ດອກທີ່ນິຍົມຫຼາຍ ເນື່ອງຈາກມີດອກ ແລະ ສີສັນສວຍງາມ, ເປັນ
ໄມ້ດອກທີ່ມີອາຍຸການໃຊ້ງານດົນ.ກ້ວຍໄມ້ເປັນ ພືດເສດຖະກິດທີ່ມີ
ຄວາມສຳຄັນເພາະເປັນໄມ້ທີ່ຂາຍສົ່ງອອກຕ່າງປະເທດໄດ້, ມີການ
ຂາຍເອງ ແຫຼ່ງກຳເນີດກ້ວຍໄມ້ປ່າທີ່ສຳຄັນຂອງໂລກ ມີ 2 ແຫຼ່ງ
ໃຫຍ່ໆຄື: ອາເມລິກາ ແລະ ກັບອາຊີປາຊີຟິກ, ກ້ວຍໄມ້ປ່າທີ່ພົບ
ໃນພູມມີອາກາດໃນແຖບອາຊີນີ້ມີລັກສະນະເດັ່ນທີ່ເປັນ ເອກະລັກ
ຂອງຄົນນັ້ນເອງແຕກຕ່າງຈາກກ້ວຍໄມ້ໃນອາເມລິກາ. ເມື່ອມີການ
ສູກດັນຂອງພັກລັດສະພາບການລ້ຽງກໍຍັງກຳຈັດຢູ່ໃນວົງແຄບ,ແຕ່
ການເກັບກ່ຽວ, ການປະສົມພັນກ້ວຍໄມ້ໃນຕ່າງປະເທດເລີມມີອິດ
1. ລັກສະນະທົ່ວໄປ:
ກ້ວຍໄມ້ເປັນພືດທີ່ມີ່ສ່ວນຕ່າງໆຄື:ມີຮາກ,ຕົ້ນ,ໃບ,ດອກ ແລະ
ໝາກຮາກຂອງກ້ວຍໄມ້ມີຮາກແກ້ວ, ລຳຕົ້ນບໍ່ມີແກນ,ໃບຈັດເປັນ
ພືດໃບລ້ຽງດ່ຽງມີເສັ້ນໃບຂະໜານຕາມຄວາມຍາວຂອງໃບຊຶ່ງມີ
ສ່ວນຕ່າງລະອຽດດັ່ງນີ້:
1.1 ຮາກ:
ກ້ວຍໄມ້ມີລະບົບຮາກແບ່ງເປັນຫຼາຍຊະນິດເຊັ່ນ: ຮາກເດີມ,ຮາກກິ່ງເດີມ,ຮາກກິ່ງອາກາດແລະຮາກ
ອາກາດ.
1.2 ລຳຕົ້ນ:
ໝາຍເຖິງສ່ວນທີ່ເປັນຂໍ້ບໍລິເວນສ່ວນເໜືອຂໍ້
ແລະ ຕິດຢູ່ກັບຂໍ້ຈະມີຕາ
ອາດຈະແຕກເປັນໜໍ່ອ່ອນຫຼື
ຊໍ່ດອກກໍ່ໄດ້ສ່ວນທີ່ເປັນຂໍ້ເປັນສ່ວນທີ່ມີໃບກາບໃບ
ຫຼື ກາບຂອງລຳຕົ້ນທີ່ບໍ່ມີສ່ວນຂອງໃບຈະເລີນອອກມາໄດ້
ສ່ວນທີ່ຢູ່ລະຫວ່າງຂໍ້ຮຽກວ່າປ້ອງກ້ວຍໄມ້ຈະມີ 2 ປະເພດຄື: ກ້ວຍໄມ້ທີ່ມີລຳຕົ້ນແທ້
ແລະ ລຳຕົ້ນທຽມ.
