1.1
ປະຫວັດຖິ່ນກຳເນີດ ແລະ ຄວາມສຳຄັນ
1.1.1
ປະຫວັດຖິ່ນກຳເນີດຂອງໝາກເດືອຍ
ໝາກເດືອຍໄດ້ມີການປູກຢູ່ພາກໃຕ້ຂອງອິນເດຍ
ເປັນເວລານານຢ່າງໜ້ອຍ 4,000 ປີມາແລ້ວ, ພັນທີ່ພົບທຳອິດເປັນຫຍ້າທີ່ມັກຈະເລີນເຕີບໂຕໃນບໍລິເວນພື້ນທີ່ປູກເຂົ້າ
ຊຶ່ງນັກ ບູຮານມັກເອີ້ນວ່າເມັດເຂົ້າ.
ເຖິງແມ່ນວ່າຊາວເອເຊຍໄດ້ໃຊ້ຢ່າງກວ້າງຂວາງກໍຕາມ,
ແຕ່ໄດ້ມີການພິຈາລະນາວ່າເປັນວັດສະພືດໜຶ່ງທີ່ຢູ່ໃນໄຮ່ເຂົ້າຕ່າງໆ.
ລັກສະນະເມັດມີຮູບຮ່າງຄື: ມີເປືອກຫຸ້ມທີ່ໜາແໜ້ນ ແລະ
ມີຮູທີ່ປາຍເມັດທີ່ໂຜ່ດອກອອກມາ. ເມັດໝາກເດືອຍໄດ້ເອີ້ນຊື່ທຳອິດວ່າ
Lachrima Job (Job’s tears). ສີທຳມະຊາດຂອງມັນເປັນສີຂາວ, ແຕ່ພວກມັນສາມາດຍ້ອມເປັນສີແດງ,
ຟ້າ, ສີຂຽວ ແລະ ສີເຫຼືອງ. ພືດນີ້ເຕັມໄປດ້ວຍຊື່ຕ່າງໆລວມທັງ David’s tears, Saint Mary’s tears, Christ’s tears. ໃບແມ່ນໃຊ້ເປັນອາຫານສັດຢູ່ໃນພາກຕ່າງໆຂອງອິນເດຍ
ແລະ ໂດຍສະເພາະຢ່າງຍິ່ງເປັນທີ່ນິຍົມຂອງຊ້າງ.
ປັດຈຸບັນໄດ້ມີການປູກຢ່າງກ້ວາງຂວາງໃນປະເທດ Philippine, Islands, Indo -china, Thailand, Burma ແລະ Sri Lanka
1.1.2
ຄວາມສຳຄັນຂອງໝາກເດືອຍ
ໝາກເດືອຍເປັນພືດປະເພດແປ້ງ, ພືດພຶ້ນເມືອງຂອງຊາວເອເຊຍຕາເວັນອອກສ່ຽງໃຕ້ທີ່ມີເສັ້ນໄຍອາຫານສູງ, ເປັນພືດຕະກຸນດຽວກັບເຂົ້າໂດຍມີລັກສະນະເມັດເປັນສີຂາວລົດຊາດ
ອອກມັນໜ້ອຍໜຶ່ງ. ແກ່ນຂອງໝາກເດືອຍມີຄຸນຄ່າທາງອາຫານສູງເນື່ອງຈາກມີໂປຼຕິນ 13.84%, ຄາໂບໄຮເດຼດ 70.65%, ໄຍອາຫານ 0.23%, ໄຂມັນ 5.03% ແລະ
ແຮ່ທາດຕ່າງໆອີກຫຼາກຫຼາຍ. ໂດຍສະເພາະຟົດສະຟໍຣັສ ຊຶ່ງຊ່ວຍບຳລຸງກະດູກ, ມີຢູ່ໃນປະລິມານສູງລວມທັງວິຕາມິນ
A ຊ່ວຍບຳລຸງສາຍຕາ, ວິຕາມິນ B1 ແລະ B2 ໂດຍສະເພາະ B1 ມີໃນປະລິມານຫຼາຍ (ມີຫຼາຍກວ່າເຂົ້າກ້ອງ), ຊຶ່ງຊ່ວຍແກ້ພະຍາດເໜັບຊາໄດ້ອີກ.
