}ລັກສະນະທົ່ວໄປ
}
ເປັນພືດຜັກທີ່ບໍລິໂພກໝາກ,ປູກໄດ້ຕະຫຫຼອດປີປູກງ່າຍໃຫຍ່ໄວ,ເປັນພືດປີດຽວ,ມີລຳຕົ້ນເປັນເຄື່ອຍາວ 2 -3 ມ ມີມືທາວຂື້ນຕາມຄ້າງ,ມີດອກຜູ້ - ແມ່ແຍກກັນຢູ່ແຕ່ລະດອກໃນຕົ້ນດຽວກັນ,ດອກມີສີເຫຼືອງ,ອາຍຸເກັບກ່ຽວ 30 - 45 ວັນ,ໝາກແຕງສາມາດມາປຸງແຕງ,ປະກອບອາຫານໄດ້ຫຼາຍຢ່າງ
§ແນວພັນ
}ແນວພັນໝາກແຕງມີ 2 ຊະນິດຄື: ພັນສຳລັບບໍໍລິໂພກສົດ; ພັນສຳລັບອຸດສະຫະກຳ
§ການກຽມດິນ
}ໝາກແຕງປູກໄດ້ດີໃນດິນຊາຍແກມຕົມ;ດິນທີ່ມີຄວາມຊຸ່ມປານກາງ,ນ້ຳບໍ່ຂັງ,ຄວນໄຖ,ຂຸດໃຫ້ເລິກ
25 - 30 ຊຕມ,ຕາກດິນໄວ້ 5 - 7 ວັນ,ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ 12ໂຕນ/ຮຕ,ປະໄວ້ 2 - 3 ວັນ,ຫຼັງຈາກນັ້ນປັບໜ້າດິນເຮັດເປັນໜານ.
ການເຮັດໜານປູກ
}ລະດູແລ້ງເຮັດໜານສູງ 30 ຊຕມ,ກວ້າງ 50 ຊຕມ,ລະດູຝົນເຮັດໜານສູງ 40-50 ຊຕມ,ກວ້າງ 50 ຊຕມ,ຍາວຂຶ້ນກັບເນື້ອທີ່,ໃຊ້ຈົກ ຫຼື ຊວ້ານເຮັດຮ່ອງຕາມສັນຄູແຕ່ລະໜານເລິກ 10 - 15 ຊຕມ.
§ການກຽມເມັດພັນກ່ອນປູກ
}ນຳເອົາເມັດພັນໝາກແຕງແຊ່ນ້ຳ 5 -10 ຊມ,ເອົາໃສ່ໃນຖົງຢາງທີ່ເຈາະຮູໄວ້ 2-3 ຮູ, ມັດປາກຖົງໃຫ້ ແໜ້ນ,ແລ້ວ
ນຳໄປຝັງດິນເລິກ 10 – 45 ຊຕມ,ບ່ອນທີ່ມີແສງແດດ,ປະໄວ້ 10 -12 ຊມ,ເປີດເບິ່ງຖ້າມີການແຕກງອກກໍ່ສາມາດນຳໄປປູກໄດ້ເລີຍ.
ການປູກຄວນປູກຕອນເຊົ້າ ຫຼື ຄ້າຍແລງ,ການປູກແບບບໍ່ເຮັດຄ້າງໄລຍະຕົ້ນ 50 ຊຕມ,ແຖວ 150 ຊຕມ, ປູກແບບໃຊ້ຄ້າງໄລຍະຕົ້ນ 50 ຊຕມ ແຖວ 1 ມ, ຢອດເມັດລົງ ຂຸມ 5 - 10 ເມັດ,ເລິກ 2 - 5 ຊຕມ,ປົກດ້ວຍຝຸ່ນຄອກ,ຝຸ່ນບົ່ມ ຫຼື ດິນລະອຽດ,ຫົດນ້ຳໃຫ້ປຽກຊຸ່ມ,ປົກດ້ວຍເຟືອງແຫ້ງ. ເມືອມີອາຍຸ 14 ວັນ,ມີໃບແທ້ 2ໃບ,ໃຫ້ຖອນແຍກ,ໃຫ້ເຫຼືອ 1 ຕົ້ນ/ຂຸມ,ໝາກແຕງກວາກໍ່ເລີ່ມເລືອຖ້າປູກແບບຄ້າງຄວນເຮັດຄ້າງເລີຍ.
ການບົວລະບັດຮັກສາ
§ການໃສ່ຝຸ່ນ :
ຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມເທົ່າທີ່ມີຄວາມສາມາດ ແລະເປັນການປັບປຸງດິນ.
§ການໃຫ້ນ້ຳ:
}ໝາກແຕງເປັນພືດທີ່ຕ້ອງການນ້ຳປານກາງ,ຄວນເບິ່ງຄວາມຊຸ່ມຊື່ນໃນດິນ,ແຕ່ຍ່າໃຫ້ນ້ຳຈົນປຽກເກີນໄປ
ເພາະຈະເຮັດໃຫ້ຮາກເນົ່າ
}ຄວນເຮັດໃນໄລຍະທຳອິດ,ເມື່ອສັງເກດເຫັນຫຍ້າເກີດຂື້ນມາຄວນກຳຈັດທັນທີ່ພ້ອມໆກັບການພວນດິນ,ໂດຍໃຊ້ແຮງງານຄົນ,ຕົ້ນພືດມີໃບປົກຄຸມດິນແລ້ວບໍ່ຄວນເຮັດ.
}ການເກັບກ່ຽວ
}ໝາກແຕງຈະໃຫ້ຜົນຜະລິດຫຼັງຈາກປູກໄດ້ 35- ຫາ 45
ວັນ,ທັງນີ້ກໍ່ຂື້ນກັບແນວພັນ,ການເກັບແມ່ນໃຫ້ເກັບໝາກອ່ອນທີ່ມີສີຂຽວສົດ,ເກັບທຸກວັນຈົນກວ່າຈະໝົດ,ເອົາໄວ້ຮົມ,ບໍ່ຄວນລ້າງນ້ຳ,ບໍ່ຄວນເກັບຫຼັງຝົນຕົກ,ໃນຊວ່ງອາຍຸໜຶ່ງສາມາດເກັບໄດ
10- ຫາ15 ຄັ້ງ,ຜົນຜະລິດສະເລ່ຍ 250 ຫາ -300 ກິໂລ/ຮຕ
ກ້າແກ່ນແນວໃດຈິ່ງໄດ້ຜົນດີຂ້ອຍກ້າແລ້ວບໍ່ອອກ
ReplyDeleteເຮັດຕາມເຕັກນິກການກຽມເມັດພັນ
Delete