ເຕັກນິກການເຮັດຝຸ່ນບົ່ມປັບປຸງບໍາລຸງດິນ
1. ວິທີການເຮັດຝຸ່ນບົ່ມ1.1 ຝຸ່ນບົ່ມແມ່ນຫຍັງ
ແມ່ນຝຸ່ນອິນຊີຊະນິດໜຶ່ງທີ່ໄດ້ຈາກການນໍາເອົາເສດພືດຕ່າງໆມາບົ່ມໄວ້ໃຫ້ຜຸເປື່ອຍ ໂດຍກິດຈະ
ກໍາຂອງຈຸລິນຊີຈົນກາຍຈາກສະພາບເດີມມາເປັນສີນໍ້າຕານປົນດໍາທີ່ມີລັກສະນະອ່ອນ ແລະ
ບໍ່ມີກິ່ນເໝັນ.
ວິທີການເຮັດຝຸ່ນບົ່ມ
1.2 ຄຸນປະໂຫຍດຂອງຝຸ່ນບົ່ມ
ຊ່ວຍໃນການປັບປຸງບໍາລຸງດິນ
ເພີ່ມປະລິມານອິນວັດຖຸຊີເຮັດໃຫ້ດິນຜຸຜຸ່ຍສະດວກ
ໃນການກຽມດິນເພີ່ມການລະບາຍອາກາດ ແລະ ນໍ້າໃນດິນໜຽວ
ແລະເພີ່ມຄວາມສາມາດ
ໃນການອູ່ມນໍ້າໃນດິນຊາຍ.ຊ່ວຍຫຼຸດຜ່ອນໃນການໃຊ້ຝຸ່ນເຄມີໄດ້ສ່ວນໜຶ່ງ
ແລະ
ເພີມຜົນຜະລິດທາງດ້ານກະສິກໍາໄດ້ດີທັງ
ເປັນວັດຖຸທີ່ຫາໄດງ່າຍຍູ່ໃນທ້ອງຖິ່ນ.
ຊ່ວຍກໍາຈັດເສດພືດ ແລະ
ວັດສະພືດທັງຫຼາຍໃຫ້ໝົດໄປ, ເຮັດໃຫ້ສະພາບແວດລ້ອມ,ບໍລິເວນທີ່ຢູ່ອາໄສ,
ໄຮ່ນາຕະຫຼອດຮອດແມ່ນໍ້າລໍາເຊສະອາດ
ຊ່ວຍລຸດຜ່ອນການເກີດອຸປະຕິເຫດຈາກການຈູດເຜົາທໍາລາຍເສດພືດໂດຍບໍ່ຖືກຕ້ອງຕາມວິທີ.
1.3
ວັດຖຸທີ່ໃຊ້ເຮັດຝຸ່ນບົ່ມ.
1.
ເສດພືດຕ່າງໆທີ່ເປັນວັດຖຸເສດເຫຼືອຈາກໄຮ່,ນາເຊັ່ນ:
ເຟືອງ,ຕໍເຟືອງ,ຕົ້ນແລະລໍາສາລີ,ເປືອກໝາກຖົ່ວ,ເສດຫຫຍ້າ
ແລະໃບໄມ້ທຸກຊະນິດທີ່ເປັນໃບໄມ້ທີ່ຍ່ອຍສະຫຼາຍໄດ້ງ່າຍ
2. ວັດຖຸເສດເຫຼືອຈາກໂຮງງານອຸດສາຫະກໍາຕ່າງໆເຊັ່ນ: ຂີ້ແກບ,
ຂີ້ເລື່ອຍ, ເສດອ້ອຍ ແລະ ອື່ນໆ
3. ເປັນອົງປະກອບເຊັ່ນ: ຝຸ່ນເລັ່ງເພື່ອໃຊ້ເປັນແຫຼ່ງອາຫານຂອງຈຸລິນຊີ
4. ເຊື້ອຈຸລິນຊີເພື່ອເພີ່ມປະລິມານຂອງຈຸລິນຊີໃນກອງຝຸ່ນບົ່ມໄວຂື້ນ
5. ອຸປະກອນຮັບໃຊ້ມີຈົກ,ຊວ້ານ,ຄາດ,ບົວຫົດນໍ້າ,ໄມ້ແມັດ,ຜ້າຢາງປົກ,ພ້າ,ກະຕ່າຫຼືເຂີງ
1.4. ສະຖານທີ່ໃນການເຮັດຝຸ່ນບົ່ມ
1. ຕ້ອງຕັ້ງຢູ່ໃກ້ກັບແຫຼ່ງວັດຖຸທີ່ນໍາໃຊ້,ໃກ້ກັບແຫຼ່ງນໍ້າ, ບ່ອນທີ່ນໍ້າບໍ່ຖ້ວມເຖິງ
2. ໃກ້ກັບສະຖານທີ່ຈະນໍາເອົາຝຸ່ນບົ່ມໄປໃຊ້
3. ພື້ນທີ່ຮອງກອງຝຸ່ນບົ່ມຕ້ອງເຮັດໃຫ້ຮາບພຽງຈະຂຸດເປັນຂຸມຫຼືເຮັດເປັນອ່າງກໍ່ໄດ້
1.5. ການນໍາໃຊ້ເຟືອງເຮັດຝຸ່ນບົ່ມ
1.5.1. ວັດຖຸທີ່ນໍາໃຊ້