ນອກນີ້ແລ້ວແກ່ນໝາກເດືອຍຍັງ ມີກົດອາມີໂນທຸກຊະນິດ
ທີ່ສູງກວ່າຄວາມຕ້ອງການຕາມມາດຕະຖານຂອງອົງການອາມາໄມໂລກ (ຍົກເວັ້ນ ເມດໄທໂອນິນ ແລະ
ໄຣຊິນເຊັ່ນ: ກຼູຍຕາມິກໃນປະລິມານຫຼາຍ, ເລີຊິນ, ອາລານິນ, ໂປຼລິນ, ວາລິນ, ຟີນິນອາລານິນ, ໄອໂຊເລີຊິນ ແລະ ອາຣຈີນິນ); ມີກົດໄຂມັນຊະນິດບໍ່ອີ່ມຕົວ
ເຊັ່ນ: oleic acid, lenoleic acid ລວມເຖິງ 84% ແລະ ກົດໄຂມັນຊະນິດອີ່ມຕົວຄື: palmetic acid ແລະ steric acid ລວມເຖິງ 16% (ກົມສົ່ງເສີມການກະເສດ, 2009).
1.1.3
ຄຸນຄ່າທາງດ້ານຢາຂອງໝາກເດືອຍ
ໃນລັກສະນະບຳລຸງຮ່າງກາຍແກ້ພະຍາດເໜັບຊາ, ບຳລຸງຜິວໜັງ, ແກ້ບວມນ້ຳປອດ
ໃຊ້ເມັດໝາກເດືອຍບົດເປັນຜົງປະສົມເຂົ້າ ຕົ້ມເປັນເຂົ້າກິນທຸກວັນ.
ໄອເປັນເລືອດເນື່ອງຈາກເປັນວັນນະໂລກປອດ ໃຊ້ເມັດໝາກເດືອຍ 3 ຖ້ວຍຊາຕົ້ມສຸກບົດໃຫ້ລະອຽດໃສ່ນ້ຳ 2 ຖ້ວຍໃຫຍ່ປະສົມເຫຼົ້າໜ້ອຍໜຶ່ງແບ່ງກິນ 2 ຄັ້ງ ຫຼື
ໃຊ້ແກ່ນໝາກເດືອຍ 300g ໃສ່ນ້ຳ 3 ແກ້ວຕົ້ມໃຫ້ເຫຼືອ
1 ແກ້ວປະສົມເຫຼົ້າໜ້ອຍໜຶ່ງກິນ
ແລະ ໜອງໃນໃຊ້ຮາກແຫ້ງ 15 - 30g ຕົ້ມນ້ຳກິນ.
1.1.4
ການໃຊ້ປະໂຫຍດ
ເນື່ອງຈາກເມັດໝາກເດືອຍເປັນພືດປະເພດແປ້ງ, ເປັນພືດພື້ນເມືອງແທ້ຂອງຊາວ
ເອເຊຍຕາເວັນອອກສ່ຽງໃຕ້ ທີ່ມີເສັ້ນໄຍອາຫານສູງ, ໃຊ້ເປັນອາຫານໂດຍໃຊ້ເມັດຕົ້ມ ຫຼື ໜຶ້ງຮັບປະທານແທນເຂົ້າ ແລະ
ເຮັດເປັນເຂົ້າໜົມ. ຄຸນຄ່າທາງໂພສະນາການໃນເນື້ອໝາກເດືອຍມີແປ້ງ, ໄຂມັນ, ວິຕາມິນ B, ທາດຟົດສະຟໍຣັດ
ແລະ ແຄລຊຽມ, ມີກົດອາມີໂນຫຼາຍຊະນິດ
ແລະ ສານອື່ນໆ. ໃຊ້ເປັນຢາເມັດເປັນອາຫານທີ່ມີປະໂຫຍດສຳລັບຄົນເຈັບ, ເປັນຢາເຢັນຊ່ວຍຂັບປັດສະວະ, ບຳບັດຫຼອດລົມອັກເສບ, ປອດອັກເສບ.
