
1.1
ພະຍາດ ແລະ
ແມງໄມ້ສັດຕູພືດທີ່ມັກເກີດກັບໝາກເດືອຍ
1.1.1
ພະຍາດ
ກ. ພະຍາດຣາດຳ
ພະຍາດທີ່ພົບຄັ້ງທຳອິດໃນປະເທດໄທເມື່ອປີ
1981 ທີ່ເກີດຈາກເຊື້ອຣາ Ustilago coicis Bref. ໃນຂະນະນັ້ນຈາກການສຳຫຼວດໄຮ່ໝາກເດືອຍພົບວ່າເປັນພະຍາດນີ້
5-98%. ຈົນມາເຖິງປີ 1992 ກໍ່ຍັງພົບວ່າພະຍາດນີ້ຍັງລະບາດຢູ່, ໃນບາງປີພະຍາດນີ້ມີການລະບາດຢ່າງຮຸນແຮງ
ອັນໄດ້ກໍ່ຄວາມເສຍຫາຍຈົນບໍ່ສາມາດເກັບກ່ຽວຜົນຜະລິດໝາກເດືອຍໄດ້.
ການປ້ອງກັນກຳຈັດ: ແຊ່ເມັດພັນໃນນ້ຳຮ້ອນທີ່ອຸນຫະພູມ
60-70°Cໂດຍວິທີການຕົ້ມນ້ຳໃຫ້ຟົດແລ້ວຕັ້ງໄວ້ທີ່ອຸນຫະພູມຫ້ອງປະມານ
10 ນາທີເພື່ອໃຫ້ນ້ຳເຢັນລົງເທົ່າອຸນຫະພູມທີ່ຕ້ອງການ ແລ້ວຈື່ງນຳເມັດໝາກເດືອຍມາແຊ່ດົນເຖິງ
12 ຊົ່ວໂມງກ່ອນນຳໄປປູກ. ວິທີນີ້ນອກຈາກຈະເປັນການຂ້າເຊື້ອພະຍາດທີ່ຕິດມາກັບເມັດແລ້ວ
ມັນຍັງຈະຊ່ວຍເຮັດໃຫ້ເມັດໝາກເດືອຍງອກໄວຂຶ້ນອີກດ້ວຍ.
ສານເຄມີທີ່ໃຊ້ກຳຈັດພະຍາດຣາດຳມີຄື:
·
ຊື່ສາມັນ: Fenpiclonil
carboxyl ແລະ ຊື່ການຄ້າ Beret. ອັດຕາການໃຊ້ 5 cc ຕໍ່ນ້ຳໜັກເມັດ 1 kg ດ້ວຍວິທີການຄຸມເມັດກ່ອນປູກ.
·
ຊື່ສາມັນ: Fenpiclonil
carboxyl ແລະ ຊື່ການຄ້າ Culator. ອັດຕາການໃຊ້ 7g ຕໍ່ນ້ຳໜັກເມັດ 1 kg ດ້ວຍວິທີການຄຸມເມັດກ່ອນປູກ
ຂ. ພະຍາດໃບດ່າງ
ການສະແດງທີ່ກາບໃບ
ແລະ ໃບ, ເກີດເປັນຈຸດນ້ອຍໆຂະໜາດເທົ່າເຂັມໝຸດສີເຫຼືອງອ່ອນ, ຕໍ່ມາກາງຈຸດຈະແຫ້ງມີສີຂີ້ເທົ່າ
ຫຼື ສີນ້ຳຕານອ່ອນ ແລະ ໃນທີ່ສຸດຈະປ່ຽນເປັນສີນ້ຳຕານໄໝ້, ຈຸດໃຫຍ່ມີຂະໜາດເຖິງ 4 mm. ເຊື້ອສາເຫດຄື Curvularia
coicis.
ການປ້ອງກັນກຳຈັດ:
·
ຫຼີກລຽງການນຳເມັດພັນຈາກແຫຼ່ງທີ່ເປັນພະຍາດມາເຮັດແນວພັນ.
·
ເຜົ່າທຳລາຍເສດເຫຼືອຂອງໝາກເດືອຍໃນໄຮ່ຫຼັງເກັບກ່ຽວ
1.1.2
ແມງໄມ້ສັດຕູ
ກ. ຕັກແຕນ
ການທຳລາຍຄືການກັດກິນໃບ, ກິ່ງກ້ານ, ລຳຕົ້ນອ່ອນ ແລະ ຊໍ່ດອກ.
ການປ້ອງກັນກຳຈັດຄືການໄຖພວນດິນ ແລະ ຕາກດິນເພື່ອທຳລາຍໄຂ່ຕັກແຕນກ່ອນປູກໝາກເດືອຍ.
