ຜັກກາດຂາວປີມີຖິ່ນກຳເນີດໃນຕອນເໜືອຂອງປະເທດຈີນ
ຈາກນັ້ນກໍມີການແຜ່ກະຈາຍອອກໄປສູ່ປະເທດຕ່າງໆໃນແຖບອາຊີໂດຍມີ 2 ເສັ້ນທາງສຳຄັນຄື:
ທາງຕາເວັນອອກຊຶ່ງແມ່ນເສັ້ນທາງແຜ່ກະຈ່າຍໄປສູ່ປະເທດເກົາຫຼີ ແລ້ວ
ແຜ່ກະຈ່າຍເຂົ້າໃນປະເທດຍີ່ປຸ່ນ ສ່ວນອີກເສັ້ນທາງໜຶ່ງເປັນເສັ້ນທາງແຜ່ກະຈາຍໄປສູ່ພາກກາງ
ແລ້ວລົງສູ່ພາກໃຕ້ຂອງປະເທດຈີນ ຈາກນັ້ນກໍເຂົ້າສູ່ປະເທດໃຕ້ຫວັນ ແລະ
ເຜີຍແຜ່ໄປສູ່ປະເທດຕ່າງໆໃນພູມີພາກອາຊີອອກສ່ຽງໃຕ້ ຕະຫຼອດຮອດແຫຼມອິນດູຈີນໄດ້ແກ່ປະເທດໄທ,
ມາເລເຊຍ, ສິງກາໂປ ເມື່ອຮອດສົງຄາມໂລກຄັ້ງທີ່ II ໃນສັດຕະວັດທີ່
X ມີຄົນຮູ້ຈກັຜັກກາດຂາວປີພັນກະເພາະງົວ Shino hara (1984) ອ້າງເຖີງຂໍ້ຂຽນຂອງ Li (1981) ວ່າໃນສັດຕະວັດທີ່ XX
ທີ່ເມືອງຫາງໂຈວ ອັນເປັນທາງພາກໃຕ້ ຊຶ່ງເຊື່ອມໂຍງກັບເມືອງທຽນຈີນນັ້ັນຜູ້ຄົນຮູ້ຈັກຜັກກາດຂາວປີກະເພາະງົວ
ຊຶ່ງຖືກເປັນພັນຕົ້ນກຳເນີດຂອງຜັກກາດຂາວປີທັງຫຼາຍໃນເວລາຕໍ່ມາ ສຳລັບປັດຈຸບັນຜັກກາດຂາວປີໄດ້ຖືກພັດທະນາຂື້ນໃຫ້ເໝາະສົມກັບສະພາບແວດລ້ອມໃນແຕ່ລະປະເທດ,
ແຕ່ລະທ້ອງຖີ່ນໂດຍຮັກສາໃຫ້ມີຄຸນນະພາບດີ ແລະ ໃຫ້ຜົນຜະລິດສູງ (ສະຖານີກະສີກຳຫາດດອກແກ້ວ.
1998).
2.2 ຄວາມສຳຄັນ ແລະ ຄຸ່ນປະໂຫຍດ
1). ຄວາມສຳຄັນ
ຜັກກາດຂາວປີນັບວ່າເປັນຜັກຊະນິດໜຶ່ງທີ່ມີຄວາມສຳຄັນທາງດ້ານເສດຖະກິດເນື່ອງຈາກວ່າມີຜູ້ບໍລິໂພກກັນຢ່າງຫຼວງຫຼາຍພາບສ່ວນທີ່ໃຊ້ບໍລິໂພກຄື:
ພາກສ່ວນໃບ.
2). ຄຸນປະໂຫຍດ
ຜັກກາດຂາວປີປະກອບໄປດ້ວຍຄຸ່ນຄ່າທາງອາຫານຫຼາຍຊະນິດ ເຊັ່ນ: ຟົດສຟໍຣັດ ວິຕາມິນ A ແລະ ວິຕາມິນ C ຄ້ອນຂ້າງສູງ, ມີກົດໂຟຣິດ (folic acid)
ທີ່ມີບົດບາດຄວບຄຸ່ມຄວາມເປັນປົກກະຕິຂອງລູກໃນທ້ອງແມ່ໄລຍະ 3 ເດືອນ ແລະ
ຊ່ອຍໃນຂະບວນການສັງເຄາະສານພັນ DNA ເຮັດໃຫ້ເມັດເລືອດແດງແຂງແຮງ
ຖ້າມີກົດໂຟຣິກບໍ່ພຽງພໍອາດໃຫ້ທາດຜິດການໄດ້.
