ເຕັກນິກການປູກຜັກກາດນາ



ຜັກກາດນາ: ປັນພືດຜັກທີ່ບໍລິໂພກພາກສ່ວນໃບ ແລະລຳຕົ້ນເປັນຜັກທີ່ນິຍົມບໍລິໂພກທົ່ວໄປ ໂດຍສະເພາະແມ່ນນຳໃຊ້ນຳຮ້ານອາຫານຕ່າງໆ
ລັກສະນະທົ່ວໄປ : ຜັກກາດນາເປັນຜັກອາຍຸ 2 ປີ. ແຕ່ປູກເປັນຜັກອາຍຸປີດຽວ. ອາຍຸຕັ້ງແຕ່ຫວ່ານ ຫລື ຢອດເມັດຈົນເຖີງເກັບກ່ຽວປະມານ 45​ 55 ວັນ ຜັກກາດນາສາມາດປູກໄດ້ຕະຫລອດປີ.ແຕ່ເວລາທີ່ປູກໄດ້ຜົນດີທີ່ສຸດແມ່ນໃນຊ່ວງເດືອນ ຕຸລາ ຫາ ເມສາ.ຜັກກາດນາ ສາ ມາດຂຶ້ນໄດ້ ໃນດິນເກືອບທຸກຊະນິດມີຄວາມອຸດົມສົມບູນສູງພໍຄວນ. ມີຄວາມຊຸ່ມຊື່ນໃນດິນສູງ ສະໝໍ່າສະເໝີ
}ພັນທີ່ໃຊ້ປູກ
ພັນທີ່ນິຍົມປູກຢູ້ບ້ານເຮົາ ເປັນພວກຜັກກາດນາຂາວ ໝົດແບ່ງອອກເປັນປະເພດພັນຕ່າງໆຄື:
}ພັນໃບມົນ : ລັກສະນະໃບກ້ວາງປ້ອງສັ້ນປາຍໃບມົນໜ້າໃບເປັນຫຍໍ່ເລັກນ້ອຍ
}ພັນໃບແຫລມ: ລັກສະນະໃບແຄບ ປາຍໃບແຫລມ ຂໍ້ຫ່າງ ໜ້າໃບລຽບ
}ພັນກ້ານ: ລັກສະນະໃບແຫລມ, ແຕ່ຈຳນວນໃບຕໍ່ຕົ້ນມີຈຳນວນໜ້ອຍກວ່າປ້ອງຍາວ
§ການຕຽມດິນ
ການກ້າເບັ້ຍ ແລະການຍ້າຍເບັ້ຍຫລັງຈາກຕຽມດິນໜານກ້າແລ້ວ ໃຫ້ຫວ່ານເມັດພັນ ໃຫ້ກະຈາຍສະໝ່ຳສະເມີທົ່ວໜານປົກ ດ້ວຍຝຸ່ນບົ່ມ ຫລືຝຸ່ນຄອກໜາປະມານ 0,5 ຫາ 1 ຊຕມ. ສຳເລັດແລ້ວຫົດນ້ຳດ້ວຍບົວຝອຍລະອຽດປົກດ້ວຍເຟືອງບາງໆ .
ການປູກລົງໜານ  ແລະ ການບົວລະບັດຮັກສາ

§ການຕຽມດິນໃຫ້ໄຖ : ຂຸດດິນເລິກປະມານ 10 ຫາ 20 ຊຕມ.ພວນແລະທັບດິນໃຫ້ລະອຽດປະສົມ ຝຸ່ນຄອກຫລືຝຸ່ນບົ່ມໃຫ້ລະອຽດແລ້ວຢອດເມັດລົງເທີງໜ້າໜານໂດຍໃຊ້ໄລຍະຫ່າງລະຫວ່າງຈຸດ/ຈຸດ 25 ຊຕມ.ແຖວ/ແຖວ 40 ຊຕມ. ຢອດເມັດຈຸດລະ 3 ຫາ 5 ເມັດ. ເອົາດິນປົກໜ້າ0,5ຊຕມ. ເມື່ອຕົ້ນເບັ້ຍອາຍຸໄດ້ 15​ ຫາ 20 ມື້. ຖອນແຍກໃຫ້ເຫລືອຂຸມລະຕົ້ນ.
ການໃສ່ຝຸ່ນ
  ພືດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນດັ່ງນັ້ນພຶດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນ.ດັ່ງນັ້ນ,ການ ກຳນົດຝຸ່ນເພື່ອນຳໃຊ້ແມ່ນມີ ຄວາມຈຳ ເປັນໃຫ້ຖືກຕ້ອງແນ່ໃສ່ການລຸດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດຕິຜົນສູງດ້ານຜົນ ຜະລິດ ໂດຍສະເພາະດ້ານການຈະເລີນເຕິບໂຕທາງໃບ ;ທາງກ້ານ ແລະ ລຳຕົ້ນ .ດັ່ງນັ້ນ ຈື່ງແນະນຳໃຫ້ໃສ່ຝຸ່ນຄອກ ແລະ ຝຸ່ນບົ່ມຊື່ງມີການປັບປຸງດິນແລະປະຫຍັດ ລາຍ ຈ່າຍ ທາງດ້ານຕົ້ນທຶນ. 
ການໃຫ້ນໍ້າ
ຄວນໃຫ້ຢ່າງພຽງພໍແຕ່ຢ່າໃຫ້ປຽກເກີນໄປ ໂດຍເບີ່ງຄວາມຊຸ່ມຊື່ນໃນໜານປູກ
 ການພວນດິນກໍາຈັດຫຍ້າ
ຄວນເຮັດໃນໄລຍະທຳອິດເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະ ນ້ຳ  ໄດ້ ດີ ພ້ອມກັບກຳຈັດຫຍ້າໄປພ້ອມໆກັນ. ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນ  ເຮັດ ເລີຍ   
ການເກັບກ່ຽວ 
ຜັກກາດນາທີ່ປູກໃນບ້ານເຮົາມີອາຍຸເກັບກ່ຽວປະມານ 45 ຫາ 55 ວັນ.ຫລັງຈາກປູກ ຊື່ງ ເປັນຜັກກາດນາທີ່ໃຫຍ່ເຕັມທີ. ນອກຈາກນີ້ເຮົາຍັງໄດ້ຜັກກາດນາອ່ອນ ຫລື ເອີ້ນວ່າ ຍອດຜັກກາດນາ ຊື່ງໄດ້ຈາກການຖອນແຍກເວລາທີ່ມີອາຍຸປະມານ 30 ວັນ

Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.