ເຕັກນິກການປູກໝາກເລັ່ນ



}ໝາກເລັ່ນ :  ເປັນພືດທີ່ນິຍົມປູກ ແລະ ບໍລິໂພກຫລາຍ ໂດຍນຳໃຊ້ໝາກປະກອບເປັນອາຫານໄດ້ຫລາຍຢ່າງ ຫລື ບໍລິໂພກສົດໂດຍກົງກໍໄດ້. ນອກຈາກນີ້ຍັງສາມາດນຳໃຊ້ເປັນວັດຖຸດິບປ້ອນໂຮງງານ ອຸດສາຫະກຳແປຮູບໄດ້ຫລາຍຊະນິດເຊັ່ນ :  ເຮັດນ້ຳໝາກເລັ່ນ, ໝາກເລັ່ນດອງ ແລະອື່ນໆ.
}ລັກສະນະທົ່ວໄປ:  ໝາກເລັ່ນສາມາດຈະເລີນເຕິບໂຕໄດ້ໃນດິນເກືອບທຸກຊະນິດ.ແຕ່ດິນທີ່ ເໝາະສົມຄວນເປັນດິນຊາຍແກມຕົມ  ຫລືເປັນດິນທີ່ມີອິນຊີວັດຖຸສູງ  ມີການລະບາຍນ້ຳດີ ເປັນພຶດມັກແສງ ເພາະສະນັ້ນ ໃນຊ່ວງໄລຍະການຈະເລີນເຕີບໂຕຄວນໄດ້ຮັບແສງແດດຕະຫລອດມື້ລະດູທີ່ເໝາະສົມທີ່ສຸດສຳລັບການຈະເລີນເຕີບໂຕຂອງໝາກເລັ່ນ ແມ່ນລະດູ
  ໜາວອຸ່ນນະພູມຂອງອາກາດທີ່ເໝາະສົມລະຫວ່າງ 15 ຫາ 25 ອົງສາ.   ຊື່ງຈະເຮັດໃຫ້ໝາກເລັ່ນແຂງ ຕິດໝາກດົກດີ.ການປູກໝາກເລັ່ນໃນລະດູຝົນມີບັນຫາຫລາຍເນື່ອງຈາກວ່າຄວາມຊຸ່ມຂອງ ອາກາດ ແລະ ອຸ່ນນະພູມທີ່ສູງເຮັດໃຫ້ໝາກເລັ່ນມີຜົນຜະລິດຕ່ຳມັກເກີດພະຍາດຕ່າງໆໂດຍສະເພາະແມ່ນພະຍາດຫ່ຽວຍຸບ. ແມງໄມ້ສັດຕູພືດທຳລາຍສ່ວນຫລາຍແມ່ນບົ້ງເຈະໝາກ. ຖ້າຈຳເປັນຕ້ອງປູກຄວນເລືອກພັນທີ່ເໝາະສົມ ແລະ ມີການບົວລະບັດເປັນຢ່າງດີ
ແນວພັນທີ່ປູກ
}ໝາກເລັ່ນທີ່ໃຊ້ປູກໃນບ້ານເຮົາແບ່ງອອກເປັນ 2 ປະເພດຄື :

}ພັນສຳລັບປູກຂາຍຕະຫລາດສົດ ແບ່ງອອກເປັນ 2 ຊະນິດ
}ພັນໝາກໃຫຍ່ :  ພັນນີ້ນິຍົມໃຊ້ເຮັດສະຫລັດ ແລະ ປະດັບຈານອາຫານ ເຮັດໃຫ້ໜ້າຮັບປະທານມີລັກສະນະໝາກໃຫຍ່ກົມກົມແພບ ໝາກອ່ອນມີຂຽວ ເວລາສຸກແດງເຂັ້ມກິນແຊບ ຊີ້ນໜາ ເປືອກບໍ່ໜຽວ.