2.3 ລັກສະນະທາງພືດສາດຂອງຜັກກາດຂາວປີ
ຜັກກາດຂາວປີເປັນຜັກຢູ່ໃນຕະກຸ່ນ Cruciferae, ມີຊື່ວິທະຍາສາດ:BarssicaPekine- nsis. ເປັນຜັກພື້ນເມືອງໃນແຖບອາຊີຕາເວັນອອກເປັນພືດອາຍຸ 2
ປີແຕ່ນິຍົມປູກເປັນພືດຫຼົ້ນລູກປີດຽວ, ຊຶ່ງມີລະບົບຮາກແກ້ວແຕ່ຕື້ນ, ລຳຕົ້ນສັ້ນ
ບໍ່ມີກິ່ງ ແລະ ແໜງ, ໃບມີສີຂາວປົນສີຂຽວອ່ອນ ກາບໃບ ຫຼື ກ້ານໃບກ້ວາງ
ມີສີຂາວຂອບມີນໍ້າຫຼາຍ ແລະ ໃບຈະຫໍ່ແໜ້ນຂື້ນກັບສາຍພັນ ຈະເລີ່ມຫໍ່ຫົວເມື່ອມີໃບ 12 –
15 ໃບ ຮັບປະກັນໄດ້ທາງສົດ ແລະ ນໍາມາປະກອບເປັນອາຫານຕ່າງໆ ລັກສະນະຫົວຈະໃຫ່ຍ ແລະ
ມີຈຳນວນໃບຫຼາຍກ່ວາແໜ້ນກ່ວາຜັກກາດຂາວປີທີ່ຂາຍຕາມທ້ອງຕະຫຼາດ ແລະ
ມັກຈະໃຫ້ຜົນຜະລິດຫຼາຍໃນຊວງລະດູໜາວ.
2.3.1 ຮາກ
ຮາກຂອງຜັກກາດຂາວປີມີລັກສະນະຄື:
ຮາກແກ້ວ,ມີລະບົບຮາກຝອຍຫຼາຍພໍສົມຄວນ,ສາມາດຢັ່ງລົງໃນດິນເລີກປະມານ 20 – 25 cm, ຮາກຂອງຜັກກາດຂາວປີສາມາດດດູເອົາແຮ່ທາດຕ່າງໆໃນພື້ນດິນມາລໍ່ລ້ຽງລຳຕົ້ນ, ໃບ ແລະ
ພາກສ່ວນຕ່າງໆ.
2.3.2 ລຳຕົ້ນ
ລຳຕົົ້ນຂອງຜັກກາດຂາວປີມີລັກສະນະຕົ້ນເຕ້ຍ,
ກ້ານ ແລະ ໃບມີສີຂຽວອ່ອນແລະ ຂອບກົກກ້ານຕິດກັບຮາກ ແລະ ກ້ານໃຫ່ຍສູງປະມານ 20 -25 cm, ລໍາຕົ້ນເປັນບ່ອນກຳເນີດຂອງໃບ ແລະ ຍອດ.
2.3.3 ໃບ
ໃບຂອງຜັກກາດຂາວປີມີລັກສະນະສີຂຽວອ່ອນ
ໃບຫຼຸບ ຫຼື ຫໍ່ ແລະ ຈະກວມເຂົ້າທາງໃນຂື້ນກັບແນວພັນແຕ່ລະຊະນິດ, ຄວາມກ້ວາງຂອງໃບ 25 –
30 cm ແລະ ຍາວ 20 – 25 cm,
ໃບອ່ອນມີລັກສະນະສີເຫຼືອງອ່ອນ, ກ້ານໃບຈະມີສີຂາວປົ່ນສີຂຽວ.
2.3.4 ແກ່ນ
ແກ່ນຂອງຜັກກາດຂາວປີມີລັກສະນະນ້ອຍ,
ມົນຄ້າຍຄືແກ່ນຜັກກາດຊອມແກ່ນຈະມີສີດຳ ແລະສີນ້ຳຕານ.
