ການປູກເຫັດເຟືອງ
ການປູເຫັດເຟືອງໃນໜານປູກສາມາດເຮັດໄດ້ຫຼາຍວິທີດັ່ງນີ້: ການປູກເຫັດເຟືອງແບບກອງສູງ, ການປູກເຫັດເຟືອງແບບກອງຕໍ່າ,
ການປູກແບບອຸດສາຫະກໍາ ແລະ ການປູກ ໂດຍໃຊ້ເປືອກຖົ່ວຂຽວ
ແຕ່ໃນນີ້ຈະເວົ້າເຖິງການປູກແບບກອງສູງ ແລະ ກອງຕໍ່າ
ເຊິ່ງເປັນວິທີທີ່ເໝາະສົມປູກໃນປະເທດເຮົາ.
9.1.1.
ວັດສະດຸອຸປະກອນທີ່ໃຊ້ປູກ
- ຕໍເຟືອງ: ຄວນມັດໃຫ້ດ້ານກົກ ແລະ
ປາຍຢູ່ດ້ານດຽວກັນແລ້ວຕັດທາງປາຍໃຫ້ສະເໝີກັນແຕ່ລະຟ່ອນມີເສັ້ນຜ່າກາງ ປະມານ 20
cm.
- ສະຖານທີ່ປູກ: ຄວນໃກ້ກັບທົ່ງນາ ຫລື
ໃນທົ່ງນາເລີຍຍິ່ງເປັນການດີເພື່ອສະດວກໃນການຂົນຍ້າຍມັດເຟືອງ ແລະ
ເມື່ອສຳເລັດການປູກເຫັດເຟືອງແລ້ວເຟືອງກໍຈະຍ່ອຍສະລາຍຕົວເຊິ່ງເຮົາຈະໄຖກົບລົງໄປໃນດິນກໍຈະເປັນຝຸ່ນໄປເລີຍ.
- ຫົວເຊື້ອເຫັດເຟືອງ: ຄວນເປັນຫົວເຊື້ອທີ່ດີໃຫ້ຜົນຜະລິດສູງ,
ເສັ້ນໄຍບໍ່ເປັນໝັນ ແລະ ເປັນຫົວເຊື້ອທີ່ບໍ່ອ່ອນ ຫລື ແກ່ເກີນໄປ.
- ວັດສະດຸທີ່ໃຊ້ປົກຄຸມໜານ: ນິຍົມໃຊ້ຜ້າຢາງເພື່ອຫງ່າຍຕໍ່ການສັງເກດເບິ່ງການຈະເລີນເຕີບໂຕຂອງເຫັດເຟືອງແຕ່ຜ້າຢາງໃສຈະມີຂໍ້ເສຍຄືເຫັດຈະໄດ້ຮັບແສງສະຫວ່າງຫຼາຍເກີນໄປ.
ດັ່ງນັ້ນ ຄວນໃຊ້ຈ່າມຫຍ້າຄາ ຫລື
ເຟືອງແຫ້ງປົກຄຸມທັບຜ້າຢາງອີກເທື່ອໜຶ່ງ.
- ອາຫານເສີມ: ອາຫານເສີມສຳລັບເຫັດເຟືອງໄດ້ແກ່:
ມູນສັດທີ່ສະລາຍຕົວດີແລ້ວ, ຜັກຕົບຊວາແຫ້ງ,
ກາກຝ້າຍ, ໃຈງີ້ວ, ໃຈຝ້າຍເປັນຕົ້ນແຕ່ຄວນລະວັງພວກອາຫານເສີມເຫຼົ່ານີ້ຢ່າໃຫ້ມີເຊື້ອຣາປົນມານຳ.
- ໄມ້ຫຼັກສຳລັບປັກຫົວ ແລະ ທ້າຍໜານຈຳນວນ 4 ຫຼັກ, ໄມ້ແປ້ນໜາປະມານ 1.2 cm, ກວ້າງ 18 - 20 cm
ແລະ ຍາວ ປະມານ 1 - 1.5 mຈຳນວນ 1 ແຜ່ນ ໄວ້ສຳລັບຕົບແຕ່ງ ໜານໃຫ້ເປັນລະບຽບ.
- ບົວຫົດນໍ້າ
- ມີດ ແລະ ຈົກ
9.1.2.
