}ລັກ¦ະນະທົ່ວໄປ
}ຜັກຫອມປ້ອມ ເປັນຜັກປະເພດຫອມທີ່ໃຊ້ບໍລິໂພກພາກສ່ວນໃບ,ລຳຕົ້ນ,ຮາກ ແລະ ກ້ານເປັນຜັກສົດໃຊ້ປະກອບອາຫານໄດ້ຫລາຍຢ່າງເຮັດໃຫ້ມີກິ່ນຫອມ ແລະລົດແຊບດີ.ພຶດຊະນິດນີ້ ເປັນພືດລົ້ມລຸກອາຍຸສັ້ນປະມານ 40 ຫາ 60 ວັນ.ສ່ວນຕ່າງໆຂອງພືດມີກິ່ນຫອມ. ສາມາດນຳໃຊ້ເປັນສະໝູນໄພ. ຫອມປ້ອມ ສາມາດປູກ ແລະ ຈະເລີນເຕິບໂຕ ໄດ້ໃນດິນເກືອບທຸກຊະນິດ ແຕ່ດີທີ່ສຸດແມ່ນດິນຊາຍແກມຕົມສາມາດລະບາຍນ້ຳໄດ້ດີ ແຕ່ວ່າໃນດິນມີຄວາມຊຸ່ມຊື່ນພໍສົມຄວນ.
}ແນວພັນທີ່ໃຊ້ປູກ
§ ແນວພັນພື້ນເມືອງ : ລັກສະນະຕົ້ນນ້ອຍ ໃບບາງ,ເມັດນ້ອຍ, ອອກດອກໄວ.ອາຍຸສັ້ນ ມີກິ່ນຫອມຫລາຍ
§
ແນວພັນອາຟຮິກາ : ມີລັກສະນະຕົ້ນໃຫຍ່.ມີໃບໃຫຍ່ໜາ,ກິ່ນຫອມເລັກນ້ອຍ ອາຍຸຍາວ ກວ່າພັນພຶ້ນເມືອງ
} ການຕຽມດິນ
}
ຫອມປ້ອມເປັນພືດທີ່ມີລະບົບຮາກຕື້ນ ຄວນໄຖ ຂຸດດິນເລິກພຽງ 15 ຫາ 20 ຊຕມ. ຕາກດິນໄວ້ 5 ຫາ 7 ວັນ. ໃສ່ຝຸ່ນຄອກ ຫລືຝຸ່ນບົ່ມທີ່ສະລາຍຕົວ ແລ້ວປົນກັບດິນໃຫ້ທົ່ວຄາດດິນໃຫ້ລະອຽດ ເພື່ອສະດວກໃນການປູກ.
ການຕຽມເມັດພັນ
}ຜັກຫອມປ້ອມມີການຂະຫຍາຍພັນດ້ວຍແກ່ນ, ກ່ອນທີ່ຈະປູກຕ້ອງກຽມເມັດພັນໃຫ້ພ້ອມກ່ອນໂດຍການຕຳ,ທັບໃຫ້ແຕກ ແລ້ວແຊ່ນ້ຳໄວ້ 1 ຄືນ.
ການປູກ
ກ່ອນປູກຕ້ອງຫົດນ້ຳໃຫ້ທົ່ວໜານ ນຳເອົາເມັດຫອມທີ່ແຊ່ນ້ຳໄວ້ 1 ຄືນນັ້ນຫວ່ານລົງໜານທີ່ຕຽມໄວ້ ແລ້ວຖົມດິນໃຫ້ລະອຽດບາງໆ ປົກດ້ວຍເຟືອງແຫ້ງອີກຊັ້ນໜື່ງ ແລ້ວຫົດນ້ຳອີກ. ການປູກຜັກຫອມປ້ອມທັງລະດູແລ້ງ ແລະ ລະດູຝົນ ຕ້ອງເຮັດຮົ່ມກັນແດດແບບເງີບໝາຫອນ ໃຫ້ແສງສະຫວ່າງ(ແສງແດດ) ແຕ່ 6 ໂມງ ຫາ 10 ໂມງເຊົ້າ ແລະ 2ໂມງ ຫາ 6ໂມງແລງ. ຕອນແດດກ້າ ເວລາ 10 ໂມງເຊົ້າ ຫາ ບ່າຍ 2 ໂມງ. ຕ້ອງໃຫ້ມີຮົ່ມ

}ການໃສ່ຝຸ່ນ
}ພືດດັ່ງກ່າວຕ້ອງການຝຸ່ນຫຼາຍດັ່ງນັ້ນການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໃຫ້ຖຶກຕ້ອງແມ່ນແນໃສ່ຕົ້ນທືນການຜະລິດ ແລະ
ໃຫ້ມີປະສິດທິພາບສູງດ້ານຜົນຜະລິດໂດຍສະເພາະດ້ານການຈະເລີນເຕີບໂຕທາງໃບ ແລະ
ທາງກ້ານ ຫຼື ລຳຕົ້ນດັ່ງນັ້ນຈິ່ງແນະນຳໃຫ້ໃສ່ຝູ່ນຄອກ ແລະ
ຝຸ່ນບົ່ມເພື່ອປັບປຸງດິນ
ການໃຫ້ນໍ້າ
ຄວນໃຫ້ນ້ຳຢ່າງພຽງພໍແຕ່ຢ່າໃຫ້ນ້ຳປຽກຈົນເກີນໄປ,ໂດຍເບິ່ງຄວາມຊຸ່ມຊື່ນໃນໜານປູກ,ຄວນໃຫ້ນ້ຳວັນລະ 2 ຄັ້ງ ເຊົ້າ-ແລງ.
ຄວນໃຫ້ນ້ຳຢ່າງພຽງພໍແຕ່ຢ່າໃຫ້ນ້ຳປຽກຈົນເກີນໄປ,ໂດຍເບິ່ງຄວາມຊຸ່ມຊື່ນໃນໜານປູກ,ຄວນໃຫ້ນ້ຳວັນລະ 2 ຄັ້ງ ເຊົ້າ-ແລງ.
}ການເກັບກ່ຽວ
}
ເນື່ອງຈາກຫອມປ້ອມ ໃຊ້ທຸກພາກສ່ວນບໍລິໂພກ ຄວນຫລົກດ້ວຍມືໃຫ້ໄດ້ໝົດຕົ້ນ .ກ່ອນຫລົກຄວນຫົດນ້ຳໃຫ້ດິນຊຸ່ມເສັຍກ່ອນ ເພື່ອສະດວກໃນການຫລົກ
No comments:
Post a Comment