ໂພສະນາການ
|
ເມັດໝາກເດືອຍ 100g
|
ແປ້ງໝາກເດືອຍ 100g
|
ຄາໂບໄຮເດຼດ
ໂປຼຕິນ
ໄຂມັນ
ແຄລຊຽມ
ຟົດສະຟໍຣັດ
ເຫຼັກ
|
64.9 g
12.0 g
6.7 g
46 mg
148 mg
0.7 mg
|
67.8 g
13.5 g
6.7 g
42 mg
415 mg
5.4 mg
|
ແຫຼ່ງທີ່ມາ:
ກົມສົ່ງເສີມການກະເສດ, ປີ 1994
1.2
ລັກສະນະພຶກສາດຂອງໝາກເດືອຍ
ໝາກເດືອຍເປັນພືດຕະກຸນຫຍ້າ (Gramineae) ມີ chromosome 2n=
20. ລັກສະນະ
ການຈະເລີນເຕີບໂຕຄ້າຍຄືພືດທີ່ຢູ່ໃນຕະກຸນດຽວກັນເຊັ່ນ: ເຂົ້າ ຫຼື ເຂົ້າຝ້າງ.
ໝາກເດືອຍທີ່ປູກ ຈາກໜຶ່ງເມັດຈະແຕກກໍເມື່ອອາຍຸປະມານສອງເດືອນໄດ້ 4-5 ແໜງ, ຕົ້ນໝາກເດືອຍມີຄວາມ
ສູງຕັ້ງແຕ່ 1-3.5 ແມັດ.
ໝາກເດືອຍມີຊື່ສາມັນ: Pearl barley
Adlay Ma Yuen, Job’s tears ຊື່ວິທະຍາສາດCoix lacryma-jobi Linn, ຕະກຸນ Gramineae, ສະກຸນ Coix ແລະ ຊະນິດ lacryma-jobi.
1.2.1
ລຳຕົ້ນ
1.2.2
ໃບ
ເນື່ອງຈາກວ່າໝາກເດືອຍເປັນພືດຕະກຸນຫຍ້າ ແລະ ເຂົ້າ.
ສະນັ້ນ, ໃບຈຶ່ງມີສ່ວນຍາວຫຼາຍກວ່າສ່ວນກ້ວາງ, ປາຍໃບແຫຼມ, ຂອບໃບຂະໜານແຕ່ເມື່ອລູບຈະຮູ້ສຶກສາກໆ, ຫູໃບສັ້ນມີສີຂຽວ.
ໃບມີຂະໜາດ 20-40 x 2.5-5 cm, ຕິດຢູ່ກັບກາບໃບທີ່ຫຸ້ມຢູ່ລຳຕົ້ນ, ເສັ້ນກາງໃບ
ເປັນຮ່ອງຍາວໄປຕາມລວງຍາວຂອງໃບ.
1.2.3
ດອກ
ໝາກເດືອຍເປັນດອກທີ່ບໍ່ສົມບູນເພດຄື: ດອກຜູ້ ແລະ
ດອກແມ່ຈະຢູ່ຕ່າງດອກກັນ ແຕ່ກໍຈະຢູ່ໃນຕົ້ນດຽວກັນ. ດອກມີໂຄງສ້າງສະລັບສັບຊ້ອນ, ກ້ານດອກຈະຮອງຮັບກະເປາະທີ່ຈະພັດທະນາຕໍ່ໄປເປັນໝາກ
ຫຼື ເມັດ, ພາຍໃນກະເປາະຈະບັນຈຸດອກແມ່ໜຶ່ງດອກ
ແລະ ກ້ານຊູເກສອນແມ່ສີແດງຄ້ຳ 2 ອັນຊຶ່ງຈະຢືດອອກມາຈາກກະເປາະເພື່ອຮັບການປະສົມ.
1.2.4
ຊໍ່ດອກ
ຊໍ່ດອກແຕກຂຶ້ນໄປຈາກຂອບໃບທີ່ບໍລິເວນກິ່ງ, ດອກຍາວປະມານ 3-8 cm, ໝາກເດືອຍຈະມີທັງດອກຜູ້ ແລະ ດອກແມ່ຢູ່ເທີງຊໍ່ດຽວກັນ.
1.2.5
ກະເປາະ
ເປັນທີ່ກຳເນີດຂອງກ້ານຊູດອກຜູ້ທີ່ໂຜ່ອອກໄປຢູ່ເທີງກະເປາະ, ຊໍ່ດອກຜູ້ຈະມີດອກຜູ້ຢູ່ປະມານ
10 ດອກ, ແຕ່ລະດອກມີຄວາມຍາວປະມານ
7-8 cm. ດອກຈະລົ່ນເມື່ອແກ່
ແລະ ມັກຈະເກີດເປັນຄູ່, ມີກາບດອກຊັ້ນນອກ (glume) 2 ອັນ, ພາຍໃນມີກີບດອກຊະນິດ lemma 1 ອັນ ແລະ palea ທີ່ນ້ອຍກວ່າ 1 ອັນ, ມີອັບເກສອນຜູ້ 3 ອັນ.