ວິທີການກຽມໜານກ່ອນປູກ
ໃນກໍລະນີທີ່ພື້ນທີ່ປູກເຄີຍປູກມາຫຼາຍຄັ້ງແລ້ວຄວນຂຸດດິນຕາກແດດ ຫລື
ໂຮຍປູນຂາວເພື່ອຂ້າເຊື້ອ ຫຼັງຈາກນັ້ນຈຶ່ງປະຕິບັດຄື:
- ກຳຈັດວັດຊະພືດໃນບໍລິເວນນັ້ນອອກໃຫ້ໝົດ
- ໃຊ້ທາດເຄມີປະສົມນ້ຳຫົດໃຫ້ທົ່ວເພື່ອປ້ອງກັນມົດ
ແລະ ແມງໄມ້.
- ຍົກໜານໃຫ້ສູງຈາກພື້ນດິນປະມານ 18-20
cm ຄ້າຍຄືໜານປູກຜັກເພື່ອປ້ອງກັນບໍ່ໃຫ້ນ້ຳຖ້ວມ.
- ພວນດິນໃນໜານໃຫ້ມຸ່ນເພື່ອໃຫ້ນ້ຳໄຫຼຊຶ່ມຜ່ານໄດ້ດີ
ເພາະເຊື້ອເຫັດບາງສ່ວນຈະລົງໄປໃນດິນໄດ້ຮັບຄວາມຊຸ່ມໄດ້ດີ.
- ໃນໄລຍະທີ່ກຽມໜານຄວນແຊ່ເຟືອງໄວ້ ໂດຍໃຊ້ເວລາປະມານ 2-4 h ເພື່ອໃຫ້ເຟືອງດູດນ້ຳໄດ້ດີຢ່າງເຕັມທີ່, ຖ້າເປັນເຟືອງໃໝ່ຄວນໃຊ້ເວລາແຊ່ດົນກວ່າເຟືອງເກົ່າ.
- ປັກຫຼັກບໍລິເວນທ້າຍ ແລະ
ຫົວຂອງໜານເພື່ອປ້ອງກັນບໍ່ໃຫ້ເຟືອງສະ ຫລື ເລື່ອນອອກຈາກນອກໜານ.
ນຳເອົາມັດເຟືອງທີ່ແຊ່ນ້ຳແລ້ວນັ້ນມາວາງຮຽງກັນເທິງໜານ
ໃຫ້ແຕ່ລະມັດຫ່າງກັນເລັກນ້ອຍ ໂດຍໃຫ້ດ້ານຕໍເຟືອງຢູ່ດ້ານດຽວກັນ
ແລ້ວໃຊ້ໄມ້ແປ້ນທີ່ກຽມໄວ້ມາຕົບດ້ານຕໍເຟືອງໃຫ້ສະເໝີກັນທັງໜານ ຫຼັງຈາກນັ້ນ, ຈຶ່ງຕັດເຊືອກທີ່ມັດເຟືອງອອກຕໍເຟືອງທີ່ຈະຊະອອກຢ່າງສະໝ່ຳສະເໝີເຊິ່ງຈະໜາ
ປະມານ 12-15 cm. ຈາກນັ້ນກໍຂຶ້ນຢຽບໃຫ້ແໜ້ນພ້ອມທັງຫົດນ້ຳດ້ວຍບົວໃຫ້ຊຸ່ມ.
- ໂຮຍອາຫານເສີມໃຫ້ຫ່າງອອກຈາກຂອບໜານປະມານ
1 ຝາມື
- ໂຮຍຫົວເຊື້ອໃສ່ເທິງອາຫານເສີມ
- ເມື່ອເຮັດຊັ້ນທີ 1 ສຳເລັດແລ້ວກໍເຮັດຊັ້ນທີ
2 ຕໍ່ແຕ່ຄວນນຳເອົາເຟືອງວາງສະຫຼັບດ້ານຕໍເຟືອງກັບດ້ານທີ 1 ແລ້ວຕັດ ຫລື ຮຳສ່ວນປາຍທີ່ເລື່ອນອອກມາໃຫ້ສະເໝີກັນ
ຫຼັງຈາກນັ້ນກໍຕັດເຊືອກທີ່ມັດຕໍເຟືອງອອກເຂ່ຍໃຫ້ສະໝ່ຳສະເໝີຂຶ້ນຢຽບໃຫ້ແໜ້ນພ້ອມທັງຫົດນ້ຳໃຫ້ຊຸ່ມ.