ຂ. ປວກ
ຈະເຂົ້າທຳລາຍໃນໄລຍະທີ່ໝາກເດືອຍເລີ່ມອອກດອກໂດຍຈະກັດກິນບໍລິເວນຕົ້ນ
ແລະ ພາຍໃນລຳຕົ້ນ, ເຊິ່ງເບິ່ງຢູ່ພາຍນອກຈະບໍ່ເຫັນການທຳລາຍຂອງປວກອັນເຮັດໃຫ້ຊໍ່ດອກແຫ້ງບໍ່ຕິດເມັດ
ແລະ ຕົ້ນແຫ້ງຕາຍ.
ການປ້ອງກັນກຳຈັດ: ຖ້າພົບມີການລະບາດຫຼາຍໃຫ້ສີດພົ່ນສານຂ້າແມງໄມ້
Fipronil ໃນອັດຕາ 80 ml/ນ້ຳ 20 ລີດຫຼັງຈາກຢອດເມັດໝາກເດືອຍ.
ຄ. ໜອນກໍລາຍ
ເຂົ້າທຳລາຍໝາກເດືອຍຕັ້ງແຕ່ໝາກເດືອຍອາຍຸ
11 ວັນ ເຖິງ 2 ເດືອນ ໂດຍຈະເຂົ້າໄປກັດກິນຢູ່ພາຍໃນລຳຕົ້ນ ຫຼື ແໜງ, ເຮັດໃຫ້ລຳຕົ້ນ ຫຼື
ແໜງ ທີ່ຖືກທຳລາຍຫັກລົ້ມຫ່ຽວບໍ່ເປັນໝາກ ແລະ ເຮັດໃຫ້ເມັດລີບ. ການເຂົ້າທຳລາຍຈະເພີ່ມຂຶ້ນເມື່ອໝາກເດືອຍອາຍຸໄດ້
2 ເດືອນ ເຖິງ 2 ເດືອນເຄີ່ງ ເຊິ່ງເປັນໄລຍະທີ່ໝາກເດືອຍແຕກແໜງ.
ການປ້ອງກັນກຳຈັດ: ໃຫ້ສີດພົ່ນສານຂ້າແມງໄມ້ເມື່ອພົບການທຳລາຍຂອງໜອນກໍລາຍ, ສານຂ້າແມງໄມ້ຄື deltanethrin ໃນອັດຕາ 10 ml/ນ້ຳ 20 ລີດ
ງ. ເພ້ຍອ່ອນສາລີ
ເຂົ້າທຳລາຍຕັ້ງແຕ່ໄລຍະຕົ້ນອ່ອນ
ຈົນເຖິງໄລຍະທີ່ໝາກເດືອຍເລີ່ມອອກຊໍ່ດອກໂດຍດູດກິນນ້ຳລ້ຽງຕາມຍອດ, ພົບເພ້ຍອ່ອນສາລີຫຼາຍທີ່ສຸດເມື່ອ ໝາກເດືອຍອາຍຸ 2 ເດືອນ.
ການປ້ອງກັນກຳຈັດ: ຖ້າພົບການລະບາດຂອງເພ້ຍອ່ອນສາລີ
ໃຫ້ສີດພົ່ນສານຂ້າແມງໄມ້ Malathion ໃນອັດຕາ 40 ml/ນ້ຳ 20 ລີດ.
ຈ. ໜອນເຈາະໝາກຝ້າຍ
ເຫັນເຂົ້າທຳລາຍໝາກເດືອຍຫຼັງຈາກໝາກເດືອຍເລີ່ມຕິດເມັດແລ້ວ
ໂດຍຕົວໜອນຈະເຈາະ ແລະ ກັດກິນເມັດໝາກເດືອຍຈົນໝົດ.
ການປ້ອງກັນກຳຈັດ: ຖ້າພົບການລະບາດຂອງໜອນເຈາະໝາກຝ້າຍ
ໃຫ້ສີດພົ່ນສານຂ້າແມງໄມ້ bifenthrin ໃນອັດຕາ 30 ml/ນ້ຳ 20 ລີດ.
ສ. ໜອນເຈາະລຳຕົ້ນສາລີ
ລັກສະນະ ແລະ ການທຳລາຍເປັນເວລາກາງ
ຄືນ, ສີທອງອົມແດງ, ຢູ່ກາງປີກມີຄວາມກວ້າງປະມານ 2.5 cm, ລຳຕົວຍາວປະມານ 1.3 cm. ໜອນເຈາະລຳຕົ້ນສາລີຈະວາງໄຂ່ເປັນກຸ່ມຊ້ອນຮຽງກັນຄ້າຍຄືເກັດປາ, ຜິວລຽບ ແລະ ເປັນມັນ.