1.3 ໃບ: ກ້ວຍໄມ້ເປັນພືດໃບລ້ຽງດ່ຽວຄືເສັ້ນໃບຈະຢູ່ໃນລັກສະນະຂະໜານກັນໄປຕາມຄວາມຍາວຂອງ
,ໃບຂອງກ້ວຍໄມ້ມີລັກສະນະທີ່ແຕກຕ່າງກັນອອກໄປ
ຕາມຊະນິດຂອງກ້ວຍໄມ້ນັບຕັ້ງແຕ່ຮູບຮ່າງ, ສີສັນ, ຂະໜາດ ແລະ ການຄົງຕົວຕາມທຳມະຊາດ.ລັກສະນະໃບຂອງກ້ວຍໄມ້ມີຫຼາຍຊະນິດເຊັ່ນ:ໃບແບນ,ໃບກົມ
ແລະ
ໃນຮ່ວງຊຶ່ງເປັນລູກປະສົມລະຫວ່າງ ພວກໃບກົມກັບໃບແບນ
ແຕ່ໃບກ້ວຍໄມ້ສ່ວນຫຼາຍແລ້ວຈະມີລັກ ສະນະແບນ.ການຮຽງຕົວຈະມີທັງຮຽງສະລັບກັນ ແລະ
ຮຽງຊ້ອນທັບກັນ,ສີຂອງໃບສ່ວນຫຼາຍມີສີຂຽວອົມເຫຼືອງ,ບາງ
ຊະນິດໃບມີສີສັນລວດລາຍສວຍງາມ.ໜ້າທີ່ຂອງໃບຄືສັງເຄາະແສງໂດຍສານສີຂຽວເອີ້ນວ່າ:
ຄຼໍໂຣຟິນທີ່ຢູ່ພາຍໃນໃບຮ່ວມກັບແສງສະຫວ່າງ ຊ່ວຍໃຫ້ກ໊າສຄາບອນໄດອົກໄຊຈາກອາກາດຜ່ານເຂົ້າ
ໄປທາງຮູຖ່າຍກ໊າສຂອງໃບທຳປະຕິກິລິຍາກັບນ້ຳເກີດເປັນນ້ຳຕານ.ນອກຈາກນີ້ໃບຍັງເຮັດໜ້າທີ່ຄາຍນ້ຳອອກຈາກຕົ້ນຊ່ວຍໃຫ້ຮາກສາ
ມາດດູດນ້ຳ ແລະ ອາຫານເຂົ້າສູ່ຕົ້ນເປັນການແທນທີ່ນ້ຳທີ່ລະເຫີຍອອກຈາກໃບເຮັດໃຫ້ຕົ້ນໄດ້ອາຫານຫຼື
ປຸ໋ຍຜ່ານເຂົ້າທາງຮາກໄດ້.ໃບຂອງກ້ວຍໄມ້ມີລັກສະນະແຕກຕ່າງກັນຕາມສາຍພັນເຊັ່ນ: ກ້ວຍໄມ້ສະກຸນສະແພໂຕ
ກລ໊ອດທິສ
(Spathoglo ttis)
ມີລັກສະນະໃບເປັນຈິບ
ກ້ວຍໄມ້ພະຫຍາໄຮ້ໃບ (Chiloschista usneoides LDL) ມີລັກສະນະໃບທີ່ນ້ອຍຫຼາຍເກາະຢູ່ຕາມກິ່ງໄມ້ໃນທີ່ຄ້ອນຂ້າງຮົ່ມ,ມີຮາກໜາແໜ້ນສີຂຽວສາມາດປຸງອາຫານໄດ້,ໃບແທ້ຈະເລີນອອກມາມີຂະໜາດໃຫຍ່ກວ່າຫົວເຂັມໝຸດນ້ອຍໜຶ່ງ. ກ້ວຍໄມ້ຮອງເທົ້ານາຣີ
(Paphilopedilum) ລັກສະນະນະໃບສີສັນງົດງາມຫຼາຊະນິດມີໃບສີຂຽວແກ່ສະລັບຂຽວອ່ອນ,ກ້ວຍໄມ້
(Anoectochilus siamensis)
ສວຍງາມຫຼາຍ.
