ການປູກໝາກ​ເດືອຍ


1.1   ປະຫວັດຖິ່ນກຳເນີດ ແລະ ຄວາມສຳຄັນ

1.1.1     ປະ​ຫວັດຖິ່ນ​ກຳ​ເນີ​ດຂອງ​ໝາກ​ເດືອຍ

ໝາກເດືອຍໄດ້ມີການປູກຢູ່ພາກໃຕ້ຂອງອິນເດຍ ເປັນເວລານານຢ່າງໜ້ອຍ 4,000 ປີມາແລ້ວ, ພັນທີ່ພົບທຳອິດເປັນຫຍ້າທີ່ມັກຈະເລີນເຕີບໂຕໃນບໍລິເວນພື້ນທີ່ປູກເຂົ້າ ຊຶ່ງນັກ ບູຮານມັກເອີ້ນວ່າເມັດເຂົ້າ.  ເຖິງ​ແມ່ນ​ວ່າ​ຊາວ​ເອ​ເຊຍ​ໄ​ດ້​ໃຊ້​ຢ່າງ​ກວ້າງຂວາງ​ກໍ​ຕາມ, ​ແຕ່​ໄດ້ມີ​ການ​ພິຈາລະນາ​ວ່າ​ເປັນ​ວັດ​ສະ​ພື​ດໜຶ່ງທີ່ຢູ່​ໃນ​ໄຮ່​ເຂົ້າຕ່າງໆ. ລັກສະນະ​ເມັດ​ມີ​ຮູບ​ຮ່າງ​ຄື: ມີ​ເປືອກ​ຫຸ້ມ​ທີ່​ໜາ​ແໜ້ນ ​ແລະ ມີ​ຮູ​ທີ່​ປາຍ​ເມັດ​ທີ່ໂຜ່​ດອກ​ອອກ​ມາ.​ ​ເມັດ​ໝາກ​ເດືອຍ​​​ໄດ້​​ເອີ້ນ​ຊື່​ທຳ​ອິດ​ວ່າ Lachrima Job (Job’s tears). ສີ​ທຳ​ມະ​ຊາດ​ຂອງ​ມັນ​ເປັນ​ສີຂາວ, ​ແຕ່ພວກ​ມັນ​ສາມາດ​ຍ້ອມ​ເປັນ​ສີ​ແດງ, ຟ້າ, ສີຂຽວ ​ແລະ ສີ​ເຫຼືອງ. ພືດ​ນີ້​​ເຕັມ​ໄປ​ດ້ວຍ​ຊື່​ຕ່າງໆ​ລວມທັງ David’s tears, Saint Mary’s tears, Christ’s tears. ​ໃບ​ແມ່ນ​ໃຊ້​ເປັນ​ອາ​ຫານ​ສັດ​ຢູ່​ໃນ​ພາກ​ຕ່າງໆ​ຂອງ​ອິນ​ເດຍ ​ແລະ ​​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ເປັນ​ທີ່​ນິຍົມຂອງ​ຊ້າງ.
ປັດຈຸບັນໄດ້ມີການປູກຢ່າງກ້ວາງຂວາງໃນປະເທດ Philippine, Islands, Indo -china, Thailand, Burma ແລະ Sri Lanka

