1) ການໂທມກິ່ງໃນອາກາດ (Air Layering)


ເປັນວິທີທີ່ຄິດຄົ້ນຂຶ້ນໃນປະເທດຈີນມີຊື່ເອີ້ນວ່າ: Chinese layering, Pot layering, marcottage, gootee... ຄວນເລືອກກິ່ງທີ່ມີອາຍຸພໍເໝາະ ໃນໄລຍະທີ່ຕົ້ນແມ່ພັນ​ດີ ຢູ່ໃນຊ່ວງຈະເລີນເຕີບໂຕ, ກິ່ງທີ່ມີອາຍຸຫຼາຍການເກີດຮາກຈະບໍ່ດີ, ໄລຍະເວລາທີ່ເໝາະສົມໃນການໂທມກິ່ງແມ່ນສັງເກດໄດ້ຈາກຄວາມສາມາດໃນການລອກເປືອກອອກຈາກກິ່ງໄດ້ງ່າຍ.
v  ການຕຽມວັດສະດຸອຸປະກອນ ກ່ອນການໂທມກິ່ງແບບອາກາດ
1.   ຕຽມວັດສະດຸທີ່ໃຊ້ໂທມ: ໂດຍສະເພາະແມ່ນກາບພ້າວຊຶ່ງເປັນວັດສະດຸທີ່ສາມາດຮັກສາຄວາມຊຸ່ມໄດ້ດີ ການກຽມເບົ້າໂທມມັກນິຍົມກັນເຮັດ 2 ວິທີຄື:
-     ການຕຽມເບົ້າໂທມແບບບັນຈຸໃສ່ຖົງຢາງ: ປະຕິບັດໂດຍການນຳເອົາກາບພ້າວ​ໄປແຊ່ນ້ຳ​ໄວ້ປະມານ 1 - 2 ເດືອນ ຫຼື ຈະຕົ້ມປະມານ 3 - 4 ຊົ່ວໂມງ ຊຶ່ງຈະອ່ອນນຸ້ມດີທີ່ສຸດ, ຈາກນັ້ນຈິ່ງນໍາມາຟັກໃຫ້ມຸ່ນລະອຽດດີ ແລ້ວຖອກນ້ຳໃສ່ໃຫ້ຊຸ່ມພໍປະ ມານ ໂດຍບໍ່ປຽກ ແລະ ບໍ່ຊຸ່ມເກີນໄປ, ນໍາມາບັນຈຸລົງໃສ່ຖົງຢາງຂະໜາດ 4 x 6 ນິ້ວ, ມັດປາກຖົງ​ຢາງດ້ວຍເຊືອກຟາງ ບັນຈຸກາບ​ພ້າວໃສ່ໃຫ້ແໜ້ນພໍປະມານ. ວິທີນີ້ເວລາປະຕິບັດໃນການໂທມແມ່ນເຮັດໄດ້ໄວ ແຕ່ຈະສິ້ນເປືອງກາບພ້າວຫຼາຍ.
-     ການຕຽມເບົ້າໂທມແບບໃຊ້ແຜ່ນຢາງຫໍ່: ວິທີການແຊ່ກາບພ້າວ ແມ່ນເຮັດຄືກັນກັບແບບຂ້າງເທິງນັ້ນ ແຕ່ວິທີນີ້ຫຼັງຈາກແຊ່ກາບພ້າວແລ້ວ ນຳມາທຸບໃຫ້ອ່ອນນຸ້ມດີ ໂດຍຕັດເປັນທ່ອນ ຍາວປະມານ 10-12 cm ຫຼື ປະມານ 1 ກຳມື. ວິທີນີ້ຈະປະຢັດກາບພ້າວໄດ້ດີ ແຕ່ເວລາປະຕິບັດໃນການໂທມຈະຊັກຊ້າກວ່າແບບເບົ້າຖົງຢາງ.
