
2.1 ການກຽມດິນ:
ພືດແຕ່ລະຊະນິດຕ້ອງການສະພາບຂອງດິນແຕກຕ່າງກັນເພາະດິນອາດເປັນດິນໜຽວ,ດິນຊາຍ...ພ້ອມ
ນີ້ກໍຂຶ້ນກັບພຶດແຕ່ລະຊະນິດອີກດ້ວຍ.
2.1.1 ຈຸດປະສົງຂອງການກຽມດິນ.
- ເພື່ອກຳຈັດວັດສະພືດ
- ກຳຈັດພະຍາດ ແລະ ແມງໄມ້
- ເຮັດໃຫ້ດິນຖ່າຍເທອາກາດໄດ້ດີ
- ຊ່ວຍໃຫ້ສະພາບຂອງດິນເໝາະສົມກັບຮາກພືດໃນການຊອກຫາອາຫານ
- ປັບປຸງຄຸນນະພາບຂອງດິນ
1.1.1 ວິທີການກຽມດິນ
ທຳມະດາແລ້ວ ການກຽມດິນມີ 2 ວິທີຄື:
1
ການກຽມດິນໃນລະດູແລ້ງ:
ການກຽມດິນໃນລະດູນີ້ ສວນຫຼາຍຈະເຮັດຂອບ ໜານສູງ
ເພື່ອບໍ່ໃຫ້ນ້ຳໄຫຼອອກຈາກໜານ.
2
ການກຽມດິນໃນລະດູຝົນ:
ການກຽມດິນໃນລະດູນີ້ ສວນຫຼາຍຈະເຮັດຂອບ
ໜານຕໍ່າ ເພື່ອໃຫ້ນ້ຳໄຫຼອອກຈາກໜານ.
2.1.3 ຂັ້ນຕອນການກຽມດິນ
1 ການກໍາຈັດວັດສະພືດ:ກ່ອນກຽມດິນຕ້ອງກຳຈັດວັດສະພືດອອກໃຫ້ໝົດເພື່ອສະດວກໃນການໃຊ້ເຄື່ອງມື.
2 ຂຸດຫຼືໄຖປະໄວ້ປະມານ 5-7 ວັນເພື່ອທຳລາຍພະຍາດ
ແລະ ແມງໄມ້ບາງຊະນິດ,ການກຂຸດຫຼືໄຖແມ່ນເລີກປະມານ 10-20 cmແລ້ວຈຶ່ງຄາດໃຫ້ລະອຽດ ແລະ
ຍົກເປັນໜານປະໄວ້.
2.2 ການກ້າເມັດ
2.2.1 ການກຽມເມັດພັນ
ເມັດພັນມີຄວາມສຳຄັນຫຼາຍ,ແຕ່ການຂະຫຍາຍພັນດ້ວຍເມັດຕ້ອງເລືອກເອົາເມັດທີ່ດີຊຶ່ງມີລັດ
ສະນະດັ່ງນີ້:
-
ສະອາດ
ແລະ ບໍ່ມີສິ່ງເຈືອປົນ
-
ບໍ່ໃຫ້ມີພະຍາດ
ແລະ ແມງໄມ້
- ມີເປີເຊັນຄວາມແຕກງອກສູງ
- ໂຄພັນເດີມ
2.2.2 ວິທີການກ້າເມັດ:
ການກ້າເມັດສາມາດເຮັດໄດ້ຫຼາຍວິທີຄື:
ການກ້າໃນກະບະ, ການກ້າໃນຖົງຢາງ ແລະ ການກ້າໃນໜານ,ການກ້າແຕ່ລະຢ່າງມີຄວາມເໝາະສົມໃນແຕ່ລະພື້ນທີ່ແຕກຕ່າງກັນ.
2.2.3 ການຍ້າຍເບ້ຍຜັກ:
ກ ການຍ້າຍຕົ້ນເຍ້ຍອາດເຮັດໄດ້ 2 ວິທີຄື:
- ການຍ້າຍແບບຮາກເປືອກ:
ເຮັດໄດ້ໂດຍການດຶງຖອດເບ້ຍຈາກໜານແລ້ວນຳໄປປູກ,ຕົ້ນກ້ານີ້ອາດມີດິນຕິດເລັກນ້ອຍ
ຫຼື ບໍມີເລີຍ.
