ການໂທມກິ່ງ ແມ່ນວິທີການເຮັດໃຫ້ພືດອອກຮາກໃນຂະນະຕິດຢູ່ກັບຕົ້ນແມ່
ເມື່ອກິ່ງໂທມນັ້ນອອກຮາກດີແລ້ວຈຶ່ງຕັດໄປຊຳ ແລະ ປູກຕໍ່ໄປ ການໂທມນັ້ນເປັນການຕັດທໍ່ລຳລ້ຽງອາຫານຂອງພືດ,
ສ່ວນທໍ່ນ້ຳຍັງມີຢູ່ຕາມປົກກະຕິ ຈຶ່ງເຮັດໃຫ້ກິ່ງທີໂທມນັ້ນໄດ້ຮັບນ້ຳຕະ ຫຼອດເວລາ
ດ້ວຍເຫດນີ້ຈຶ່ງເຮັດໃຫ້ກິ່ງທີ່ໂທມນັ້ນສົດຢູ່ສະເໝີຈົນກວ່າຈະອອກຮາກ,
ການອອກຮາກຂອງກິ່ງໂທມ ຈະຂຶ້ນຢູ່ກັບຄວາມຊຸ່ມ, ການຖ່າຍເທອາກາດ ແລະ ລະດັບອຸນຫະພູມທີ່ ເໝາະສົມ ແຕ່ຖ້າປ່ອຍໃຫ້ດິນ ຫຼື
ວັດສະດຸຫຸ້ມກິ່ງໂທມແຫ້ງ ຈະເປັນອຸປະສັກໃນການອອກຮາກໄດ້ເຊັ່ນກັນ
ດັ່ງນັ້ນລະດູການທີ່ເໝາະສົມທີ່ສຸດໃນການໂທມກິ່ງ ຄວນເປັນລະດູຝົນ.
1. ປັດໄຈທີ່ມີອິດທິພົນຕໍ່ການໂທມກິ່ງ
ການເຮັດໃຫ້ເກີດການສະສົມອາຫານ ແລະ
ສານບາງຊະນິດທີ່ຈຳເປັນຕໍ່ການອອກຮາກ ໃນບໍລິເວນທີ່ເຮັດການຕອນກິ່ງ
ໂດຍວິທີເຮັດໃຫ້ກິ່ງເກີດບາດແຜ ເພື່ອຕັດທໍ່ລຳລຽງອາຫານຂອງພືດໃນສ່ວນອື່ນໆ
ຈຶ່ງເກີດການສະສົມອາຫານ ແລະ ສານບາງຢ່າງຂຶ້ນ
ເໜືອບາດແຜນທີ່ໂທມ.
ການສ້າງສະພາບແວດລ້ອມ ໃຫ້ເໝາະສົມກັບການອອກຮາກຂອງພືດເຊັ່ນ:
ຄວາມຊຸ່ມ, ອຸນຫະພູມ ແລະ ແສງສະຫວ່າງ.
ການດູແລຮັກສາ ແລະ ຄວບຄຸມຄວາມຊຸ່ມ ຫຼື
ການປ້ອງກັນບໍ່ໃຫ້ເກີດການເສຍຫາຍ ອັນເກີດຈາກສັດຕູອື່ນໆ ເຊັ່ນ: ມົດ, ແມງໄມ້ ແລະ
ສັດລ້ຽງ ເປັນຕົ້ນ.
2. ຂໍ້ດີ ແລະ ຂໍ້ເສຍຂອງການໂທມກິ່ງ

-
ຮັກສາສະພາບພັນເດີມທຸກປະການ
-
ຈະແຕກຮາກຫລາຍກ່ວາການປັກຊຳ
-
ເມື່ອນຳໄປປູກເປີເຊັນການລອດຕາຍ ຈະຫລາຍກ່ວາການປັກຊຳ
-
ຊົງພຸ່ມຕ່ຳ ສະດວກໃນການບົວລະບັດຮັກສາ
-
ຂະໜາດຂອງກິ່ງໂທມໃຫຍ່ກ່ວາກິ່ງປັກຊຳ, ໃຫ້ຜົນຜະລິດໄວກວ່າ

-
ບໍ່ມີລະບົບຮາກແກ້ວ ຈຶ່ງເຮັດໃຫ້ມີການໂຄ່ນລົ້ມໄດ້ງ່າຍ
-
ກິ່ງໂທມມີຂະໜາດໃຫຍ່, ເຄື່ອນຍ້າຍໄປປູກເຮັດໄດ້ຍາກ
-
ຈຳນວນກິ່ງໂທມທີ່ໄດ້ຕໍ່ຕົ້ນໜ້ອຍກ່ວາກິ່ງປັກຊຳ
-
ການໂທມກິ່ງມີວິທີການທີ່ຫຍຸ້ງຍາກ
ຕົ້ນແມ່ພັນຕ້ອງໃຊ້ເນື້ອທີ່ປູກ ແລະ ຕ້ອງມີອາຍຸຫລາຍປີ
-
ຕ້ອງໃຊ້ແຮງງານຫລາຍ ແລະ ເອົາໃຈໃສ່ຫລາຍຂຶ້ນ
3.
ອຸປະກອບທີ່ໃຊ້ໃນການໂທມກິ່ງ
-
ມີດຂະຫຍາຍພັນ ຫຼື ຄັດເຕີ (Cutter) ຫຼື ມີດຕິດຕາຕໍ່ກິ່ງ
-
ຖົງຢາງຂະໜາດ 6 x 9 ຫຼື 9 x 12 ນິ້ວ
-
ວັດສະດຸຫຸ້ມກິ່ງເຊັ່ນ: ກາບໝາກພ້າວ, ໃບຜັກຕົບ, ຂີ້ເລື່ອຍ
- ເຊືອກມັດ (ເຊືອກຟາງ)
- ສານຮໍໂມນເລັ່ງຮາກ (ຖ້າມີ)
No comments:
Post a Comment