ຈາກນັ້ນຈຶ່ງໂຮຍອາຫານເສີມ ແລະ
ໂຮຍຫົວເຊື້ອເທິງອາຫານເສີມຄ້າຍກັບຊັ້ນທີ 1 ແລະ 2 ໂດຍໃຫ້ແຕ່ລະຊັ້ນໃຫ້ສະຫຼັບທາງດ້ານຕໍເຟືອງສະເໝີ.
- ສ່ວນຊັ້ນສຸດທ້າຍ
ຄວນໂຮຍອາຫານເສີມ ແລະ ຫົວເຊື້ອ
ໃຫ້ທົ່ວເລີຍກໍໄດ້ແລ້ວໃຊ້ເຟືອງປົກຄຸມໃຫ້ໜາພໍປະມານພ້ອມທັງຫົດນ້ຳໃຫ້ຊຸ່ມ. ເມື່ອຮອດຊັ້ນສຸດທ້າຍເຮົາກໍຈະໄດ້ໜານເຫັດສູງປະມານ
50 - 60 cm.
- ໃຊ້ຜ້າຢາງປົກຄຸມໜານເພື່ອຮັກສາຄວາມຊຸ່ມ
ແລະ ບໍ່ໃຫ້ໄດ້ຮັບແສງສະຫວ່າງເກີນໄປ.
ຫຼັງປູກໄດ້ 3 - 4 ມື້ຄວນກວດເບິ່ງ
ສະພາບຄວາມຊຸ່ມ ແລະ ອຸນຫະພູມໃນ ໜານວ່າເໝາະສົມຕໍ່ການຈະເລີນເຕີບໂຕ ຫລື ບໍ່
ໂດຍໃຊ້ຫຼັງມືແປະເບິ່ງທີ່ໜານເຫັດເຟືອງດ້ານໃນເຊິ່ງ
ໜານເຫັດຈະຕ້ອງມີອຸນຫະພູມສູງກວ່າຂ້າງນອກແຕ່ຖ້າສູງເກີນໄປໃຫ້ເປີດຜ້າຢາງອອກປະມານ
1 - 2 h ເພື່ອໃຫ້ອາກາດຖ່າຍເທອອກ. ຈາກນັ້ນຈຶ່ງປົກຜ້າຢາງຄືນ.
- ໃນໄລຍະ 3 - 4 ມື້ນີ້ອາດຈະໃຊ້ວິທີການ,
ໜານເຫັດເຟືອງ ໂດຍໃຊ້ເຟືອງໂຮຍອ້ອມໜານດ້ານຂ້າງ ແລະ
ເທິງແລ້ວຈູດໄຟຂຶ້ນໄຟກໍຈະໄໝ້ເສດເຟືອງທີ່ເລື່ອນອອກມາຂ້າງໜານເຊິ່ງເສດເຟືອງທີ່ຖືກເຜົາກໍຈະກາຍເປັນຂີ້ເຖົ່າ
ແລະ ມີລິດເປັນດ່າງເລັກນ້ອຍ ເຊິ່ງມີຜົນຕໍ່ການຈະເລີນເຕີບໂຕ
ຂອງເຫັດເຟືອງເຮັດໃຫ້ດອກໃຫຍ່ ແລະ ຜົນຜະລິດສູງຂຶ້ນ
ວິທີນີ້ຈະບໍ່ປະຕິບັດກໍໄດ້ແຕ່ຊ່ວງຍາມໜາວອຸນຫະພູມໃນໜານອາດຕ່ຳການເຜົາໜານເຫັດອາດຈະຊ່ວຍເຮັດໃຫ້ອຸນຫະພູມໃນໜານສູງຂຶ້ນໄດ້.
