ການຕໍ່ກິ່ງ (GRAFTING)


ການຕໍ່ກິ່ງເປັນວິທີການຂະຫຍາຍພັນພືດ ໂດຍບໍ່ໃຊ້ເພດ ທີ່ສາມາດເຮັດໄດ້ໂດຍນຳກິ່ງພັນດີທີ່ມີຕາຫຼາຍກວ່າ 1 ຕາ ມາຕໍ່ໃສ່ຕົ້ນຕໍ່ (Stock) ເພື່ອໃຫ້ເນື້ອເຍື້ອຈະເລີນທັງສອງເຊື່ອມປະສານເຂົ້າເປັນຕົ້ນດຽວກັນ, ການຂະຫຍາຍພັນດ້ວຍວິທີການຕໍ່ກິ່ງ ຈະດີກວ່າການຕິດຕາຫຼາຍ ເພາະຈະໄດ້ຮອຍຕໍ່ທີ່ແຂງແຮງກວ່າການຕິດຕາ, ການຕໍ່ກິ່ງນິຍົມໃຊ້ຢ່າງກັນຫຼາຍແລະ ໃຊ້ກັບພືດບາງຊະນິດເຊັ່ນ: ດອກເຈ້ຍ, ສະບາ, ຕົ້ນມູກລາຍ, ໂກສົນ, ໝາກມ່ວງ, ໝາກທັນ, ໝາກມີ້ ແລະ ອື່ນໆ.
            ການຕໍ່ກິ່ງມີຄວາມສຳຄັນຕໍ່ວົງການປູກໄມ້ດອກ-ໄມ້ປະດັບ ແລະ ໄມ້ໃຫ້ໝາກ ຊຶ່ງເຫັນໄດ້ຊັດເຈນ ໄດ້ແກ່ການເພີ່ມ ແລະ ການຊ່ວຍປ່ຽນຍອດພັນເດີມ ທ່ີປູກຢູ່ແລ້ວໃຫ້ມີມູນຄ່າເພີ່ມຂຶ້ນເຊັ່ນ: ການເພີ່ມສີສັນຂອງໄມ້ດອກໃນຕົ້ນດຽວກັນ, ການປ່ຽນຍອດໝາກມ່ວງໃຫ້ມີຫຼາຍແນວພັນໃນຕົ້ນດຽວກັນເປັນຕົ້ນ
1.   ປັດໃຈທີ່ມີອິດທິພົນຕໍ່ການຕໍ່ກິ່ງ
1)   ກິ່ງພັນທີ່ນຳມາສຽບເຂົ້າກັນ ຕ້ອງເປັນພືດຕະກຸນດຽວກັນ ແຕ່ອາດຕ່າງແນວພັນກັນໄດ້
2)   ກິ່ງພັນຕ້ອງມີຄວາມສົດຢູ່ສະເໝີ ຊຶ່ງຄວນເກັບຮັກສາໄວ້ໃນຫ້ອງເຢັນ
3)   ຮອຍແຜທີ່ທີ່ປາດຈະຕ້ອງລຽບດີ ເວລາສຽບໃສ່ກັນຕ້ອງໃຫ້ເນື້ອເຍື້ອຈະເລີນຂອງພືດທັງສອງສ່ວນສຳພັດກັນຫຼາຍທີ່ສຸດ ເພື່ອຈະເຊື່ອມປະສານກັນໄດ້ໄວ
4)   ເລືອກກິ່ງທີ່ກຳລັງພັກຕົວ ແລະ ພ້ອມທີ່ຈະແຕກຍອດໃໝ່
5)   ໃຊ້ແຜ່ນຢາງ ຫຼື ເທບພັນຮອຍເຊື່ອມໃຫ້ແໜ້ນ ເພື່ອບໍ່ໃຫ້ນ້ຳ ແລະ ພະຍາດເຂົ້າໄດ້
6)   ຮອຍແຜຈະຕ້ອງມີຄວາມສະອາດ ໃຫ້ຫຼາຍທີ່ສຸດ, ລະວັງບໍ່ໃຫ້ນໍ້າ ແລະ ເຊື້ອພະຍາດເຂົ້າໄດ້