1.4 ດອກ: ດອກກ້ວຍໄມ້ເປັນດອກສົມບູນເພດຄື: ເກ
ສອນຜູ້ ແລະ ເກສອນແມ່ຢູ່ໃນດອກດຽວກັນ,ມີໜ້າທີ່ໃນການ
ສືບພັນ,ດອກມີລັກສະນະຄືກີບຮອງດອກ.ກີບຊັ້ນນອກເປັນສ່ວນ
ທີ່ຫໍ່ຫຸ້ມປ້ອງກັນສ່ວນຕ່າງໆ ໃນຂະນະທີ່ມີສະພາບເປັນຕາດອກຢູ່
ມັກມີລັກສະນະ ແລະ ສີສັນຄ້າຍຄືໃບກີບດອກກ້ວຍໄມ້ກີບດອກ 6 ກີບ ແບ່ງອອກເປັນ 2 ຊັ້ນ,ຊັ້ນນອກ 3 ກີບ ແລະ ຊັ້ນໃນ 3 ກີບ.ກີບຊັ້ນນອກຢູ່ຂ້າງເທິງໜຶ່ງກີບ ຂ້າງໆ
ຫຼື ຂ້າງລຸ່ມ 2 ກີບ, ກີບຄູ່ລຸ່ມນີ້ຈະມີຂະໜາດຮູບຮ່າງ ແລະ ສີສັນຄືກັນ ແຕ່ກີບເທິງອາດແຕກຕ່າງກັນໄປ.ສຳລັບກີບຊັ້ນໃນ 3 ກີບ,ກີບໜຶ່ງຢູ່ຂ້າງລຸ່ມ ອີກ 2 ກີບຢູ່ຂ້າງເທິງ,ກີບຄູ່ນີ້ຈະມີຂະໜາດ,ຮູບຮ່າງ,ສີສັນເໝືອນກັນສ່ວນກີບລຸ່ມຈະປ່ຽນໄປໂດຍມີຂະໜາດນນ້ອຍລົງ
ຫຼື ໃຫຍ່ຂຶ້ນ ແລະ ມີສີສັນຜິດໄປຈາກກີບຄູ່ເທິງ,ກີບຄູ່ລຸ່ມມີຊື່ເອີ້ນສະເພາະວ່າ: ປາກ ຫຼື ກະເປົ໋າ.
1.5
ໝາກ ຫຼື ຝັກ:
ຝັກກວ້ຍໄມ້ມີອາຍຸຕັ້ງແຕ່ປະສົມເກສອນໄປຈົນເຖິງຝັກແກ່ຈະ
ແຕກຕ່າງກັນໄປຕາມຊະນິດຂອງກ້ວຍໄມ້ຮ່ວມກັບສະພາບແວດ
ລ້ອມ ແລະ ຄວາມສົມບູນຂອງອົງປະກອບໃນການຈະເລີນງອກ
ງາມ, ກ້ວຍໄມ້ບາງຊະນິດຝັກອາດຈະແກ່ໄດ້ໃນໄລຍະເວລາພຽງ
ເດືອນກວ່າເທົ່ານັ້ນ. ບາງຊະນິດຝັກຈະຢູ່ກັບຕົ້ນເຖິງປີເຄີ່ງເຖິງຈະແກ່ຝັກກ້ວຍໄມ້ປະເພດບໍ່ແຕກກໍມັກຈະຫ້ອຍປາຍລົງເປັນສ່ວນຫຼາຍເຊັ່ນ: ຝັກຂອງກ້ວຍໄມ້ສະກຸນຫວາຍເປັນຕົ້ນແຕ່ລະຝັກມີເມັດເປັນຈຳນວນຫຼາຍ,ເມັດມີລັກສະນະຮຽງຍາວ ຫຼື
ປ່ອງກາງຄ້າຍຄືລູກຣັກບີ້ເມັດມີຂະໜາດນ້ອຍຫຼາຍມີແຕ່ເຊື້ອຊີວິດແຕ່ບໍ່ມີອາຫານສະສົມມີເປືອກບາງໆຫຸ້ມເມັດຢູ່ດມີສີແຕກຕ່າງກັນໄປເຊັ່ນ: ນ້ຳຕານເທົາເຫຼືອງ ຫຼື ຂາວ ແລະ
ດ້ວຍເຫດທີ່ເມັດກ້ວຍໄມ້ມີຂະໜາດນ້ອຍຫຼາຍ
ຈຶ່ງອາດປິວກະຈາຍໄປຕາມລົມໄດ້ງ່າຍ ແລະ ເປັນໄລຍະທາງໄກໄດ້.
