1.
ຂັ້ນຕອນການເຮັດ.
ທຸບໄຂ່ໃຫ້ແຕກແລ້ວເອົາໄຂ່ຂາວແລະໄຂ່ແດງເທລົງໃສ່ຖ້ວຍແລ້ວເອົານ້ຳປາລົງໃສ່ໃນອັດຕາສ່ວນໄຂ່ 1 ໜ່ວຍ/ນ້ຳປາ 2 ບ່ວງຄົນໃຫ້ເຂົ້າກັນແລ້ວນຳເອົາແປ້ງນົວໃນອັດຕາ ¼ຂອງບ່ວງແກງ/ໄຂ່ໄກ່1ໜ່ວຍຄົນເຂົ້າກັນໃຫ້ລະອຽດແລ້ວນຳເອົານ້ຳໄຂ່ທີ່ໄດ້ປະສົມສຳເລັດແລ້ວເທລົງໃສ່ປ່ອງນ້ຳ 1,5 ລີດໃນອັດຕາສ່ວນນ້ຳໄຂ່ 1 ບ່ວງແກງ/1 ປ່ອງ ອັດຜາໃຫ້ແໜ້ນແລ້ວສັ່ນປ່ອງນ້ຳເພື່ອໃຫ້ມັນລະລາຍເຂົ້າກັນຕາກແດດໄວ້ປະມານ 3-4 ອາທິດຫຼື 1 ເດືອນສາມາດເອົາມານຳໃຊ້ໄດ້.
2. ຄຸນປະໂຫຍດຂອງຈຸລິນຊີ.
- ເປັນຈຸລິນຊີຊ່ວຍການຍ່ອຍສະຫຼາຍເສດພືດຫຼືດິນໃຫ້ເປັນດິນຝຸຜົງແລະສ້າງຈຸລິນຊີໃນດິນໃຫ້ຫຼາຍຂື້ນ.
- ສ້າງພູມຄຸມກັນໃຫ້ພືດ ເຮັດໃຫ້ລຳຕົ້ນພືດແຂງແຮງຂື້ນຕື່ມ.
- ໃຊ້ແທນປຸ໋ຍເຄມີໄດ້ ( ແຕ່ວ່າເປັນຈຸລິນຊີຊີວະພາບບໍ່ມີສານຕົກຄ້າງ ).
- ໃຊ້ບຳບັດນ້ຳເນົ່າເສຍໄດ້.
- ເຮັດໃຫ້ການຈະເລີນເຕີບໂຕຂອງຮາກພືດແລະພືດໄວຂື້ນ.
3. ວິທີການນຳໃຊ້.
- ໃຊ້ເຄື່ອງສີດພົ່ນໃຊ້ອັດຕາ 200 ຊີໆຫຼື 200 ກະຣາມຕໍ່ນ້ຳ 20 ລີດ.
- ໃຊ້ບົວຫົດນ້ຳຫົດໃນອັດຕາ 100 ຊີໆຫຼື 100 ກະຣາມຕໍ່ 1 ບົວຫົດນ້ຳ.
4. ວິທີການເກັບຮັກສາ.
- ໃຫ້ຕາກແດດປະໄວ້ຕະຫຼອດໃນການໃຊ້ງານຫ້າມບໍ່ໃຫ້ເກັບໄວ້ໃນຮົ່ມ.
- ເມື່ອເຫັນວ່າສີແດງຫຼືສີນ້ຳຕານຈາງລົງໃຫ້ເອົາໄຂ່ໃສ່ຕື່ມ 1 ບ່ວງແກງ/1 ປ່ອງ.
No comments:
Post a Comment