນເວລາທີ່ຝັກຍັງອ່ອນໂດຍການປິ້ງ, ຕົ້ມ, ປຸງແຕ່ງເປັນອາ ຫານ ຫຼື ຈຳນຳເອົາເມັດແກ່ມາບົດເປັນແປ້ງ
ແລ້ວນຳໄປຕົ້ມເປັນອາຫານ, ແປຮູບເປັນເຂົ້າໜົມ. ຢູ່ຫຼາຍປະເທດຍັງໃຊ້ສາລີເປັນອາຫານຫຼັກເຊັ່ນ: ປະເທດເມັກຊິກໂກ, ອີຕາລີ, ປ໋ອກຕຸຍການ, ອາຝຼິກາ, ອິນເດຍ, ອິນໂດເນເຊຍ ແລະ ຟີລິບປິນ ເປັນຕົ້ນ.
3.1.2 ໃຊ້ເປັນອາຫານສັດ
ສ່ວນໃຫຍ່ມັກຈະໃຊ້ເມັດສາລີເປັນອາຫານສັດ ເພາະເມັດສາລີປະກອບດ້ວຍ
ທາດແປ້ງ ແລະ ມີທາດອາຫານຫຼາຍຢ່າງທີ່ມີຄຸນຄ່າສູງ, ລາຄາຖືກ. ດັ່ງນັ້ນ, ຈຶ່ງມັກໃຊ້ເປັນອາ ຫານສັດ ໃຫ້ກິນເລີຍ ຫຼື ໃຫ້ໃນຮູບອາຫານສຳເລັດຮູບ. ນອກນີ້ແລ້ວ ໃບ ແລະ
ລຳຕົ້ນຂອງ ສາລີຍັງສາມາດໃຊ້ເປັນອາຫານຈຳພວກສັດຄ້ຽວເອື້ອງໄດ້.
3.1.3 ໃຊ້ໃນທາງອຸດສາຫະກຳ
ສາລີສາມາດນຳໄປໃຊ້ໃນອຸດສາຫະກຳໄດ້ຢ່າງກວ້າງຂວາງ
ເພື່ອແປຮູບເປັນຜະ ລິດຕະພັນອື່ນໆເຊັ່ນ: ແປ້ງ, ນ້ຳມັນ, ນ້ຳສົ້ມ, ເຫຼົ້າ, ເບຍ, ປຼາສຕິກ ແລະ ອື່ນໆຫຼາຍຢ່າງ.
ສ່ວນຕ່າງໆຂອງເມັດ
|
ທາດແປ້ງ
|
ທາດຊີ້ນ
|
ໄຂມັນ
|
ນ້ຳຕານ
|
ແຮ່ທາດ
|
ໝົດທັງເມັດ
|
73.5
|
9
|
4.3
|
1.9
|
1.5
|
Endosperm
|
87.6
|
7
|
0.83
|
0.62
|
0.33
|
ເປືອກຫຸ້ມເມັດ
|
8
|
18.3
|
33.5
|
10.5
|
10.6
|
ເຍື່ອຫຸ້ມເມັດ
|
7
|
4.3
|
1.4
|
-
|
0.9
|
3.2
ລັກສະນະພຶກສາດຂອງສາລີ
3.2.1 ຮາກ (Roots)
ສາລີມີລະບົບຮາກຝອຍ, ຮາກຂອງສາລີຈະເລີນອອກມາຈາກຈາວອ່ອນ ເອີ້ນ ວ່າ: ຮາກທຳອິດ (Primary root) ເປັນຮາກທີ່ພັດທະນາມາຈາກຈາວອ່ອນ
ແລະ ຕໍ່ມາຈະມີ ຮາກແໜງແຕກອອກມາເອີ້ນວ່າ:
Secondary root ຊຶ່ງຈະເປັນຮາກຖາວອນ, ຮາກທຳອິດຈະ ສູນຫາຍໄປເມື່ອຕົ້ນສາລີມີອາຍຸປະມານ 7-10 ວັນ ຫຼັງຈາກງອກ. ນອກຈາກນີ້ແລ້ວຍັງມີຮາກທີ່
ແຕກອອກມາຈາກຂໍ້ທີ່ຢູ່ເທິງໜ້າດິນເອີ້ນວ່າ ຮາກອາກາດ.