2.
ການຈຳແນກກ້ວຍໄມ້:
ການຈຳແນກກ້ວຍໄມ້ປະເພດຂອງກ້ວຍໄມ້ອອກ
ເປັນກຸ່ມໃຫຍ່ໆຕາມລັກສະນະພາຍນອກ ເພື່ອສະ
ດວກໃນການປູກລ້ຽງການຂະຫຍາຍພັນ ຕະຫຼອດ
ຈົນການສຶກສາຄົ້ນຄວ້າຊຶ່ງການຈຳແນກ ກ້ວຍໄມ້
ສາມາດຈຳແນກໄດ້ດັ່ງນີ້:
2.1 ການຈຳແນກຕາມລັກສະນະຮາກ:
ເປັນການຈຳແນກຕາມລັກສະນະຮາກ ຫຼື
ຕາມລະບົບຮາກຂອງກ້ວຍໄມ້ຈຳແນກຕາມລັກສະນະລຳຕົ້ນສຳ
ລັບລຳຕົ້ນຂອງກ້ວຍໄມ້ທີ່ໂຜ່ພົ້ນຈາກເຄື່ອງປູກແບ່ງໄດ້ 2 ປະເພດຄື: ລຳຕົ້ນແທ້ ແລະ ລຳຕົ້ນທຽມ.
3. ວິທີການປູກ:
ວິທີການປູກເປັນປັດໃຈສຳຄັນທີ່ຊ່ວຍບັງຄັບການຈະເລີນເຕີບໂຕຂອງກ້ວຍໄມ້ຖ້າໃຊ້ວິທີການປູກການປູກທີ່ບໍ່ເເໝາະສົມກ້ວຍໄມ້ກໍຈະບໍ່ຈະເລີນງອກງາມເທົ່າທີ່ຄວນ.ດັ່ງນັ້ນ
ຜູ້ປູກລ້ຽງກ້ວຍໄມ້ຈຶ່ງຈຳເປັນຕ້ອງສຶກສາຄວາມຕ້ອງການຂອງກ້ວຍໄມ້ແຕ່ລະຊະນິດ
ເລືອກພາຊະນະປູກ ແລະ
ເຄື່ອງປູກລວງທັງວິທີການປູກໃຫ້ເໝາະສົມກັບກ້ວຍໄມ້ຊະນິດນັ້ນໆ.
3.1 ວິທີ່ການປູກ:
3.1.1 ການສ້າງລູກກ້ວຍໄມ້:
ການສ້າງລູກກ້ວຍໄມ້ຈາກການເພາະ
ເນື້ອເຍ່ືອອອກຈາກຂວດເພາະແລ້ວລ້າງໃຫ້ໝົດເສດວຸ້ນ
ອາຫານນຳຈຸ່ມລົງໃນນ້ຳຢານາຕຼີຟີນໃນອັດຕາສ່ວນນ້ຳຢາ
1 ສ່ວນຕໍ່ນ້ຳສະອາດ 2,000 ສ່ວນແລ້ວນຳໄປຝີງໃຫ້ແຫ້ງໃນທີ່ຮົ່ມແຍກລູກກ້ວຍໄມ້ອອກເປັນ
2 ຂະໜາດຄື:ຂະໜາດນ້ອຍກັບຂະໜາດໃຫຍ່ພໍຈະປູກລົງໃນກະຖັງນິ້ວ.
