ການທາບກິ່ງ (APPROACH GRAFTING)

 
 
ການທາບກິ່ງເປັນວິທີການຂະຫຍາຍພັນທີ່ໃຫ້ໄດ້ຕົ້ນພັນດີ ຊຶ່ງມີລັກສະນະທາງສາຍພັນເໜືອນຕົ້ນແມ່ວິທີໜຶ່ງ ໂດຍກິ່ງພັນດີເຮັດໜ້າທີ່ເປັນລຳຕົ້ນຂອງຕົ້ນພືດໃໝ່, ສ່ວນຕົ້ນຕໍທີ່ນຳມາທາບຕິດກັບກິ່ງຂອງຕົ້ນພັນດີ ຈະເຮັດໜ້າທີ່ເປັນລະບົບຮາກ ເພື່ອລຳລຽງທາດອາ ຫານໃຫ້ກັບຕົ້ນພັນດີ.
·           ວັດສະດຸອຸປະກອນທ່ີໃຊ້ໃນການທາບກິ່ງ
1.   ມີດບາງ ຫຼື ມີດທີ່ໃຊ້ສຳຫຼັບຂະຫຍາຍພັນ
2.   ມີດຕັດແຕ່ງກິ່ງໄມ້
3.   ແຜ່ນຢາງ ຫຼື ຜ້າຢາງຮຳງ່າໄມ້ (ເທບພັນ)
4.   ຖົງຢາງດຳ ຂະໜາດ 22x25 cm ໃຊ້ໄວ້ຊຳກິ່ງທາບ
5.   ຖົງຢາງຂາວ ຂະໜາດ 4x6 ນິ້ວ ໃຊ້ເຮັດເບົ້າທາບ
6.   ຕົ້ນຕໍ ຫຼື ເບົ້າທາບ
7.   ເຊືອກຟາງ ຫຼື ລວດ
·           ວິທີການທາບກິ່ງແບ່ງອອກເປັນ 2 ແບບ​ໃຫຍ່ຄື:
1)  ການທາບກິ່ງແບບແປະກັນ (Approach grafting)
ການທາບກິ່ງແບບນີ້ທັງຕົ້ນຕໍ່ ແລະ ກິ່ງພັນດີຕ່າງກໍຍັງມີຮາກ ແລະ ຍອດຢູ່ທັງສອງ ມັກໃຊ້ໃນການທາບກິ່ງໄມ້ໃຫ້ໝາກ ທີ່ຮອຍແຜປະສານກັນຊ້າເຊັ່ນ: ການທາບກິ່ງໝາກຂາມ ເປັນຕົ້ນ ການທາບກິ່ງ​ແບບ​ນີ້​ແບ່ງ​ອອກ​ເປັນ 3 ​ແບບ​ຍ່ອຍ​ດັ່ງ​ນີ້:
. ວິທີແບບຝານບວບ (Spliced approach grafting)
-   ເລືອກຕົ້ນຕໍ ແລະ ກິ່ງພັນດີ ບໍລິເວນທີ່ຈະທາບໃຫ້ມີຂະໜາດເທົ່າໆ ກັນ ແລະ ມີລັກສະນະລຽບຊື່
-   ປາດກິ່ງພັນດີເຂົ້າໄປໃນເນື້ອໄມ້ເລັກໜ້ອຍ ຮອຍແຜຍາວປະ ມານ 2.5 - 5 cm ລັກສະນະແຜຮອຍປາດຄ້າຍຄືຮູບໂລ້
-   ຕຽມຕົ້ນຕໍໃນລັກສະນະດຽວກັນ ແລະ ມີຄວາມຍາວເທົ່າກັບຮອຍແຜເທິງກິ່ງພັນດີ
-   ມັດຕົ້ນຕໍ ແລະ ຍອດພັນດີເຂົ້າກັນ ໂດຍຈັດເນື້ອເຍື້ອຈະເລີນໃຫ້ສຳພັດກັນຫຼາຍທີ່ສຸດ
.    ວິທີການທາບກິ່ງແບບເຂົ້າລີ້ນ (Tongued approach grafting)
                       ເປັນວິທີຄ້າຍຄືວິທີທຳອິດ ແຕ່ຕ່າງກັນບ່ອນທີ່ຮອຍແຜຂອງຕົ້ນ ແລະ ກິ່ງພັນດີ ຈະເປັນລີ້ນ ເພື່ອໃຫ້ສາມາດສອດເຂົ້າຫາກັນໄດ້
