ເຕັກນິກການປູກຖົ່ວຍາວ

}ຖົ່ວຝັກຍາວ ເປັນພືດຜັກທີ່ນິຍົມບໍລິໂພກຝັກອ່ອນເປັນຜັກສົດ ແລະປະກອບໃນການປຸງແຕ່ງອາ ຫານໄດ້ຫລາຍຢ່າງ. ມີທາດອາຫານດ້ານໂພສະນາການສູງ ໂດຍສະເພາະແມ່ນທາດຊີ້ນ ແລະ ແຮ່ທາດອື່ນໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາ
}  ລັກສະນະທົ່ວໄປ
}     ຖົ່ວຝັກຍາວ ເປັນພືດຕະກຸນຖົ່ວທີ່ມີລຳຕົ້ນເປັນເຄືອຍາວ. ສະນັ້ນ, ຈື່ງນິຍົມປູກຖົ່ວຝັກຍາວ
}ໃຫ້ຂຶ້ນຄ້າງເຮັດໃຫ້ຖົ່ວມີຜົນຜະລິດສູງ  ຖົ່ວຝັກຍາວເປັນຜັກທີ່ປູກງ່າຍໃຫຍ່ໄວສາມາດປູກໄດ້ ໃນດິນເກືອບທຸກຊະນິດ ແຕ່ມັກດິນຊາຍແກມຕົມ ປູກໄດ້ທຸກລະດູການໃນຮອບປີ,ມັກອາກາດ ຂ້ອນ ຂ້າງຮ້ອນເປັນພືດມັກແສງ
}ແນວພັນທີ່ໃຊ້ປູກ
}      ຖົ່ວຝັກຍາວ ທີ່ນິຍົມປູກທົ່ວໄປ ເປັນພັນພື້ນເມືອງ, ພັນປັບປຸງ ແລະພັນລູກປະສົມລຸ້ນ 1  ຊື່ງ
}ມີລັກສະນະຂອງຝັກຍາວສີຂຽວອ່ອນ ເປືອກບໍ່ພຽງ
ການຕຽມໜານປູກ

}ການປູກຖົ່ວຝັກຍາວສາມາດປູກໄດ້ຫລາຍວິທີເຊັ່ນ : ຂຸດຂູມປູກ ປູກຕາມສັນຄັນຄູ ຫລືື ປູກຕາມ
 ຮ່ອງ ຂື້ນກັບລະດູການ ຖ້າເປັນລະດູແລ້ງ ແມ່ນປູກຕາມຮ່ອງ ຖ້າເປັນລະດູຝົນແມ່ນປູກຕາມ ສັນ ຄູແຕ່
ຕ້ອງໄດ້ຂຸດຂຸມຕາມສັນຄູ  ວິທີນີ້ມັກປູກເປັນສ່ວນຫລາຍໂດຍໃຊ້ໄລຍະລະຫວ່າງຂຸມ 80 ຊຕມ.ລະຫວ່າງ
ແຖວ 80 ຊຕມ. ຂຸດຂຸມເລິກ 2 ຫາ 3 ຊຕມ. ຢອດເມັດຂຸມລະ 3 ຫາ 5 ເມັດ. ຖົມດິນໜາບໍ່ເກີນ 1
ຊຕມ.ປົກດ້ວຍເຟືອງແຫ້ງຫົດນ້ຳໃຫ້ຊຸ່ມເມື່ອຕົ້ນຖົ່ວເລີ້ມຖອດຍອດ ມີໃບແທ້ 2 ຫາ 3 ໃບໃຫ້ຖອນ
ແຍກເຫລືອຂຸມລະ 2 ຫາ 3 ຕົ້ນ .
}
}ການໃສ່ຝຸ່ນ
}    ເນື່ອງຈາກວ່າຖົ່ວຝັກຍາວເປັນພືດຕະກູນຖົ່ວທີ່ຕ້ອງການຝຸ່ນຫລາຍສະນັ້ນເຮົາຕ້ອງຊອກຝຸ່ນ ຄອກ ຫລືຝຸ່ນບົ່ມເທົ່າທີ່ຈະຫາໄດ້ ແລະ ຕ້ອງການທາດຟົດສະຟໍ ເພື່ອໃຊ້ໃນການສ້າງດອກ
ການໃຫ້ນໍ້າ

}ຄວນໃຫ້ຢ່າງພຽງພໍ ແຕ່ຢ່າໃຫ້ປຽກເກີນໄປ ເບີ່ງຄວາມຊຸ່ມຊື່ນໃນໜານປູກ
ການພວນດິນກຳຈັດຫຍ້າ
   ຄວນເຮັດໃນໄລຍະທຳອິດ ເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະນ້ຳໄດ້ດີ ພ້ອມກຳຈັດຫຍ້າ

}ການປັກຄ້າງ
}   ເມື່ອຖົ່ວອາຍຸປະມານ 35 ວັນ ຫລື ເລີ່ມທາວເຄືອ ໃຫ້ຟ້າວປັກຄ້າງໂລດ.ໂດຍໃສ່ໄມ້ໄຜ່ ຫລືໄມ້ທີ່ຫາໄດ້ໃນທ້ອງຖີ່ນນັ້ນຍາວປະມານ 2 ແມັດ.  ປັກຂ້າງຂຸມ. ຂຸມລະ 1 ອັນ. ແລ້ວ ຄອບປາຍໄມ້ເຂົ້າຫາ ກັນມັດເຊືອກໃຫ້ແໜ້ນ ແລ້ວມັດຮາວຂວາງຕາມທາງຍາວຂ້າງລະ 3 ຫາ 4 ຮາວ . ເພື່ອໃຫ້ແຂງ ແຮງມີບ່ອນໃຫ້ຖົ່ວເກາະຈັບຂຶ້ນໄດ້ອີກ.
}ການເກັບກ່ຽວ
}   ອາຍຸການເກັບກ່ຽວຂອງຖົ່ວຝັກຍາວປະມານ 50 ຫາ 75 ວັນ. ຫລັງຈາກຢອດເມັດຂຶ້ນ
}ກັບແຕ່ລະ ແນວພັນ. ການເກັບກຽວຄວນເກັບເວລາເຊົ້າຕອນແດດອ່ອນ ເລືອກເກັບຝັກ
}ທີ່ຕື້ງດີ,ສີຝັກບໍ່ຈືດຈາງຝັກລຽບສະໝ່ຳສະເໜີ ແລ້ວຟ້າວເອົາເຂົ້າຮົ່ມ ຫ້າມລ້າງນ້ຳເພາະ ຈະເຮັດໃຫ້ການເກັບຮັກສາບໍ່ໄດ້ ດົນ ແລະ ຝັກຖົ່ວຈະໂພງ.
}ໄປພ້ອມໆກັນ. ພໍເຄືອຖົ່ວມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ
Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.