ເຕັກນິກການປູກໝາກແຕງຂີ້ໄກ່



}ລັກສະນະທົ່ວໄປ
} ເປັນພືດຜັກທີ່ບໍລິໂພກໝາກ,ປູກໄດ້ຕະຫຫຼອດປີປູກງ່າຍໃຫຍ່ໄວ,ເປັນພືດປີດຽວ,ມີລຳຕົ້ນເປັນເຄື່ອຍາວ 2 -3 ມີມືທາວຂື້ນຕາມຄ້າງ,ມີດອກຜູ - ແມ່ແຍກກັນຢູ່ແຕ່ລະດອກໃນຕົ້ນດຽວກັນ,ດອກມີສີເຫຼືອງ,ອາຍຸເກັບກ່ຽວ 30 -  45 ວັນ,ໝາກແຕງສາມາດມາປຸງແຕງ,ປະກອບອາຫານໄດ້ຫຼາຍຢ່າງ
§ແນວພັນ
}ແນວພັນໝາກແຕງມີ 2 ຊະນິດຄື: ພັນສຳລັບບໍໍລິໂພກສົດ;  ພັນສຳລັບອຸດສະຫະກຳ
§ການກຽມດິນ
}ໝາກແຕງປູກໄດ້ດີໃນດິນຊາຍແກມຕົມ;ດິນທີ່ມີຄວາມຊຸ່ມປານກາງ,ນ້ຳບໍ່ຂັງ,ຄວນໄຖ,ຂຸດໃຫ້ເລິກ 25 - 30 ຊຕມ,ຕາກດິນໄວ້ 5 - 7 ວັນ,ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ 12ໂຕນ/ຮຕ,ປະໄວ້ 2 -  3 ວັນ,ຫຼັງຈາກນັ້ນປັບໜ້າດິນຮັດເປັນໜານ.
ການເຮັດໜານປູກ
}ລະດູແລ້ງເຮັດໜານສູງ 30 ຊຕມ,ກວ້າງ 50 ຊຕມ,ລະດູຝົນເຮັດໜານສູງ 40-50 ຊຕມ,ກວ້າງ 50 ຊຕມ,ຍາວຂຶ້ນກັບເນື້ອທີ່,ໃຊ້ຈົກ ຫຼື ຊວ້າເຮັດອງຕາມສັນຄູແຕ່ລະໜານເລິກ 10 - 15 ຊຕມ.
§ການກຽມເມັດພັນກ່ອນປູກ
}ນຳເອົາເມັດພັນໝາກແຕງແຊ່ນ້ຳ 5 -10 ຊມ,ເອົາໃສ່ໃນຖົງຢາງທີ່ເຈາະຮູວ້ 2-3 ຮູ, ມັດປາກຖົງໃຫແໜ້ນ,ແລ້ວ
  ນຳໄປຝັງດິນເລິກ 10 – 45 ຊຕມ,ບ່ອນທີ່ມີແສງແດດ,ປະໄວ້ 10 -12 ຊມ,ເປີດເບິ່ງຖ້າມີການແຕກງອກກໍ່ສາມາດນຳໄປປູກໄດ້ເລີຍ.
ການປູກ
 
ຄວນປູກຕອນເຊົຫຼື າຍແລງ,ການປູກແບບບໍ່ເຮັດຄ້າງໄລຍະຕົ້ນ 50 ຊຕມ,ແຖວ 150 ຊຕມ, ປູກແບໃຊ້ຄ້າງໄລຍະຕົ້ນ 50 ຊຕມ ແຖວ 1  ມ, ຢອດເມັດລົງ ຂຸມ 5 - 10 ເມັດ,ເລິກ 2 - 5 ຊຕມ,ປົກດ້ວຍຝຸ່ນຄອກ,ຝຸ່ນບົ່ມ ຫຼື ດິນລະອຽດ,ຫົດນ້ຳໃຫ້ປຽກຊຸ່ມ,ປົກດ້ວຍເຟືອງແຫ້ງ. ເມືອມີອາຍຸ 14 ວັນ,ມີໃບແທ້ 2ໃບ,ໃຫ້ຖອນແຍກ,ໃຫ້ເຫຼືອ 1 ຕົ້ນ/ຂຸມ,ໝາກແຕງກວາກໍ່ເລີ່ມເລືອຖ້າປູກແບບຄ້າຄວນເຮັດຄ້າງເລີຍ.
ການບົວລະບັດຮັກສາ

§ການໃສ່ຝຸ່ນ :
  ຄວນໃສ່ຝຸ່ນຄອກ ຫຼື ຝຸບົ່ມເທົ່າທີ່ມີຄວາມສາມາດ ແລະເປັນການປັບປຸງດິນ.
§ການໃຫ້ນ້ຳ:
}ໝາກແຕງເປັນພືດທີ່ຕ້ອງການນ້ຳປານກາງ,ຄວນເບິ່ງຄວາມຊຸ່ມຊື່ນໃນດິນ,ແຕ່ຍ່າໃຫ້ນ້ຳຈົນປຽກເກີນໄປ ເພາະຈະເຮັດໃຫ້ຮາກເນົ່າ
}ຄວນເຮັດໃນໄລຍະທຳອິດ,ເມື່ອສັງເກດເຫັນຫຍ້າເກີດຂື້ນມາຄວນກຳຈັດທັນທີ່ພ້ອມໆກັບການພວນດິນ,ໂດຍໃຊ້ແຮງງານຄົນ,ຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຄວນເຮັດ.
}ການເກັບກ່ຽວ
}ໝາກແຕງຈະໃຫ້ຜົນຜະລິດຫຼັງຈາກປູກໄດ້ 35- ຫາ 45 ວັນ,ທັງນີ້ກໍ່ຂື້ນກັບແນວພັນ,ການເກັບແມ່ນໃຫ້ເກັບໝາກອ່ອນທີ່ມີສີຂຽວສົດ,ເກັບທຸກວັນຈົນກວ່າຈະໝົດ,ເອົາໄວ້ຮົມ,ບໍ່ຄວນລ້າງນ້ຳ,ບໍ່ຄວນເກັບຫຼັງຝົນຕົກ,ໃນຊວ່ງອາຍຸໜຶ່ງສາມາດເກັບໄດ 10- ຫາ15 ຄັ້ງ,ຜົນຜະລິດສະເລ່ຍ 250 ຫາ -300 ກິໂລ/ຮຕ
Share:

2 comments:

  1. ກ້າແກ່ນແນວໃດຈິ່ງໄດ້ຜົນດີຂ້ອຍກ້າແລ້ວບໍ່ອອກ

    ReplyDelete
    Replies
    1. ເຮັດຕາມເຕັກນິກການກຽມເມັດພັນ

      Delete

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.