3.2.2 ລຳຕົ້ນ (Stem)
ລຳຕົ້ນປະກອບດ້ວຍຂໍ້ ແລະ ປ້ອງ, ບໍລິເວນຂໍ້ມີເນື້ອເຍື່ອຈະເລີນໄປເປັນຮາກ, ມີຕາ ແລະ ຮວຍກາບໃບ. ລຳຕົ້ນສາລີມີລັກສະນະມົນກົມ
ທາງດ້ານນອກມີລັກສະນະແຂງ, ທາງໃນປະກອບມີກຸ່ມຈຸລັງ ແລະ ບັນດາທໍ່ນ້ຳ, ທໍ່ອາຫານ. ເມື່ອລຳຕົ້ນແກ່ ຫຼື
ແຫ້ງຈະມີລັກສະ ນະເປັນຟອງ.
3.2.3 ໃບ (Leaf)
ໃບຂອງສາລີປະກອບດ້ວຍກາບໃບ ແລະ ແຜ່ນໃບ, ກາບໃບຈະຫຸ້ມຫໍ່ເອົາລຳຕົ້ນ, ແຜ່ນໃບຈະມີເສັ້ນກາງໃບ (Midrib) ທີ່ຍາວໄປຕາມແຜ່ນໃບ, ແຜ່ນໃບດ້ານເທິງຈະ
ມີຂົນ ເພື່ອເພີ່ມພື້ນທີ່ໃນການຮັບແສງ, ສ່ວນແຜ່ນໃບດ້ານລຸ່ມຈະມີປາກໃບຢູ່ຈຳນວນຫຼວງຫຼາຍ.
3.2.4 ດອກ (Flower)
ສາລີມີດອກຜູ້ ແລະ ດອກແມ່ຢູ່ໃນຕົ້ນດຽວກັນ ແຕ່ຢູ່ຕ່າງຕຳແໜ່ງກັນ
ດອກຜູ້ ເອີ້ນວ່າ: Tassel, ດອກແມ່ເອີ້ນວ່າ: Ear.
ກ. ດອກຜູ້
ດອກຜູ້ຂອງສາລີມີຢູ່ສ່ວນປາຍສຸດຂອງລຳຕົ້ນ ຈະເປັນຊໍ່ດອກ ແບບ Panicle ຊໍ່ດອກໜຶ່ງຈະມີຫຼາຍດອກຍ່ອຍ (Spikelet) ຊຶ່ງເກີດເປັນຄູ່ແຕ່ບໍ່ມີກ້ານດອກ, ດອກຍ່ອຍຈັບກັນຢູ່ເປັນຄູ່
ໃນແຕ່ລະດອກຍ່ອຍ ປະກອບມີ 2 ກີບຄື: ກີບໃຫຍ່ (Lemma) ແລະ ກີບນ້ອຍ (Palea) ດອກຍ່ອຍແຕ່ລະດອກ ມີເກສອນຜູ້ 3 ອັນ, ເກສອນຜູ້ອັນໜຶ່ງ ຈະມີເຍື່ອ ຜະລິດລະອອງເກສອນຜູ້ 2 ອັນ ແລະ ມີເກສອນແມ່ທີ່ບໍ່ເຮັດໜ້າທີ່ໃນການປະສົມພັນ 1 ອັນ (Rudimentary Pistil), ຊໍ່ດອກຈະໂຮຍເມັດລະອອງເກສອນຜູ້ປະມານ 5-8 ວັນ.
ຂ. ດອກແມ່ ຫຼື ຝັກ
ເກີດຈາກການຈະເລີນເຕີບໂຕຂອງຕາ ທີ່ຢູ່ລະຫວ່າງ ມູມໃບທີ 6 ນັບຈາກໃບເທິງລົງມາ, ຝັກສາລີເປັນຊໍ່ດອກແບບ Spike. ການພັດທະນາຂອງ ຝັກຈະເລີ່ມຂຶ້ນເມື່ອສາລີມີອາຍຸປະມານ 40-45 ວັນຫຼັງງອກ. ຝັກ ແລະ ກ້ານຂອງສາລີ
ຖືກຫຸ້ມດ້ວຍກາບໃບ ຫຼື ເປືອກຫຸ້ມຝັກ, ໃນຝັກໜຶ່ງໆຈະປະກອບດ້ວຍດອກຍ່ອຍຫຼາຍດອກ ທີ່ ຈັບຮຽງກັນເປັນແຖວຍາວຢູ່ເທິງແກນ ໂດຍມີກ້ານດອກສັ້ນໆ, ດອກໃຫຍ່ຍດອກໜຶ່ງປະກອບດ້ວຍກີບໃຫຍ່ Lemma ແລະ ກີບນ້ອຍ Palea ຊຶ່ງລວມກັນແລ້ວເອີ້ນວ່າ Chaff ຈະມີຮັງໄຂ່ 1 ອັນ ແລະ ມີກ້ານຮັບລະອອງເກສອນຜູ້ໜຶ່ງອັນຍາວປະມານ 30 cm ເອີ້ນວ່າເສັ້ນໄໝ, ໄໝແຕ່ລະເສັ້ນຈະມີຂົນ, ສາມາດຮັບເອົາລະອອງເກສອນຜູ້ຕະຫຼອດຄວາມຍາວ, ເສັ້ນໄໝທີ່ຢູ່ບໍລິເວນໂຄນຝັກຈະເກີດກ່ອນ. ດັ່ງນັນ, ເມັດທີ່ຢູ່ບໍລິເວນກາງຝັກຈຶ່ງມີຄວາມສົມບູນ ແລະ ມີຂະ ໜາດໃຫຍ່ກວ່າ. ຝັກສາລີຝັກໜຶ່ງຈະມີເສັ້ນໄໝເທົ່າກັບຈຳນວນດອກໃນຝັກ. ດັ່ງນັ້ນ, ຝັກໜຶ່ງຈະມີເສັ້ນໄໝປະມານ 400 - 1,000 ເສັ້ນ ສາມາດເຮັດໃຫ້ມີເມັດປະມານ 400 - 1,000 ເມັດ.