7)   ລິ ຫຼື ຕັດໃບຖິ້ມ ແລ້ວໃຊ້ຖົງຢາງຄຸມ ເພື່ອປ້ອງກັນການຄາຍນ້ຳ ແລະ ຮັກສາຄວາມຊຸ່ມ
2.   ຂໍ້ຄວນພິຈາລະນາໃນການຕໍ່ກິ່ງ
1)   ການເລືອກຕົ້ນຕໍ ຈະຕ້ອງໃຫ້ມີຂະໜາດເໝາະສົມກັບກິ່ງພັນດີ, ມີຄວາມແຂງແຮງ, ປາສະຈາກພະຍາດ ແລະ ແມງໄມ້, ມີລະບົບຮາກທີ່ແຂງແຮງ, ຫາງ່າຍ ລາຄາຖືກ
2)   ການເລືອກກິ່ງພັນ ຄວນເປັນກິ່ງທີ່ສົມບູນ, ແຂງແຮງ, ມີຕາ ທີ່ບໍ່ແມ່ນຕາດອກ ປົກກະຕິສ່ວນໃຫຍ່ຈະເລືອກກິ່ງພັນທີ່ມີອາຍຸ 1 ປີ ຫຼື ນ້ອຍກວ່າ
3)   ການຕຽມຕົ້ນຕໍ ແລະ ກິ່ງພັນດີ ໃນການປາດແຜຕົ້ນຕໍ ແລະ ກິ່ງພັນດີ ຄວນຈະໃຫ້ຮອຍແຜລຽບ ແລະ ບໍ່ຊ້ຳ
4)   ການປ້ອງກັນເຊື້ອພະຍາດ: ການເຮັດໃຫ້ເກີດບາດແຜຕົ້ນຕໍ ແລະ ກິ່ງພັນດີ ເປັນຊ່ອງທາງພາໃຫ້ເກີດເຊື້ອພະຍາດ ຈຶ່ງຕ້ອງລະວັງໃນເລື່ອງຄວາມສະອາດ ໂດຍສະເພາະມີດຕ້ອງສະອາດ ແລະ ຄົມ
5)   ການວາງຕຳແໜ່ງຂອງເນື້ອເຍື້ອ ລະຫວ່າງຕົ້ນຕໍ ແລະ ກິ່ງພັນດີຕ້ອງຢູ່ທາງດຽວກັນ ເພື່ອໃຫ້ຮອຍແຜປະສານກັນໄດ້ໄວ້ຂຶ້ນ
6)   ການບັງຄັບກິ່ງພັນດີເຕີບໂຕພາຍຫຼັງຕໍ່ກິ່ງ ຈະຕ້ອງເຮັດການບັງຄັບ ເພື່ອປ້ອງກັນການລຳລຽງອອກຊີເຈນ ຈາກກິ່ງຍອດລົງມາສູ່ກິ່ງຂ້າງ ເຮັດໃຫ້ເກີດລັກສະນະທີ່ຕາຍອດຂົ່ມຕາຂ້າງ ໂດຍມີການບາດເໜືອຮອຍຕໍ່ໃຫ້ເລິກເຖິງເນື້ອໄມ້
7)   ລະດູການທີ່ເໝາະສົມສຳຫຼັບການຕໍ່ກິ່ງ ຄວນເປັນໄລຍະທີ່ພືດມີການຈະເລີນເຕີບໂຕດີ ໂດຍສະເພາະຊ່ວງປາຍລະດູຝົນຫາຕົ້ນລະດູໜາວ, ທັດລົງມາຄື ກາງລະດູ ຝົນ
3.   ເຄື່ອງມື ແລະ ວັດສະດຸອຸປະກອນທີ່ໃຊ້ໃນການຕໍ່ກິ່ງ
1)   ສ່ວນຂອງພືດທີ່ຈະຂະຫຍາຍພັນຄື: ກິ່ງພັນດີ
2)   ສ່ວນຂອງພືດທີ່ເປັນລະບົບຮາກຄື: ຕົ້ນຕໍ
3)   ມີດຂະຫຍາຍພັນພືດ ຫຼື ຄັດເຕີ, ມີດຕັດແຕ່ງ, ແຜ່ນຢາງພັນກິ່ງ