1.2.6
ໝາກ
ໝາກ ຫຼື ເມັດເກີດຈາກການປະສົມເກສອນ, ຮັງໄຂ່ຈະເລີນໄປເປັນໝາກ, ໝາກເປັນໝາກລວມ (false
fruit) ເມື່ອເບີ່ງດ້ານໜ້າຈະຄ້າຍຄືຮູບຫົວໃຈ, ເບີ່ງດ້ານເທີງຈະຄ້າຍຄືເມັດຖົ່ວທີ່ມີຮ່ອງເຂົ້າໄປເຄີ່ງກາງ
ແຕ່ຮ່ອງຈະນ້ອຍກວ່າ, ມີຄວາມຍາວ 8-12 mm, ເປືອກພາຍນອກແຂງ, ເຍື່ອຫຸ້ມເມັດສີນ້ຳຕານແດງ, ສີນ້ຳຕານເຂັ້ມ ຫຼື ສີນ້ຳຕານອ່ອນ. ໝາກເດືອຍສ່ວນໃຫຍ່ ເປັນພືດທີ່ໄວຕໍ່ຊ່ວງແສງໂດຍຈະອອກດອກໃນຊ່ວງທີ່ມີແສງໜ້ອຍກວ່າ
12 ຊົ່ວໂມງ
ປະມານເດືອນກັນຍາ, ສ່ວນໃຫຍ່ມີການປະສົມຂ້າມ ເນື່ອງຈາກດອກຜູ້ ແລະ ດອກແມ່ບານບໍ່ພ້ອມກັນ (ກົມສົ່ງເສີມການກະເສດ, 2009).
1.3
ການຈຳແນກຊະນິດຂອງໝາກເດືອຍ
1.3.1
ໝາກເດືອຍຫີນ (Coix lacryma-jobi
L. vartypica watt)
ປຸູກກັນຕາມພາກເໜືອຂອງປະເທດໄທ, ໝາກເດືອຍປະເພດນີ້ມີເປືອກຫຸ້ມເມັດແຂງ, ໜຽວຫຼາຍ ແລະ ມີຫຼາຍສີເຊັ່ນ:
ສີຂາວ ຫຼື ສີຂີ້ເທົ່າອ່ອນ ຫຼື ມີຫຼາຍສີເທິງເມັດດຽວກັນ. ນ້ຳໜັກທັງເປືອກ 100 ເມັດຢູ່ລະຫວ່າງ 10.5-32.8g. ຕົ້ນເຕ້ຍກວ່າໝາກເດືອຍປະເພດອື່ນ.
1.3.2
ໝາກເດືອຍຂົບ (Coix lacryma-jobi
L. var major Mieur)
ປູກໃນປະລິມານໜ້ອຍ ໃນບັນດາແຂວງຕ່າງໆທາງພາກເໜືອຂອງປະເທດໄທ
ເຊັ່ນ: ພະເຍົາ, ຊຽງໄຣ ແລະ ຊຽງໃໝ່.
ເມັດຄ້ອນຂ້າງກົມ, ເປືອກຄ້ອນຂ້າງໜາ ແລະ ແຂງປານກາງ. ເປືອກມີຫຼາຍສີປົນກັນເທິງເມັດດຽວກັນເຊັ່ນ:
ເຄີ່ງໜຶ່ງສີຄຼິມອິກ ແລະ ເຄີ່ງໜຶ່ງສີນ້ຳ ຕານແກ່. ນ້ຳໜັກທັງເປືອກ 100 ເມັດປະມານ 18.6g, ຕົ້ນສູງປະມານ 2 m.