3.2.5 ໝາກ ຫຼື ເມັດ (Fruit, grain)
ເມັດສາລີມີເຍື່ອຫຸ້ມເມັດທີ່ເອີ້ນວ່າ Percap ຕິດຢູ່ຊັ້ນນອກຂອງເຍື່ອຫຸ້ມເມັດ ມີເຍື່ອບາງໆໃສ ບໍ່ມີສີ, ເຍື່ອຫຸ້ມເມັດ ແລະ ເຍື່ອບາງໆນີ້ລວມກັນເອີ້ນວ່າ Hull ເມັດສາລີສະສົມແປ້ງໄວ້ຢູ່ທີ່ສ່ວນຂອງ Endosperm, ການສະສົມແປ້ງໃນເມັດນີ້ ຈະມີການສິ້ນສຸດໃນເມື່ອເມັດມີການຈະເລີນເຕີບໂຕເຕັມທີ່ ເມື່ອສາລີສຸກແກ່ທາງສະລິລະສາດຂອງເມັດ ຈະປະກົດມີສີດຳ ຫຼື ສີນ້ຳຕານຢູ່ບໍລິເວນກົກເມັດ, ເມັດສາລີປະກອບດ້ວຍທາງແປ້ງ, ຈາວ ແລະ ເຍື່ອຫຸ້ມເມັດ.
3.3
ການຈຳແນກຊະນິດຂອງສາລີ
ໂດຍທົ່ວໄປແລ້ວການຈຳແນກສາລີໂດຍອີງໃສ່ຊະນິດຂອງແປ້ງໃນເມັດ ແລະ ເປືອກຫຸ້ມຝັກໄດ້ແບ່ງອອກເປັນ 7 ຊະນິດດ້ວຍກັນຄື:
3.3.1 ສາລີປ່າ (Pod corn)
ເປັນສາລີທີ່ເກົ່າແກ່ມີຖິ່ນກຳເນີດຢູ່ບໍລິເວນອາເມລິກາກາງ, ສາລີປ່າແຕ່ລະເມັດ ຈະມີເປືອກຫຸ້ມເມັດຢ່າງດີຄືກັນກັບເມັດຫຍ້າ ແລະ ຍັງມີເປືອກຫຸ້ມຝັກຢູ່ຊັ້ນນອກອີກດ້ວຍ.
ເມັດ ຈະມີຮູບຮ່າງລັກສະນະ ແລະ ສີສັນຫຼາຍຢ່າງແຕກຕ່າງກັນໄປ, ລັກສະນະນີ້ຖືກຄວບຄຸມດ້ວຍ ຢີນ TU ຢູ່ເທິງໂຄຼໂມໂຊມຄູ່ທີ 4.
3.3.2 ສາລີຂົ້ວ (Popcorn)
ສາລີຂົ້ວຈັດຢູ່ໃນ subspecies indurate ເປັນສາລີທີ່ມີແປ້ງຊະນິດແຂງຢູ່ອ້ອມ
ຮອບຢ່າງໜາແໜ້ນ ແລະ ມີແປ້ງຊະນິດທີ່ອ່ອນເປັນອົງປະກອບເລັກນ້ອຍຢູ່ທາງໃນລັກສະນະ ຂອງເມັດມີ 2 ລັກສະນະຄືເມັດຮຽວແຫຼມຄ້າຍຄືເມັດເຂົ້າຊຶ່ງເອີ້ນວ່າ rice popcorn ແລະ ພວກທີ່ມີລັກສະນະເມັດກົມເອີ້ນວ່າ
pearl popcorn. ສາລີຊະນິດນີ້
ເມື່ອເມັດໄດ້ຮັບຄວາມຮ້ອນ ແຮງ ຈະຂະຫຍາຍໂຕສ້າງຄວາມດັນຂຶ້ນພາຍໃນຈົນກະທັ້ງແປ້ງທີ່ແໜ້ນໜາເພີ່ມບໍລິມາດຂຶ້ນເຖິງ 25-30 ເທົ່າຕົວ.