1. ເຟືອງ 1.000 ກິໂລ
. ຝຸ່ນຄອກ ( ຂິີ້ງົວ,ຂີ້ຄວາຍ,ຂີ້ໄກ່... ) ປະມານ 50 ກິໂລ
. ຂີ້ເທົ່າ 10 ກິໄລ
. ປູນຂາວ 1 ກິໂລ
. ຮໍາ 1 ກິໂລ
. ເຮົາໄດ້ອັດຕາສ່ວນ 1.000:10:1
2. ໃນເງື່ອນໄຂມີຂີ້ສັດ,ປູນຂາວ ແລະຮໍາຫຼາຍຍີ່ງດີ
3. ໃນນີ້ສາມາດນໍາໃຊ້ຝຸ່ນເຄມີ 16.20.0 ເພີ່ມໃນອັດຕາ 1 ຫາ 2 ກິໂລ/1.000 ກິໂລເຟືອງ
1.5.2. ອຸປະກອນ
- ຈົກ,ຊວ້ານ,ຄາດ,ພ້າ
- ບົວຫົດນໍ້າ
- ຜ້າຢາງ

1.6. ຂັ້ນຕອນໃນການເຮັດຝຸ່ນບົ່ມ
1. ກອງເສດພືດ ( ເຟືອງ,ຕໍເຟືອງ) ໃສ່ໃຫ້ໜາປະມານ 20 ຫາ30 ຊຕມ.ຢຽບແລ້ວຫົດນໍ້າໃຫ້ຊຸ່ມ.
2. ເອົາຝຸ່ນຄອກໂຮຍໃສ່ເທິງກອງເຟືອງເປັນຊັ້ນທີ2 ໂດຍໃຫ້ໜາປະມານ 5 ຊຕມ
3. ເອົາຂີ້ເທົ່າ, ຝຸ່ນເຄມີ, ). ປູນຂາວ,ຮໍາໂຮຍໃຫ້ທົ່ວ ( ໂຮຍບາງໃຫ້ສະໝໍ່າສະ ເໝີ ). ແລ້ວປົກດ້ວຍດິນລະອຽດປະມານ 2,5 ຊຕມ

4. ຄວນໃສ່ຈຸລິນຊີໃນແຕ່ລະຊັ້ນໃຫ້ທົ່ວໃນອັດຕາສວນ 200 ກລາມ.
ປະສົມ ນໍ້າ 20 ລີດ/ເຟືອງ 1 ໂຕ່ນ (
ໃຫ້ເບີ່ງວິທີການນໍາໃຊ້ຢູ່ຊອງຂອງຈຸລິນຊີແຕ່ກ່ອນຈະເອົາໄປຫົດໃສ່ຄວນຄົນໃຫ້ລະອຽດ
ໃຊ້ເວລາ 10 ຫາ 20 ນາທີເສຍກ່ອນຈີ່ງແບ່ງເອົາໄປຫົດໃສ່ແລ້ວເອົາດິນຫວ່ານປົກເທີງສຸດໜາ
1ຊຕມ
5. ຫຼັງຈາກເຮັດສໍາເລັດແລ້ວກໍ່ສືບຕໍ່ເຮັດຄືນໃໝ່ຂັ້ນຕອນ 1.2.3.4ຕື່ມເຮັດແນວນີ້ໄປຈົນກອງຝຸ່ນມີຄວາມສູງເຖີງ 1 ຫາ 1,5 ແມັດ
6. ຫຼັງຈາກເຮັດສໍາເລັດແລ້ວໃຫ້ເອົາຜ້າຢາງປົກຄຸມໄວ້ ຫຼື ວ່າບໍ່ມີຜ້າຢາງກໍ່ໃຫ້ເອົາໃບກ້ວຍປົກກໍ່ໄດ້ ຖ້າມີເງື່ອນໄຂຄວນມຸງ ແລະ ເຮັດຮ່ອງລະບາຍນໍ້າອອກຈາກ ໜານຝຸ່ນບົ່ມ

