ເຕັກນິການປູກຜັກທຽມ





}ລັກສະນະທົ່ວໄປ
}ເປັນພືດທີ່ມີຄວາມສຳຄັນຕໍ່ການບໍລິໂພກ ແລະ ອຸປະໂພກຂອງຄົນເຮົາຢ່າງຫລວງຫລາຍ.ນອກຈາກຈະເປັນເຄື່ອງປະກອບໃນການປຸງແຕ່ງອາຫານຊະນິດຕ່າງໆ ໂດຍສະເພາະແມ່ນຢາແກ້ລົດໄຂມັນຂອງຫົວໃຈ ແລະ ຕ້ານໄຂ້ຫວັດ ແລະ ປຸງແຕ່ງເປັນສະໝູນໄພປ້ອງກັນສັດຕູພືດບາງຊະນິດ.ສາມາດປູກໄດ້ໃນດິນທຸກຊະນິດ ແຕ່ມັກດິນຊາຍແກມຕົມ ຊ່ວງໄລຍະຈະເລີນເຕິບໂຕແມ່ນຕ້ອງການຄວາມຊຸ່ມຊຶ່ນຂອງດິນສູງສົມຄວນ ແລະ ຕ້ອງການດິນແຫ້ງໃນເວລາເລິ້ມແກ່ .ພືດນີ້ຕ້ອງການແສງແດດຫລາຍ.ອາຍຸແຕ່ປູກເຖີ່ງເວລາເກັບກ່ຽວ ແມ່ນ 90 ຫາ 150 ວັນ
}.ລະດູປູກທີ່ເໝາະສົມ ລະຫວ່າງ ເດືອນຕຸລາ ຫາ ມີນາ .ແຕ່ປູກໄດ້ຜົນດີທີ່ສຸດແມ່ນເດືອນພະຈິກ ຫາ ມັງກອນແນວພັນທີ່ມັກໃຊ້ປູກໃນບ້ານເຮົາສາມາດແບ່ງຕາມອາຍຸການເກັບກ່ຽວ 3  ພັນ. ພັນດໍ ( ພັນພື້ນເມືອງ ) ມີອາຍຸ 70 ຫາ 90 ວັນ. ພັນອາຍຸກາງ ມີຫົວຂະໜາດກາງ ( 30 ຫາ 40 ຫົວ/ກິໂລ.ມີອາຍຸແມ່ນ 90 ຫາ 120 ວັນ.ພັນປີ (ອາຍຸຍາວ) ຫົວໃຫຍມີນ້ຳໜັກປະມານ 15 ຫາ 20ຫົວ/ກິໂລ.ອາຍຸເກັບກ່ຽວປະມານ 150 ວັນ
  ການກຽມດິນ
}ຜັກທຽມເປັນພຶດຮາກຕຶ້ນ ການຕຽມດິນຈຳເປັນຕ້ອງໄດ້ຂຸດ ແລະໄຖປະມານ 15 ຫາ 20 ຊຕມ.ຕາກດິນໄວ້ປະມານ 5 ຫາ 10 ວັນ.ປະສົມຝຸ່ນຄອກ ແລະຝຸ່ນບົມຄົນເຂົ້າກັບດິນ.
ການປູກ
ຫຼັງຈາກກຽມດິນໜານປູກ ແລະແນວພັນແລ້ວກ່ອນປູກຄວນຫົດນ້ຳໜານໃຫ້ຊຸ່ມເສັຍກ່ອນປູກເລິກປະມານ 2/3 ຂອງກິບລົງໃນດິນ . ການປູກໃຊ້ໄລຍະຫ່າງຕົ້ນ ແລະແຖວ 10​ x 10 ຫລື 15 x 15 ຊຕມ.ຫລັງ​ຈາກ​ປູກ​ຕາມ​ໄລຍະ​ດັ່ງ​ກ່າວ​ແລ້ວຕ້ອງ​ປົກ​ດ້ວຍ​ເຟືອງ​ຫລື​ຫຍ້າ​ແຫ້ງ​ໜາ​ພໍ​ສົມຄວນ.​ເພື່ອ​ຮັກສາ​ຄວາມ​ຊຸ່ມ​ຊື່ນ​ຂອງ​ດິນ ແລະຄວບຄຸມຫຍ້າແລ້ວຫົດນ້ຳໃຫ້ຊຸ່ມອີກເທື່ອໜື່ງ


}ການບົວລະບັດຮັກສາ

ການໃສ່ຝຸ່ນຄວນໃສ່ຝຸ່ນຄອກ (ມູນສັດ).
                                                            
 
}ການໃຫ້ນ້ຳ
     ຄວນໃຫ້ນໍ້າຢ່າງສະໝຳສະເໝີພຽງພໍໃນຊ່ວງການຈະເລີນເຕິບໂຕ  ແລະ  ຢຸດການໃຫ້ນ້ຳເມື່ອຫົວເລີ່ມແກ່                                  
ການປົກໜ້າດິນ
ມີຄວາມຈຳເປັນເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນໃນດິນ ເຮັດໃຫ້ປະຫຍັດການໃຫ້ນ້ຳ ແລະລຸດຄ່າໃຊ້ຈ່າຍໃນການເສັຍຫຍ້າອີກ .ການປົກໜ້າດິນອາດໃຊ້ເຟືອງ ຫລືວັດຖຸອື່ນໆ ທີ່ຫາໄດ້ໃນທ້ອງຖີ່ນນັ້ນ .
ການກຳຈັດວັດສະພືດ
} ຖືວ່າເປັນບັນຫາໃນການປູກຜັກທຽມ ຄວນວາງແຜນໃຫ້ດີໃນການປ້ອງກັນກຳຈັດ ຊື່ງສາມາດໃຊ້ມືຫລົກໃນເບື້ອງຕົ້ນເວລາທີ່ຫຍ້າຍັງນ້ອຍ
§ ການເກັບກ່ຽວ
} ແນວພັນກາງອາຍຸປະມານ 90 ຫາ 110 ວັນ,ແນວພັນປີ 150 ວັນ. ຫລັງຈາກປູກ. ການເກັບກ່ຽວຄວນເລືອກເວລາຜັກທຽມແກ່ທີ່ສຸດ. ໂດຍສັງເກດຈາກສ່ວນຂອງຍອດຈະເລີມຂື້ນມາໜາແລ້ວ ແລະໃບເລີມແຫ້ງ ບໍ່ຄວນໃຫ້ກາຍໄລຍະເກັບກ່ຽວ ເພາະຜັກທຽມຈະບໍ່ມີຄຸນນະພາບບໍ່ດີ. ເມື່ອຫລົກຜັກທຽມອອກຈາກໜານແລ້ວເອົາຕາກແດດໄວ້ປະມານ 4 ຫາ 5 ແດດແລ້ວນຳມາຕາກ ລົມອີກໄລຍະໜື່ງໃຫ້ຫົວ ແລະໃບແຫ້ງດີ ແລ້ວນຳມາຄັດຂະໜາດມັດເປັນຈຸກຕາມຄວາມຕ້ອງການ ແລ້ວນຳມາແຂນໄວ້ໃນເຮືອນເປີດ ຫລື ກ້ອງລ່າງທີ່ມີລົມພັດຜ່ານ ລະບາຍອາກາດດີ ເປັນເວລາ 3 ຫາ 4 ອາທິດ. ຈົນຜັກທຽມແຫ້ງດີແລ້ວຈື່ງນຳໃຊ້ຕໍ່ໄປ

Share:

1 comment:

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.