- ການຍ້າຍແບບມີດິນຕິດຮາກ:
ເຮັດໄດ້ໂດຍການຂຸດຍ້າຍຕົ້ນເບ້ຍຈາກໜານກ້າ ແລ້ວນຳໄປປູກ
ວິທີນີ້ການລອດຕາຍອາດສູງ.
ຂ ໄລຍະທີ່ເໝາະສົມໃນການຍ້າຍຕົ້ນເບ້ຍປູກ
ການຍ້າຍຕົ້ນເບ້ຍໂດຍທົ່ວໄປນິຍົມປະຕິບັດໃນເວລາທີແດດບໍ່ກ້າເພື່ອໃຫ້ມີການຄາຍນ້ຳໜ້ອຍທີ່ສຸດ.
2.3 ການບົວລະບັດຮັກສາ
2.3.1 ການໃຫ້ນ້ຳ
ການໃຫ້ນ້ຳຄວນໃຫ້ປະລິມານເໝາະສົມ ແລະ
ມີຫຼັກການໃນການພິຈາລະນາດັ່ງນີ້:
- ຊະນິດຂອງຜັກ
- ຊະນິດຂອງດິນ
- ອາຍຸຂອງຜັກ
- ສະພາບແວດລ້ອມ
- ວິທີການໃຫ້ນ້ຳ
2.3.2 ການພວນດິນ
ການກພວນດິນແມ່ນການພີກປີ້ນດິນບໍ່ໃຫ້ດິນແໜ້ນພ້ອມທັງເປັນການກຳຈັດວັດສະພືດໃນພື້ນທີ່ປູກ
ແລະ ອາດເຮັດພ້ອມກັນກັບການໃສ່ຝຸ່ນ.
2.3.3 ການໃສ່ຝຸ່ນ
ການໃສ່ຝຸ່ນພືດຄວນໃສ່ທັງຝຸ່ນອິນຊີ ແລະ ຝຸ່ນເຄມີໂດຍໃສ່ລົງໄປໃນປະລິມານທີ່ເໝາະສົມເພື່ອປັບປຸງຄຸນສົມບັດຂອງດິນເພື່ອໃຫ້ເໝາະສົມກັບການຈະເລີນເຕີບໂຕຂອງພືດ
ແລະນຳໄປໃຊ້ໃນການເພີ່ມ
ຜົນຜະລິດ.
# ວິທີການໃສ່ຝຸ່ນສວນຫຼາຍປະຕິບັດໄດ້ 3 ວິທີຄື:
- ການໃສ່ແບບຫວານ
- ການໃສ່ເປັນຈຸດ
- ການໃສ່ທາງໃບ
2.3.4 ການປັກຄ້າງ
ມີພືດບາງຊະນິດຕ້ອງການຂຶ້ນຄ້າງເນື່ອງຈາກພືດດັ່ງກ່າວມີເຄືອແລະ
ມື ສຳລັບຈັບຄ້າງເພື່ອໃຫ້ຜົນຜະລິດດີຂື້ນເຊັ່ນ: ໝາກຖົ່ວ,ໝາກແຕງ,ໝາກຮະ…ສ່ວນວິທີການເຮັດຄ້າງແມ່ນຂຶ້ນກັບວິທີການ
ແລະ ຊະນິດຂອງພືດ.
2.3.5 ການຕັດແຕ່ງ
ໝາຍເຖິງການເດັດ ແລະ ການຕັດແຕ່ງກິ່ງແໜງ
ຫຼື ສ່ວນອື່ນໆທີ່ບໍ່ຈຳເປັນ ເພື່ຶອໃຫ້ຜົຜະລິດ
ທີ່ໄດ້ຮັບດີຂຶ້ນ,
ການຕັດແຕ່ງຄວນປະຕິບັດໃນເວລາພາກສ່ວນຕ່າງໆ ຂອງພືດມີຂະໜາດນ້ອຍຖ້າປະຕິບັດຊ້າ
ພືດຈະໃຊ້ອາຫານໄປລ້ຽງສ່ວນຕ່າງໆພາໃຫ້ຜົນຜະລິດຕົກຕໍ່າ.
