ຊື່ວິທະຍາສາດ Brassica oleracea botrytis group ຕະກຸນ Cruciferae ກະລໍ່າປີດອກເປັນພືດ
ຜັກທີ່ໃຊ້ບໍລິໂພກສ່ວນຂອງດອກທີ່ຢູ່ບໍລິເວນປາຍດອກຂອງລຳຕົ້ນຊຶ່ງມີລັກສະນະເປັນກ້ອນສີຂາວເຖິງສີເຫຼືອງ
ອ່ອນອັດຕົວກັນແໜນອວບ ແລະ ກອບຊຶ່ງນິຍົມເອີ້ນສ່ວນດັ່ງກ່າວວ່າ: ດອກກະລຳຖ້າປ່ອຍໃຫ້ຈະເລີນເຕີບໂຕ
ຕໍ່ໄປກໍຈະພັດທະນາເປັນດອກ ແລະ ຕິດເມັດໄດ້.
ຈາກຂໍ້ມູນຫຼານໆແຫຼ່ງທີ່ກ່າວເຖິງຄຸນປະໂຫຍດຂອງວິຕະມິນຊື່ວ່າສານມະຣົດປ້ອງກັນມະເຮັງໂລກຫົວໃຈ ແລະ ອາການເຈັບໜ້າເອີກຮວມເຖິງອິກຫຼາຍໆໂລກນັ້ນຕ່າງກໍລະບຸຕ່າງກັນວ່າຮ່າງກາຍຂອງຄົນເຮົາຕ້ອງ ການວິຕະມິນວັນລະ 60 mgໃນຄະນະທີ່ດອກກະລຳປີ 1 ສິ້ນໃຫ້ວິຕະມິນເຖິງ 96 mg ມີຫຼາຍເກີນສຳລັບຄວາມຕ້ອງການຂອງຮ່າງກາຍໃນ 1 ວັນ ເທັ່າ ກັບວ່າການຮັບປະທານດອກກະລຳປີສົດພຽງແຕ່ຖ້ວຍກາເຟດຽວກໍ່ຈະໄດ້ວິຕະມິນພຽງພໍສຳລັບຮ່າງກາຍໃນ 1 ວັນນັ້ນແລ້ວ.
ວິຕະມິນຊີໃນດອກກະລໍ່າມີຜົນດີຕໍ່ຮ່າງກາຍຂອງຄົນເຮົາ ນອກຈາກຈະປ້ອງກັນໂລກຕ່າງໆທີ່ກ່ຽວກັບຫົວໃຈໄດ້ແລ້ວຍັງແກ້ໂລກເລືອດອອກຕາມແຂ້ວ ແລະ ປ້ອງກັນເປັນໝັນໄດ້ດ້ວຍ.
ຍັງມີລາຍງານຂອງກະຊວງສາລະນະສຸກວ່າດອກກະລຳສ່ວນທີ່ກິນໄດ້100gໃຫ້ພະລັງງານ 12 kcal ໃຫ້ protein 1g,ໃຫ້ໄຂມັນ 0.1 g,ໃຫ້ຄາໂບໄຮເດຼດ1.6g,ໃຫ້ເຄນເຊມ 22 mg,ໃຫ້ຟົດສະຟໍລັດ 23 mg ແລະ ທີ່ເດັນທີ່ສຸດກໍຄືໃຫ້ວິຕະມິນສູງເຖິງ 96 mg.
3.1.1 ການກຽມດິນ
ກະລໍ່າປີດອກເປັນພືດທີ່ມີລະບົບຮາກຕື້ນຕ້ອງການກຽມດິນໃຫ້ເລິກ
15-20 cm ຕາກດິນໄວ້ປະມານ 5-7 ວັນເກັບເສດຫຍ້າອອກໃຫ້ໝົດໃສ່ຝຸ່ນຄອກ ຫຼື ຝຸ່ນມັກໃຫ້ຫຼາຍຍົກເປັນໜານໄວ້ພ້ອມທີ່ກ້າ
ຫຼື ປູກໄດ້.
3.1.2 ການກ້າເມັດ
ເມື່ອກຽມດິນສຳເລັດກໍ່ສາມາດກ້າເມັດໂດຍການຫວ່ານເມັດໃຫ້ກະຈາຍທົ່ວໜານກ້າ
ຫຼື ຢອດເປັນແຖວ ແຖວເລີກ 2 cm ແຕ່ລະແຖວຫ່າງກັນ 10-15 cm ໄລຍະຫາງຕົ້ນ 5-8 cm ແລ້ວປົກດ້ວຍຝຸ່ນມັກ ຫຼື ດິນລະອຽດ
ເມື່ອເບ້ຍມີອາຍຸປະມານ 30-40 ວັນ ສາມາດນຳໄປປູກໄດ້.
3.1.3 ການປູກ
ຄວນເລືອກໃນເວລາທີ່ມີອາກາດເຢັນ
ໃຊ້ໄລຍະຫາງໃນການປູກ ລະຫວ່າງຕົ້ນ 40 cm ລະ
ຫວ່າງແຖວ 60 cmຫຼັງປູກຄວນກົບບໍລິເວນຕົ້ນໃຫ່ແໜນຈາກນັ້ນໃຊ້ຫຍ້າແຫ້ງ ຫຼື ເຟືອງຄຸມໃນໜານ ເພື່ອຮັກສາຄວາມຊຸ່ມໃນດິນແລ້ວຫົດນ້ຳໃຫ້ຊຸ່ມດີໄວ້ ແລະ ໃຊ້ວັດຖຸບັງແດດ 3-5 ວັນແລ້ວຈິ່ງເອົາອອກ.
3.1.4 ການບົວລະບັດຮັກສາ
ກ ການໃຫ້ນ້ຳ: ຄວນມີການໃຫ້ນ້ຳຢ່າງສະໝໍ່າສະເໝີ ແລະ ພຽງພໍເມືອກະລໍ່າປີດອກໃຫຍ່ຂຶ້ນກໍ່ຕ້ອງການນ້ຳຫຼາຍຂຶ້ນ.
ຂ ການຫຸ້ມດອກ: ເມື່ອມີດອກໃຫຍ່ຂຶ້ນມີເສັ້ນຜ່າສູນກາງ
5-7 cm ຫຼື ດອກໃຫຍ່ໄດ້ຂະໜາດກໍ່ຕາມທີຕ້ອງການກໍສາມາດຄຸມດອກໂດຍການລວມປາຍໃບເຂົ້າຫາກັນແລ້ວມັດໃຫ້ລຸມໆໄວ້
ຈະເຮັດໃຫ້ດອກໜ້າຮັບປະທານ ແລະ ມີຄຸນນະພາບດີ,ຫຼັງຄຸມດອກໄດ້ 7
ວັນກໍ່ສາມາດເກັບກ່ຽວໄດ້.
3.1.5 ການເກັບກ່ຽວ
ການເກັບກ່ຽວກະລໍ່າປີສັງເກດໄດ້ຈາກຂະໜາດຂອງດອກທີ່ມີຂະໃຫຍ່ເປັນກ່ອນແໜ້ນຫຼັງຈາກ
ນັ້ນກໍ່ສາມາດເກັບກ່ຽວໄດ້.
ນອກຈາກນັ້ນກໍ່ສັງເກດໄດ້ຈາກອາຍຸການເກັບກ່ຽວຂອງແຕ່ລະແນວພັນ.
No comments:
Post a Comment