4)   ວັດສະດຸທີ່ໃຊ້ໃນການຄຸມກິ່ງເຊັ່ນ: ຖົງຢ່າງ, ເຈ້ຍ ຫຼື ຖົງເຈ້ຍ ເພື່ອຄຸມກິ່ງ, ເຊືອກຟາງ
4.   ປະເພດການຕໍ່ກິ່ງ ການຕໍ່ກິ່ງແບ່ງເປັນ 5 ວິທີດັ່ງນີ້:
1)  ການຕໍ່ກິ່ງໄມ້ເນື້ອອ່ອນ (Herbaceous grafting) ການ​ຕໍ່​ກິ່ງ​ແບບ​ນີ້​ນິຍົມ​ໃຊ້​ກັບ​ພັນໄມ້​ປະ​ເພດຊຸ່ມ​ນໍ້າ ​ແລະ ສ່ວນ​ຍອດ​ຂອງ​ໄມ້​ເນື້ອ​ແຂງ ​ແບ່ງ​ເປັນ 2 ວິທີ​ຄື:
.  ການຕໍ່ກິ່ງແບບຝານບວບ (Spliced grafting)
          ການຕໍ່ກິ່ງແບບນີ້ ພັນທີ່ນິຍົມໃຊ້ໄດ້ແກ່ປະເພດຕົ້ນພືດອວບນ້ຳ ແລະ ໄມ້ເນື້ອອ່ອນເຊັ່ນ: ຕົ້ນຕະບອງເພັດຕ່າງໆ, ໝາກເລັ່ນ, ໝາກຮຸ່ງ, ໝາກອຶ, ໝາກແຕງຊະນິດຕ່າງໆ ເປັນຕົ້ນ ຊຶ່ງມີວິທີການ ແລະ ຂັ້ນຕອນດັ່ງນີ້:
-     ປາດຕົ້ນຕໍໃຫ້ສະຫຼຽງຂຶ້ນ ເປັນລັກສະນະຄືກັນກັບຝານໝາກບວບ ຄວາມຍາວຂອງຮອຍປາດ ປະມານ 2.5 - 3 cm ຮອຍແຜທີ່ໄດ້ຈະຄ້າຍຄືຮູບໂລ່
-     ປາດກິ່ງພັນດີໃຫ້ມີລັກສະນະ ແລະ ຂະໜາດເຊັ່ນດຽວກັບຕົ້ນຕໍ ແຕ່ປາດລົງ (ກົງກັນຂ້າມກັບຕົ້ນຕໍ)
-     ນຳກິ່ງພັນດີມາຕິດໃສ່ກັບຕົ້ນຕໍ ໂດຍໃຫ້ຮອຍແຜຕິດກັນໃຫ້ແຈບດີ
-     ໃຊ້ແຜ່ນຢາງພັນແຜໃຫ້ແໜ້ນ ໂດຍພັນຈາກດ້ານລຸ່ມຂຶ້ນສູ່ດ້ານເທິງ
-     ຫຼັງຈາກກິ່ງເຊື່ອມຕໍ່ກັນດີແລ້ວ ໃຫ້ແກ້ແຜ່ນຢາງທີ່ຮຳອອກ ເພື່ອໃຫ້ຕົ້ນພືດຈະເລີນເຕີບໂຕ ແລະ ຂະຫຍາຍອອກໃຫ້ໄດ້ເຕັມທີ່
.  ການ​ຕໍ່​ກິ່ງ​ແບບ​ເຂົ້າ​ເດືອຍ (Saddle grafting)
-   ການ​ຕຽມ​ຕົ້ນຕໍ: ​ເລືອກ​ຕົ້ນຕໍ​ໃຫ້​ມີ​ຂະໜາດ​ເທົ່າ​ກັບ​ກິ່ງ​ພັນ​ດີ ​ແລ້ວ​ປາດ​ໃຫ້​ເປັນ​ຮູບ​ເດືອຍຄື: ປາດ​ໃຫ້​ອ່ຽງຂື້ນ​ທັງ​ສອງຂ້າງ​ເປັນ​ຮູບ​ໂຕ V ຂະໜາດ​ຂອງ​ຮອຍ​ແຜ​ຕົ້ນຕໍ ຍາວ​ປະມານ 2-3 cm.