•   ພັນໝາກນ້ອຍ : ໝາກເລັ່ນພັນນີ້ ມີໝາກນ້ອຍສີຊົມພູ ຫລື ສີແດງ ລົດຊາດສົ້ມສ່ວນ  ຫລາຍແມ່ນພັນພື້ນເມືອງ ຫລື ພັນປັບປຸງລູກປະສົມເປີດທີ່ສາມາດປັບຕົວເຂົ້າກັບສະ  ພາບແວດລ້ອມໄດ້ດີ ປູກໄດ້ທຸກລະດູການແຕ່ຄວາມນິຍົມຂອງທ້ອງຕະຫລາດຕ່ຳ ພັນສຳລັບປ້ອນໂຮງງານອຸດສາຫະກຳ :      ພັນສະນິດນີ້ເປັນພັນທີ່ສຸກພ້ອມກັນເປັນສ່ວນ ໃຫຍ່ ໝາກສຸກສີແດງເຂັ້ມ ຊີ້ນຫລາຍ ນ້ຳໜ້ອຍ ເປືອກໜາ ແລະ ໜຽວສາມາດສົ່ງໄດ້ໃນໄລຍະທາງໄກເກັບໄວ້ດົນ ໂດຍບໍ່ເໜົ່າເປື່ອຍງ່າຍ ເໝາະສຳລັບສົ່ງໂຮງງານອຸດສາຫະກຳ
ການກຽມດິນ
§ການກຽມໜານປູກ
}ເນື່ອງຈາກໝາກເລັ່ນ ເປັນພືດ ທີ່ລະບົບຮາກເລິກຄວນໄຖ ຂຸດດິນໃຫ້ເລິກປະ ມານ30 ຫາ 40 ຊຕມ.ຕາກດິນໄວ້ 7 ຫາ 10 ວັນ. ໃສ່ຝຸ່ນຄອກຫລືຝຸ່ນບົ່ມໃຫ້ຫລາຍເພື່ອປັບປຸງ ສະພາບ ດິນ ໃຫ້ດິນມີອິນຊີວັດຖຸສູງມີການລະບາຍນ້ຳໄດ້ດີ. ຫລັງຈາກນັ້ນໃຫ້ຍ່ອຍ ແລະພວນ ດິນໃຫ້ມີຂະໜາດນ້ອຍເກັບເສດໄມ້ ແລະເສດຫຍ້າອອກຖ້າເປັນເປັນກົດຫລາຍໃຫ້ຫວ່ານປູນຂາວລົງໃສ່ໜານກ່ອນປູກ 2 ຫາ 3  ອາທິດ. ຄົນເຂົ້າກັນໃຫ້ທົ່ວ .
§ການປູກ
  ການກ້າແກ່ນ  :  ຫລັງຈາກຕຽມໜານກ້າແລ້ວ ໃຫ້ເຮັດຮ່ອງເປັນແຖວ ໆ ເລິກປະມານ 1 ຊຕມ. ຫ່າງກັນແຖວລະ 10 ຊຕມ. ໂຮຍເມັດລົງຕາມຮ່ອງແລ້ວກົບດ້ວຍຝຸ່ນຄອກ   ຫລື ຝຸ່ນບົມ ຫລື ດິນລະອຽດປົກດ້ວຍເຟືອງ ຫລື ຫຍ້າແຫ້ງຫົດນ້ຳໃຫ້ຊຸ່ມ.
ການປູກ
§ຫລັງຈາກເມັດງອກເປັນເບັ້ຍປະມານ 10 ວັນ.ບ່ອນໃດມີມີຕົ້ນເບັ້ຍໜາແໜ້ນໃຫ້ຖອນແຍກອອກໃຫ້ເຫລືອ ຫ່າງກັນ ຕົ້ນລະປະມານ  2 ຫາ 3 ຊຕມ. ເມື່ອອາຍຸໄດ້  25 ຫາ 30 ວັນ.  ຕົ້ນເບັ້ຍຈະໃຫຍ່ສູງ 12 ຫາ 13 ຊຕມ. ໂດຍແມ່ນມີໃບແທ້ 3 ຫາ 4 ໃບ.ກໍແຍກເອົາໄປປູກໄດ້ ຄວນເລືອກຕົ້ນທີ່ທີ່ງາມ ແລະ ບໍ່ຄວນໃຊ້ເບັ້ຍທີ່ມີອາຍຸເກີນ 35 ວັນປູກເພາະຈະ
ແກ່ເກີນໄປຄວນຍ້າຍໃນຕອນບ່າຍທີ່ມີອາກາດເຢັນ ຊ່ວງທີ່ມີຟ້າບົດ .ການຖອນເບັ້ຍຄວນໃຫ້ມີດິນຕິດຮາກໄປນຳຫລັງຈາກ ຫລົກ ຫລືຍ້າຍເບັ້ຍແລ້ວໃຫ້ປູກທັນທີ ກ່ອນປູກຕັດໃບແທ້ 2 ໃບທຳອິດອອກເພື່ອໃຫ້ຕົ້ນເບັ້ຍໄດ້ຕັ້ງໂຕໄວ ຕັ້ງເບັ້ຍໃຫ້ຊື່ ຖົມດິນຮອບຕົ້ນໃຫ້ແໜ້ນ ແລ້ວຫົດນ້ຳໃຫ້ຊຸ່ມໃຊ້ເຈັ້ຍ ຫລື ໃບຕອງບັງແດດໃນໄລຍະ 3 ຫາ 4 ວັນ
ການບົວລະບັດຮັກສາ  :
