ເຕັກນິກການປູກຜັກສະຫຼັດ



}ລັກສະນະທົ່ວໄປ :       ຜັກສະຫລັດເປັນຜັກທີ່ໃຊ້ບໍລິໂພກໃບ,ເປັນພືດອາຍຸປີດຽວເຮົາສາມາດແບ່ງຜັກສະຫລັດອອກ ເປັນ 3
}ກຸ່ມໃຫຍ່ຄື : ຜັກສະຫລັດທີ່ຫໍ່ຫົວຄາຍຄືກະລ່ຳປີ;ຜັກສະຫລັດສະນິດທຳມະດາ; ຜັກສະ ຫລັດທີ່ມີລຳຕົ້ນຍາວ. ຜັກສະຫລັດປູກ
}ໄດ້ໃນດິນທຸກຊະນິດ ແຕ່ມັກດິນຊາຍແກມຕົມ.ມີຄວາມຊຸ່ມຊຶ່ນໃນດິນພໍສົມຄວນ ແຕ່ຕ້ອງໄດ້ຮັບແສງສະຫວ່າງ (ແດດ) ຕະຫລອດມື້.    ສຳລັບຜັກສະ ຫລັດສາມາດປູກໄດ້ຕະຫລອດປີ ຂຶ້ນກັບແນວພັນ.ພັນສະຫລັດທີ່ສາມາດປູກໃນບ້ານເຮົາມີ 2
  ຊະນິດຄືສະຫລັດຫໍ່  ແລະ  ສະຫລັດໃບ
}ການຕຽມດິນ :                                                                                              
  ໜານກ້າເບັ້ຍ  ຂຸດ ແລະໄຖໃຫ້ເລິກປະມານ 10 - 15 ຊຕມ.ຕາກດິນໄວ້ 5 - 7 ວັນ.ໃສ່ຝຸ່ນ ຄອກ ຫລືຝຸ່ນບົ່ມພວນດິນຊັ້ນໜ້າດິນໃຫ້ລະອຽດ.
ການປູກ
ຜັກສະຫລັດປູກໄດ້ທັງວິທີຫວ່ານຢາຍສະເໝີທົ່ວໜານ(ພັນໃບ). ຖ້າຫາກປູກແບບແຖວດຽວ ແລະ ແບບແຖວຄູ່ (ໃຊ້ໄດ້ທຸກພັນ ໄລຍະປູກລະຫວ່າງຕົ້ນ ແລະຫວ່າງແຖວທີ່ເໝາະສົມຄື :   25 x 30 ຊຕມ. ສຳລັບພັນໃບ ແລະ 40 x 40 ຊຕມ. ສຳລັບພັນຫໍ່ຫົວ.

}ການປູກແບບຫວ່ານ
ໃຫ້ຫວ່ານເມັດຢາຍທົ່ວທັງໜ້າດິນຂອງໜານປູກ ແລ້ວຫວ່ານປົກດ້ວຍຝຸ່ນຄອກ ຫລື ຝຸ່ນບົ່ມ ທີ່ລະລາຍຕົວດີແລ້ວ ໜານປະມານ 0,5 ຫາ 1 ຊຕມ. ປົກຄຸມດ້ວຍເຟືອງ ຫລື ຫຍ້າແຫ້ງ ຫົດນ້ຳດ້ວຍບົວຝອຍລະອຽດ. ເມື່ອຕົ້ນເລີ່ມງອກ ມີໃບແທ້ 2 ຫາ 3 ໃບ.ໃຫ້ຖອນແຍກຕົ້ນທີ່ອ່ອນແອອອກ ຖີ້ມແລ້ວຈັດໄລຍະຫວ່າງຕົ້ນ ແລະລະຫວ່າງແຖວໃຫ້ໃຊ້ໄລຍະທີ່ກຳນົດໄວ້ຂ້າງເທີງນັ້ນ
}ການປູກລົງໜານ
ຫລັງຈາກຫວ່ານກ້າແລ້ວ ແລະຕົ້ນເບັ້ຍພ້ອມທີ່ຈະຍ້າຍປູກຄືມີອາຍຸໄດ້ 25 ຫາ 30 ມື້ ຫຼື ມີ ໃບແທ້ 3 ຫາ 4 ໃບ.ຄັດເລືອກເອົາດິນທີ່ສົມບູນ ແລະແຂງແຮງຍ້າຍລົງໜານປູກ ໃຫ້ໃຊ້ໄລຍະລະຫວ່າງຕົ້ນ ແລະລະຫວ່າງແຖວ 25 x 30 ຊຕມ.
ການບົວລະບັດຮັກສາ
}ການໃສ່ຝຸ່ນ :  ພຶດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນ.ດັ່ງນັ້ນ,ການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີ ຄວາມຈຳ ເປັນໃຫ້ຖືກຕ້ອງແນ່ໃສ່ການລຸດຕົ້ນທຶນການຜະລິດ ແລະໃຫ້ມີປະສິດຕິຜົນສູງດ້ານຜົນ ຜະລິດ ໂດຍສະເພາະດ້ານການຈະເລີນເຕິບໂຕທາງໃບ ;ທາງກ້ານ ແລະ ລຳຕົ້ນ. ດັ່ງນັ້ນ ຈື່ງແນະ ນຳໃຫ້ໃສ່ຝຸ່ນຄອກ ແລະຝຸ່ນບົ່ມຊື່ງມີການປັບປຸງດິນ ແລະ ປະຫຍັດລາຍຈ່າຍ ທາງດ້ານຕົ້ນທຶນ.   
}ການໃຫ້ນ້ຳ :
     ຄວນໃຫ້ຢ່າງພຽງພໍ ແຕ່ຢ່າໃຫ້ປຽກເກີນໄປ ໂດຍເບີ່ງຄວາມຊຸ່ມຊື່ນໃນໜານປູກໃຫ້ມີຄວາມ ຊຸ່ມຊື່ນໃນໜານປູກໃຫ້ມີຄວາມຊຸ່ມຢ່າງສະໜໍ່າສະໝີ
§ຄວນເຮັດໃນໄລຍະທຳອິດເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະ ນ້ຳໄດ້ດີ ພ້ອມກັບການກຳຈັດຫຍ້າໄປພ້ອມໆກັນ. ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວ ບໍ່ຈຳເປັນເຮັດເລີຍ
ການເກັບກ່ຽວ
ໃຊ້ມິດຕັດບໍລິເວນເຫງົ້າຕົ້ນ ຕັດແຕ່ງໃບຮອບນອກທີ່ບໍ່ດີອອກ ແລ້ວວາງເອີຍໃນ ບ່ອນທີ່ຮົ່ມ ຫລື ມີອາກາດຖ່າຍເທເພື່ອລົດການເນົ່າເສຍຫາຍອາຍຸການເກັບກ່ຽວຜັກ ສະຫລັດທີ່ປູກໃນບ້ານນັ້ນຂຶ້ນກັບແນວພັນ ແລະຂະໜາດຂອງການນຳໃຊ້  40      ຫາ 70 ວັນ
Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.