2.3.6 ການປ້ອງກັນ
ແລະ ກຳຈັດສັດຕູພືດ
ສັດຕູທີ່ສຳຄັນຂອງພືດມີ 2
ພາກສ່ວນໃຫຍ່ຄື: ພະຍາດ ແລະ ແມງໄມ້
ກ ແມງໄມ້
ແລະ ການປ້ອງກັນກຳຈັດ
ແມງໄມ້ເປັນສັດຕູທີທຳລາຍພາກສ່ວນຕ່າງໆພາໃຫ້ມີຄວາມເສຍຫາຍ
ແມງທີພົບມີຄື: ບົ້ງ,ເພຍອ່ອນ,ແມງວັນ,ແມງປີກແຂງ...
# ການປ້ອງກັນ
ແລະ ກຳຈັດ
- ໃຊ້ແມງທີ່ເປັນປະໂຫຍດທຳລາຍ
- ວິທີເຂດຕະກຳ
- ການໃຊ້ພັນຕ້ານທານ
- ການໃຊ້ວິທີກົນ
- ໃຊ້ສານກຳຈັດແມງ
ຂ ພະຍາດ
ແລະ ການປ້ອງກັນກຳຈັດ
ສາເຫດທີ່ພາໃຫ້ເກີດພະຍາດມີ
2 ສາເຫດຄື:
-
ເກີດຈາກສິ່ງບໍ່ມີຊີວິດ:ການຂາດທາດອາຫານ,ສະພາບແວດລ້ອມບໍ່ເໝາະສົມ
-
ເກີດຈາກສິ່ງທີມີຊີວິດເຊັ່ນ:
ເຊື້ອຣາ,ແບກທີເຣຍ,ໄວຣັດສ,ໄພໂຄພຼມາ ແລະ ຂີ້ເກາະເດືອຝອຍ
# ການປ້ອງກັນກຳຈັດ
-
ວິທີເຂດຕະກຳ
-
ການໃຊ້ວິທີທາງຊີວະພາບ
ຫຼື ທາງເຄມີ
2.4 ການເກັບກ່ຽວ
ຂະບວນການເກັບກ່ຽວເປັນຂັ້ນຕອນສຸດທ້າຍຂອງການປູກພືດຊຶ່ງນັບວ່າມີຄວາມສຳຄັນຫຼາຍປັດໄຈສຳຄັນຂອງການເກັບກ່ຽວຄື:ໄລຍະເວລາຂອງການເກັບກ່ຽວພືດແຕ່ລະຊະນິດຈະແຕກຕ່າງກັນຂຶ້ນກັບຊະນິດແລະ
ແນວພັນ.
4.4.1 ໄລຍະເວລາທີ່ເໝາະສົມຂອງການເກັບກ່ຽວ
ໄລຍະເວລາທີ່ເໝາະສົມຂອງການເກັບກ່ຽວແມ່ນຂຶ້ນກັບ:
- ຊະນິດຂອງພືດ
- ອາຍຸຂອງພືດ
- ຊ່ວງເວລາໃນການເກັບກ່ຽວ
- ຈຸດປະສົງຂອງຜູ້ປູກ
- ຄວາມຕ້ອງການຂອງຕະຫຼາດ
4.4.2 ວິທີການເກັບກ່ຽວ
ການເກັບກ່ຽວພືດບໍ່ຖືກວິທີຈະເຮັດໃຫ້ຄຸນນະພາບຕໍ່າ,
ມີການເສຍຫາຍການເກັບກ່ຽວຕ້ອງລະ
ມັດລະວັງພິເສດຄື: ບໍ່ໃຫ້ມີຮອຍຊໍ້າ ຫຼື ບາດແຜ
ເພາະຈະພາໃຫ້ເຊື້ອພະຍາດເກີດໄດ້ງ່າຍ ວິທີການເກັບກ່ຽວພືດແຕ່ລະຊະນິດຈະແຕກຕ່າງກັນຂຶ້ນກັບພາກສ່ວນຂອງພືດທີ່ຈະນຳໄປໃຊ້ປະໂຫຍດ.
No comments:
Post a Comment