-   ການ​ຕຽ​ມກິ່ງ​ພັນ​ດີ: ຄວນເລືອກ​ກິ່ງ​ພັນ​ດີ​ໃຫ້​ມີ​ຂະໜາດ​ເທົ່າ​ກັບຕົ້ນຕໍ ປາດ​ໃຫ້​ເປັນ​ຮູບ​ເດືອຍ​ໂຕ​ຜູ້ ຂະໜາດ​ຂອງ​ຮອຍ​ແຜ​ເທົ່າ​ກັບ​ຂອງຕົ້ນຕໍ ​ເປັນ​ຮູບ​ຫລີ້​ມ, ປະກອບ​ກິ່ງ​ພັນ​ດີ​ເຂົ້າກັບຕົ້ນຕໍ​ທີ່​ໄດ້​ຕຽ​ມ​ໄວ້ ​ແລ້ວ​ພັນ​ດ້ວຍ​ຜ້າ​ຢາງ​ໃຫ້​ແໜ້ນ.

1)  ການຕໍກິ່ງແບບສຽບຫລີ້ມ (Cleft  grafting)
      ພັນໄມ້ທີ່ນິຍົມເຊັ່ນ: ດອກເຈ້ຍ, ດອກເງິນ, ດອກຄຳ, ໝາກຂຽບ, ພີລາ ຊຶ່ງມີຂັນຕອນປະຕິບັດດັ່ງນີ້:
-  ຕັດຍອດຕົ້ນຕໍທີ່ແຕກໃໝ່ໃຫ້ເຫຼືອຍາວປະມານ 10 cm ແລ້ວຜ່າກາງເຄິ່ງຕົ້ນພືດທີ່ຕ້ອງການສຽບຍອດໃຫ້ເລິກປະມານ 5 cm
-  ປາດຍອດພັນດີເປັນຮູບຫລີ້ມຍາວປະມານ 5 cm
-  ສຽບຍອດພັນດີລົງໃນແຜຂອງຕົ້ນຕໍ ໃຫ້ຮອຍແຜທັງສອງສະເໝີ ກັນ ແລ້ວໃຊ້ແຜ່ນຢາງຮຳແຜໃຫ້ແໜ້ນ
-  ຄຸມຕົ້ນທີ່ສຽບຍອດແລ້ວດ້ວຍຖົງຢາງ ແລ້ວນຳໄປເກັບຮັກສາໄວ້ໃນເຮືອນຮົ່ມ (ສວນກ້າ)
-  ປະມານ 5-7 ອາທິດ ຮອຍບາດແຜຈະປະສານກັນດີ ແລ້ວໃຫ້ນຳອອກມາພັກໄວ້ໃນໜານເພື່ອລໍການຈຳໜ່າຍ ຫຼື ນຳໄປປູກໄດ້
1)  ການຕໍ່ກິ່ງແບບເຂົ້າລີ້ນ (Whip of Tongue grafting)
       ນິຍົມຕໍ່ກິ່ງພັນໄມ້ປະເພດອວບນ້ຳ ແລະ ໄມ້ເນື້ອອ່ອນເຊັ່ນດຽວກັນກັບແບບຝານບວບ ຊຶ່ງມີຂັ້ນຕອນ ແລະ ວິທີການດັ່ງນີ້:
-  ປາດຕົ້ນຕໍສະຫຼຽງຂຶ້ນໃນລັກສະນະຝານບວບ ໃຫ້ຮອຍແຜຍາວປະມານ 2.5-3.5 cm
-  ຜ່າຮອຍແຜໃຫ້ມີລັກສະນະເປັນລີ້ນ
-  ປາດກິ່ງພັນດີໃຫ້ສະຫຼ່ຽງລົງ, ລັກສະນະ ແລະ ຂະໜາດຂອງຮອຍແຜ ເຊັ່ນດຽວກັນກັບຕົ້ນຕໍ
-  ຜ່າຮອຍແຜກິ່ງພັນດີ ໃຫ້ມີລັກສະນະເປັນລີ້ນ
-  ນຳກິ່ງພັນດີສວມລົງຕົ້ນຕໍໃຫ້ລີ້ນຄັດກັນ
-  ໃຊ້ກິບໜີບ ຫຼື ພັນດ້ວຍເທບພັນ