2.4 ສະພາບດິນຟ້າອາກາດທີ່ເໝາະສົມ
2.4.1 ລະດູການປູກ
ຜັກກາດຂາວປີເປັນຜັກທີ່ມີອາຍຸດຽວ ສາມາດປູກໄດ້ຕະຫຼອດປີ
ແຕ່ເໝາະສົມທີ່ສຸດແມ່ນເດືອນຕຸລາ ຫາ ເດືອນທັນວາ.
2.4.2 ດິນ
ດິນເປັນບ່ອນຍຶດເກາະລຳຕົ້ນໄວ້ເພື່ອບໍ່ໃຫ້ລົ້ມ
ທັງເປັນບ່ອນຢູ່ຂອງທາດອາຫານຕ່າງໆທີ່ຮາກພຶດສາມາດນຳມາລ້ຽງລຳຕົ້ນເພື່ອເຮັດໃຫ້ລຳຕົ້ນຂະຫຍາຍຕົວ
ສາມາດຈະເລີມເຕີບໂຕໄດ້ດີໃນດິນເກືອບທຸກຊະນິດ ແຕ່ດິນທີ່ເໝາະສົມທີ່ສຸດແມ່ນຊາຍແກມຕົມ
ທີ່ມີຄວາມອຸດົມສົມບູນ ຊຶ່ງສາມາດລະບາຍນ້ຳ ແລະ ອາກາດໄດ້ດີ, ມີຄ່າ Ph ຄວາມເປັນກົດເປັນດ່າງຢຸ່ລະຫວ່າງ 6.0 – 6.5.
2.4.3 ອຸນຫະພູມ
ອຸນຫະພູມເປັນສິ່ງທີ່ກຳນົດແຕ່ລະຊະນິດຂອງພຶດ
ຊຶ່ງສາມາດຈຳແນກພຶດອອກຕາມອຸນຫະພູມຄື: ພຶດເຂດຮ້ອນ ແລະ ພຶດເຂດໜາວ
ດັ່ງນັ້ນການປູກພືດຈຶ່ງໄດ້ຈຳແນກໃຫ້ຖືກຕ້ອງກັບອຸນຫະພູມ
ແຕ່ອຸນຫະພູມທີ່ເໝາະສົມທີ່ສຸດແມ່ນຢູ່ລະຫວ່າງ 15 – 20 ອົງສາ.
2.4.4 ທາດອາຫານ
ທາດອາຫານເປັນສ່ວນທີ່ສຳຄັນຢ່າງໜຶ່ງ
ຊຶ່ງຊ່ວຍໃນການຈະເລີນເຕີບໂຕຂອງພືດ, ຊ່ວຍປັບປຸ່ງດິນ,
ທາດອາຫານທີ່ຢູ່ໃນດິນກໍລ້ວນແຕ່ມີຄວາມສຳຄັນຕໍ່ຕົ້ນພືດເພາະວ່າທາດອາຫານຈະເຮັດໃຫ້ຕົ້ນພືດມີຄວາມແຂງແຮງ,
ທົນທານຕໍ່ພະຍາດ ແລະ ແມງໄມ້ ແລະຍັງເປັນສ່ວນບຳລຸງລ້ຽງລຳຕົ້ນພືດ
ເຮັດໃຫ້ຕົ້ນພືດສາມາດຈະເລີນເຕີບໂຕໄດ້ໄວອີກດ້ວຍ.
2.4.5 ແສງສະຫວ່າງ
ແສງສະຫວ່າງກໍເປັນສິ່ງສຳຄັນ
ແລະຈຳເປັນຕໍ່ການຈະເລີນເຕີບໂຕຂອງພືດ ເນື່ອງຈາກວ່າແສງສະຫວ່າງຈະຊ່ວຍກະຕຸ້ນ
ເຮັດໃຫ້ມີການສັງເຄາະແສງເພື່ອປັບປຸ່ງທາດອາຫານໂດຍອາໄສແສງພະລັງງານຈາກດວງອາທິດ.