1.3.3
ໝາກເດືອຍການຄ້າ (Coix lacryma-jobi
L.var mayeun)
ໝາກເດືອຍປະເພດນີ້ມີຄວາມສຳຄັັນທາງດ້ານການກະເສດ ແລະ
ປູກຫຼາຍທີ່ສຸດ. ເມັດທີ່ເອົາເປືອກອອກແລ້ວຈະໃຊ້ບໍລິໂພກໄດ້ຫຼາຍຮູບແບບ, ຕົ້ນຈະສູງເທົ່າໆກັບໝາກເດືອຍຂົບ, ນ້ຳໜັກທັງເປືອກ 100 ເມັດຢູ່ລະຫວ່າງ
10.8-19g. ໝາກເດືອຍການຄ້າຈະມີທັງໝາກເດືອຍເຂົ້າຈ້າວ
(Non-glutinous) ແລະ ໝາກເດືອຍເຂົ້າໜຽວ
(glutinous) ຄື:
ກ. ໝາກເດືອຍເຂົ້າຈ້າວ
ເມື່ອນຳໄປຕົ້ມ, ແປ້ງ ແລະ ນ້ຳຕົ້ມໝາກເດືອຍຈະບໍ່ໜຽວລືນ ຫຼື ເປັນ ເມືອກ. ເມັດທັງເປືອກຄ້ອນຂ້າງຍາວ, ມີຂະໜາດນ້ອຍ, ເປືອກສີນ້ຳຕານແກ່ຄ້ອນຂ້າງໜາ ແລະ ແຂງ, ເນື້ອແປ້ງຂອງເມັດຈະຄ້ອນຂ້າງແຂງສາມາດເກັບເມັດໄວ້ໄດ້ດົນ.
ໝາກເດືອຍຊະນິດນີ້ມີລຳຕົ້ນສູງ ແລະ ສີຂຽວນວນຂະໜາດໃຫຍ່.
ຂ. ໝາກເດືອຍເຂົ້າໜຽວ
ເນື້ອແປ້ງເມື່ອນຳໄປຫຸ່ງຕົ້ມ
ຈະນຸ້ມເປັນເມຶືອກລືນໆຄ້າຍຄືກັບເຂົ້າໜຽວເພາະມີແປ້ງເຂົ້າໜຽວ (amylopectin) ແຕ່ຈະມີແປ້ງອະໄມໂລສພຽງແຕ່
2-3% ເທົ່ານັ້ນ, ຜູ້ບໍລິໂພກນິຍົມຫຼາຍກວ່າໝາກເດືອຍເຂົ້າຈ້າວ.
ເມັດທັງເປືອກກົມສັ້ນກວ່າໝາກເດືອຍເຂົ້າຈ້າວ,ເປືອກເມັດສີຂີ້ເທົ່າອ່ອນບາງ ແລະ ບີບແຕກງ່າຍ. ເນື້ອແປ້ງຂອງເມັດຈະຄ້ອນ
ຂ້າງອ່ອນເຮັດໃຫ້ສີໄດ້ນ້ຳໜັກໜ້ອຍເພາະແຕກຫັກງ່າຍແຕ່ອາດເຮັດໃຫ້ໄດ້ຮຳຫຼາຍຂຶ້ນ, ຕົ້ນຕ່ຳກວ່າພັນເຂົ້າຈ້າວ, ສີລຳຕົ້ນຄ້ອນຂ້າງເຫຼືອງ.
v ພັນໝາກເດືອຍທີ່ນິຍົມປູກ
1) ໝາກເດືອຍພຶ້ນເມືອງພັນວັງສະພຸງ: ເປັນພັນທີ່ຊາວກະສິກອນເກັບເມັດພັນໄວ້ປູກເອງຕິດຕໍ່ກັນເປັນເວລາດົນນານມາແລ້ວ, ມີລຳຕົ້ນຂຽວອົມເຫຼືອງ, ເມັດມີລັກສະນະກົມ, ເປືອກຫຸ້ມເມັດເປັນສີນ້ຳຕານດຳ, ຜົນຜະລິດສະເລ່ຍ
266 kg/rai.
2) ໝາກເດືອຍເຂົ້າໜຽວພັນເລຍ: ເປັນພັນທີ່ມີເມັດເປັນເຂົ້າໜຽວລ້ວນ ເຊິ່ງເປັນທີ່ຕ້ອງການຂອງຕະຫຼາດ. ລຳຕົ້ນ
ແລະ ຕົ້ນອ່ອນມີສີຂຽວອົມແດງ, ເມັດມີລັກສະນະກົມ, ເປືອກຫຸ້ມເມັດສີນ້ຳຕານ, ຜົນຜະລິດສະເລ່ຍ 299 kg/rai (ກົມສົ່ງເສີມການກະເສດ, 2010).
