ເຫັດເຟືອງ
ຈັດເປັນເຫັດທີ່ປະຊາຊົນຮູ້ຈັກມາແຕ່ດົນນານມາແລ້ວ,
ເຫັດຊະນິດນີ້ສາມາດຈະເລີນເຕີບໂຕໄດ້ດີໃນວັດສະດຸປູກຫຼາຍຊະນິດ
ຈຶ່ງມີຊື່ເອີ້ນທີ່ແຕກຕ່າງກັນອອກໄປ ເຊັ່ນ: ເຫັດບົວ, ເຫັດເຟືອງເປັນຕົ້ນ.
ເຫັດເຟືອງ ເລີ່ມປູກກັນຄັ້ງທຳອິດໃນມົນທົນແຄນຕັນ(ປະເທດຈີນ) ແລະ
ຕໍ່ມາກໍມີການແຜ່ຂະຫຍາຍການປູກໄປໃນປະເທດຕ່າງໆທາງ ເອເຊຍຕາເວັນອອກສຽງໃຕ້(ປັນຍາ, 1989).
ເຫັດເຟືອງ
ເປັນເຫັດທີ່ປູກຫງ່າຍ ແລະ ໃຊ້ເວລາໃນການປູກໜ້ອຍເມື່ອທຽບກັບການປູກເຫັດຊະນິດອື່ນໆ
ພ້ອມທັງມີຄຸນຄ່າທາງອາຫານສູງຈຶ່ງເໝາະສົມທີ່ຈະແນະນຳວິທີການປູກໃຫ້ແກ່ຊາວກະສິກອນພາຍຫຼັງທີ່ສຳເລັດການດຳນາ
ຫລື ກ່ຽວເຂົ້າແລ້ວ ເຊິ່ງໄລຍະນີ້ຊາວກະສິກອນຈະມີວັດສະດຸທີ່ຈະໃຊ້ປູກເປັນຈຳນວນຫຼາຍເຊັ່ນ: ໃບກ້ວຍແຫ້ງ, ເຟືອງແຫ້ງ ແລະ ອື່ນໆ (ປັນຍາ,1989).
ເຫັດເຟືອງມີຖິ່ນກຳເນີດຢູ່ເຂດຮ້ອນເຊັ່ນ
ເກີດມາຈາກເຫັດປ່າ ໂດຍຄັ້ງທຳອິດແມ່ນເກີດຢູ່ໃນກາກບົວ ຈິ່ງເອີ້ນວ່າເຫັດບົວ
ຕໍ່ມາມີການຈະເລີນເຕີບໂຕໃນກອງເຟືອງຈິ່ງເອີ້ນວ່າເຫັດເຟືອງສວນຫລາຍແມ່ນໄດ້ນຳເຂົາມາປູກຈາກເມືອງກວາງຕຸ້ງປະເທດຈີນ
ມີຊື່ສາມັນວ່າ : Straw Mushroom ແລະ ມີຊື່ວິທະຍາສາດວ່າ : Volvariella volvacea ການຈະເລີນເຕີບໂຕຂອງເຫັດເຟືອງມີ 2 ໄລຍະຄື :
ໄລຍະທີ່ເປັນເສັ້ນໄຍ ແລະ ໄລຍະທີ່ເປັນດອກເຫັດ
ເສັ້ນໄຍເຫດເຟືອງມີສີຂາວນວນຈະເລີນກິນວັດສະດຸປູກ,ເມື່ອເສັ້ນໄຍລວມຕົວກັນເປັນກ້ອນຈະກາຍເປັນຕຸ່ມນ້ອຍ
ແລະ ຄ່ອຍຈະເລີນເຕີບໂຕຂຶ້ນມີລັກຊະນະເປັນຮູບໄຂ່ທີ່ມີເຍື່ອຫຸ້ມສູງຂຶ້ນມາຈາກພື້ນປະມານ
4 – 8 ຊັງຕີແມັດ , ມີເສັ້ນຜ່າສູນກາງ 3 – 4 ຊັງຕີແມັດ
ແຕ່ຢູ່ສວ່ນປາຍຍອດຈະມີສີເຂັ້ມກວ່າ(ອະພິຊາດ, ພິ້ມ, 2012).
ການຈໍາແນກເຫັດເຟືອງ (Taxonomy)
Common name :
ເຫັດເຟືອງ, ເຫັດບົວ (Straw mushroom)
- Scientific
name : Volvariella volvaceae
- Class:
Basidiomycetes
- Subclass:
Holobasidiomycetidae
- Series:
Hymenomycetes
- Order:
Agarical
- Family:
Volvariaceae
- Genus:
Volvariella
- Species:
Volvaceae
No comments:
Post a Comment