Broccoli ເປັນພຶດຜັກທີ່ບໍລິໂພກສ່ວນຂອງດອກ
ແລະ ກ້ານດອກເຊັ່ນດຽວກັນກັບກະລຳປີດອກເປັນພືດຜັກຊະນິດໜຶ່ງກັບຕະກຸນກະລຳສ່ວນຂອງດອກມີສີຂຽວປະກອບດ້ວຍ,ດອກສີຂຽວຈຳນວນຫຼາຍລວມຕົວກັນເປັນກຸ່ມໃຫຍ່ນິຍົມກັນກິນຫຼາຍໃນແຖບຢູລົບ.
2.3.1 ລັກສະນະທົ່ວໄປ
Broccoli ເປັນພືດຜັກທີ່ຢູ່ໃນຕະກຸນ Cruciferea ມີ ຊື່ທາງວິທະຍາສາດວ່າ BrassicaOlera
cea Var.italic ສາມາດຂື້ນໄດ້ໃນດິນທຸກປະເພດແຈ່ມັກດິນຮ່ວນທີ່ມີຄວາມອຸດົມສົມບຸນສູງ,pH = 6-6.5 ມີຄວາມຊຸ່ມຊື່ນໃນດິນສູງ, ອຸນະພູມທີ່ເໝາະສົມ 18-27
ຊ່ວງການປູກທີ່ເໝາະສົມແຕ່ເດືອນພະຈິກຫາເດືອນທັນວາ.
2.3.2 ພັນທີ່ໃຊ້ປູກ
ສ່ວນຫຼາຍເປັນພັນລູກປະສົມເຊັ່ນພັນ: De Cicco ,ພັນ Green Hybrid ເປັນຕົ້ນ.
2.3.3 ການກຽມດິນ
ກ ການກຽມໜານກ້າ
ຂຸດໄຖດະນເລີກປະມານ 10-15 cm ຕາກດິນໄວ້ 5-7 ວັນໂຮຍຝຸ່ນຄອກຫຼືຝຸ່ນມັກໃຫ້ຫຼາຍ, ປັບໜ້າດິນໃຫ້ລະອຽດ ຍົກເປັນໜານນ້ອຍໆ.
ຂ ການກຽມໜານປູກ
ຂຸດໄຖດິນເລີກປະມານ 15-20 cm ຕາກດິນໄວ້7-10 ວັນ ໂຮຍຝຸ່ນຄອກຫຼືຝຸ່ນມັກໃຫ້ຫຼາຍ,ພວນດິນໃຫ້ລະອຽດ,ເກັບເສດວັດສະພືດອອກໃຫ້ໝົດຍົກເປັນໜານໆ.
2.3.4 ການປູກ
ເນື່ອງຈາກ broccoli ຂະຫຍາຍພັນດ້ວຍເມັດ ການປູກແບ່ງອອກເປັນ 2 ຂັ້ນຕອນຄື: ການ
ກຽມແບ່ງເພາະກ້າ ແລະ ການປູກລົງແປງ.
ກ ການກ້າເກ່ນ
ຫຼັງຈາກການກຽມໜານກ້າ ແລ້ວໃຫ້ຫວ່ານເມັດພັນ ໃຫ້ກະຈາຍສະໝ່ຳ ສະເໝີ ທົ່ວທັງ
ໜານແລ້ວກົບດິນຫຼືຝຸ່ນມັກທີ່ສະລາຍຕົວດີແລ້ວໜາປະມານ
0.5- 1 cmຫົດນ້ຳດ້ວຍບົວຝອຍລະອຽດໃຫ້ທົ່ວແລ້ວຄູມດ້ວຍຫຍ້າແຫ້ງຫົດນ້ຳໃຫ້ຊຸ່ມສະໝ່ຳສະເໝີໝັ່ນກວດເບິ່ງຕົ້ນກ້າໃດທີ່ອ່ອ່ນແອຫຼືບໍ່ສົມບຸນໃຫ້ຖອດຖີ້ມ.
ຂ ການປູກລົງໜານ
ຫຼັງຈາກກ້າເມັດໄດ້ 25-30 ວັນ ໃຫ້ເລືອກເອົາຕົ້ນທີ່ແຂງແຮງ
ໄປປູກໂດຍໃຊ້ໄລຍະ
ຫ່າງຕົ້ນ 50 cm ແລະ ແຖວ 60 cm ຫຼັງປູກຕ້ອງບີບບໍລິເວນເຫງົ້າໃຫ້ແໜ້ນແລ້ວຄຸມດ້ວຍເຝືອງ
ຫຼື ຫຍ້າແຫ້ງຫົດນ້ຳໃຫ້ຊຸ່ມ.
2.3.5 ການບົວລບັດຮັກສາ
ກ ການໃສ່ຝຸ່ນ
ຝຸ່ນທີ່ໃສ່ແມ່ນ N P K 10-10-21 ຫຼື 13-13-21
ຫຼື ສູດໃກ້ຄຽງນີ້ໃນຈຳນວນ 300-500 kg/ha ແຕ່ຕ້ອງຂຶ້ນກັບຄວາມອຸດົມສົມບຸນຂອງດິນ,ການໃສ່ແບ່ງອອກເປັນ 2 ຄັ້ງຄື: ຄັ້ງທີ 1
ໃສ່ເປັນຝຸ່ນຮອງພື້ນ ແລະ ຄັ້ງທີ່ 2 ໃສ່ເມື່ອພືດມີ ອາຍຸ 25-30 ວັນ ຫຼັງຍ້າຍປູກ,
ນອກນີ້ອາດໃສ່ N ເພື່ມປະມານ 120 kg/ha ຫຼັງປູກໄດ້ 7-10 ວັນ.
ຂ ການໃຫ້ນ້ຳ
ຫຼັງປູກແລ້ວຄວນໃຫ້ນ້ຳຢ່າງສະໝໍ່າສະເໝີທັງເຊົ້າ
ແລະ ແລງ.
ຄ ການພວນດິນ
3.5.6 ການເກັບກ່ຽວ
ພັນບ້ານເຮົາສ່ວນຫຼາຍເປັນພັນດໍມີອາຍຸການເກັບ
ກ່ຽວປະມານ
60-90 ວັນ ຫຼັງຈາກປູກ, ການເກັບກ່ຽວໃຫ້ເລືອກ
ດອກທີ່ກົມເກາະກັນແໜ້ນ ໃຫຍ່ໄດ້ຂະໜາດເຕັມທີການຕັດຄວນ
ຕັດໃຫ້ມີກ້ານດອກຍາວປະມານ 15-20 cm ຕັດໃບຂ້າງອອກຈົ່ງພຽງ 2-3 ໃບກໍພໍເພື່ອຫຸ້ມດອກປ້ອງກັນການເສຍຫາຍໃນເວລາຂົນສົ່ງ.
No comments:
Post a Comment