}ເນື່ອງຈາກຜັກກາດຫົວເປັກພືດສະນິດຮາກເລີກຄວນຄຸດໜານໃຫ້ເລີກ
35 - 40 ຊມ ຕາກໄວ້ 7 – 10 ວັນ ກ່ອນປູກຄອນຮອງຟື້ນດ້ວຍຝຸ່ນຄອກ 1,500 – 2,000
ກກຕໍ່ໄຮ່ຍົກໜານຂື້ນສູງ 15 - 20 ຊມຄວາມຍາວແລ້ວແຕ່ພື້ນທີ່
ການປູກນິຍົມປູກມີ
2 ວິທີ
1.ໂຮຍເປັນແຖວໂດຍການເຈາະເປັນຄອງຕາມຄວາມຍາວ
3 ແຖວຕໍ່ໜານໄລຍະຫ່າງ 30 – 45 ຊມ ເລີກ 1 – 1,2 ຊມ ໂຮຍເມັດຕາມຮ່ອງຖົມດ້ວຍຂີ້ເຖົ່າແກບ
ຫຼື ປະສົມກັບດີນຖົມ ຫຼື ຈະປົກດ້ວຍເຟືອງກໍ່ໄດ້
2.ຍອດຕາມຂຸມໂດຍການຂຸດເປັນຂຸມຫ່າງກັນ
20 – 30 ຊມ ຈຳນວນແຖວຫ່າງ 30 – 45 ຊມ ຈຳນວນ 3 ແຖວ ຕໍ່ໜານ ຢອດ 3 – 5 ເມັດຕໍ່ຂຸມ
ປົກດ້ວຍດິີນປົນກັບຝຸ່ນປົກດ້ວຍເຟືອງແຫ້ງຫົດນໍ້າໃຫ້ຊຸ່ມ
}ການບົວລະບັດຮັກສາ
}ການໃຫ້ນໍ້າສະໝໍ່າສະເໝີຖ້າຂາດນໍ້າຈະເຮັດໃຫ້ຫົວພັກນ້ອຍ
}ການຖອນແຍກໄລຍະ 7 – 10
ວັນໃນໄລຍະ ມີໃບແທ້ 2 – 3 ໃບ ຈົ່ງໄວ້ຂຸມລະ 1 ຕົ້ນ
}ການໃຫ້ຝຸນ
ຈະໃຫ້ສະນິດນໍ້າ ຫຼື ສະນິດແຫ້ງກໍ່ໄດ້ອິງໃສ່ຄວາມເໝາະສົມ
}ພະຍາດຜັກກາດຫົວ
1.ພະຍາດຫົວເນົ່າຈະສະແດງອາການຢູທີ່ໂຄນຂອງຕົ້ນ
2.ສາດເຫດພະຍາດເກີດຈາກເຊື້ອເເບດຕີເລຍອາການເຮັດໃຫ້ທັງຕົ້ນເນົ່າຢ່າງໄວວາເນືອຜັກຈະກາຍເປັນນໍ້າພາຍໃນ
2-3 ວັນ
3.ໂລກເນົ່າດຳ
ເກີດຈາກແບດຕີເລຍ ອາການຂອບໃບຈະແຫ້ມເຂົ້າເປັນຮູບ ສາມເເຫຼ່ມ ແລະ ລາມໄປຖົ່ວ
}ແມງໄມ້
1.ເພ້ຍອອ່ນ ຕົວນ້ອຍຂະໜາດ
2 ມມ ສີຂຽວເຂັ້ມໂດຍການດູດກີນນໍ້າລ້ຽງໃບ
2.ໜອນໃຍຜັກ ຕົວນອ້ຍຂະໜາດ
1 ຊມສີຂຽວອ່ອນ ສີເທົາອ່ອນ, ຫຼືື ສີຂຽວແກມເຫຼືອງ ການທຳລາຍ ເຈາະກີນພື້ນໃບ ຈົນເປັນຮູ
ໂດຍສະເພາະໃບອອ່ນ
3.ດ້ວງມັດຜັກມີ 2
ສະນິດທີ່ມັກພົບ ຄື້: ສີນໍ້າເງິນເຂັ້ມ ຫຼືໂຕສີຂາວໃສຍາວ 0,5
ຊມຕົວແກ່ກາຍເປັນແມງໄມ້ປີກແຂງລະບາດໃນເຂດທີ່ປູກພືດຊໍ້າເກົາ ແລະ ລະດູຝົນ
No comments:
Post a Comment