2.   ຄວນເລືອກກິ່ງທີ່ມີຄວາມອຸດົມສົມບູນ, ຈະເລີນເຕີບໂຕດີ,ເປັນກິ່ງຕັ້ງຊື່ ຈະເຮັດໃຫ້ການອອກຮາກຮອບກິ່ງດີກ່ວາກິ່ງທີ່ອຽງ ຫຼື ເນີ້ງ, ຂະໜາດຂອງກິ່ງພໍ  ເໝາະ ບໍ່ໃຫຍ່ ແລະ ນ້ອຍເກີນໄປ, ຂະໜາດຂອງລວງຮອບປະມານ 3-6 cm ຫຼື ເທົ່າກັບນີ້ວກ້ອຍ ແລະ ຫົວແມ່ມື ແລະ ຕ້ອງເປັນກິ່ງທີ່ບໍ່ຢູ່ໃນຊ່ວງໄລຍະອອກດອກ ແລະ ຕິດໝາກ ຄວາມຍາວຂອງກິ່ງ ລະຫວ່າງຮອຍປາດຫາປາຍຍອດ ຖ້າໄມ້ກິ່ງ ຫຼື ຂໍ້ສັ້ນປະມານ 25-30 cm ແຕ່ຖ້າໄມ້ກິ່ງ ຫຼື ຂໍ້ຍາວປະມານ 25-30 cm. ເປັນກິ່ງທີ່ມີໃບຢູ່ ເພື່ອຊ່ວຍໃນການສ້າງອາຫານ ແລະ ຊ່ວຍສົ່ງສານເລັ່ງການເກີດຮາກຈາກໃບມາຍັງບໍລິເວນເກີດຮາກ ເປັນກິ່ງທີ່ໄດ້ຮັບແສງແດດເຕັມທີ່ ກິ່ງທີ່ຢູ່ໃນຮົມບໍຄວນເອົາ ເພາະອອກຮາກໜ້ອຍ ຫຼື ອອກຮາກຊ້າ, ບາງຄັ້ງບໍ່ອອກເລີຍ, ອາຍຸຂອງກິ່ງທີ່ເໝາະສົມຄວນມີອາຍຸ 1 ປີ, ການປະຕິບັດຄວນເຮັດໃນລະດູຝົນ ລະ ຫວ່າງ ເດືອນພຶກສະພາ ເຖິງເດືອນ ສິງຫາ ໃນໄລຍະພືດຢູ່ໃນຊ່ວງຈະເລີນເຕີບໂຕ ຖ້າເຮັດໃນຊ່ວງລະດູຮ້ອນ ຕ້ອງໄດ້ຫົດນ້ຳຢ່າງສະໝ່ຳສະເໝີ.
v  ການໂທມກິ່ງແບບອາກາດສາມາດເຮັດໄດ້ 3 ວິທີຄື:
ກ. ວິທີການຫັ່ນກິ່ງ
ເປັນວິທີທີ່ເໝາະກັບກິ່ງໄມ້ທີ່ເກີດຮາກງ່າຍເຊັ່ນ: ໝາກລິນຈີ່, ລຳໄຍ ພືດຕະກຸນສົ້ມ ແລະ ດອກກຸຫຼາບ, ດອກເຈ້ຍ ເປັນຕົ້ນ. ວິທີການປະຕິບັດຄື: ໃຊ້ມີດຕິດຕາຕໍ່ກິ່ງ ຫັ່ນເປືອກຂອງກິ່ງໂດຍຮອບ 2 ຮອຍຫ່າງກັນ ເພື່ອຕັດທໍ່ລຳລຽງທາດອາຫານຜ່ານທໍ່ອາຫານຈາກໃບລົງສູ່ສ່ວນລຸ່ມຂອງຮອຍຫັ່ນ ໂດຍຫັ່ນດ້ານເທິງໃຫ້ຢູ່ລຸ່ມຂໍ້ ຫຼື ຕາປະມານ 0,5 - 1 ຊມ ຊຶ່ງໄລຍະຫ່າງລະຫວ່າງຮອຍຫັ່ນດ້ານເທິງ ແລະ ດ້ານລຸ່ມ ເທົ່າກັບເສັ້ນລອບວົງຂອງກິ່ງນັ້ນ ຈາກນັ້ນກໍ່ໃຊ້ປາຍມີດຂີດເປັນທາງຍາວລົງ ເພື່ອລອກເອົາເປືອກໄມ້ ຫຼື ທໍ່ອາຫານອອກ  ໃນພືດບາງຊະນິດ ອາດຈະໃຊ້ຄີມບີບແລ້ວໝູນເອົາເປືອກອອກ, ຈາກນັ້ນກໍໃຊ້ສັນມີດຂູດເນື້ອເຍື່ອຈະເລີນທີ່ຕິດຢູ່ກັບເນື້ອໄມ້ອອກໃຫ້ໝົດ ການຂູດຄວນຂູດເບົ້າໆ ຈາກດ້ານເທິງລົງຫາດ້ານລຸ່ມ ເພື່ອບໍ່ໃຫ້ເນື້ອເຍື້ອຈະເລີນມີການສ້າງທໍ່ອາຫານ ຫຼື ​ເປືອກຂື້ນມາໃໝ່ ແລະ ຕ້ອງລະວັງບໍ່ໃຫ້ທໍ່ນ້ຳໄດ້ຮັບອັນຕະລາຍ ແລະ ຮັກສາຮອຍບາດແຜດ້ານເທິງ ຊຶ່ງຈະເປັນບໍລິເວນສະສົມອາຫານສຳລັບການເກີດຂອງຮາກ.