ນອກຈາກນັ້ນແສງສະຫວ່າງຍັງມີອິດທິພົນຕໍ່ການຂະຫຍາຍຂອງພືດເຮັດໃຫ້ຕົ້ນພືດແຂງແຮງ,
ຖ້າວ່າຕົ້ນພືດໄດ້ຮັບແສງແດດນ້ອຍຈະເຮັດໃຫ້ຜົນຜະລິດຫຼຸດລົງ, ຄຸ່ນນະພາບຕ່ຳ,
ຖ້າພືດໄດ້ຮັບແສງແດດຫຼາຍເກີນໄປ ຈະເຮັດໃຫ້ເກີດການເຜົາໄໝ້ ແລະ ພືດຈະຕາຍໄດ້.
2.4.6 ນ້ຳ ແລະ ຄວາມຊຸ່ມ
ກ ນ້ຳ
ນ້ຳເປັນປັດໃຈໜຶ່ງທີ່ສຳຄັນ ຕໍ່ການຈະເລີນເຕີບໂຕຂອງພືດ ແລະ
ສາມາດຊ່ວຍລະບາຍທາດອາຫານທີ່ຢຸ່ໃນດິນນຳເອົາໄປໃຊ້ປະໂຫຍດໄດ້ ແລະນຳສົ່ງທາດອາຫານຕ່າງໄປສູ່ພາກສ່ວນຕ່າງໆຂອງຕົ້ນພືດ
ຖ້າຕົ້ນພືດຂາດນ້ຳຈະເຮັດໃຫ້ຫ່ຽວແຫ້ງ ແລະ ຕາຍໄດ້ ດັ່ງນັ້ນຄວນຫົດນ້ຳຢ່າງພຽງພໍ.
ຂ). ຄວາມຊຸ່ມ
ຄວາມຊຸ່ມຊື່ນກໍເປັນສິ່ງສຳຄັນ
ຈະຊ່ວຍລະບາຍຄວາມຮ້ອນທີ່ຕົ້ນພືດໄດ້ຮັບຈາກແສງແດດຫຼາຍເກີນໄປ,
ຄວາມຊຸ່ມທີ່ເໝາະສົມທີ່ສຸດແມ່ນຢູ່ລະຫວ່າງ 60 - 70%.
2.5 ເຕັກນິກການປູກຜັກກາດຂາວປີ
2.5.1 ການຄັດເລືອກສະຖານທີ
ພື້ນທີຈະປູກຜັກຕ້ອງເປັນພື້ນທີຮາບພຽງດີ,
ມີຄວາມອຸດົມສົມບູນ, ໃກ້ແຫຼ່ວນ້ຳ ແລະ ໃກ້ເສັ້ນທາງ ເພື່ອສະດວກຕໍ່ການບົວລະບັດຮັກສາ.
2.5.2 ການກຽມເມັດພັນ
ເມັດພັນທີ່ຈະນຳກ້າຕ້ອງໄດ້ຜ່ານການທົດສອບຄວາມງອກເສຍກ່ອນ,
ເປັນເມັດພັນທີ່ມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ ແລະ ມີຄວາມງອກ 85 – 90% ຂື້ນໄປ.
2.5.3 ຊະນິດແນວພັນ
ຜັກກາດຂາວປີທີ່ໃຊ້ປູກໃນບ້ານເຮົາມີ
3 ປະເພດຄື:
Ø ພັນຂາວປີຫົວຍາວ:
ລັກສະນະຄືຮູບໄຂ່ໄດ້ແກ່: ພັນມີຊີລີ ຫຼື ຜັກກາດຫົງ, ຜັກກາດຂາວຝຣັ່ງ.
Ø ພັນຂາວປີຫົວກົມແໜ້ນ:
ລັກສະນະອ້ວນກົມໄດ້ແກ່: ພັນລາຊາເດຍ, ຊົງປີຄອນ.
Ø ພັນຂາວປີບໍ່ຫໍ່ຫົວ:
ເປັນພັນທີ່ໃຊ້ປູກທົ່ວໄປໃນບ້ານເຮົາເຊັ່ນ:ຜັກກາດຂາວປີໃຫ່ຍ, ຜັກກາດຂາວປີທຳມະດາ
ຊຶ່ງເໝາະສົມສຳລັບເຂດທີ່ມີອຸນຫະພູມສູງ, ຝຸ່ນຕົກດີເໝາະສົມແກ່ພັນ.