3.3.3 ສາລີຫົວແຂງ (Flint corn)
ສາລີຫົວແຂງນີ້ຈັດຢູ່ໃນ subspecies indurate ເປັນສາລີທີ່ມີແປ້ງຢູ່ດ້ານເທິງ
ເປັນອົງປະກອບສ່ວນໃຫຍ່ ແລະ ມີແປ້ງອ່ອນຢູ່ເຄິ່ງກາງ ຫຼື ອາດຈະບໍ່ມີເລີຍ ເມື່ອເມັດແກ່ແຫ້ງ
ຈະບໍ່ມີຈຸດຫຼຸບຢູ່ດ້ານເທິງ ລັກສະນະດັ່ງກ່າວນີ້ຖືກຄວບຄຸມດ້ວຍຢີນ FL ເທິງໂຄຼໂມໂຊມຄູ່ທີ 2.
3.3.4 ສາລີຫົວຫຼຸບ (Dent corn)
ຈັດຢູ່ໃນ subspecies
inclentata ເປັນສາລີທີ່ມີແປ້ງອ່ອນຢູ່ທາງກາງ ແລະ ດ້ານເທິງຂອງເມັດ. ສ່ວນແປ້ງແຂງຢູ່ອ້ອມຮອບທາງຂ້າງ
ແລະ ດ້ານລຸ່ມເມື່ອເມັດແກ່ ແລະ ແຫ້ງຈະເຮັດໃຫ້ແປ້ງອ່ອນທີ່ຢູ່ດ້ານເທິງຫົດຕົວເຂົ້າ ເມັດຈຶ່ງເກີດມີຮອບຫຼຸບຢູ່ດ້ານເທິງ.
3.3.5 ສາລີແປ້ງ (Flour corn)
ສາລີຊະນິດນີ້ຈັດຢູ່ໃນ subspecies amylase ເປັນສາລີທີ່ມີແປ້ງອ່ອນ
ເປັນ ອົງປະກອບສ່ວນໃຫຍ່ ຫຼື ເກືອບທັງໝົດ ພຽງແຕ່ມີແປ້ງແຂງບາງໆຢູ່ທາງໃນຂອງເມັດ ເມື່ອເມັດ
ສາລີແກ່ ແລະ ແຫ້ງ ການຫົດຕົວຂອງແປ້ງຈະເທົ່າໆກັນ ຈຶ່ງເຮັດໃຫ້ເມັດສາລີມີຮູບຮ່າງຄ້າຍຄື
ກັບສາລີຫົວແຂງ ແຕ່ມີລັກສະນະຕືບແສງ ລັກສະນະດັ່ງກ່າວນີ້ຖືກຄວບຄຸມດ້ວຍຢີນ FL ເທິງ ໂຄຼໂມໂຊມຄູ່ທີ 2.
3.3.6 ສາລີຫວານ (Sweet corn)
ສາລີຊະນິດນີ້ຈັດຢູ່ໃນ subspecies saccharata ເປັນສາລີທີ່ບັນຈຸນ້ຳຕານ
ຫຼາຍ ແລະ ປ່ຽນໄປເປັນແປ້ງທີ່ບໍ່ສົມບູນ, ເມື່ອເມັດແກ່ ແລະ ແຫ້ງ ເມັດຈະຫ່ຽວ. ລັກສະນະ ຂອງສາລີຫວານຖືກຄວບຄຸມດ້ວຍຢີນຫຼາຍກຸ່ມເຊັ່ນ: ກຸ່ມ Sugary (SU) ຢູ່ເທິງໂຄຼໂມໂຊມຄູ່ທີ
4, ກຸ່ມ Shrunken 2 (Sh2) ຢູ່ເທິງໂຄຼໂມໂຊມຄູ່ທີ 2 ແລະ ຢີນ Brittle ຢູ່ເທິງໂຄຼໂມໂຊມຄູ່ທີ 5.