-   ເລືອກຕົ້ນຕໍ ແລະ ກິ່ງພັນດີ ບໍລິເວນທີ່ຈະທາບ ໃຫ້ມີຂະໜາດເທົ່າໆ ກັນ.
-   ປາດຕົ້ນຕໍໃຫ້ເປັນແຜ ເປັນຮູບໂລ່ ຍາວປະມານ 2.5 -5 cm ພະຍາຍາມປາດໃຫ້ລຽບ ຢ່າໃຫ້ເປັນຄື້ນ
-   ຈາກ 1/3 ຂອງປາຍຮອຍແຜທີ່ປາດນັ້ນ ປາດໃຫ້ເປັນລີ້ນລົງມາສະເໝີກັບສົ້ນຮອຍແຜດ້ານລຸ່ມ
-   ປາດກິ່ງພັນດີໃນລັກສະນະດຽວກັນ ແຕ່ໃຫ້ລີ້ນທີ່ປາດກັບລົງໃນລັກສະນະກົງກັນຂ້າມກັບລີ້ນຂອງຕົ້ນຕໍ
-   ສອດລີ້ນຂອງຕົ້ນຕໍ ແລະ ກິ່ງພັນດີເຂົ້າກັນ ໂດຍຈັດໃຫ້ເຍື້ອຈະເລີນດ້ານໃດດ້ານໜຶ່ງສຳພັດກັນໃຫ້ຫຼາຍທີສຸດ
-   ພັນຮອບແຜດ້ວຍເທບພັນໃຫ້ແໜ້ນ
. ວິທີທາບກິ່ງແບບ​ແກະ​ເປືອກ (Inlay approach grafting)
                    ການທາບກິ່ງວິທີນີ້ມັກໃຊ້ ເພື່ອການປ່ຽນຍອດ ຫຼື ການເສີມຮາກໃຫ້ຕົ້ນໄມ້ທີ່ມີລະບົບຮາກບໍ່ແຂງແຮງ ຫຼື ລະບົບຮາກຖືກທຳລາຍ ວິທີການປະຕິບັດມີດັ່ງນີ້:
1.   ປາດເປືອກຕົ້ນຕໍທີ່ບໍລິເວນທີ່ຈະທາບ ໃຫ້ມີຄວາມຍາວປະມານ 2.5-5 cm ໂດຍປາດເປັນ 2 ຮອຍ ໃຫ້ຂະໜານກັນ ແລະ ໃຫ້ຮອຍປາດຫ່າງກັນເທົ່າກັບເສັ້ນຜ່າສູນກາງຂອງກິ່ງພັນດີ
2.   ປາດເປືອກຕາມລວງຂວາງ ຊື່ຫົວ ແລະ ທ້າຍຮອຍປາດ ທີ່ຂະໜານກັນແລ້ວແກະເອົາເປືອກອອກ
3.   ປາດກິ່ງພັນດີໃຫ້ເຂົ້າເນື້ອໄມ້ເປັນຮູບໂລ່ ແລະ ໃຫ້ຍາວເທົ່າກັນຄວາມຍາວຂອງແຜທີ່ກຽມເທິງຕົ້ນຕໍ
4.   ທາບກິ່ງພັນດີທີ່ບໍລິເວນປາດນັ້ນ ໃຫ້ເຂົ້າໃນແຜເທິງຕົ້ນຕໍ
5.   ໃຊ້ຕາປູນ້ອຍຕອກກິ່ງພັນດີຕິດກັບຕົ້ນຕໍ ແລ້ວພັນດ້ວຍແຜ່ນ ຢາງ ຫຼື ເທບພັນໃຫ້ແໜ້ນ
6.   ເມື່ອກິ່ງພັນດີ ແລະ ຕົ້ນຕໍຕິດກັນດີ ແລ້ວຈຶ່ງຕັດຕົ້ນຕໍເໜືອຮອຍຕໍ່ ແລະ ຕັດກິ່ງພັນດີໃຕ້ຮອຍຕໍ່ ກໍລະນີຕ້ອງການປ່ຽນເປັນຍອດພັນດີ
ພັນດ້ວຍແຜ່ນຢາງ ຫຼື ເທບພັນໃຫ້ແໜ້ນ

Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.