- ຫຼັງປູກໄດ້ 7 ມື້ໃຫ້ເປີດຜ້າຢາງດ້ານຂ້າງ
ແລະ ໃຊ້ມືຮື້ຊັ້ນ ຂອງເຟືອງເບິ່ງ
ກໍຈະເຫັນມີເສັ້ນໄຍ
ຂອງເຫັດເຟືອງເປັນສີຂາວຈະເລີນອອກມາໃຫ້ເຫັນຢ່າງຊັດເຈນເສັ້ນໄຍເຫຼົ່ານີ້ຈະກາຍເປັນດອກເຫັດຕໍ່ໄປ. ໃນໄລຍະນີ້ຖ້າເຫັນວ່າໜານເຫັດແຫ້ງເກີນໄປກໍໃຫ້ຫົດນ້ຳດ້ວຍບົວເລັກນ້ອຍ
ຫລື ອາດຈະຫົດບໍລິເວນອ້ອມໜານໃຫ້ປຽກ ແລະ
ປົກຜ້າຢາງຄືນຖ້າປູກໃນລະດູໜາວເສັ້ນໄຍຈະເຕີບໂຕຊ້າກວ່າລະດູຮ້ອນ ໂດຍໃຊ້ເວລາປະມານ 12 - 15 ມື້,
ສ່ວນການຈະເລີນເຕີບໂຕ ຂອງເສັ້ນໄຍຈະພົບເຫັນຫຼັງຈາກປູກໄດ້ 7 - 9 ມື້,
ຫຼັງປູກໄດ້ 12 - 15 ມື້
ຈະພົບເຫັນດອກເຫັດເລີ່ມງອກອອກມາທາງດ້ານຂ້າງ ແລະ ດ້ານເທິງຂອງໜານ ແລະ
ບາງເທື່ອກໍຈະງອກອອກມາຕາມໜ້າດິນດ້ານຂ້າງ ຂອງໜານອີກດ້ວຍ. ໄລຍະນີ້ຄວນລະວັງຢ່າໃຫ້ນ້ຳແກ່ໜານເຫັດ
ຄວນລະວັງບໍ່ໃຫ້ຝົນຕົກລົງຖືກໜານເຫັດເພາະດອກເຫັດຈະເໜົ່າແຕ່ຖ້າໜານເຫັດແຫ້ງເກີນໄປກໍແກ້ໄຂ
ໂດຍການຫົດນ້ຳອ້ອມຮອບໜານເຫັດແລ້ວໃຊ້ຜ້າຢາງປົກຄຸມຄືນ.
- ການເກັບຜົນຜະລິດ: ຄວນເລືອກເກັບເອົາແຕ່ດອກທີ່ຢູ່ໃນໄລຍະຈູມຢູ່ ຫລື ໄລຍະຮູບໄຂ່
ເຊິ່ງຖືວ່າເປັນໄລຍະທີ່ໃຫ້ນ້ຳໜັກດີ ແລະ
ມີຄຸນຄ່າທາງອາຫານສູງການເກັບດອກເຫັດຄວນລະມັດລະວັງບໍ່ໃຫ້ດອກທີ່ຢູ່ໃກ້ກະທົບກະເທືອນ
ເພາະຖ້າເສັ້ນໄຍຂາດກໍຈະເຮັດໃຫ້ດອກທີ່ເຫລືອໃນໜານຊະງັກການຈະເລີນເຕີບໂຕ ແລະ
ຖ້າເປັນດອກທີ່ຍັງນ້ອຍຈະເຮັດໃຫ້ດອກເຫັດຟໍການເກັບດອກຄວນເກັບໃນເວລາເຊົ້າ (ອາຈານບຸນສົ່ງ ວົງກຽງໄກ, 2000).
- ເປັນວິທີທີ່ນິຍົມກັນຫຼາຍເພາະເປັນວິທີທີ່ປະຢັດເຟືອງ ແລະ
ບໍ່ຈໍາເປັນຕ້ອງໃຊ້ເພື່ອປູກແຕ່ຢ່າງດຽວຈຶ່ງສາມາດປູກໄດ້ທຸກລະດູການ.ວັດສະດຸທີ່ໃຊ້ປູກເຊັ່ນ: ເຟືອງແຫ້ງ, ກ້ານກ້ວຍ, ຕົ້ນກ້ວຍ ຫລື
ຈະໃຊ້ຫຼາຍຢ່າງປະສົມກັນກໍໄດ້.