2.5.4 ການກຽມດິນກ້າແກ່ນ
ຂຸດດິນໃຫ້ເລີກປະມານ 15 –
20 cm, ແລ້ວຕາກໄວ້ 5 – 7 ວັນ ເພື່ອຂ້
າເຊື່ອພະຍາດຢູ່ໃນດິນ
ຫຼັງຈາກນັ້ນເອົາຝຸ່ນຄອກແລະຝຸ່ນບົ່ມຮອ່ງພື້ນ ຄວນທຸບດິນໃຫ້ໝຸນພໍປະມານ.
2.5.5 ການກ້າແກ່ນ
ພາຍຫຼັງກຽມໜານແລ້ວ
ເຮົາກໍນຳເອົາເມັດພັນທີ່ກຽມໄວ້ນັ້ນມາຫວ່ານໃສ່ໜານທີ່ກຽມໄວ້, ການຫວ່ານບໍ່ຄວນຫວ່າຖີ່
ແລະຫ່າງເກີນໄປ ຄວນຫວ່ານສະໝໍ່າສະເໝີ ເມື່ອຫວ່ານແລ້ວກໍນຳເອົາເຝືອງມາປົກ
ແລ້ວນຳເອົານ້ຳມາຫົດໃຫ້ຊຸ່ມ.
2.6 ການປູກ
2.6.1 ການກຽມໜານປູກ
ຜັກກາດຂາວປິເປັນຜັກທີ່ມີລະບົບຮາກແກ້ວຕື້ນ
ສະນັ້ນຂຸດດິນໃຫ້ເລີກປະມານ 15 – 20 cm, ແລ້ວຕາກແດດໄວ້ປະມານ 5 – 7 ວັນ ຫຼັງຈາກນັ້ນຄວນທຸບດິນໃຫ້ໝຸນພໍປະມານ
ແລ້ວຈັດເປັນຮູບໜານປະສົມຝຸ່ນຄອກ ແລະ ຝຸ່ນບົ່ມຮອງພື້ນ ແລ້ວຫົດນ້ຳໃຫ້ປຽກຊຸ່ມ.
2.6.2 ວິທີການປູກ
ການປູກຜັກກາດຂາວປີສາມາດປູກໄດ້
2 ວິທີຄື:
1)
ກແບບຫວ່ານ: ການຫ່ວານເມັດພັນໃຫ້ກະຈາຍທົ່ວໜານ
ຊຶ່ງການປູກວິທີນີ້
ເໝາະສົມ,ສຳລັບເມັດພັນທີ່ມີລາຄາຖືກ ແລະ ໂດຍສະເພາະພຶ້ນທີກ້ວາງມີຮ່ອງນ້ຳ
ການຫວ່ານຄວນຫວ່ານສະໝ່ຳສະເໝີ ໂດຍສະເພາະເມັດທີ່ເສື່ອມຄຸນນະພາບ,ເພື່ອໃຫ້ກະຈາຍສະເໝີຍິງຂື້ນ ໃຊ້ຝຸ່ນຄອກ ແລະ ຝຸ່ນບົ່ມຫວ່ານທັບລົງໄປໜາປະມານ
0.5 – 1.0cm, ເພື່ອຊ່ວຍຮັກສາຄວາມຊຸ່ມ.
2) ປູກແບບຢອດ
ຍອດໃຫ້ເມັດເປັນແຖວຕາມໜານປູກ
ໂດຍໃຊ້ໄລຍະຫ່າງ 40 cm, ເລີກປະມານ 0.5 – 1.0 cm, ຫຼືເຮັດເປັນຂຸມຕື້ນໆ
ຢອດເມັດລົງປະມານ 3 – 5 ເມັດ, ເມື່ອຕົ້ນກ້າເລີ່ມມີໃບຈິງ 2
ໃບໃຫ້ຖອນແຍກອອກໃຫ້ເຫຼືອຂຸມລະ 1 ຕົ້ນ.