1.1.2    ຄວາມ​ສຳຄັນ​ຂອງ​ໝາກ​ເດືອຍ

ໝາກເດືອຍເປັນພືດປະເພດ​ແປ້ງ, ພືດພຶ້ນເມືອງຂອງຊາວເອເຊຍຕາເວັນອອກສ່ຽງໃຕ້ທີ່ມີເສັ້ນໄຍອາຫານສູງ, ເປັນພືດຕະກຸນດຽວກັບເຂົ້າໂດຍມີລັກສະນະເມັດເປັນສີຂາວລົດຊາດ ອອກມັນໜ້ອຍໜຶ່ງ. ແກ່ນຂອງໝາກເດືອຍມີຄຸນຄ່າທາງອາຫານສູງເນື່ອງຈາກມີໂປຼຕິນ 13.84%, ຄາໂບໄຮເດຼດ 70.65%, ໄຍອາຫານ 0.23%, ໄຂມັນ 5.03% ແລະ ແຮ່ທາດຕ່າງໆອີກຫຼາກຫຼາຍ. ໂດຍສະເພາະຟົດສະຟໍຣັສ ຊຶ່ງຊ່ວຍບຳລຸງກະດູກ, ມີຢູ່ໃນປະລິມານສູງລວມທັງວິຕາມິນ A ຊ່ວຍບຳລຸງສາຍຕາ, ວິຕາມິນ B1 ແລະ B2 ໂດຍສະເພາະ B1 ມີໃນປະລິມານຫຼາຍ (ມີຫຼາຍກວ່າເຂົ້າກ້ອງ), ຊຶ່ງຊ່ວຍແກ້ພະຍາດເໜັບຊາໄດ້ອີກ. ນອກນີ້ແລ້ວແກ່ນໝາກເດືອຍຍັງ ມີກົດອາມີໂນທຸກຊະນິດ ທີ່ສູງກວ່າຄວາມຕ້ອງການຕາມມາດຕະຖານຂອງອົງການອາມາໄມໂລກ (ຍົກເວັ້ນ ເມດໄທໂອນິນ ແລະ ໄຣຊິນເຊັ່ນ: ກຼູຍຕາມິກໃນປະລິມານຫຼາຍ, ເລີຊິນ, ອາລານິນ, ໂປຼລິນ, ວາລິນ, ຟີນິນອາລານິນ, ໄອໂຊເລີຊິນ ແລະ ອາຣຈີນິນ); ມີກົດໄຂມັນຊະນິດບໍ່ອີ່ມຕົວ ເຊັ່ນ: oleic acid, lenoleic acid ລວມເຖິງ 84% ​ແລະ ກົດໄຂມັນຊະນິດອີ່ມຕົວຄື: palmetic acid ແລະ steric acid ລວມເຖິງ 16%  (ກົມສົ່ງເສີມການກະເສດ, 2009).

1.1.3    ຄຸນຄ່າທາງດ້ານຢາຂອງໝາກເດືອຍ

ໃນລັກສະນະບຳລຸງຮ່າງກາຍແກ້ພະຍາດເໜັບຊາ, ບຳລຸງຜິວໜັງ, ແກ້ບວມນ້ຳປອດ ໃຊ້ເມັດໝາກເດືອຍບົດເປັນຜົງປະສົມເຂົ້າ ຕົ້ມເປັນເຂົ້າກິນທຸກວັນ. ໄອເປັນເລືອດເນື່ອງຈາກເປັນວັນນະໂລກປອດ ໃຊ້ເມັດໝາກເດືອຍ 3 ຖ້ວຍຊາຕົ້ມສຸກບົດໃຫ້ລະອຽດໃສ່ນ້ຳ 2 ຖ້ວຍໃຫຍ່ປະສົມເຫຼົ້າໜ້ອຍໜຶ່ງແບ່ງກິນ 2 ຄັ້ງ ຫຼື ໃຊ້ແກ່ນໝາກເດືອຍ 300g ໃສ່ນ້ຳ 3 ແກ້ວຕົ້ມໃຫ້ເຫຼືອ 1 ແກ້ວປະສົມເຫຼົ້າໜ້ອຍໜຶ່ງກິນ ແລະ ໜອງໃນໃຊ້ຮາກແຫ້ງ 15 - 30g ຕົ້ມນ້ຳກິນ.

1.1.4      ການໃຊ້ປະໂຫຍດ

ເນື່ອງຈາກເມັດໝາກເດືອຍເປັນພືດປະເພດ​ແປ້ງ, ເປັນພືດພື້ນເມືອງແທ້ຂອງຊາວ ເອເຊຍຕາເວັນອອກສ່ຽງໃຕ້ ທີ່ມີເສັ້ນໄຍອາຫານສູງ, ໃຊ້ເປັນອາຫານໂດຍໃຊ້ເມັດຕົ້ມ ຫຼື ໜຶ້ງຮັບປະທານແທນເຂົ້າ ແລະ ເຮັດເປັນເຂົ້າໜົມ. ຄຸນຄ່າທາງໂພສະນາການໃນເນື້ອໝາກເດືອຍມີແປ້ງ, ໄຂມັນ, ວິຕາມິນ B, ທາດຟົດສະຟໍຣັດ ແລະ ແຄລຊຽມ, ມີກົດອາມີໂນຫຼາຍຊະນິດ ແລະ ສານອື່ນໆ. ໃຊ້ເປັນຢາເມັດເປັນອາຫານທີ່ມີປະໂຫຍດສຳລັບຄົນເຈັບ, ເປັນຢາເຢັນຊ່ວຍຂັບປັດສະວະ, ບຳບັດຫຼອດລົມອັກເສບ, ປອດອັກເສບ.
ຕາຕະລາງ 4: ຄຸນຄ່າທາງໂພສະນາການຂອງໝາກເດືອຍ
ໂພສະນາການ
ເມັດໝາກເດືອຍ 100g
ແປ້ງໝາກເດືອຍ 100g
ຄາ​ໂບ​ໄຮ​ເດຼດ
​ໂປຼຕິນ
​ໄຂມັນ
​ແຄລຊຽມ
ຟົດ​ສະ​ຟໍຣັດ
​ເຫຼັກ
64.9 g
12.0 g
6.7 g
46 mg
148 mg
0.7 mg
67.8 g
13.5 g
6.7 g
42 mg
415 mg
5.4 mg
ແຫຼ່ງທີ່ມາ: ກົມ​ສົ່ງ​​ເສີມ​ການ​ກະ​ເສດ, ປີ 1994