ຕົວໜອນ ເມື່ອຝັກອອກມາຈາກໄຂ່ໃໝ່ໆຈະມີສີຂາວຕະຫຼອດທາງລຳຕົວ, ຫົວກະໂຫຼກສີນ້ຳຕານດຳ.
ຕົວໜອນຈະເຈາະເຂົ້າໄປກັດກິນຢູ່ໃນລຳຕົ້ນ ແລະ ກິ່ງແໜງຂອງໝາກເດືອຍ, ເຮັດໃຫ້ລຳຕົ້ນ ແລະ
ກິ່ງແໜງຫັກ ແລະ ແຫ້ງຕາຍ, ນອກຈາກນີ້ໜອນເຈາະລຳຕົ້ນສາລີຍັງເຂົ້າໄປກັດກິນເມັດໝາກເດືອຍ, ເຮັດໃຫ້ເມັດລີບ ຫຼື
ອາດບໍ່ຕິດເມັດ. ຊ່ວງການລະບາດ, ໜອນເຈາະລຳຕົ້ນສາລີຈະເຂົ້າທຳລາຍໝາກເດືອຍເມື່ອໝາກເດືອຍອາຍຸປະມານ
2 ເດືອນ ເຊິ່ງເປັນໄລຍະທີ່ໝາກເດືອຍແຕກແໜງ ແລະ ເຂົ້າທຳລາຍອີກຊ່ວງຫຼັງຈາກໝາກເດືອຍອາຍຸ
3-4 ເດືອນ ເຊິ່ງເປັນໄລຍະທີ່ເລີ່ມອອກດອກ ແລະ ຕິດເມັດ.
ການປ້ອງກັນກຳຈັດ:
·
ສຳຫຼວດກຸ່ມໄຂ່ໜອນ
ແລະ ຮູເຈາະທີ່ລຳຕົ້ນ ແລະ ກິ່ງແໜງຢ່າງສະໝ່ຳສະເໝີ.
·
ຖ້າພົບການລະບາດຂອງໜອນເຈາະລຳຕົ້ນສາລີໃຫ້ສີດພົ່ນສານຂ້າແມງໄມ້
Deltamethrin ໃນອັດຕາ 10 ml/ນ້ຳ 20 ລີດ.
ໝາຍເຫດ: ເນື່ອງຈາກໃນປັດຈຸບັນບໍ່ມີການທົດລອງ
ເພື່ອປ້ອງກັນກຳຈັດແມງໄມ້ສັດຕູຂອງໝາກເດືອຍ, ສານຂ້າແມງໄມ້ທີ່ແນະນຳໃຫ້ໃຊ້ຈຶ່ງເປັນສານຂ້າແມງໄມ້ທີ່ໃຊ້ໃນການປ້ອງກັນກຳຈັດແມງໄມ້ສັດຕູຂອງອ້ອຍ
ແລະ ສາລີ ເຊິ່ງເປັນແມງໄມ້ຊະນິດດຽວກັນທີ່ພົບເຂົ້າທຳລາຍໝາກເດືອຍ.
1.1.3
ສັດຕູທີ່ສຳຄັນ
ກ. ໜູ
ລັກສະນະ ແລະ ການທຳລາຍ, ໜູເປັນສັດຕູພືດທີ່ສຳຄັນຊະນິດໜຶ່ງຂອງໝາກເດືອຍ, ທຳລາຍໃນຊ່ວງປູກໃໝ່ໆກ່ອນງອກ
ແລະ ຊ່ວງໝາກເດືອຍຕິດເມັດ, ຊ່ວງເວລາໃນການລະບາດແມ່ນລະບາດຢ່າງຮຸນແຮງໃນຊ່ວງໝາກເດືອຍເລີ່ມຕິດເມັດ.
ການປ້ອງກັນກຳຈັດ:
·
ກຳຈັດວັດສະພືດບໍລິເວນແປງປູກ
ແລະ ພຶ້ນທີ່ໃກ້ຄຽງ ເພື່ອບໍ່ໃຫ້ເປັນທີ່ອາໄສຂອງໜູ.
·
ໃຊ້ກົງດັກ ຫຼື ກັບດັກ.
·
ເມື່ອສຳຫຼວດພົບຮ່ອງຮອຍຮູໜູ, ປະຊາກອນໜູ ແລະ ຄວາມເສຍຫາຍຢ່າງຮຸນແຮງຂອງໝາກເດືອຍ
ໃຫ້ໃຊ້ວິທີປ້ອງກັນກຳຈັດແບບປະສົມປະສານຄືໃຊ້ກົງດັກ ຫຼື ກັບດັກຮ່ວມກັນກັບການໃຊ້ເຍື່ອພິດ.
No comments:
Post a Comment