2) ການໂທມກິ່ງ 4 ແບບ (Tip layering)


ເປັນວິທີການທີ່ອາດຈະພົບເກີດຂຶ້ນໃນທຳມະຊາດ ຫຼື ເກີດຈາກການກະທຳຂອງຄົນກໍໄດ້ ສາມາດເຮັດໄດ້ງ່າຍ ມັກເກີດຂຶ້ນເມື່ອກິ່ງພືດທີ່ກຳລັງຈະເລີນເຕີບໂຕ ມີການໂນ້ມລົງຕິດກັບພື້ນດິນ ແລ້ວສ່ວນຍອດ ຫຼື ປາຍກິ່ງ ຈະຕັ້ງຂຶ້ນໃໝ່ ເຮັດໃຫ້ບໍລິເວນທີ່ສຳພັດກັບດິນເກີດຮາກຂຶ້ນ ຫຼື ໃຊ້ດິນຖົມທັບກິ່ງໄວ້ ຈຶ່ງເກີດເປັນຕົ້ນໃໝ່ເຊັ່ນ: ສະຕໍເບີຣີ ຊຶ່ງມີຂັ້ນຕອນ ແລະ ວີທີການດັ່ງນີ້:
-     ໃຊ້ສຽມ ຫຼື ຈົກ ຂຸດດິນເລິກປະມານ 7-8 cm
-     ສອດປາຍຍອດເຂົ້າໄປໃນຂຸມ ແລ້ວເອົາດິນຖົມທັບ
-     ຫົດນ້ຳທຸກວັນ ແລະ ດູແລຢ່າໃຫ້ວັດສະພືດບັງແສງ
-     ປະມານ 30-45 ວັນ ເມື່ອຍອດໃໝ່ເກີດຂຶ້ນມາ ສະ​ແດງ​ວ່າ​ເກີດ​ຮາກ​ແລ້ວ ຈາກນັ້ນ​ເຮົາ​ສາມາດ​ຕັດຍ້າຍໄປປູກໄດ້ທັນທີ.
1)  ການໂທມກິ່ງແບບໃຫ້ຍອດພົ້ນດິນ (Simple layering )
ວິທີນີ້ນິຍົມເຮັດກັບໄມ້ຊົງພຸ່ມເຊັ່ນ: ກິ່ງດອກຊ້ອນນ້ອຍ (ດອກມະລິ) ສາວນ້ອຍປະແປງ ຊຶ່ງມີຂັ້ນຕອນດັ່ງນີ້:
-    ເລືອກກິ່ງທີ່ມີອາຍຸ 1 ປີ
-    ເຮັດແຜໃຫ້ເກີດຂຶ້ນ ໂດຍການບິດໃຫ້ແຕກ ຫຼື ໃຊ້ມີດປາດ
-    ໂນ້ມກິ່ງລົງຕິດກັບໜ້າດິນ ແລ້ວເອົາດິນຖົມບໍລເວນບາງສ່ວນຂອງກິ່ງ ໂດຍໃຫ້ຍອດພົ້ນຂຶ້ນເໜືອດິນຍາວປະມານ 15 - 30 cm
-    ໃຊ້ໄມ້ປັກຜູກມັດຍອດໃຫ້ຕັ້ງຊື່ ເພື່ອໃຫ້ຮາກເກີດຂຶ້ນໄວ ທີ່ບໍລິ ເວນດິນຖົມ
-    ຫົດນ້ຳທຸກວັນ ແລະ ດູແລຢ່າໃຫ້ວັດສະພືດບັງແສງ
-     ປະມານ 50 - 60 ວັນ ຈະມີຮາກເກີດຂຶ້ນທີ່ບໍລິເວນທີ່ເປັນແຜສະ​ແດງ​ວ່າ​ເກີດ​ຮາກ​ແລ້ວ ຈາກນັ້ນ​ເຮົາ​ສາມາດ​ຕັດຍ້າຍໄປປູກໄດ້ທັນທີ.