1.2   ລັກສະນະພຶກສາດຂອງໝາກເດືອຍ

ໝາກເດືອຍເປັນພືດຕະກຸນຫຍ້າ (Gramineae) ມີ chromosome 2n= 20. ລັກສະນະ ການຈະເລີນເຕີບໂຕຄ້າຍຄືພືດທີ່ຢູ່ໃນຕະກຸນດຽວກັນເຊັ່ນ: ເຂົ້າ ຫຼື ເຂົ້າຝ້າງ. ໝາກເດືອຍທີ່ປູກ ຈາກໜຶ່ງເມັດຈະແຕກກໍເມື່ອອາຍຸປະມານສອງເດືອນໄດ້ 4-5 ແໜງ, ຕົ້ນໝາກເດືອຍມີຄວາມ ສູງຕັ້ງແຕ່ 1-3.5 ແມັດ. ໝາກເດືອຍມີຊື່​ສາມັນ: Pearl barley Adlay Ma Yuen, Job’s tears ຊື່​ວິທະຍາສາດCoix lacryma​​​-jobi Linn, ຕະກຸນ Gramineae, ສະກຸນ Coix ແລະ ຊະນິດ lacryma-jobi.

1.2.1      ລຳຕົ້ນ

1.2.2     ໃບ

ເນື່ອງ​ຈາກ​ວ່າ​ໝາກ​ເດືອຍ​ເປັນ​ພືດ​ຕະກຸນ​ຫຍ້າ ແລະ​ ເຂົ້າ. ສະນັ້ນ, ໃບ​ຈຶ່ງ​ມີ​ສ່ວນ​ຍາວ​ຫຼາຍ​ກວ່າ​ສ່ວນ​ກ້ວາງ, ປາຍ​ໃບ​ແຫຼມ, ຂອບ​ໃບ​ຂະໜານແຕ່​ເມື່ອ​ລູບຈະ​ຮູ້​ສຶກສາກໆ​, ຫູ​ໃບສັ້ນມີ​ສີຂຽວ. ໃບມີຂະໜາດ 20-40 x 2.5-5 cm, ຕິດຢູ່ກັບກາບໃບທີ່ຫຸ້ມຢູ່ລຳຕົ້ນ, ເສັ້ນກາງໃບ ເປັນຮ່ອງຍາວໄປຕາມລວງຍາວຂອງໃບ.

1.2.3     ດອກ

ໝາກ​ເດືອຍ​ເປັນ​ດອກ​ທີ່ບໍ່​ສົມບູນ​ເພດຄື: ດອກ​ຜູ້ ແລະ​ ດອກ​ແມ່​ຈະ​ຢູ່​ຕ່າງ​ດອກ​ກັນ ແຕ່​ກໍຈະ​ຢູ່​ໃນຕົ້ນດຽວກັນ. ດອກມີໂຄງສ້າງສະລັບສັບຊ້ອນ, ກ້ານດອກຈະຮອງຮັບກະເປາະທີ່ຈະພັດທະນາຕໍ່ໄປເປັນໝາກ ຫຼື ເມັດ, ພາຍໃນກະເປາະຈະບັນຈຸດອກແມ່ໜຶ່ງດອກ ແລະ ກ້ານຊູເກສອນແມ່ສີແດງຄ້ຳ 2 ອັນຊຶ່ງຈະຢືດອອກມາຈາກກະເປາະເພື່ອຮັບການປະສົມ.

1.2.4     ຊໍ່​ດອກ

                        ຊໍ່ດອກແຕກຂຶ້ນໄປຈາກຂອບໃບທີ່ບໍລິເວນກິ່ງ, ດອກຍາວປະມານ 3-8 cm, ໝາກເດືອຍຈະມີທັງດອກຜູ້ ແລະ ດອກແມ່ຢູ່ເທີງຊໍ່ດຽວກັນ.

