3.1
ພະຍາດທີ່ມັກເກີດກັບສາລີ
3.1.1 ພະຍາດລານ້ຳຄ້າງ (Clown mille)
ສາເຫດເກີດຈາກເຊື້ອລາ (Peronos clerestory saghi)
ກ. ລັກສະນະອາການ
ໃນສະພາບທີ່ມີຄວາມຊຸ່ມສູງ ຫຼື ໃນຊ່ວງກາງຫາທ້າຍລະດູ ຝົນ ເຊື້ອລາຈະສ້າງເສັ້ນຄອນນີເດຍ (Connidia) ຂຶ້ນເທິງໃບສາລີ ຈະທຳລາຍຕົ້ນສາລີ
ທຳ ອິດເຮັດໃຫ້ມີເສັ້ນສີຂາວຢູ່ເທິງໃບ ເຮັດໃຫ້ມີສີຂຽວອ່ອນ ຫຼື ສີເຫຼືອງອ່ອນໄປຕາມຄວາມຍາວ
ຂອງໃບສາລີ. ອີກອາການໜຶ່ງທີ່ເຫັນຄືສ່ວນຍອດ, ຍອດຈະແຕກເປັນຈຸກຫຼາຍກວ່າປົກກະຕິ
ຫຼື ເຮັດໃຫ້ມີຝັກຫຼາຍ ແຕ່ເປັນຝັກທີ່ບໍ່ສົມບູນ. ການທຳລາຍຂອງພະຍາດນີ້ ຈະເກີດໄດ້ຕັ້ງແຕ່ໄລ ຍະເປັນຕົ້ນນ້ອຍຈົນເຖິງໄລຍະສາລີອອກດອກ.
ຂ. ການແຜ່ລະບາດ
ນອກຈາກການລະບາດໂດຍກົງຈາກຕົ້ນສາລີຕົ້ນໜຶ່ງ ຫາອີກຕົ້ນໜຶ່ງ ແລ້ວເຊື້ອລາ (ພະຍາດ) ຊະນິດນີ້ຍັງສາມາດແຜ່ລະບາດໄປນຳເມັດພັນ, ອາໄສ ຢູ່ນຳຕົ້ນພືດທີ່ມີຢູ່ໃນຕະກຸນດຽວກັບສາລີ
ແລະ ຝັງໂຕຢູ່ໃນດິນອີກດ້ວຍ.
3.1.2 ພະຍາດຂີ້ໝ້ຽງ (Rust)
ສາເຫດເກີດຈາກເຊື້ອລາພວກ Puccinaipolysora
ກ. ອາການ
ໄລຍະທໍາອິດຈະເຫັນເປັນຈຸດໂນນສີແດງ ເມື່ອແຕກຈະມີແປ້ງທີ່ຄ້າຍຄືຂີ້
ໝ້ຽງ ຕໍ່ມາໂນນດັ່ງກາວຈະເປັນສີນ້ຳຕານສົ້ມເຄືອບດຳ ແຜທີ່ແຕກອອກນັ້ນຈະເປັນຜົງສີນ້ຳ ຕານເຂັ້ມ.
ຂ. ການແຜ່ລະບາດ
ສະປໍຂອງເຊື້ອລາຈະປິວໄປຕາມລົມ ຈາກຈຸດໜຶ່ງໄປຍັງອີກຈຸດໜຶ່ງ, ມີຊີວິດ ຢູ່ຂ້າມລະດູໄດ້
ໂດຍອາໄສເກາະຢູ່ຕາມຊາກພືດ ໃນລັກສະນະເປັນສະປໍ ຊຶ່ງສາມາດເຂົ້າ ທຳລາຍຕົ້ນສາລີໃນລະດູການຕໍ່ມາໄດ້
ນອກຈາກນີ້ແລ້ວຍັງສາມາດຕິດໄປນຳ ເມັດພັນໄດ້ອີກ.
ຄ. ການປ້ອງກັນກຳຈັດ
ສາມາດໃຊ້ສານເຄມີພວກ Difenoconozole 25% EC ອັດຕາ 5-10 cc ປະສົມກັບນໍ້າ 20 ລິດ ສີດເວລາເລີ່ມສະແດງອາການ ປະມານ 2 ຄັ້ງ ຫ່າງກັນປະມານ 7 ວັນ.
No comments:
Post a Comment