ຂ. ວິທີການປາດກິ່ງ

ຄືການເຮັດບາດແຜໃນກິ່ງ ໂດຍການປາດໃຫ້ເຂົ້າເນື້ອໄມ້ ປະມານ 1 cm ​ຂອງເສັ້ນຜ່າສູນກາງຂອງກິ່ງພັນຍາວ 3-5 cm, ເປີດປາກບາດແຜໃຫ້ກ້ວາງ ແລ້ວນຳເອົາໄມ້ນ້ອຍໆ ຄັດໄວ້ເພື່ອໃຫ້ບໍລິເວນດັ່ງກ່າວເກີດຮາກ ວິທີນີ້ເໝາະກັບ​ໄມ້ໃຫ້ໝາກຄື: ໝາກກຽງ, ໝາກສີດາ ແລະ ສົ້ມຂຽວຫວານ.
ຄ. ວິທີການຂີດກິ່ງ
ເປັນວິທີການເຮັດບາດແຜອີກແບບໜຶ່ງຄື: ຂີດບໍລິເວນກິ່ງໂທມໃຫ້ເຂົ້າເນື້ອໄມ້ ແລະ ຂະໜານໄປກັບກິ່ງ ຍາວເທົ່າກັບເສັ້ນຮອບວົງຂອງກິ່ງພັນ, ການຂີດນີ້ຈະເຮັດກັບກິ່ງທີ່ຍັງອ່ອນຢູ່ແລະແຕກຮາກ​ໄດ້ງ່າຍເຊັ່ນ: ກຸຫລາບບາງຊະນິດ, ຍີ່ໂຖ ແລະ ໂກສົນ.

v  ການນຳເອົາວັດສະດຸຫຸ້ມບາດແຜ ແລະ ການຕັດຊຳກິ່ງໂທມ
-     ຫຼັງຈາກເຮັດບາດແຜສຳເລັດແລ້ວ ໃຊ້ສານເລັ່ງຮາກທາໃສ່ຮອຍຫັ່ນດ້ານເທິງ ເພື່ອກະຕຸ້ນການເກີດຮາກທີ່ບໍລິເວນເໜືອຮອຍປາດດ້ານເທິງເປັນຈຸດກຳເນີດຮາກ ຫຼື ເກີດຮາກ, ອາດຈະປາດເປັນຮອຍທາງຍາວ 2 - 3 ຮອຍ, ຍາວປະມານ 0.5 cm ບໍລິເວນທີ່ຈະເກີດຮາກໃໝ່ ເພື່ອຊ່ວຍເຮັດໃຫ້ຮາກເກີດໄດ້ຫຼາຍຂຶ້ນ.