1.2.5     ກະ​ເປາະ

ເປັນທີ່ກຳເນີດຂອງກ້ານຊູດອກຜູ້ທີ່ໂຜ່ອອກໄປຢູ່ເທີງກະເປາະ, ຊໍ່ດອກຜູ້ຈະມີດອກຜູ້ຢູ່ປະມານ 10 ດອກ, ແຕ່ລະດອກມີຄວາມຍາວປະມານ 7-8 cm. ດອກຈະລົ່ນເມື່ອແກ່ ແລະ ມັກຈະເກີດເປັນຄູ່, ມີກາບດອກຊັ້ນນອກ (glume) 2 ອັນ, ພາຍໃນມີກີບດອກຊະນິດ lemma 1 ອັນ ແລະ palea ທີ່ນ້ອຍກວ່າ 1 ອັນ, ມີອັບເກສອນຜູ້ 3 ອັນ.

1.2.6     ໝາກ

ໝາກ ຫຼື ເມັດເກີດຈາກການປະສົມເກສອນ, ຮັງໄຂ່ຈະເລີນໄປເປັນໝາກ, ໝາກເປັນໝາກລວມ (false fruit)​ ເມື່ອເບີ່ງດ້ານໜ້າຈະຄ້າຍຄືຮູບຫົວໃຈ, ເບີ່ງດ້ານເທີງຈະຄ້າຍຄືເມັດຖົ່ວທີ່ມີຮ່ອງເຂົ້າໄປເຄີ່ງກາງ ແຕ່ຮ່ອງຈະນ້ອຍກວ່າ, ມີຄວາມຍາວ 8-12 mm, ເປືອກ​ພາຍ​ນອກ​ແຂງ, ເຍື່ອຫຸ້ມເມັດສີນ້ຳຕານແດງ, ສີນ້ຳຕານເຂັ້ມ ຫຼື ສີນ້ຳຕານອ່ອນ. ໝາກເດືອຍສ່ວນໃຫຍ່ ເປັນພືດທີ່ໄວຕໍ່ຊ່ວງແສງໂດຍຈະອອກດອກໃນຊ່ວງທີ່ມີແສງໜ້ອຍກວ່າ 12 ຊົ່ວໂມງ ປະມານເດືອນກັນຍາ, ສ່ວນໃຫຍ່ມີການປະສົມຂ້າມ ເນື່ອງຈາກດອກຜູ້ ແລະ ດອກແມ່ບານບໍ່ພ້ອມກັນ (ກົມສົ່ງເສີມການກະເສດ, 2009).

1.3   ການຈຳ​ແນ​ກຊະນິດ​ຂອງ​ໝາກ​ເດືອຍ

1.3.1   ໝາກ​ເດືອຍ​ຫີນ (Coix lacryma​​​-jobi  L. vartypica watt)

ປຸູກກັນ​ຕາມ​ພາກ​ເໜືອຂອງ​ປະ​ເທດ​ໄທ​, ໝາກ​ເດືອຍ​ປະ​ເພດ​ນີ້ມີ​ເປືອ​ກຫຸ້ມ​ເມັດ​ແຂງ, ໜຽວ​ຫຼາຍ ແລະ ມີ​ຫຼາຍ​ສີ​ເຊັ່ນ: ສີຂາວ ຫຼື ສີຂີ້​ເທົ່າ​ອ່ອນ ຫຼື ມີ​ຫຼາຍ​ສີ​ເທິງ​ເມັດ​ດຽວ​ກັນ. ນ້ຳໜັກ​ທັງ​ເປືອກ 100 ເມັດຢູ່​ລະຫວ່າງ 10.5-32.8g. ຕົ້ນ​ເຕ້ຍ​ກວ່າ​ໝາກ​ເດືອຍ​ປະເພ​ດອື່ນ.

1.3.2   ໝາກ​ເດືອຍ​ຂົບ (Coix lacryma​​​-jobi  L. var major Mieur)

ປູກ​ໃນ​ປະລິມານ​ໜ້ອຍ​ ​ໃນ​ບັນດາ​ແຂວງ​ຕ່າງໆ​ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ໄທ ເຊັ່ນ: ພະ​ເຍົາ, ຊຽງ​ໄຣ ​ແລະ ​ຊຽງ​ໃໝ່. ເມັດ​ຄ້ອນ​ຂ້າງ​ກົມ, ​ເປືອກ​ຄ້ອນ​ຂ້າງ​ໜາ ​ແລະ ​ແຂງ​ປານ​ກາງ. ເປືອກ​ມີ​ຫຼາຍ​ສີ​ປົນ​ກັນ​ເທິງ​ເມັດ​ດຽວ​ກັນ​ເຊັ່ນ: ​ເຄີ່ງໜຶ່ງ​ສີຄຼິມອິກ ​ແລະ ​ເຄີ່ງໜຶ່ງ​ສີນ້ຳ ຕານ​ແກ່. ນ້ຳໜັກທັງ​ເປືອກ 100 ເມັດ​ປະມານ 18.6g, ຕົ້ນສູງ​ປະມານ 2 m.