- ອາຫານເສີມ : ນັບວ່າມີຄວາມສຳຄັນຕໍ່ກັບການປູກເຫັດເຟືອງແບບກອງຕໍ່າຫຼາຍເພາະວັດສະດຸທີ່ໃຊ້ປູກມີທາດອາຫານໜ້ອຍກວ່າຕໍເຟືອງ
ຈຶ່ງຈຳເປັນຕ້ອງເພີ່ມອາຫານເສີມໃຫ້ເຫັດອາຫານເສີມ ດັ່ງກ່າວປະກອບມີ: ກາກຝ້າຍ, ໃຈງິ້ວ ແລະ ຜັກຕົບຊວາແຫ້ງ
ຖ້າຕ້ອງການເພີ່ມປະລິມານທາດອາຫານໃຫ້ສູງຫຼາຍຂຶ້ນເຮົາຄວນນຳເອົາອາຫານເສີມມາຄົນກັບຮຳອ່ອນໆ
ໂດຍໃຊ້ອາຫານເສີມ 10 kg/ຮຳ 1-2 kg.
- ຮາງສຳລັບປູກ: ນັບວ່າມີຄວາມສຳຄັນໃນການປູກເຫັດເຟືອງແບບກອງຕ່ຳ, ຮາງໄມ້ທີ່ນິຍົມແມ່ນເປັນຮູບ
4 ລຽມຄາງໜູ, ສູງປະມານ 30 cm ຍາວປະມານ 1.5 m ຄວາມກວ້າງດ້ານເທິງ ປະມານ 30
cm ສ່ວນຄວາມກວ້າງດ້ານລຸ່ມປະມານ 40 cm.
- ຫົວເຊື້ອເຫັດເຟືອງ: ຄວນເປັນຫົວເຊື້ອທີ່ດີ, ໃຫ້ຜົນຜະລິດສູງ, ບໍ່ແກ່ ຫລື ອ່ອນເກີນໄປ ແລະ
ບໍ່ເປັນໝັນ.
- ບົວຫົດນໍ້າ
- ຜ້າຢາງສຳລັບປົກຄຸມໜານ
- ວັດສະດຸຄຸມໜານ: ອາດໃຊ້ຈ່າມຫຍ້າຄາ ຫລື ເຟືອງ (ອະພິຊາດ ແລະ ພິ້ມ, 2012).
9.2.1 ການບົວລະບັດຮັກສາໜານເຫັດເຟືອງ
ການປູກເຫັດເຟືອງແບບກອງຕ່ຳ
ມັກຈະພົບອຸນຫະພູມໃນໜານຂ້ອນຂ້າງຕ່ຳກວ່າແບບກອງສູງ ໂດຍສະເພາະໃນຊ່ວງລະດູໜາວແຕ່ຄວນແກ້ໄຂ
ໂດຍການເຮັດໃຫ້ຫຼາຍຊັ້ນຂຶ້ນສ່ວນການບົວລະບັດຮັກສາແມ່ນປະຕິບັດດັ່ງນີ້:
ໃນລະດູຮ້ອນນີ້ຈະເຫັນວ່າມີອຸນຫະພູມສູງເກີນໄປ ດັ່ງນັ້ນ
ຜູ້ປູກຄວນປະຕິບັດດັ່ງນີ້:
- ໃນຊ່ວງມື້ທີ 1 - 3 ໃຫ້ຄຸມຜ້າຢາງໃຫ້ແຈບດີເພື່ອຮັກສາຄວາມຊຸ່ມ
ແລະ ອຸນຫະພູມໃນໜານໃຫ້ເໝາະສົມ
ແຕ່ຖ້າເຫັນວ່າອຸນຫະພູມສູງເກີນໄປໃຫ້ເປີດຜ້າຢາງອອກເພື່ອຖ່າຍເທອາກາດ ແລະ
ຊ່ວຍຫຼຸດຜ່ອນອຸນຫະພູມໃນໜານລົງ
ນອກນີ້ຍັງຕ້ອງໃຊ້ວັດສະດຸທີ່ປົກຄຸມໜານເປັນຕົ້ນແມ່ນຈ່າມຫຍ້າຄາ ຫລື ເສດເຟືອງອື່ນໆ.