2)  ການໂທມກິ່ງແບບງູເລືອ  (Compound Layering)
ໃຊ້ກັບພືດທີ່ມີລຳຕົ້ນເປັນເຄືອຍາວ ແລະ ກິ່ງສາມາດໂນ້ມລົງຍຶດໄວ້ກັບດິນ ແລ້ວເຮັດເປັນຫຼາຍໆ ຊ່ວງໃຫ້ກິ່ງພົ້ນເໜືອດິນ ທີ່ມີຂໍ້ຢູ່ສຳຫຼັບຈະເລີນເຕີບໂຕເປັນຍອດ ແລະ ສ່ວນທີ່ຖືກທັບຖົມດ້ວຍດິນ ຈະເກີດຮາກເປັນຕົ້ນໃໝ່ ໄດ້ຈຳນວນຫຼາຍເຊັ່ນ: ພູຊະນິດຕ່າງໆ, ພິກໄທ, ມັນດ້າງ, ອະງຸ່ນ, ອອມເງິນອອມທອງ ແລະ ຕົ້ນມະລິ ເປັນຕົ້ນ ຊຶ່ງມີຂັ້ນຕອນດັ່ງນີ້:
-    ເລືອກກິ່ງຍາວ ແລະ ມີລັກສະນະດັດໂຄ້ງໄດ້ງ່າຍ ແບ່ງເປັນ ທ່ອນໆ ຍາວປະມານ 30 cm
-    ໃຊ້ມີດປາດໃຫ້ເກີດແຜ ແລ້ວເອົາດິນຖົມເປັນຕອນໆ ຕະຫຼອດຄວາມຍາວຂອງກິ່ງ
-    ຫົດນ້ຳທຸກວັນ ແລະ ດູແລຢ່າໃຫ້ວັດສະພືດບັງແສງ
-     ປະມານ 30 - 45 ວັນ ເມື່ອຍອດໃໝ່ເກີດຂຶ້ນມາຈາກດິນຈະມີຮາກ ສະ​ແດງ​ວ່າ​ເກີດ​ຮາກ​ແລ້ວ ຈາກນັ້ນ​ເຮົາ​ສາມາດ​ຕັດຍ້າຍໄປປູກໄດ້ທັນທີ.

3)  ການໂທມກິ່ງແບບຂຸດຮ່ອງ (Trench Layering)
ການໂທມແບບນີ້ ເໝາະສົມສຳຫຼັບໄມ້ໃຫ້ໝາກເມືອງໜາວບາງຊະນິດເຊັ່ນ: ໝາກຄາຍ, ເຊີລີ ເປັນຕົ້ນ ຊຶ່ງມີຂັ້ນຕອນດັ່ງນີ້:
-    ຂຸດຮ່ອງເລິກປະມານ 5 cm ເພື່ອຕຽມໂນ້ມກິ່ງໄວ້ກ່ອນ
-    ເມື່ອກິ່ງຕົ້ນແມ່ເລີ່ມແຕກຍອດອ່ອນ ໃຫ້ໂນ້ມກິ່ງຂະໜານຕິດຜີວໜ້າດິນ ໂດຍໃຊ້ຂໍເຫຼັກເສັ້ນຮູບຕົວ (U) ຫຼື ຂໍໄມ້ ປັກຍຶດກິ່ງໄວ້ ໃຫ້ກິ່ງນອນແນບກັບພື້ນຮ່ອງທີ່ຕຽມໄວ້
-    ຕັດປາຍກິ່ງອອກເລັກນ້ອຍແລ້ວໃຊ້ດິນລ້ວນຖົມໃຫ້ໜ້າປະມານ 3-5 cm
-    ຫົດນ້ຳທຸກວັນ ແລະ ດູແລຢ່າໃຫ້ວັດສະພືດຂຶ້ນບັງແສງ
-    ເມື່ອຕາກິ່ງເລີ່ມແຕກຍອດພົ້ນຜີວດິນທີ່ຖົມຄັ້ງທຳອິດ ໃຫ້ຖົມດິນເພີ່ມຂຶ້ນອີກ ແລະ ຕ້ອງຮີບຖົມກ່ອນທີ່ໃບຍອດຈະໆ ເລີນເຕີບໂຕ
-    ໃນຊ່ວງ 2-3 ອາທິດ ໃຫ້ຖົມດິນແບບນີ້ຢູ່ເລື້ອຍໆ ຈົນກ່ວາຈະແນ່ໃຈວ່າບໍລິເວນທີ່ແຕກຍອດນັ້ນບໍ່ໄດ້ຮັບແສງ ການຖົມດິນແຕ່ລະຄັ້ງ ໃຫ້ຖົມປະມານ ½ ຂອງຍອດທີ່ພົ້ນໜ້າດິນ
-    ການເກີດຮາກຈະເກີດຂຶ້ນທີ່ບໍລິເວນ ກົກຂອງກິ່ງທີ່ແຕກຍອດ ໃໝ່ຊຶ່ງໃຊ້ໄລຍະເວລາ ປະມານ 50-60 ວັນ
-    ການຍ້າຍໄປປູກໃຫ້ຂຸດເອົາດິນທີ່ຖົມອອກ ແລ້ວຕັດກິ່ງອອກເປັນທ່ອນໆ ຕາມຈຳນວນຕົ້ນທີ່ເກີດໃໝ່, ນຳໄປຊຳໃນຖົງຢາງໄວ້ທີ່ຮົ່ມ ຫຼື ສວນກ້າ ດູແລຮັກ ສາຈົນກ່ວາຕົ້ນຈະສົມບູນຈຶ່ງນຳໄປປູກຕໍ່ໄປ.