1.3.3   ໝາກ​ເດືອຍ​ການ​ຄ້າ (Coix lacryma​​​-jobi  L.var mayeun)

ໝາກ​ເດືອຍ​ປະ​ເພດ​ນີ້ມີ​ຄວາມ​ສຳຄັັນ​ທາງ​ດ້ານ​ການ​ກະ​ເສດ ​ແລະ ປູກ​ຫຼາຍ​ທີ່ສຸດ. ເມັດ​ທີ່​ເອົາ​ເປືອກ​ອອກ​ແລ້ວ​ຈະ​ໃຊ້​ບໍ​ລິ​ໂພ​ກ​ໄດ້​ຫຼາຍ​ຮູບ​ແບບ, ຕົ້ນຈະ​ສູງ​ເທົ່າໆ​ກັບ​ໝາກ​ເດືອຍ​ຂົບ, ນ້ຳໜັກທັງ​ເປືອກ 100 ເມັດ​ຢູ່​ລະຫວ່າງ 10.8-19g. ໝາກ​ເດືອຍ​ການ​ຄ້າຈະ​ມີ​ທັງ​ໝາກ​ເດືອຍ​ເຂົ້າຈ້າວ (Non-glutinous) ແລະ ໝາກ​ເດືອຍ​ເຂົ້າໜຽວ (glutinous) ຄື:

ກ. ໝາກ​ເດືອຍ​ເຂົ້າຈ້າວ

ເມື່ອນຳ​ໄປ​ຕົ້ມ, ​ແປ້ງ​ ແລະ ​ນ້ຳຕົ້ມໝາກ​ເດືອຍ​ຈະ​ບໍ່​ໜຽວລື​ນ ຫຼື​ ເປັນ ​ເມືອ​ກ. ເມັດ​ທັງ​ເປືອກ​ຄ້ອນ​ຂ້າງຍາວ, ມີ​ຂະໜາດ​ນ້ອຍ, ​ເປືອກ​ສີນ້ຳຕານແກ່ຄ້ອນ​ຂ້າງ​ໜາ​ ແລະ ​ແຂງ, ​ເນື້ອ​ແປ້ງ​ຂອງ​ເມັດ​ຈະ​ຄ້ອນ​ຂ້າງ​ແຂງສາມາດ​ເກັບ​ເມັດ​ໄວ້​ໄດ້​ດົນ. ໝາກ​ເດືອຍ​ຊະນິດ​ນີ້ມີ​ລຳຕົ້ນສູງ ​ແລະ​ ສີ​ຂຽວ​ນວນ​ຂະໜາດ​ໃຫຍ່.