1.4
ສະພາບແວດລ້ອມທີ່ເໝາະສົມແກ່ການປູກໝາກເດືອຍ
1.4.1
ສະພາບພູມີອາກາດ
ປູກໄດ້ຜົນດີໃນເຂດທີ່ລາດຊັນ, ມີແສງແດດກ້າ, ອຸນຫະພູມຄ້ອນຂ້າງເຢັນ ແລະ ອາໄສນ້ຳຝົນ.
1.4.2
ສະພາບພື້ນທີ່
ພຶ້ນທີ່ລາດຊັນ, ບໍ່ມີນ້ຳຂັງ, ຄວາມລາດອ່ຽງຕັ້ງແຕ່ 3-45°C ແລະ ການຄົມມະ ນາຄົມສະດວກ.
1.4.3
ລັກສະນະດິນ
ຄຸນສົມບັດທາງກາຍະພາບຂອງດິນທີ່ປູກຄວນມີຄວາມອຸດົມສົມ
ບູນພໍສົມຄວນ, ການລະບາຍນ້ຳດີ ແລະ
ການຖ່າຍເທອາກາດໄດ້ດີ.
1.5
ເຕັກນິກການປູກໝາກເດືອຍ
1.5.1
ລະດູການປູກ
ເນື່ອງຈາກໝາກເດືອຍເປັນພືດໄວຕໍ່ຊ່ວງແສງ ເຊິ່ງຈະອອກ
ດອກໃນຕົ້ນເດືອນຕຸລາ. ດັ່ງນັ້ນ, ຊ່ວງປູກທີ່ເໝາະສົມຄືກາງເດືອນພຶດສະພາເຖິງກາງເດືອນມິຖຸນາ.
1.5.2
ການກຽມດິນ
ຄວນມີການກຽມດິນເພື່ອກຳຈັດວັດສະພືດ,
ຂ້າເຊື້ອພະຍາດໃນດິນ ແລະ ເຮັດໃຫ້ສະພາບດິນເໝາະສົມແກ່ການປູກ ໂດຍການໄຖ 1-2 ຄັ້ງ ແລ້ວຈຶ່ງປູກ.
1.5.3
ວິທີການປູກ
ຂຸດຂູມປູກໂດຍໃຊ້ໄລຍະຫ່າງ 75x75cm. ຢອດເມັດ 5-8 ເມັດ ຕໍ່ຂຸມ ແລະ ຖອນແຍກໃຫ້ເຫຼືອພຽງ 3-4 ຕົ້ນຕໍ່ຂຸມເມື່ອໝາກເດືອຍອາຍຸໄດ້ປະມານ
30 ວັນ.
1.6
ການບົວລະບັດຮັກສາ
1.6.1
ການໃສ່ປຸ໋ຍ
ໃຊ້ປຸ໋ຍ 15-15-15 ຫຼື 16-20-0 ໃນອັດຕາ 50 kg/rai ໂດຍແບ່ງໃສ່ເຄີ່ງໜຶ່ງຮອງພື້ນພ້ອມປູກ, ສ່ວນທີ່ເຫຼືອໃສ່ເມື່ອອາຍຸໄດ້ປະມານ
30 ວັນ (ພ້ອມກັບການຖອນແຍກ).
‒ ຖ້າດິນມີອິນຊີວັດຖຸ, ຟົດສະຟໍຣັດ ແລະ ໂພແທກຊຽມຕ່ຳໃຫ້ໃສ່ປຸ໋ຍ 16-20-0
ສຳລັບດິນຕົມ ຫຼື ຕົມໜຽວແກມຊາຍ ແລະ ສູດ 15-15-15 ສຳລັບດິນຕົມແກມຊາຍໃນອັດຕາ 50 kg/rai ຮອງພື້ນພ້ອມປູກ.
‒ ເມື່ອໝາກເດືອຍອາຍຸ 20 ວັນ ໃຫ້ໃສ່ປຸ໋ຍ 46-0-0
ໃນອັດຕາ 50 kg/rai ຫຼື ສູດ 21-0-0 ໃນອັດຕາ 100 kg/rai ໂດຍການໂຮຍຂ້າງຕົ້ນ ຫຼື ຂ້າງແຖວແລ້ວພວນດິນ.