3.3.7 ສາລີໜຽວ (Waxy corn)
ເມັດປະກອບດ້ວຍແປ້ງອ່ອນທີ່ມີຄວາມໜຽວ
ເນື່ອງຈາກອົງປະກອບຂອງແປ້ງ ສ່ວນໃຫຍ່ປະກອບດ້ວຍແປ້ງ Amylopectin ເມື່ອທຽບໃສ່ແປ້ງ Amylose ມີປະລິມານ 73:23
3.4
ສະພາບແວດລ້ອມທີ່ເໝາະສົມແກ່ການປູກສາລີ
3.4.1 ດິນ
ສາມາດຈະເລີນເຕີບໂຕໄດ້ດີໃນດິນທີ່ມີເນື້ອດິນພຸຜຸ່ຍ ເພາະເປັນດິນທີ່ສາມາດຮັກສາຄວາມຊຸ່ມໄວ້ໄດ້ດີສົມຄວນ, ຊັ້ນດິນມີຄວາມເລິກປະມານ 60 cm, ມີຄວາມເປັນກົດເປັນດ່າງຢູ່ລະຫວ່າງ 6.0-7.0 ແມ່ນເໝາະສົມທີ່ສຸດ. ຫາກດິນເປັນກົດຕ່ຳກວ່າ 5.0 ລົງມາຈະເຮັດໃຫ້ດິນເປັນຜິດ ເນື່ອງຈາກຂາດທາດອາລູມີນຽມ (Al), ແມັງການີສ (Mn) ແລະ ເຫຼັກ (Fe). ແຕ່ຖ້າສະພາບຂອງດິນຫາກເປັນດ່າງສູງກວ່າ 8.0 ຈະເຮັດໃຫ້ສາລີຂາດທາດອາຫານ ເນື່ອງຈາກວ່າຕົ້ນສາລີບໍ່ສາມາດດູດທາດອາຫານມາໃຊ້ປະໂຫຍດໄດ້ ໂດຍສະເພາະທາດຟອສຟໍຣັສ (P), ສັງກະສີ (Zn) ແລະ ທາດເຫຼັກ (Fe).
3.4.2 ປະລິມານນ້ຳຝົນ
ເນື່ອງຈາກການປູກສາລີໃນປະເທດເຮົາແມ່ນອາໄສນ້ຳຝົນເປັນຫຼັກ, ປະລິມານນ້ຳທີ່ສາລີຕ້ອງການຕັ້ງແຕ່ປູກຈົນເຖິງເກັບກ່ຽວປະມານ 400-650 mm. ແຕ່ປະລິມານນ້ຳທີ່ຕົ້ນສາລີຕ້ອງການຫຼາຍໜ້ອຍນັ້ນແມ່ນຂຶ້ນຢູ່ກັບລະດູການປູກ, ສະພາບຂອງດິນ, ຄວາມຊຸ່ມ ແລະ ອຸນຫະພູມອີກດ້ວຍ.
3.4.3 ສະພາບອາກາດ
ສາລີປູກໃນເຂດຮ້ອນ ແລະ ເຂດເຄິ່ງຮ້ອນ ເປັນພືດວັນສັ້ນ. ດັ່ງນັ້ນ, ຖ້າຫາກນຳໄປປູກໃນສະພາບວັນຍາວ ອາຍຸຂອງສາລີກໍຈະແກ່ຍາວຈາກປົກກະຕິ ແລະ ສະພາບອາກາດທີ່ເໝາະສົມໃນກາງເວັນ 19°C ແລະ ກາງຄືນ 13°C.
3.5
ການປູກສາລີ
3.5.1 ການກຽມດິນ
ກ. ການກຽມດິນເຕັມຮູບແບບດ້ວຍການໄຖ (Complete tillage)
ການກຽມດິນໂດຍໃຊ້ເຄື່ອງມືຊ່ວຍແຮງດ້ວຍການໄຖ ພວນດິນ, ການໄຖ ພວນເລິກປະມານ 30 cm. ສ່ວນໃຫຍ່ມັກຈະໃຊ້ລົດໄຖຂະໜາດໃຫຍ່ ໂດຍໃຊ້ໄຖ 3 ຈານໄຖ ເພື່ອພິກປີ້ນດິນຖົມເສຍວັດຊະພືດປະໄວ້ປະມານ 7-10 ວັນ ແລ້ວຈຶ່ງຄາດເພື່ອໃຫ້ດິນແຕກເປັນ
ກ້ອນນ້ອຍເໝາະແກ່ການປູກສາລີ. ການກຽມດິນດ້ວຍການໄຖຄາດນີ້ເໝາະສຳລັບພື້ນທີ່ຮາບພຽງ ແລະ ໜ້າດິນສະໝ່ຳສະເໝີເທົ່ານັ້ນ.
ຂ. ການໄຖດິນໂດຍບໍ່ໄຖພວນ (Minimum tillage or no tillage)
ເປັນການກຽມດິນໂດຍໃຊ້ຈົກ ຫຼື ແວກເສຍຫຍ້າເພື່ອໃຫ້ພື້ນທີ່ກ້ຽງ
ເໝາະ ແກ່ການປູກ. ວິທີນີ້ເປັນວິທີທີ່ຊາວກະສິກອນນິຍົມປະຕິບັດຫຼາຍ
ແລະ ບໍ່ສິ້ນເປືອງຕົ້ນທຶນ ຫຼາຍ ແລະ ເໝາະສົມໃນພື້ນທີ່ດິນທົ່ວໆໄປ.