4. ການໃຫ້ນ້ຳ ແລະ ຝຸ່ນ:
4.1 ນ້ຳ: ມີຄວາມສຳຄັນຕໍ່ການຈະເລີນເຕີບໂຕຂອງກ້ວຍໄມ້ເນື່ອງຈາກນ້ຳເປັນຕົວທຳລາຍສານອາຫານ
ຕ່າງໆເພື່ອໃຫ້ຮາກຂອງກ້ວຍໄມ້ສາມາດດູດອາຫານໄປລ້ຽງສ່ວນຕ່າງໆໄດ້.ກ້ວຍໄມ້ຕ້ອງການນ້ຳທີ່ສະອາດປາ
ສະຈາກເກືອແຮ່ທີ່ເປັນພິດ, ມີຄວາມເປັນກົດເປັນດ່າງ ຫຼື ຄ່າ
pH ຢູ່ລະຫວ່າງ 6–7
ແຕ່ນ້ຳທີ່ມີຄຸນສົມບັດເໝາະສົມທີ່ສຸດຕໍ່ຄວາມຕ້ອງການຂອງກ້ວຍໄມ້ຄື
ນ້ຳສະອາດບໍລິສຸດທີ່ມີຄວາມເປັນກົດອ່ອນໆມີຄ່າ
pH ປະ ມານ 6.5
ນ້ຳທີ່ມີ
pH ຕ່ຳກວ່າ
5.5 ຫຼື ສູງກວ່າ 7
ຈຶ່ງບໍ່ຄວນນຳມາໃຊ້ຫົດກ້ວຍໄມ້, ການທົດສອບຄຸນສົມບັດຄວາມເປັນກົດເປັນດ່າງຂອງນ້ຳແບບງ່າຍໆຄື ທົດສອບດ້ວຍກະດາບລິສມັສ.ໃນການລ້ຽງກ້ວຍໄມ້ຖ້ານ້ຳມີ
pH ຕ່ຳກວ່າ 5.5 ຫຼື ສູງກວ່າ 7 ຫາກມີຄວາມຈຳເປັນຕ້ອງໃຊ້ນ້ຳນີ້ຫົດກ້ວຍໄມ້ເນື່ອງຈາກບໍ່ສາມາດຫານ້ຳທີ່ມີຄຸນສົມບັດດີກວ່າ:
ຄວນເຮັດໃຫ້ນ້ຳມີ pH ຢູ່ລະຫວ່າງ 6-7
ກ່ອນດັ່ງນີ້:
4.2 ການໃຫ້ນ້ຳ:
ວິທີການໃຫ້ນ້ຳກ້ວຍໄມ້ສາມາດເຮັດໃຫ້ດຫຼາຍວິທີຈະເລືອກໃຊ້ວິທີໃດຂຶ້ນຢູ່ກັບຄວາມເໝາະສົມຂອງແຕ່ລະພຶ້ນທີ່,ອາຍຸຂອງກ້ວຍໄມ້ ແລະ ຄວາມສະອາດຂອງຜູ້ປູກລ້ຽງເອື້ອງເອງຊຶ່ມວິທີການໃຫ້ນ້ຳມີດັ່ງນີ້:
·