‒ ໃນສະຖານທີ່ມີການລະບາຍນ້ຳດີ ແຕ່ໝາກເດືອຍມີລັກສະນະຕົ້ນຕ່ຳ
ແລະ ໃບເຫຼືອງ, ຄວນໃສ່ປຸ໋ຍ 46-0-0 ໃນອັດຕາ 25 kg/rai ເມື່ອໝາກເດືອຍອາຍຸ 40-45 ວັນ.
v
ການອະນຸລັກສັດຕູທຳມະຊາດ: ສັດຕູທຳມະຊາດຂອງແມງໄມ້
ແລະ ສັດຕູຂອງໝາກເດືອຍທີ່ສຳຄັນພົບທົ່ວໄປໄດ້ແກ່ແມງຕົວຫ້ຳ ແລະ ແມງຕົວບຽນຄື:
1)
ແມງຫາງໜີບ: ຕົວເຕັມໄວມີສີນ້ຳຕານເຂັ້ມ, ລຳຕົວຍາວ 1.6 cm, ມີປີກ 2 ຄູ່ສີເຫຼືອງອ່ອນ, ຂອບປີກສີດຳ, ປີກຄູ່ຫຼັງຍາວ
1.6 cm, ປີກຄູ່ຫຼັງຍາວກວ່າຄູ່ໜ້າແຕ່ສັ້ນກວ່າ.
ຕົວອ່ອນ ແລະ ຕົວເຕັມໄວຈະກັດກິນໄຂ່ ແລະ ໜອນຂະໜາດນ້ອຍຂອງໜອນເຈາະລຳຕົ້ນ, ໜອນເຈາະໝາກຝ້າຍ
ແລະ ເພ້ຍອ່ອນສາລີ.
2)
ດ້ວງເຕົ່າ: ຕົວເຕັມໄວມີຂະໜາດ 0.4-0.5 cm, ປີກສີແດງ, ສີສົ້ມ ຫຼື ສີເຫຼືອງ
ແລະ ມີລາຍຕາມຂວາງສີນ້ຳຕານ, ປີກແຕ່ລະຂ້າງມີລາຍຂວາງ 2 ເສັ້ນຊື່ປາຍປີກ, ມີຈຸດສີດຳ 1 ຈຸດຢູ່ເສັ້ນກາງປີກ. ວາງໄຂ່ເປັນກຸ່ມເທີງໃບ, ໄຂ່ມີລັກສະນະຮຽວຍາວ
ຫົວທ້າຍແຫຼມສີເຫຼືອງອ່ອນ. ໜອນມີສີດຳຮູບຮ່າງຮຽວຍາວ, ບາງຄັ້ງມີຈຸດ ຫຼື
ແຖບສີສົ້ມ, ສີເຫຼືອງອ່ອນ
ຫຼື ສີຂາວເທິງລຳຕົວ, ເທິງລຳຕົວມີຕຸ່ມລັກສະນະຄ້າຍຄືໜາມ, ໜອນ ແລະ
ຕົວເຕັມໄວກັດກິນເພ້ຍອ່ອນສາລີ.
3)
ແຕນບຽນໄຂ່ໄຕໂດແກມມາ: ຕົວເຕັມໄວມີຂະໜາດ
0.6 mm ວາງໄຂ່ໃນໄຂ່ແມງກະເບື້ອ
ໜອນເຈາະລຳຕົ້ນສາລີເຮັດໃຫ້ໄຂ່ປ່ຽນເປັນສີດຳ ແລະ ບໍ່ຝັກເປັນໜອນ. ນົກ ແລະ
ງູ ເປັນສັດຕູທຳມະຊາດຈັບກິນໜູສັດຕູຂອງໝາກເດືອຍ. ສັດຕູທຳມະຊາດທັງ 3 ກຸ່ມນີ້ ມີປະສິດທິພາບໃນການຄວບຄຸມແມງໄມ້
ແລະ ສັດຕູພືດ. ດັ່ງນັ້ນ, ໃນການປ້ອງກັນກຳຈັດສັດຕູຂອງໝາກເດືອຍ ຄວນໃຊ້ວິທີການທີ່ປອດໄພຕາມຄຳແນະນຳ
ເພື່ອອະນຸລັກສັດຕູທຳມະຊາດທີ່ເປັນປະໂຫຍດດັ່ງກ່າວໄວ້.
ມີປະໂຫຍດຫລາຍເດີ
ReplyDelete