3.5.2 ວິທີການປູກ ແລະ ໄລຍະຫ່າງທີ່ເໝາະສົມ
ເປັນການກຽມດິນໂດຍໃຊ້ຈົກ ຫຼື ແວກເສຍຫຍ້າເພື່ອໃຫ້ພື້ນທີ່ກ້ຽງ
ເໝາະ ແກ່ການປູກ. ວິທີນີ້ເປັນວິທີທີ່ຊາວກະສິກອນນິຍົມປະຕິບັດຫຼາຍ
ແລະ ບໍ່ສິ້ນເປືອງຕົ້ນທຶນ ຫຼາຍ ແລະ ເໝາະສົມໃນພື້ນທີ່ດິນທົ່ວໆໄປ.
ກ. ວິທີການປູກສາລີ
ການປູກສາລີໂດຍທົ່ວໄປແລ້ວ ສາມາດແຍກໄດ້ເປັນ 3 ວິທີດ້ວຍກັນຄື:
-
ການປູກແບບທຳມະດາ: ເປັນວິທີການທີ່ຊາວສວນນິຍົມກັນມາດົນ
ນານ ແລ້ວ ຊຶ່ງການປູກແມ່ນໃຊ້ຈົກ, ສຽມຂຸດເປັນຂຸມ ຫຼື ໃຊ້ໄມ້ແຫຼມສັກ (ໄມ້ລຸ້ງສັກ) ເປັນຂຸມ ແລ້ວຈຶ່ງຢອດເມັດໃສ່ຕາມຄວາມຕ້ອງການ ແຕ່ການປູກແບບນີ້ເຮັດໃຫ້ໄລຍະຫ່າງລະຫວ່າງຕົ້ນ
ແລະ ຄວາມເລິກຂອງຂຸມບໍ່ສະໝ່ຳສະເໝີ.
-
ການປູກເປັນແຖວແບບຍົກຮ່ອງ: ການກຽມດິນປູກໂດຍໄຖພວນພຽງ
ແຕ່ໃຊ້ໄຖຫົວໝູຕິດກັບລົດໄຖນາເດີນຕາມ ຫຼື ໃຊ້ສັດລາກແກ່ຍົກເປັນຮ່ອງແລ້ວຈຶ່ງປູກຕາມຄູ, ການປູກແມ່ນໃຊ້ແຮງງານຄົນປູກໂດຍການຢອດເມັດ. ການປູກແບບນີ້ໄລຍະຫ່າງແມ່ນສະໝ່ຳສະເໝີດີ
ແຕ່ເໝາະສຳລັບພື້ນທີ່ກຽມດິນໂດຍການໄຖ ພວນເທົ່ານັ້ນ.
-
ການປູກໂດຍໃຊ້ເຄື່ອງປູກ: ໂດຍໃຊ້ເຄື່ອງປູກຕິດທ້າຍລົດໄຖໃຫຍ່
ແລ້ວລາກໄປຕາມພື້ນທີ່ທີ່ຈະປູກ ການປູກແບບນີ້ໄລຍະຫ່າງລະຫວ່າງແຖວ ແລະ ຕົ້ນທັງຄວາມ ເລິກຂອງຂຸມສາມາດກຳນົດໄດ້ແນ່ນອນ. ການປູກວິທີນີ້ເໝາະສຳລັບການປູກໃນພື້ນທີ່ກວ້າງຂວາງ
ປູກເພື່ອເປັນສິນຄ້າ.
ຂ. ໄລຍະປູກທີ່ເໝາະສົມ
ການປູກສາລີໂດຍໃຊ້ໄລຍະຫ່າງຫຼາຍ ແລະ ໃຊ້ຈຳນວນຕົ້ນຕໍ່ສຸມຫຼາຍ ຈະເກີດບັນຫາການຍາດແຍ່ງອາຫານ
ແລະ ແສງແດດລະຫວ່າງ ຕົ້ນສາລີຢູ່ໃນສຸມດຽວກັນ ເຮັດໃຫ້ຕົ້ນສາລີຈະເລີນເຕີບໂຕບໍ່ສະໝ່ຳສະເໝີ. ດັ່ງນັ້ນ, ຄວນປູກ ສາລີໃນໄລຍະຫ່າງຕົ້ນ
ແລະ ແຖວປະມານ 50 x 75 cm, ຄວາມເລິກຂອງຂຸມ
ປະມານ 3-5 cm ແລະ ຈົ່ງໄວ້ 2 ຕົ້ນ/ຂຸມ. ມາດຕະຖານຂອງຈໍານວນຕົ້ນທີ່ປູກ
ຕໍ່ໄລ່ແມ່ນ 8,500 ຕົ້ນຕໍ່ໄຣ່.