ຂ. ໝາກ​ເດືອຍ​ເຂົ້າໜຽວ

ເນື້ອ​ແປ້ງ​ເມື່ອນຳ​ໄປ​ຫຸ່ງ​ຕົ້ມ ຈະ​ນຸ້ມ​​ເປັນ​ເມຶືອກລື​ນໆຄ້າຍຄືກັບ​ເຂົ້າໜຽວ​ເພາະ​ມີແປ້ງ​ເຂົ້າໜຽວ (amylopectin) ແຕ່​ຈະ​ມີ​ແປ້ງ​ອະ​ໄມ​ໂລ​ສພຽງ​ແຕ່ 2-3% ​ເທົ່າ​ນັ້ນ, ຜູ້​ບໍລິ​ໂພ​ກນິຍົມ​ຫຼາຍ​ກວ່າ​ໝາກ​ເດືອຍ​ເຂົ້າຈ້າວ. ເມັດທັງເປືອກ​ກົມ​ສັ້ນກວ່າ​ໝາກ​ເດືອຍ​ເຂົ້າຈ້າວ,​ເປືອກ​ເມັດ​ສີຂີ້​ເທົ່າ​ອ່ອນ​ບາງ ​ແລະ ບີບ​ແຕກງ່າຍ. ເນື້ອ​ແປ້ງ​ຂອງ​ເມັດຈະ​ຄ້ອນ ​ຂ້າງ​ອ່ອນເຮັດ​ໃຫ້​ສີ​ໄດ້​ນ້ຳໜັກ​ໜ້ອຍ​ເພາະ​ແຕກ​ຫັກ​ງ່າ​ຍແຕ່​ອາດ​ເຮັດ​ໃຫ້​ໄດ້​ຮຳ​ຫຼາຍ​ຂຶ້ນ, ຕົ້ນ​ຕ່ຳກວ່າ​ພັນ​ເຂົ້າຈ້າວ,  ສີ​ລຳຕົ້ນຄ້ອນ​ຂ້າງ​ເຫຼືອງ.
v  ພັນໝາກ​ເດືອຍ​ທີ່​ນິຍົມ​ປູກ
1)  ໝາກ​ເດືອຍ​ພຶ້ນ​ເມືອງ​ພັນ​ວັງສະ​ພຸງ: ເປັນ​ພັນ​ທີ່ຊາວ​ກະສິກອນ​ເກັບ​ເມັດ​ພັນ​ໄວ້ປູກເອງຕິດຕໍ່​ກັນ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ, ມີ​ລຳຕົ້ນຂຽວ​ອົມ​ເຫຼືອງ, ​ເມັດ​ມີ​ລັກສະນະ​ກົມ, ​ເປືອກ​ຫຸ້ມ​ເມັດ​ເປັນ​ສີນ້ຳຕານ​ດຳ, ຜົນ​ຜະລິດ​ສະ​ເລ່ຍ 266 kg/​rai.
2)  ໝາກ​ເດືອຍ​ເຂົ້າໜຽວ​ພັນ​ເລຍ:  ​ເປັນ​ພັນ​ທີ່​ມີ​ເມັດ​ເປັນ​ເຂົ້າໜຽວ​ລ້ວນ ເຊິ່ງ​ເປັນ​ທີ່​ຕ້ອງການຂອງຕະຫຼາດ. ລຳຕົ້ນ ແລະ ຕົ້ນອ່ອນ​ມີ​ສີຂຽວ​ອົມ​ແດງ, ​ເມັດ​ມີ​ລັກສະນະ​ກົມ, ​ເປືອກ​ຫຸ້ມ​ເມັດ​ສີນ້ຳຕານ, ຜົນ​ຜະລິດ​ສະ​ເລ່ຍ 299 kg/​rai (ກົມ​ສົ່ງ​ເສີມ​ການ​ກະ​ເສດ, 2010).

1.4   ສະພາບແວດລ້ອມທີ່ເໝາະສົມແກ່ການປູກໝາກເດືອຍ

1.4.1  ສະພາບພູມີອາກາດ

ປູກໄດ້ຜົນດີໃນເຂດທີ່ລາດຊັນ, ມີແສງແດດກ້າ, ອຸນຫະພູມຄ້ອນຂ້າງເຢັນ ແລະ ອາໄສນ້ຳຝົນ.

1.4.2   ສະພາບພື້ນທີ່

ພຶ້ນທີ່ລາດຊັນ, ບໍ່ມີນ້ຳຂັງ, ຄວາມລາດອ່ຽງຕັ້ງແຕ່ 3-45°C ແລະ ການຄົມມະ ນາຄົມສະດວກ.

1.4.3   ລັກສະນະດິນ

ຄຸນສົມບັດທາງກາຍະພາບຂອງດິນທີ່ປູກຄວນມີຄວາມອຸດົມສົມ ບູນພໍສົມຄວນ, ການລະບາຍນ້ຳດີ ແລະ ການຖ່າຍເທອາກາດໄດ້ດີ.

1.5   ເຕັກນິກການປູກໝາກເດືອຍ

1.5.1  ລະດູ​ການ​ປູກ

​ເນື່ອງຈາກໝາກ​ເດືອຍ​ເປັນພືດ​ໄວ​ຕໍ່​ຊ່ວງ​ແສງ ເຊິ່ງຈະ​ອອກ ດອກ​ໃນຕົ້ນ​ເດືອນ​ຕຸລາ.  ດັ່ງນັ້ນ, ຊ່ວງ​ປູກ​ທີ່​ເໝາະ​ສົມ​ຄືກາງ​ເດືອນ​ພຶ​ດສະພ​າ​ເຖິງກາງ​ເດືອນ​ມິຖຸນາ.