ຈຸ່ມນ້ຳໂດຍຕັກນ້ຳໃສ່ພາຊະນະແລ້ວນຳກ້ວຍໄມ້ມາຈຸ່ມລົງໃນນ້ຳ,ການຈຸ່ມນ້ຳມີຂໍ້ດີຄືນ້ຳຈະຊຶມໄປ ທົ່ວທຸກສ່ວນຂອງເຄື່ອງປູກເໝາະກັບກ້ວຍໄມ້ທີ່ບໍ່ມີຮາກເກະກະເຊັ່ນ: ສະກຸນຫວາຍ, ສະກຸນແຄດລີຍາມີເຄ່ືອງປູກ
ແໜ້ນເຊັ່ນ:ກາບໝາກພ້າວອັດ,ອອສມັນດ້າອັດຫຼືເຄື່ອງປູກໜັກເຊັ່ນ: ດິນຈີ່,ຂວດ. ຖ້າເຄື່ອງປູກເບົາເຊັ່ນ:ຖ່ານ,ຖ່ານຈະລອຍການຫົດນ້ຳ ວິທີນີ້ເປັນການລ້າງເຄື່ອງປູກໃຫ້ສະອາດຢູ່ສະເໝີອີກ. ຂໍ້ເສຍຄືການຈຸ່ມນ້ຳບອຍໆ ອາດເຮັດໃຫ້ຮາກອ່ອນ, ໜໍ່ອ່ອນໄປກະທົບກະແທກກັບພາຊະນະທີ່ໃສ່ນ້ຳໄດ້ ແລະ
ຖ້າກ້ວຍໄມ້ມີພະຍາດອາ
ໄສຢູ່ນ້ຳໃນພາຊະນະອາດເປັນພາຫະນະໃຫ້ພະຍາດແມງໄມ້ລະບາດໄດ້ງ່າຍ ແລະ
ການໃຫ້ນ້ຳວິທີນີ້ບໍ່ ເໝາະກັບປະລິມານກ້ວຍໄມ້
ຫຼາຍໆ ເພາະເປັນທີທີ່ຊ້າຫຼາຍ,
ເໝາະກັບກ້ວຍໄມ້ຈຳນວນໜ້ອຍ ແລະ
ປູກລ້ຽງໃນທີ່ບໍ່ຕ້ອງການ ໃຫ້ພຶ້ນທີ່ປຽກເຊັ່ນ: ລະບຽງບ້ານດ ຮີມໜ້າຕ່າງເປັນຕົ້ນ.
5.
ຝຸ່ນ: ທີ່ນຳມາໃຫ້ກັບກ້ວຍໄມ້ນັ້ນແບ່ງອອກໄດ້
2
ປະເພດດ້ວຍກັນຄື:ປຸ໋ຍອິນຊີຄືປຸ໋ຍທີ່ໄດ້ຈາກມູນສັດເຊັ່ນ:
ງົວ, ຄວາມ,ໝູ,ໄກ່ ແລະ
ຊາກພືດທີ່ຕາຍທັບຖົມກັນຈົນເນົ່າເປື່ອຍຜຸພັງ
ເໝາະກັບການເພາະປູກກ້ວຍໄມ້ທີ່ມີລະບົບຮາກດແບບເຄີ່ງດິນ ຫຼື
ກ້ວຍໄມ້ດິນເຊັ່ນ: ກ້ວຍໄມ້ສະກຸນຮອງເທົ້ານາຣີ,ສະກຸນເອື້ອງພ້າວ,ສະກຸນຊ້າງປະສົມໂຂງ,ສະກຸນສເປໂຖກລ໊ອສຕິສເປັນຕົ້ນ.