ຕົວຢ່າງ: ຖ້າຕ້ອງການປູກສາລີໃນໄລຍະຫ່າງ 75 x 25 cm, ຄິດໄລ່ຈຳນວນ ຕົ້ນສາລີຕໍ່ໜຶ່ງຕາແມັດດັ່ງນີ້:
1÷ (0.75 x 0.25) = 5.33 ຕົ້ນ
1 ເຮັກຕາ = 6.25 ໄລ່
1 ໄລ່ = 1,600 ຕາແມັດ
ຖ້ານ້ຳໜັກ1,000 ເມັດ ໜັກ 350 ກຼາມ ຈະຕ້ອງໃຊ້ເມັດພັນ kg/rai ເທົ່ານີ້:
(1 + 5.33) x 350 ÷ 625 =
3.54 kg/rai
1 ເຮັກຕາ = 6.25 ໄລ່
1 ໄລ່ = 1.600 ຕາແມັດ
3.6
ການບົວລະບັດຮັກສາ
3.6.1 ການໃຫ້ນ້ຳ
ສາລີແມ່ນພືດທີ່ຕ້ອງການນ້ຳຄືກັບພືດຊະນິດອື່ນໆ ໂດຍທົ່ວໄປແລ້ວສາລີຈະໃຫ້
ຜົນຜະລິດສູງ ຫາກມີນ້ຳພຽງພໍກັບຄວາມຕ້ອງການ ແຕ່ຄວາມຕ້ອງການນ້ຳແມ່ນແຕກຕ່າງກັນ ໄປຕາມແຕ່ລະໄລຍະການຈະເລີນເຕີບໂຕ.
ການໃຫ້ນ້ຳແກ່ສາລີມີ 2 ວິທີຄື: ການໃຫ້ນ້ຳແບບສະປຼິງເກີ (Sprinkler) ແລະ ການໃຫ້ນ້ຳແບບຖ້ວມໜານ.
3.6.2 ການໃສ່ຝຸ່ນ
ເພື່ອໃຫ້ການປູກສາລີໄດ້ຜົນຜະລິດສູງ ຄວນໃສ່ຝຸ່ນແກ່ສາລີ ແຕ່ການໃສ່ຝຸ່ນ
ຫຼາຍ ຫຼື ໜ້ອຍນັ້ນແມ່ນຂຶ້ນກັບຄວາມອຸດົມສົມບູນຂອງດິນ, ຖ້າຈະໃສ່ຝຸ່ນໃຫ້ສາລີແມ່ນແນະນຳ ໃຫ້ໃສ່ຝຸ່ນສູດ 16-20-00 ຫຼື 20-20-00 ໃນອັດຕາ 30-50 kg/rai, ແຕ່ຖ້າເປັນດິນຊາຍໃຫ້ໃສ່
ຫຼັງການປູກ ຄວນໃສ່ຫຼັງຈາກປູກ 20-25 ວັນ ແຕ່ສິ່ງສຳຄັນນັ້ນຄືກ່ອນການໃສ່ຝຸ່ນ ຕ້ອງກຳຈັດ ວັດຊະພືດໃຫ້ໝົດກ່ອນ.
3.6.3 ການກຳຈັດວັດຊະພືດ
ວັດຊະພືດທີ່ເກີດຂຶ້ນຢູ່ໄຮ່ສາລີ
ສ່ວນໃຫຍ່ແມ່ນເກີດມາຈາກເມັດວັດຊະພືດ ແລະ ສ່ວນຂະຫຍາຍພັນອື່ນໆທີ່ຕົກຄ້າງຢູ່ໃນດິນເຊັ່ນ: ເສດຫຍ້າທີ່ບໍ່ຕາຍ, ຫຍ້າແຫ້ວໝູ, ວັດຊະພືດເຫຼົ່ານີ້
ຈະເປັນບັນຫາຮຸນແຮງຕໍ່ຕົ້ນສາລີ ເພາະວັດຊະພືດຈະຍາດແຍ່ງທາດອາຫານຈາກຕົ້ນສາ ລີ. ດັ່ງນັ້ນ, ຫາກເຫັນວ່າວັດຊະພືດເຕີບໂຕຂຶ້ນມາຫຼາຍ
ຄວນກຳຈັດໃຫ້ໝົດໄປ. ໃນການປູກ ສາລີລະດູການໜຶ່ງຕ້ອງໄດ້ກຳຈັດວັດຊະພືດປະມານ 2-3 ຄັ້ງ.