ຄວນເຮັດຮົ້ວອ້ອມໄວ້ ເພື່ອປ້ອງກັນສັດມາລົບກວນ ,
ຖ້າບົ່ມຝຸ່ນຍາວໜາວຫຼັງຈາກເອົາຜ້ຢາງປົກກອງຝຸ່ນແລ້ວຄວນເອົາເຟືອງມາປົກຫຸ້ມທາງນອກເພື່ອຮັກສາຄວາມຮ້ອນຂອງກອງຝຸ່ນ.
1.7. ໄລຍະເວລາບົ່ມຝຸ່ນ
. ເວລາບົ່ມຝຸ່ນແມ່ນຂື້ນກັບລະດູການ
. ຍາມໜາວຕັ້ງແຕ່ເດືອນ 11 ຫາ ເດືອນ 3 (ສາກົນ ) ໃຊ້ເວລາບົ່ມຢ່າງໜ້ອຍ 45 ວັນ.
. ຍາມຮ້ອນຕັ້ງແຕ່ເດືອນ 4 ຫາ ເດືອນ 9 ( ສາກົນ ) ໃຊ້ເວລາບົ່ມ 25 ຫາ 30 ວັນກໍ່ສາມາດເອົາໄປໃຊ້ໄດ້.
. ຫຼັງຈາກບົ່ມຝຸ່ນໄດ້ 1 ຫາ 2 ອາທິດກໍ່ສາມາດປີ້ກອງຝຸ່ນໄດ້ເພື່ອໃຫ້ອາກາດຖ່າຍເທ ແລະ ເຮັດໃຫ້ເຟືອງຂ້າງນອກທີ່ຍັງບໍ່ທັນຂະຫຍາຍຕົວປີ້ນກັບເຂົ້າໄປໃນກອງຝຸ່ນ

1.7.1. ຈະສັງເກດແນວໃດວ່າເປັນເລັ່ງແລ້ວ
ໂດຍທົ່ວໄປຝຸ່ນບົ່ມທີ່ສະລາຍເປັນຝຸ່ນແລ້ວຈະສັງເກດເຫັນໄດ້ງ່າຍດັ່ງນີ້:
. ສີຂອງເສດພືດຈະເຂັ້ມເປັນສີນໍ້າຕານປົນດໍາ, ມີຄວາມອ່ອນເປື່ອຍຜຸ່ຍໄດ້ດີກວ່າໄລຍະທໍາອິດ
. ອຸນນະພູມພາຍໃນ ແລະ ນອກກອງຝຸ່ນໃກ້ຄຽງກັນ
. ບໍ່ມີກິ່ນເໝັນ
. ມີຄວາມຊຸ່ມ 40 ຫາ 50% ບໍ່ຄວນປະຝຸ່ນທີ່ເປັນດີແລ້ວໄວ້ດົນເກີນໄປເພາະວ່າຈະສູນເສຍທາດອາຫານ

1.8. ແຮ່ທາດຕ່າງໆໃນຝຸ່ນບົ່ມທີ່ເປັນແລ້ວ ( ເຟືອງ )
1. ແຮ່ທາດທີ່ມີໃນຝຸ່ນບົ່ມທີ່ເປັນແລ້ວມີດັ່ງນີ້:
ຝຸ່ມບົ່ມພາຍຫຼັງທີ່ເປັນແລ້ວຈະບັນຈຸແຮ່ທາດ N.P.K ໃນ 1 ໂຕ່ນຝຸ່ນບົ່ມຈະມີທາດອາຫານພືດປະມານ
N: 17,2 ກິໂລ
P: 18 ກິໂລ
K: 8,5 ກິໂລ
ການເກັບຮັກສາ
ເມື່ອຝຸ່ນບົ່ມຫາກເປັນແລ້ວຄວນເກັບຮັກສາໄວ້ໃນເປົາຫຼືສະຖານທີ່ຮົ່ມບໍ່ໃຫ້ຖືກແດດ, ຝົນ ບໍ່ຄວນປະໄວ້ບ່ອນມີຄວາມຊຸ່ມສູງ. ເມື່ອມາຮອດລະດູປູກຝັງກໍ່ໃຫ້ນໍາໄປໃຊ້ບໍ່ຄວນເກັບໄວ້ດົນເກີນໄປ.

No comments:
Post a Comment