ການໃສ່ຝຸ່ນ : ໝາກເລັ່ນເປັນພືດຕ້ອງການຝຸ່ນພໍສົມຄວນ. ດັ່ງນັ້ນ,ການກຳນົດຝຸ່ນເພື່ອນຳໃຊ້ ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງ  ແນ່ໃສ່ການຫລຸດຕົ້ນທຶນ ການຜະລິດ ແລະໃຫ້ມີ ປະສິດຕິຜົນສູງ ທາງດ້ານການຈະເລີນເຕິບໂຕ ການອອກດອກ ແລະຈັບໝາກ . ດັ່ງນັ້ນ,ຈື່ງແນະນຳໃຫ້ໃຊ້ຝຸ່ນຄອກ ແລະ ຝຸ່ນບົ່ມສະນິດນ້ຳ,ສະນິດແຫ້ງເທົ່າທີ່ຈະເຮັດໄດ້ ເປັນການປັບປຸງດິນ ເຮັດໃຫ້ດິນມີຄວາມອຸດົມສົມບູນ ດີ ທາງດ້ານອາຫານ
ການໃຫ້ນ້ຳ
}ຄວນໃຫ້ພຽງພໍ ແຕ່ຢ່າໃຫ້ປຽກເກີນໄປໃຫ້ເບີ່ງຄວາມຊຸ່ມຊື່ນໃນໜານປູກການພວນດິນກຳຈັດຫຍ້າຄວນເຮັດໃນໄລຍະທຳອິດເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດແລະນ້ຳໄດ້ດີພ້ອມກັບກຳຈັດຫຍ້າໄປພ້ອມ ໆກັນ. ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ
}ການປັກຄ້າງ
}ໝາກເລັ່ນພັນຟຸ່ມ ຖ້າຫາກປູກໃນລະດູແລ້ງ ແມ່ນບໍ່ຈຳເປັນປັກຄ້າງແຕ່ວ່າພັນເຄືອຈຳເປັນ ຕ້ອງມີຄ້າງທັງແລ້ງ ແລະຝົນ .ໂດຍໃຊ້ໄມ້ໄຜ່ກົມ ຫລຶໄມ້ອື່ນ ໆ ທີ່ຫາໄດ້ງ່າຍ ຍາວປະມານ 1,50 ແມັດ. ປັກໃຫ້
  ແໜ້ນ ພໍສົມຄວນ ຮັບປະກັນບໍ່ໃຫ້ລົ້ມໃນເວລາໝາກເລັ່ນເປັນໝາກ ໃຫ້ປັກຕາມແຖວລະຫ່ວາງຕົ້ນໝາກເລັ່ນເບື້ອງໃນ ເອ່ນປາຍເຂົ້າຫາກັນວາງໄມ້ພາດ ຂຶ້ນອີກ 3 ຫາ 4 ອັນ   ເປັນຮາວແລ້ວມັດເຊືອກໃຫ້ແໜ້ນ.  ການປັກຄ້າງຕ້ອງປັກ ເວລາຕົ້ນໝາກເລັ່ນເລືອ ຫລືອາຍຸປະມານ 10 - 15 ວັນ.ຫລັງຈາກຍ້າຍປູກ.ເມື່ອໝາກເລັ່ນມີອາຍຸໄດ້ປະມານ 3 ອາທິດ ຫລັງຈາກຍ້າຍປູກຈະເລີ່ມມີກິ່ງງ່າຫລາຍຂຶ້ນຕ້ອງຕັດອອກໃຫ້ເຫລືອ
ພຽງ 3 ກີ່ງງ່າ ມັດກິ່ງງ່າ ໝາກເລັ່ນໃຫ້ກະຈາຍອອກໄປຕາມຮາວ    ສະເລັ່ຍໃຫ້ໄລຍະຫ່າງກັນພໍສົມຄວນ  ກີ່ງງ່າບໍ່ເປັນປະໂຫຍດຕ້ອງຕັດອອກ ການມັດກິ່ງງ່າຕາມຮາວຄວນເຮັດເລື້ອຍໆ ທຸກ  5 ຫາ 7 ວັນ

ການເກັບບກ່ຽວ

}ໝາກເລັ່ນແຕ່ພັນ ມີອາຍຸການເກັບກ່ຽວແຕກຕ່າງກັນ. ໂດຍທົ່ວໄປແລ້ວ ໝາກເລັ່ນຈະສຸກແກ່ເປັນເກັບກ່ຽວໄດ້ເມື່ອອາຍຸປະມານ 80 ຫາ 90 ວັນ.ຫລັງຈາກຍ້າຍປູກ.ຖ້າປູກໝາກເລັ່ນເພື່ອສົ່ງຕະຫລາດປະເພດໝາກສົດຄວນເລືອກໝາກທີ່ ປ່ຽນສີຈາກສີຂຽວເປັນສີຊົມພູບໍ່ຄວນປ່ອຍໄວ້ຈົນເປັນສີແດງສຸກຄາຕົ້ນ ເພາະຈະເຮັດໃຫ້ມີບັນຫາໃນການຂົນສົ່ງ  ແລະ ເສຍຄຸນນະພາບເວລາເຖີງຈຸດໝາຍຈຳໜ່າຍ.ການເກັບໝາກເລັ່ນນີ້ສາມາດເກັບໄດ້ຫລາຍເທື່ອ  ຕິດຕໍ່ກັນໄດ້ເຖີງ 30 ວັນ
Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.