- ຫຼັງຈາກປູກໄດ້ 3 ມື້ ໃຫ້ຕັດແຕ່ງເສດເຟືອງ ຫລື
ເຜົາຂອບໜານເພື່ອໃຫ້ເປັນລະບຽບສະດວກໃນການເກັບດອກໃນໄລຍະນີ້
ຖ້າໜານເຫັດແຫ້ງເກີນໄປຄວນໃຊ້ໄມ້ໃຜ່ສານເປັນແຕະໂດຍໃຫ້ຂະໜາດຂອງຕາ ປະມານ 8 - 10 cm ທັບໜານເຫັດໄວ້ແລ້ວໃຊ້ເຟືອງຈຸບນ້ຳໃຫ້ຊຸ່ມຄຸມທັບລົງໄປແລ້ວ
ຈຶ່ງປົກຄຸມໜານໄວ້ຄືເກົ່າ.
- ຫຼັງປູກໄດ້ 7 - 6 ມື້
ເສັ້ນໄຍຂອງເຫັດເຟືອງຈະລວມຕົວກັນເປັນຕຸ່ມນ້ອຍໆໃນໄລຍະນີ້ຫ້າມຫົດນ້ຳເດັດຂາດເພາະຈະເຮັດໃຫ້ດອກເຫັດຝໍໄດ້
ຖ້າເປັນຊ່ວງລະດູຝົນຕ້ອງລະວັງບໍ່ໃຫ້ຝົນຖືກໜານເຫັດ.
ການປູກເຫັດໃນລະດູນີ້
ມັກມີບັນຫາເລື່ອງອຸນຫະພູມໃນໜານຕ່ຳເກີນໄປ ເຮັດໃຫ້ການຈະເລີນເຕີບໂຕຂອງເສັ້ນໄຍບໍ່ດີເທົ່າທີ່ຄວນຈະຕ້ອງເຮັດໃຫ້ອຸນຫະພູມສູງຂຶ້ນ
ຄວນປະຕິບັດດັ່ງນີ້:
- ຫຼັງປູກຮຽບຮ້ອຍແລ້ວຄວນຫົດນ້ຳໃຫ້ຊຸ່ມດີ
ພ້ອມທັງໃຊ້ຜ້າຢາງປົກຄຸມໃຫ້ແຈບດີທັງດ້ານເທິງ ແລະ
ຂ້າງເພື່ອຊ່ວຍໃຫ້ອາກາດທາງໃນໜານເຫັດໃຫ້ສູງຂຶ້ນ.
- ຫຼັງປູກໄດ້ 3 ມື້
ຄວນກວດເບິ່ງສະພາບຄວາມຊຸ່ມ ແລະ ອຸນຫະພູມໃນໜານເຫັດວ່າເໝາະສົມແລ້ວ ຫລື ບໍ່
ຖ້າອຸນຫະພູມຕ່ຳເກີນໄປກໍໃຫ້ເພີ່ມອຸນຫະພູມ
ໂດຍການນຳເອົາເສດເຟືອງມາໂຮຍອ້ອມຮອບໜານເຫັດບາງໆ ແລ້ວຈູດຈະເຮັດໃຫ້ອຸນຫະພູມສູງຂຶ້ນ
ແລ້ວຈຶ່ງປົກຄຸມຜ້າຢາງໄວ້ຄືເກົ່າ.
- ຫຼັງປູກໄດ້ 4 - 5 ມື້
ຄວນເປີດຜ້າຢາງອອກເພື່ອໃຫ້ອາກາດພາຍໃນໜານປູກຖ່າຍເທດີຂຶ້ນ
ຖ້າເປັນໄປໄດ້ຄວນລະວັງບໍ່ໃຫ້ຜ້າຢາງທີ່ປົກຄຸມເຫັດ ສຳພັດກັບໜານທາງດ້ານເທິງ ແລະ
ດ້ານຂ້າງເພາະຈະເຮັດໃຫ້ດອກເຫັດທີ່ເກີດຂຶ້ນສຳພັດກັບຜ້າຢາງອາດເຮັດໃຫ້ດອກເຫັດຝໍໄດ້.
- ຫຼັງປູກໄດ້ 10 - 12 ມື້ເສັ້ນໄຍເຫັດຈະເລີ່ມລວມຕົວກັນ
ແລະ ຈະເລີນເປັນຕຸ່ມດອກເຫັດນ້ອຍໆຈາກນັ້ນຈຶ່ງຄ່ອຍຈະເລີນເຕີບໂຕເປັນດອກເຫັດຕໍ່ໄປ (ອະພິຊາດ ແລະ ພິ້ມ, 2012).
No comments:
Post a Comment