1.5.2  ກາ​ນກຽມ​ດິນ

ຄວນມີ​ການ​ກຽມ​ດິນ​​ເພື່ອ​ກຳຈັດ​ວັດ​ສະ​ພືດ, ຂ້າ​ເຊື້ອພະຍາດ​ໃນ​ດິນ ​ແລະ ​ເຮັດ​ໃຫ້​ສະພາບ​ດິນ​ເໝາະ​ສົມ​ແກ່​ການ​ປູກ ໂດຍ​ການ​ໄຖ 1-2 ຄັ້ງ ​ແລ້ວ​ຈຶ່ງ​ປູກ.

1.5.3  ວິທີ​ການ​ປູກ

ຂຸດຂູມ​ປູກ​ໂດຍ​ໃຊ້​ໄລຍະ​ຫ່າງ 75x75cm. ຢ​ອດ​ເມັດ 5-8​ ເມັດ​ ຕໍ່​ຂຸມ ​ແລະ ​ຖອນ​ແຍກ​ໃຫ້​ເຫຼື​ອພຽງ 3-4 ຕົ້ນຕໍ່​ຂຸມ​ເມື່ອ​ໝາກ​ເດືອຍ​ອາຍຸ​ໄດ້​ປະມານ 30 ວັນ.

1.6   ການບົວລະບັດ​ຮັກສາ

1.6.1  ​ການ​ໃສ່​ປຸ໋ຍ

ໃຊ້​ປຸ໋ຍ 15-15-15 ຫຼື 16-20-0 ໃນ​ອັດຕາ 50 kg/rai ໂດຍ​ແບ່ງ​ໃສ່​ເຄີ່ງ​ໜຶ່ງ​ຮອງ​ພື້ນພ້ອມປູກ, ສ່ວນ​ທີ່ເຫຼືອ​ໃສ່​ເມື່ອ​ອາຍຸ​ໄດ້​ປະມານ 30 ວັນ (ພ້ອມ​ກັບ​ການ​ຖອນ​ແຍກ).
ຖ້າ​ດິນ​ມີ​ອິນ​ຊີ​ວັດຖຸ, ຟົດ​ສະ​ຟໍຣັດ ແລະ ໂພ​ແທກ​ຊຽມຕ່ຳໃຫ້​ໃສ່​ປຸ໋ຍ 16-20-0 ສຳລັບ​ດິນ​ຕົມ ຫຼື ​ຕົມ​ໜຽວ​​ແກມ​ຊາຍ ​ແລະ ສູດ 15-15-15 ສຳ​ລັບ​ດິນ​ຕົມ​​ແກມ​ຊາຍ​ໃນ​ອັດຕາ 50 kg/rai ຮອງ​ພື້ນພ້ອມ​ປູກ.
​ເມື່ອ​ໝາກ​ເດືອຍ​ອາຍຸ 20 ວັນ ໃຫ້​ໃສ່​ປຸ໋ຍ 46-0-0 ໃນ​ອັດຕາ 50 kg/rai​ ຫຼື​ ສູດ 21-0-0 ໃນ​ອັດຕາ 100  kg/rai ​ ໂດຍ​ການ​ໂຮຍ​ຂ້າງ​ຕົ້ນ ຫຼື ຂ້າງ​ແຖວ​ແລ້ວ​ພວນ​ດິນ.
ໃນ​ສະຖານ​ທີ່​ມີ​ການ​ລະບາຍ​ນ້ຳດີ ແຕ່​ໝາກ​ເດືອຍ​ມີ​ລັກສະນະ​ຕົ້ນ​ຕ່ຳ ​ແລະ ​ໃບ​ເຫຼືອງ, ​ຄວນ​ໃສ່​ປຸ໋ຍ 46-0-0  ໃນ​ອັດຕາ  25 kg/rai  ເມື່ອ​ໝາກ​ເດືອຍ​ອາຍຸ 40-45 ວັນ.
v  ການ​ອະນຸລັກ​ສັດຕູ​ທຳ​ມະ​ຊາດ: ສັດຕູທຳ​ມະ​ຊາດ​ຂອງ​​ແມງ​ໄມ້​ ​ແລະ ​ສັດຕູ​ຂອງ​ໝາກ​ເດືອຍ​ທີ່​ສຳຄັນ​ພົບ​ທົ່ວ​ໄປ​ໄດ້​ແກ່ແມງ​ຕົວ​ຫ້ຳ ​ແລະ ​ແມງ​ຕົວ​ບຽນ​ຄື:
1)   ແມງ​ຫາງ​ໜີບ: ຕົວ​ເຕັມ​ໄວ​ມີ​ສີນ້ຳຕານ​ເຂັ້ມ,  ລຳ​ຕົວ​ຍາວ 1.6 cm,  ມີ​ປີກ 2 ຄູ່​ສີ​ເຫຼືອງອ່ອນ, ຂອບ​ປີກ​ສີດຳ, ປີກ​ຄູ່​ຫຼັງ​ຍາວ 1.6 cm, ປີກ​ຄູ່​ຫຼັງ​ຍາວ​ກວ່າ​ຄູ່​ໜ້າ​ແຕ່​ສັ້ນກວ່າ. ຕົວ​ອ່ອນ ແລະ ຕົວ​ເຕັມ​ໄວຈະ​ກັດ​ກິນ​ໄຂ່ ແລະ​ ໜອນຂະໜາດ​ນ້ອຍຂອງ​ໜອນ​ເຈາະ​ລຳຕົ້ນ, ໜອນ​ເຈາະ​ໝາກຝ້າ​ຍ ​ແລະ ​ເພ້ຍ​ອ່ອນ​ສາລີ.
2)   ດ້ວງ​ເຕົ່າ: ຕົວ​ເຕັມ​ໄວ​ມີ​ຂະໜາດ 0.4-0.5 cm, ປີກ​ສີແດງ, ສີສົ້ມ ຫຼື ສີເຫຼືອງ ແລະ ມີລາຍຕາມຂວາງ​ສີນ້ຳຕານ, ປີກ​ແຕ່ລະ​ຂ້າງ​ມີ​ລາຍ​ຂວາງ 2 ​ເສັ້ນຊື່​ປາຍ​ປີກ, ມີ​ຈຸດ​ສີດຳ 1 ຈຸດ​ຢູ່ເສັ້ນກາງ​ປີກ. ວາງ​ໄຂ່​ເປັນ​ກຸ່​ມເທີ​ງ​ໃບ, ​ ໄຂ່​ມີ​ລັກສະນະ​ຮຽວຍາວ ຫົວ​ທ້າຍ​ແຫຼມ​ສີ​ເຫຼືອງ​ອ່ອນ.  ໜອນ​ມີ​ສີດຳ​ຮູບ​ຮ່າງ​ຮຽວຍາວ, ບາງ​ຄັ້ງມີ​ຈຸດ ຫຼື ແຖບ​ສີສົ້ມ, ສີ​ເຫຼືອງ​ອ່ອນ ຫຼື ສີຂາວ​ເທິງ​ລຳ​ຕົວ, ເທິງ​ລຳ​ຕົວ​ມີ​ຕຸ່ມລັກສະນະ​ຄ້າຍຄື​ໜາມ, ໜອນ ແລະ ຕົວ​ເຕັມ​ໄວ​ກັດ​ກິນ​ເພ້ຍ​ອ່ອນ​ສາລີ.
3)   ແຕນ​ບຽນ​ໄຂ່ໄຕ​ໂດ​ແກມ​ມາ:  ຕົວ​ເຕັມ​ໄວ​ມີ​ຂະໜາດ 0.6 mm ວາງ​ໄຂ່​ໃນ​ໄຂ່​ແມງກະເບື້ອ ໜອນ​ເຈາະ​ລຳຕົ້ນສາລີເຮັດ​ໃຫ້ໄຂ່​ປ່ຽນ​ເປັນ​ສີ​ດຳ ​ແລະ ບໍ່​ຝັກ​ເປັນ​ໜອນ. ນົກ​ ແລະ ​ງູ ເປັນສັດຕູ​ທຳ​ມະ​ຊາດ​ຈັບ​ກິນ​ໜູ​ສັດຕູ​ຂອງ​ໝາກ​ເດືອຍ. ສັດຕູ​ທຳ​ມະ​ຊາດ​ທັງ 3 ກຸ່ມ​ນີ້ ມີ​ປະສິດທິພາບ​ໃນ​ການ​ຄວບ​ຄຸ​ມ​ແມງ​ໄມ້ ແລະ ​ສັດຕູ​ພືດ. ດັ່ງນັ້ນ, ​ໃນ​ການ​ປ້ອງ​ກັນ​ກຳຈັດ​ສັດຕູ​ຂອງ​ໝາກ​ເດືອ​ຍ ຄວນ​ໃຊ້​ວິທີ​ການ​ທີ່​ປອດ​ໄພ​ຕາມ​ຄຳ​ແນະນຳ​ ເພື່ອອະນຸລັກ​ສັດຕູ​ທຳ​ມະ​ຊາດ​ທີ່​ເປັນ​ປະ​ໂຫຍດດັ່ງກ່າວ​ໄວ້.

Share:

1 comment:

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.