3.7
ແມງໄມ້ສັດຕູສາລີ
ແມງໄມ້ສັດຕູພືດຂອງສາລີມີຢູ່ຫຼາຍຊະນິດ ແຕ່ຊະນິດທີ່ມັກຈະພົບເຫັນຫຼາຍມີຄື: ຕັກແຕນ, ໜອນເຈາະຝັກສາລີ, ມອດສາລີ, ດ້ວງເຈາະລຳຕົ້ນ.
3.7.1 ໜອນເຈາະຝັກສາລີ (Corn earworm)
ໜອນເຈາະຝັກຈະທຳລາຍສາລີໃນຊ່ວງເປັນຝັກ ໂດຍການເຈາະກິນເສັ້ນໄໝ ເຂົ້າໄປກິນຢູ່ໃນຝັກ, ຖ້າແມ່ນສາລີຫວານ ແລະ
ສາລີທີ່ກິນຝັກອ່ອນ ຈະເຮັດໃຫ້ເສຍຫາຍ ແລະ ການແຜ່ລະບາດຂອງໜອນ ຖ້າແມ່ນຢູ່ໃນຊ່ວງກ່ອນການປະສົມພັນແລ້ວ
ຈະເຮັດໃຫ້ສາລີມີເມັດ ບໍ່ເຕັມຝັກ.
3.7.2 ມອດສາລີ (Maize weevil)
ເປັນແມງໄມ້ທີ່ເປັນອັນຕະລາຍ ໃນການເກັບຮັກສາເມັດສາລີ
ໂດຍມອດສາລີ ຈະເຈາະເຂົ້າໄປກິນທາງໃນຂອງເມັດ ເຮັດໃຫ້ເມັດສາລີເປັນຮູນ້ອຍໆ, ໂຕແມ່ຈະວາງໄຂ່ຢູ່ພາຍ
ໃນເມັດ ແລ້ວໄຂ່ກໍຈະເບາະອອກເປັນໂຕໜອນ ກັດກິນແປ້ງສາລີໃນເມັດ ຈົນກວ່າເຂົ້າດັກແດ້, ໂຕແກ່ເປັນແມງປີກແຂງນ້ອຍໆ
ຊຶ່ງມີອາຍຸຢູ່ໄດ້ດົນເຖິງ 2-3 ເດືອນ.
·
ການປ້ອງກັນ
- ເຮັດຄວາມສະອາດໃນເລົ້າສາງ
- ເກັບຮັກສາເມັດທີ່ມີຄວາມຊຸ່ມຕ່ຳປະມານ 12-13%
- ເລົ້າສາງຕ້ອງມີອຸນຫະພູມຕ່ຳກວ່າ 10°C
- ເກັບແບບພື້ນບ້ານໂດຍເອົາໄປຢ້າງໄຟໄວ້
3.7.3 ຕັກແຕນ (Patina, Bombay locust)
ຕັກແຕນມີຊື່ວິທະຍາສາດວ່າ Patanga succinct L ເປັນແມງໄມ້ສັດຕູສາລີທີ່ ເປັນອັນຕະລາຍຢູ່ໃນຫຼາຍທ້ອງຖິ່ນ ໂດຍສະເພາະບ່ອນທີ່ມີການຖາງປ່າ
ເຮັດໃຫ້ມີອາຫານອຸດົມ ສົມບູນ ຕັກແຕນຈະແຜ່ຂະຫຍາຍໄດ້ຢ່າງວ່ອງໄວ, ທຳລາຍຕົ້ນສາລີ ໂດຍການກັດກິນໃບ
ແລະ ລຳຕົ້ນທີ່ອ່ອນ ເຮັດໃຫ້ເກີດຄວາມເສຍຫາຍໃນບໍລິເວນກວ້າງຂວາງ, ຕັກແຕນຈະແຜ່ລະບາດ
ຫຼາຍໃນບ່ອນທີ່ມີອາກາດແຫ້ງແລ້ງ.
·
ການປ້ອງກັນກຳຈັດ
-
ກຽມດິນໃຫ້ລະອຽດ
-
ໃຊ້ໄຟລໍ້ຈັບທຳລາຍຖິ້ມ
-
ປູກສາລີສະລັບກັບພືດອື່ນ
-
ເຮັດຄວາມສະອາດໃນແປງປູກສະເໝີ
- ໃຊ້ສານເຄມີພວກຖືກໂຕຕາຍເຊັ່ນ: BSC 60% 3 kg/rai ຫຼື ພວກ Azorean 60% EC 20 ລີດສີດ.
No comments:
Post a Comment