-  ຫຼັງຈາກແຜຕົ້ນຕໍ ແລະ ກິ່ງພັນດີເຊື່ອມຕໍ່ກັນດີແລ້ວ (ປະມານ 1 ເດືອນ) ຫຼັງຈາກຕໍ່ກິ່ງໃຫ້ເອົາກິບ ຫຼື ເທບພັນອອກ
1)  ການຕໍ່ກິ່ງແບບສຽບຂ້າງ (Side grafting)
       ເປັນວິທີການຕໍ່ກິ່ງໄມ້ປະດັບບາງຊະນິດ ນອກຈາກນີ້ ຍັງໃຊ້ກັບໄມ້ໄມ້ໃຫ້ໝາກເຊັ່ນ: ໝາກມ່ວງ, ໝາກພີລາ ເປັນຕົ້ນ ສ່ວນໃຫຍ່ຂອງຊ່ວງເວລາທີ່ເຮັດການຕໍ່ຈະເຮັດໃນໄລຍະກິ່ງເປືອກຕິດຊຶ່ງເກີດຈາກການຫຍຸດຕົວຂອງການຈະເລີນເຕີບໂຕຂອງພືດ ວິທີການຕໍ່ກິ່ງສາມາດເຮັດໄດ້ຫຼາຍວິທີດັ່ງນີ້
.   ການຕໍ່ກິ່ງສຽບຂ້າງແບບສຽບຫລີ້ມ (Side tongue grafting)
-    ເລືອກຕົ້ນຕໍໃຫ້ເໜືອກວ່າໜ້າດິນເລັກໜ້ອຍໃຫ້ລຽບ ແລະ ຊື່
-    ປາດຕົ້ນຕໍສະຫຼຽງລົງໃຫ້ເຂົ້າເນື້ອໄມ້ເລັກໜ້ອຍ
-     ປະມານ 2/3 ຂອງຮອຍແຜຈາກຕອນເທິງ ປາດເຂົ້າໄປໃນເນື້ອໄມ້ ໃຫ້ຄວາມຍາວຂອງແຜເທົ່າກັບຄວາມຍາວຂອງສົ້ນແຜເທິງຕົ້ນຕໍ
-     ເລືອກກິ່ງພັນດີທີ່ມີຂະໜາດນ້ອຍກວ່າຕົ້ນຕໍເລັກໜ້ອຍ
-     ປາດສົ້ນກິ່ງພັນດີເປັນຮູບປາກປາສະຫລາມ ຈາກນັ້ນຈຶ່ງເຮັດເປັນຫລີ້ມ ໃຫ້ຄວາມຍາວເທົ່າກັບຄວາມຍາວຂອງຫລີ້ມຕົ້ນຕໍ
-     ສຽບກິ່ງພັນດີລົງເທິງຕົ້ນຕໍໃຫ້ຫລີ້ມຄັດກັນ
-     ພັນດ້ວຍແຜ່ນຢາງໃຫ້ແໜ້ນ
.  ການຕໍ່ກິ່ງແບບສຽບຂ້າງເຂົ້າບ່າ (Side veneer grafting)
-    ປາດຕົ້ນຕໍສະຫຼຽງລົງທີ່ບໍລິເວນລຽບ ເທິງໜ້າດິນເລັກໜ້ອຍເຂົ້າໃນເນື້ອໄມ້ຍາວປະມານ 2.5-3.5 cm
-    ຕັດສິ້ນສ່ວນທີ່ປາດອອກໃຫ້ເຫຼືອພຽງ 1/3 ຂອງສ່ວນທີ່ປາດອອກໃຫ້ໝົດ
-    ຕຽມກິ່ງພັນດີ ໂດຍປາດສະຫຼຽງໃຫ້ເປັນປາກປາສະລາມ ໃຫ້ແຜຍາວເທົ່າກັບແຜທີ່ຕຽມເທິງຕົ້ນຕໍ
-    ປາດສົ້ນກິ່ງພັນດີດ້ານກົງກັນຂ້າມກັບດ້ານທີ່ປາດຄັ້ງທຳອິດອອກເຖິງເນື້ອໄມ້ ໃຫ້ແຜທີ່ປາດອອກມີຂະໜາດເທົ່າລີ້ນຮອຍປາດທີ່ເຫຼືອໄວ້ເທິງຕົ້ນຕໍ