ປຸ໋ຍອິນຊີ, ປຸ໋ຍວິທະຍາສາດ ຫຼື ປຸ໋ຍເຄມີ
ເປັນປຸ໋ຍທີ່ໄດ້ຈາກການສັງເຄາະ ສ່ວນໃຫຍ່ຈະປະກອບດ້ວຍທາດອາ
ຫານຫຼັກທີ່ສຳຄັນຕໍ່ພືດ
3 ຊະນິດຄື: ໄນໂຕຼເຈນ,ຟົດສະຟໍຣັດແລະໂປຼແທກຊຽມ.ການໃຊ້ປຸ໋ຍກັບກ້ວຍໄມ້ຄວນຄຳນຶງເຖິງຄວາມເໝາະສົມກັບຄວາມຕ້ອງການຂອງກ້ວຍໄມ້ເຊັ່ນ: ລູກກ້ວຍໄມ້ມີຄວາມຕ້ອງການ ທາດໄນໂຕຼເຈນສູງເພື່ອບຳລຸງຮາກ,ລຳຕົ້ນ
ແລະ ໃບໃຫ້ຈະເລີນງອກງາມ. ການໃຊ້ປຸ໋ຍກັບລູກກ້ວຍໄມ້ຈະຕ້ອງເລືອກປຸ໋ຍສູດທີ່ມີທາດໄນໂຕຼເຈນຄ້ອນຂ້າງສູງ,ສ່ວນຟົດສະຟໍ
ແລະ ໂປຼແທກຊຽມປານກາງ ຫຼື ຕ່ຳ.ໂດຍທົ່ວໄປນິຍົມໃຊ້ປຸ໋ຍວິທະຍາສາດໃນການປູກກ້ວຍໄມ້ເພາະນອກຈາກຈະລະລາຍນ້ຳໄດ້ດີ.
ການຂະຫຍາຍພັນກ້ວຍໄມ້ ເພື່ອປະໂຫຍດ ຫຼາຍປະ
ການຄືເພື່ອເພີ່ມປະລິມານກ້ວຍໄມ້ຫຼາຍຂຶ້ນ
ເພື່ອໃຫ້
ກ້ວຍໄມ້ທີ່ປູກລ້ຽງໄວ້ດົນຈົນເປັນກໍໃຫຍ່
ແລະ ມີສະ
ພາບຊຸດໂຊມໃຫ້ກັບມີການຈະເລີນເຕີບໂຕດີຂື້ນແລະ
ເພື່ອເປັນການປັບປຸງພັນກ້ວຍໄມ້ໃຫ້ໄດ້ກ້ວຍໄມ້ພັນ
ໃໝ່ທີ່ດີຂຶ້ນ.ການຂະຫຍາຍພັນກ້ວຍໄມ້ສາມາດເຮັດ
ໄດ້ຫຼາຍວິທີ ແຕ່ສາມາດແບ່ງອອກໄດ້ເປັນ 2 ແບບໃຫຍ່ໆ ຊຶ່ງໃນແຕ່ລະແບບແຕ່ລະວິທີຈຸດມຸ່ງໝາຍ
ແລະ ຜົນທີ່ໄດ້ແຕກຕ່າງກັນ.
10.1 ການຕັດຊຳ:
ການຂະຫຍາຍພັນດ້ວຍວິທີຕັດຊຳໃຊ້ກັບກ້ວຍໄມ້ປະເພດແຕກກໍບາງຊະນິດເຊັ່ນ:ກ້ວຍໄມ້ສະກຸນຫວາຍ
ຊຶ່ງເມື່ອນຳລຳລູກກ້ວຍໄມ້ມາປັກຊຳໃນທີ່ເໝາະສົມຕາທີ່ຢູ່ຕາມຂໍ້ຂອງລຳລູກກ້ວຍຈະແຕກອອກເປັນລຳໃໝ່ໄດ້.ສໍາລັບລຳຫວາຍ ທີ່ຈະນຳມາປັກຊຳຄວນເປັນລຳຫຼັງທີ່ໃບຫຼົ່ນໝົດແລ້ວ. ຖ້າຍັງມີໃບຕິດຢູ່ຄວນປິດອອກໃຫ້ໝົດ
ແລະ ຕັດຮາກອອກໃຫ້ໝົດນຳມາປັກຊຳໃນພາຊະນະຊາຍຫຍາບ ຫຼື
ກາບໝາກພ້າວອັດໃນແນວຕັ້ງ ໂດຍໃຫ້ໂຄນລຳຝັງລົງໄປປະ ມານ 2-3 ຊມ. ຫ່າງກັນປະມານ 4-5 ຊມ. ເກັບໄວ້ໃນທີ່ມີແສງແດດຄ້ອນຂ້າງຈັດໃຫ້ໂຄນແດດເຕັມທີ່ເກືອບເຄີ່ງວັນ, ຫົດນ້ຳໃຫ້ຊຸ່ມວັນ 2-3 ຄັ້ງ, ຕາທີ່ຢູ່ໃກ້ປາຍລຳຈະແຕກເປັນລຳໃໝ່
ເອີ້ນວ່າ:
”ຕະກຽງ” ເມື່ອລຳຕະກຽງເລີ່ມເກີດຮາກຈຶ່ງຕັດນຳໄປປູກໄດ້.