         v ວິທີການນໍາເອົາສານເລັ່ງຮາກທາຮອຍປາດດ້ານເທິງ
-     ຖ້າຕົ້ນໄມ້ທີ່ເກີດຮາກຍາກເຊັ່ນ: ລຳໄຍ, ລີ້ນຈີ່ ແລະ ພືດ ອື່ນໆ ໃຫ້ນຳເອົາດິນໜຽວທີ່ມີຄວາມຊຸ່ມພໍປະມານ ມາໂອບໃສ່ຮອຍຫັ່ນດ້ານເທິງ ຈາກນັ້ນຈິ່ງນຳເອົາຂຸຍ ໝາກພ້າວ ຫຼື ວັດສະດຸອື່ນໆ ມາຫຸ້ມໃສ່
-     ນຳຖົງທີ່ບັນຈຸຂຸຍໝາກພ້າວ ທີ່ຕຽມໄວ້ມາຫຸ້ມໃສ່ ຖ້າເບົ້າແບບຫໍ່ແມ່ນນຳເອົາກາບພ້າວທີ່ຕັດເປັນທ່ອນມາຫໍ່ໃສ່ຮອຍຫັ່ນ ແລ້ວນຳເອົາແຜ່ນຢາງມາຫໍ່ທັບກາບພ້າວໃຫ້ ແໜ້ນພໍປະມານ, ຈາກນັ້ນ ຈິ່ງເອົາເຊືອກຟາງມາມັດທາງສົ້ນເທິງ ແລະ ລຸ່ມໃຫ້ແໜ້ນ. ຖ້າເບົ້າແບບບັນຈຸໃສ່ຖົງຢາງ ແມ່ນນຳມາປາດຕາມທາງຍາວ ແລ້ວມາຫຸ້ມໃສ່ຮອຍຫັ່ນໂດຍຮອບ ຈາກນັ້ນ ຈິ່ງນໍາເອົາເຊືອກຟາງມາມັດໃຫ້ແໜ້ນ ຢ່າໃຫ້ມີການເຄື່ອນເໜັງ, ບໍ່ດັ່ງນັ້ນ ຈະເຮັດໃຫ້ຮາກຈີກຂາດເຮັດໃຫ້ເກີດມີຜົນເສຍຫາຍ.
         v ວິທີການນໍາເອົາວັດສະດຸຫໍ່ກິ່ງໂທມ
-     ເມື່ອເກີດຮາກທີ່ມີປະລິມານ ຫຼາຍພໍສົມຄວນແລ້ວຈະໃຊ້ເວລາແຕກຕ່າງກັນໄປຕາມແຕ່ລະຊະນິດພືດເຊັ່ນ: ລີ້ນຈີ່ ປະມານ 35-40 ວັນ, ລຳໄຍປະມານ 90-100 ວັນ, ໝາກນາວ ແລະ ໝາກສີດາປະມານ 28 - 30 ວັນ. ສັງເກດສີຂອງຮາກເລີ່ມມີການປ່ຽນແປງ ແລະ ມີຮາກຈຳນວນຫຼາຍຈຶ່ງຕັດກິ່ງອອກ (ສຳຄັນຕ້ອງສັງເກດຮາກເປັນສີນ້ຳຕານແກ່) ຫຼັງຈາກຕັດກິ່ງພັນແລ້ວ ຄວນແຊ່​ເບົ້າ​ໂທມໄວ້ໃນນ້ຳໃຫ້ຊຸ່ມ, ກ່ອນ​ຈະຊຳໃນຖົງ ຫຼື ພາຊະນະຊຳ ຕ້ອງແກະຖົງຢາງ ຫຼື ​ແຜ່ນ​ຢາງທີ່ຫຸ້ມອອກ ລະວັງຢ່າໃຫ້ຮາກຈີກຂາດ ແລະ ຕັດແຕ່ງກິ່ງ, ໃບອອກບາງສ່ວນເມື່ອຊໍາແລ້ວຄວນໃຊ້ໄມ້ປັກລົງກາງຖົງຊໍາ ເພື່ອຍຶດກິ່ງບໍ່ໃຫ້ເຄື່ອນ ເໜັງ ເພາະຈະເປັນການກະທົບກະເທືອນຕໍ່ລະບົບຮາກທີ່ຍັງບໍ່ຂະຫຍາຍຕົວ, ຄວນເກັບຮັກສາໄວ້ໃນຮົ່ມ ຫຼື ໃນສວນກ້າທີ່ມີລະບົບກັນແສງແລ້ວຫົດນ້ຳໃຫ້ມີຄວາມຊຸ່ມຊື່ນຢູ່ສະເໝີ ແລະ ຈັດວາງໄວ້ໃຫ້ເປັນລະບົບແຕ່ລະຊະນິດພັນພືດ ເພື່ອສະດວກໃນການບົວລະບັດຮັກສາ.

http://aggie-horticulture.tamu.edu/extension/ornamentals/airlayer/fig7.jpeg

Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.