-    ສວມກິ່ງພັນດີລົງແຜທີ່ກຽມໄວ້ເທິງຕົ້ນຕໍ ໃຫ້ເຍື້ອຈະເລີນກົງກັນແລະ ໃຫ້ລີ້ນຂອງຕົ້ນຕໍທັບຮອຍປາດຂອງກິ່ງພັນດີ
-    ພັນດ້ວຍແຜ່ນຢາງ ຫຼື ເທບພັນໃຫ້ແໜ້ນ

1)  ການ​ຕໍ່​ກິ່ງ​ແບບ​ສຽບ​ເປືອກ ​ແລະ ​ວິທີ​ຄ້າຍຄື​ກັນ (Bark grafting and It’s modified)
ນິຍົມ​ໃຊ້​ຕໍ່​ກິ່ງ​ໄມ້​ໃຫ້​ໝາກທັງ​ເປືອກ​ໜາ ​ແລະ ບາງ ​ໂອກາດ​ທີ່​ແຜ​ຈະ  ​ເໜົ່າ ຫຼື ຖືກທຳລາຍ​ຈາກ​ເຊື້ອ​ພະຍາດ​ມີ​ໜ້ອຍ, ສິ່ງ​ສຳຄັນ​ແມ່ນ​ຕ້ອງ​​ເຮັດ​ໃນ​ຊ່ວງ​ທີ່​ເປືອກ​ຂອງຕົ້ນຕໍ​ລອກ​ອອກ​ງ່າຍ ​ໄລຍະ​ນີ້​ພືດ​ຈະ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ໄດ້​ດີ, ການ​ຕໍ່​ກິ່ງ​ແບບ​ສຽບ​ເປືອກ​ແລະ​ ວິທີ​ຄ້າຍຄື​ກັນມີ 5 ວິທີ ​ແຕ່​ຈະ​ຍົກ​ໃຫ້​ເຫັນ​ບາງ​ວິທີ​ດັ່ງ​ນີ້:
ກ. ການ​ຕໍ່​ກິ່ງ​ແບບ​ສຽບ​ເປືອກ (Bark grafting) ​ເລືອກ​ຕົ້ນຕໍ​ໃຫ້​ເປັນຕົ້ນທີ່​ຊື່, ມີ​ຂະໜາດ​ເສັ້ນຜ່າ​ສູນ​ກາງ 2-10 cm, ​ເປືອກ​ຄວນ​ລອກ​ໄດ້​ງ່າຍ ​ແລະ ຕັດ​ຕົ້ນຕໍ​ໃຫ້​ເປັນ​ໜ້າ​ພຽງ ​ແລະ ຂີດ​ເປືອກ​ຕົ້ນຕໍ​ໃຫ້​ເຖິງ​ເນື້ອ​ໄມ້ ຍາວ​ປະມານ 3-5 cm ​ແລ້ວ​ແບ​ເປືອກ​ອອກ​ເລັກ​ນ້ອຍ.
- ການ​ຕຽມ​ກິ່ງ​ພັນ​ດີ: ​ເລືອກ​ກິ່ງ​ພັນ​ໃຫ້​ມີ​ຂະໜາດ​ເສັ້ນຜ່າ​ສູ​ນກາງ 0.5-1 cm, ປາດ​ປາຍ​ກິ່ງ​ໃຫ້​ເຈີ້ຍ​ເປັນ​ມຸມ 45 ອົງສາ ຍາວ 2.5-3 cm, ​ແລ້ວ​ປາດ​ດ້ານ​ກົກ​ຂອງ​ກິ່ງ​ໃຫ້​ເປັນ​ບັກ ​ແລະ ປາດ​ປາຍອອກ​ເລັກ​ນ້ອຍ.
- ການ​ປະກອບ​ກິ່ງ​ພັນ​ດີ​ເຂົ້າກັບຕົ້ນຕໍ ​ໃຫ້​ຮອຍ​ບາກ​ຕັ້ງ​ເທິງ​ຕົ້ນຕໍ​ພໍດີ​ເປືອກ​ຂອງຕົ້ນທີ່​ແບ​ໄວ້​ນັ້ນ ​ໃຫ້​ປະ​ກົບ​ເຂົ້າກັບຕົ້ນຕໍ ​ແລ້ວ​ພັນ​ທັບ​ດ້ວຍ​ແຜ່ນ​ຢາງ.


Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.