2.6.2 ການບົວລະບັດຮັກສາ
ກ)
ການໃຫ້ນ້ຳ
ຄວນໃຫ້ນ້ຳຢ່າງພຽງພໍບໍ່ຫຼາຍ
ແລະ ບໍ່ນ້ອຍເກີນໄປໂດຍເບິ່ງຄວາມຊຸມໃນໜານປູກ, ການໃຫ້ນ້ຳມື້ລະ 2 ຄັ້ງຄື: ເຊົ້າ - ແລງ
ຂ)
ການໃສ່ຝຸ່ນ
ພືດດັ່ງກ່າວຕ້ອງການຝຸ່ນພໍສົມຄວນ
ດັ່ງນັ້ນການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງແນ່ໃສ່ການຫຼຸດຕົ້ນທຶນການຜະລິດ
ແລະ ໃຫ້ມີປະສິດທິພາບທາງດ້ານຜົນຜະລິດໂດຍສະເພາະດ້ານການຈະເລີນເຕີບໂຕທັງໃບ ແລະ ລຳຕົ້ນ.
ສະນັ້ນຈຶງແນ່ນຳໃສ່ຝຸ່ນບົ່ມຊີວະພາບແລະຝຸ່ນຄອກອັດຕາການໃສ່ 1.5 kg/m2
ໂດຍແບງການໃສ່ເປັນ 2 ຄັ້ງ, ຄັ້ງທຳອິດໃສ່ຮອງພື້ນ, ຄັ້ງທີ່ 2
ໃສ່ເມື່ອຜັກມີອາຍຸໄດ້ 15 – 20 ວັນ.
ຄ) ການພວນດິນ
ການພວນດິນແມ່ນຊ່ວຍເຮັດໃຫ້ດິນມີຄວາມຜຸຜຸ່ຍ,
ຊ່ວຍເຮັດດິນມີການຖ່າຍເທອາກາດໄດ້ດີ, ຮັກສາຄວາຊຸ່ມຊື່ນໄດ້ດີ ແລະ
ເປັນການກຳຈັດວັດສະພືດໄປພ້ອມໆກັນ.
2.6.4 ພະຍາດ
ແລະ ແມງໄມ້
1) ພະຍາດ
Ø
ພະຍາດລານ້ຳຄັ້ງ:
ສາເຫດເກີດຈາກ
ເຊື່ອຣາ(Fugi), ລັກສະນະທີ່ໃບລ້ຽງຂອງຕົ້ນເປັນຈຸດຊໍ້າແລະ
ຕົ້ນກ້າເນົ່າຍຸບເທິງໃບເກີດເປັນສີເຫຼືອງດ້ານຫຼັງມີເສັ້ນໄຍສີຂາວ ເມື່ອມີການລະບາດຫຼາຍຂື້ນແຜ່ຂະຫຍາຍຂະໜາດອອກເນື້ອໃບປ່ຽນເປັນສີເຫຼືອງ.
Ø .ພະຍາດເນົ່າຄໍດິນ
ສາເຫດເກີດຈາກເຊື່ອແບກທີເຣຍ(Bacteria),
ພະຍາດນີ້ເກີດຂື້ນໄດ້ທຸກໄລຍະການຈະເລີນເຕີບໂຕທີ່ຢູ່ໃນໜານປູກ,
ອາກາເລີ່ມຕົ້ນຂອງພະຍາດນີ້ເກີດຈຸດຊໍ້າເໜົ່ານ້ອຍໆຂື້ນມາກ່ອນຕໍ່ມາຈຸດດັ່ງກ່າວອາດຈະຂະຫຍາຍຕົວອ້ອມຮອບ
ແລະ ເລີກລົງໄປພາຍໃນເນື້ອເຫື່ຍອຢ່າງໄວວາ ໃນຂະນະດຽວກັນນີ້ເນື້ອເຫື່ຍອສ່ວນນີ້ຈະຍຸບຕົວລົງພາຍໃນເວລາ
1 – 2 ວັນ
ອາການເໜົ່າກໍຈະກະຈ່າຍໄປຢ່າງກ້ວາງຂວາງຄວບຄຸມທຸກພາບສ່ວນຂອງພືດທີ່ຖືກເຊື່ອເຂົ້າໄປທຳລາຍ,
ລັກສະນະຂອງມັນຈະເປັນເມືອກສີນໍ້າຕານພ້ອມກັບມີກິ່ນເໝັນຕໍ່ມາກໍຍຸບລົງແລ້ວຕາຍ.