4)  ການໂທມກິ່ງແບບສຸມໂຄນຕົ້ນ (Mound or Stool Layering)
ການໂທມກິ່ງແບບນີ້ ໃຫ້ຕັດຕົ້ນພືດທີ່ຕ້ອງການອອກໃຫ້ເຫຼືອສັ້ນຕິດກັບຜີວດິນ ໃນຂະນະຕົ້ນພືດຢູ່ໃນໄລຍະພັກຕົວ, ສ່ວນຫຼາຍເຮັດກັບຕົ້ນພືດທີ່ມີກິ່ງແຂງແຮງດີ ທີ່ບໍ່ສະດວກຕໍ່ການໂນ້ມກິ່ງລົງມາຍັງຜິດດິນ ຫຼື ຕັດກິ່ງໄດ້ຍາກ ແຕ່ມີຄວາມສາມາດທີ່ຈະແຕກກິ່ງກ້ານຈາກຕົ້ນຕໍຄໍດິນ, ພືດທີ່ນິຍົມເຮັດ ສ່ວນໃຫຍ່ແມ່ນໄມ້ໃຫ້ໝາກບາງຊະນິດເຊັ່ນ: ໝາກທັນ ລຳໄຍ, ລີ້ນຈີ່ ເປັນຕົ້ນ ຊຶ່ງມີຂັ້ນຕອນດັ່ງນີ້:
-    ເມື່ອຕັດຕົ້ນທີ່ຕ້ອງການອອກແລ້ວ ຈະສັງເກດເຫັນຕາມ​ໂຄນຕົ້ນເລີ່ມແຕກເປັນຕົ້ນອ່ອນ
-    ເມີ່ອຕົ້ນອ່ອນທີ່ເກີດໃໝ່ຍາວປະມານ 6-12 cm ໃຊ້ດິນລ້ວນຖົມ​ໂຄນຕົ້ນ (ເຫງົ້າ) ປະມານ ½ ຂອງຍອດທີ່ເກີດໃໝ່
-    ເມື່ອຕົ້ນສູງປະມານ 25 cm ໃຫ້ຖົມ​ໂຄນຕົ້ນຄັ້ງທີ່ 2 ແລະ ຄັ້ງທີ່ 3 ເມື່ອກິ່ງຍາວປະມານ 50 cm
-    ຫົດນ້ຳທຸກວັນ ແລະ ດູແລຢ່າໃຫ້ວັດສະພືດຂຶ້ນບັງແສງ
-    ຫຼັງຈາກນັ້ນປະມານ 2 ອາທິດ ຈຶ່ງຕັດກິ່ງໄປປູກ ຫຼື ຊຳໂດຍຕັດໃຫ້ຕິດ​ໂຄນຕົ້ນ ແລະ ມີຮາກຕິດໄປພ້ອມໃຫ້ຫຼາຍທີ່ສຸດ
-    ເມື່ອຕັດກິ່ງໄປແລ້ວ ຈະຕ້ອງເອົາດິນທີ່ຖົມ​ໂຄນຕົ້ນນັ້ນອອກ ໃຫ້ເຖິງຕໍເດີມ ເພື່ອໃຫ້ຕໍເດີມແຕກຍອດໃໝ່ອີກ ແລະ ເຮັດຕໍ່ໄປ ເມື່ອຕ້ອງການຕົ້ນໃໝ່ອີກ.

Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.