Ø
ວິທີປ້ອງກັນ
ເມື່ອພົບເຫັນພະຍາດນີ້ເກີດຂື້ນຢູ່ຕົ້ນໃດໃຫ້ຫຼົກຖິ້ມ ແລ້ວເຜົາໄຟ
ຫຼັງຈາກນັ້ນເອົານໍ້າສະໝູນໄພເຮັດ້ວຍກີດພະຂົມກະເດົາຫົດໃສ່ຕົ້ນທີ່ເກີດພະຍາດ
2. ແມງໄມ້
Ø
ເພ້ຍອ່ອນ
ຕົວອ່ອນຂອງແມງຊະນິດນີ້
ອອກຈາກທ້ອງແມ່ ໂດຍບໍ່ໄດ້ຜ່ານການປະສົມພັນ. ຕົວອ່ອນອອກຈາກທ້ອງແມ່ໃໝ່ໆ
ພົບວ່າມີລຳຕົວຂະໜາດນ້ອຍສີເຫຼືອງອ່ອນຕາສີດຳ, ຕົວອ່ອນຊະນິດນີ້ຈະທຳລາຍໂດຍການດູດເອົານໍ້າລ້ຽງຈາກພືດ,
ທາງຍອດ, ໃບອ່ອນ, ໃບແກ່. ລັກສະນະທີເຫັນຄື: ຍອດ ແລະ
ໃບຍິກງໍເມື່ອເພ້ຍອ່ອນເພື່ມຂື້ນເລື່ອຍໆ ຕົ້ນພືດກໍຈະຫ່ຽວໃບຖືກທຳລາຍໃນທີ່ສຸດກໍຕາຍ.
v
ການປ້ອງກັນວິທີ
ໃຊ້ນໍ້າສະໝູນໄພເຮັດດ້ວຍຂົມກະເດົາຫົດຕິດຕໍ່ກັນ
3 ວັນ ຫຼັງຈາກນັ້ນຫົດທຸກໆ 5 ວັນໃນອັດຕາ 30 – 50 cc ປະສົມນໍ້າ 20 L ແລ້ວຫົດ.
Ø
ດ້ວງໝັດ
ຕົວອ່ອນເຕັມໄວເປັນຜິເສື້ອກາງງໃບຄືນຂະໜາດນ້ອຍໆ
ວາງໄຂ່ເປັນຟອງ ຫຼື ເປັນກຸ່ມນ້ອຍໆ ລຳຕົວຍາວລຽວຫົວທ້າຍແຫຼມ, ສ່ວນມີປຸ່ມຍືນອອກເປັນ 2
ແສກ ສີຂຽວອ່ອນ ຫຼື ສີຂຽວປົນສີເຫຼືອງເມື່ອຖືກຕົວກະດິ້ນ ແລະ ຖີິ້ມຕົວລົງດິນ
ໂດຍການເກືອບເຂົ້າດັກແດ້ຕາມໃບພືດໂດຍມີໃບພືດປົກຄຸມໜອນ ເມື່ອໃບ ແລະ
ຍອດຖືກກັດກິນຕັ້ງແຕ່ເລີ່ມງອກຈົນເຖີງໄລຍະການເກັບກຽ່ວ.
ພົບການທຳລາຍຕາມແຫຼ່ງປູກຜັກກາດຂາວປີເປັນການຄ້າທົ່ວປະເທດ. ລະບາດຮຸນແຮງແມ່ນຊວງລະດູຮ້ອນ.
v ວິທີການປ້ອງກັນ
ຕິດກັບດັກກາວສີເຫຼືອງອັດຕາ
80 ກັບດັກຕໍ/ໄຣ່ສູງເນືອລະດັບຕົ້ນພືດ 10 ຊມ ຕະຫຼອດລະດູການເພື່ອກຳຈັດຕົວເຕັມໄວ້.
2.7 ການເກັບກຽ່ວ
ເມື່ອສັງເກດເບິ່ງເຫັນວ່າຫົວຫໍ່ແໜ້ນແລ້ວໃຊ້ມິດຕັດທີ່ໂຄນຕົ້ນແລ້ວຄວນຕັດແຕງໃບທີ່ເປັນພະຍາດ
ແລະ ແມງໄມ້ທຳລາຍອອກ ແຕ່ບໍ່ຄວນເອົາອອກຫຼາຍຈົ່ງໃບນອກຈາກ 2 – 3
ໃບເພື່ອປ້ອງກັນການກະທົບກະເທືອນລະຫວ່າງການຂົນສົ່ງ.
No comments:
Post a Comment