8.2 ການເພາະເນື້ອເຍື່ອ
ການເພາະເນື້ອເຍື່ອກ້ວຍໄມ້ ຫຼື ທີ່ເອີ້ນກັນວ່າ ”ການປັ່ນຕາ”ເປັນການຂະຫຍາຍພັນກ້ວຍໄມ້ທີ່ເຮັດໃຫ້ໄດ້ຕົ້ນທີ່ມີລັກສະນະພັນເໝືອນເດີມ
ເປັນປະລິມານຫຼາຍໃນເວລາອັນໄວວາ
ໂດຍການນຳເນື້ອເຍື່ອຈາກສ່ວນຕ່າງໆຂອງກ້ວຍໄມ້ເຊັ່ນ: ຕາຍອດ,ຕາຂ້າງ. ປາຍໃບອ່ອນມາລ້ຽງດ້ວຍອາຫານສັງເຄາະໃນສະພາບປອດເຊື້ອ
ແລະ ມີການຄວບຄຸມສະພາບແວດລ້ອມເຊັ່ນ: ແສງ, ອຸນຫະພູມໃຫ້ເໝາະສົມກັບການຈະເລີນເຕີບໂຕ, ຕົ້ນທີ່ໄດ້ຈາກການຂະຫຍາຍພັນນີ້ອາດມີໂອກາດກາຍພັນໄປໃນທາງທີ່ດີຂຶ້ນ
ຫຼື ລົ້ມເຫຼວລົງແຕ່ກໍພົບໄດ້ຍາກ.ໄລຍະ
ເວລາໃນການເພາະລ້ຽງ ເນື້ອເຍື່ອຕັ້ງແຕ່ເລີ່ມຕົ້ນຈົນເຖິງນຳໄປປູກ ໄດ້ຕ້ອງໃຊ້ເວລາຢ່າງໜ້ອຍ
ປະມານ 10 ເດືອນ
ແຕ່ສ່ວນໃຫຍ່ຈະໃຊ້ເວລາດົນກວ່ານີ້ຂຶ້ນຢູ່ກັບຊະນິດຂອງກ້ວຍໄມ້, ຄວາມສົມບູນຂອງໜໍ່, ເຕັກນິກໃນການເພາະລ້ຽງເນື້ອເຍື່ອ,ສູດອາຫານສັງເຄາະ ແລະ ສະພາບແວດລ້ອມ. ຂັ້ນຕອນສຳຄັນໃນການເພາະລ້ຽງເນື້ອເຍື່ອກ້ວຍໄມ້ພໍສະຫຼຸບໄດ້ດັ່ງນີ້:
- ເລືອກສີ້ນສ່ວນຂອງກ້ວຍໄມ້ທີ່ມີເນື້ອເຍື່ອຈະເລີນທີ່ສາມາດພັດທະນາເປັນຕົ້ນອ່ອນໄດ້
ເຊັ່ນ : ກ້ວຍໄມ້ສະກຸນຫວາຍໃຊ້ໜໍ່ອ່ອນ,ຕາຂ້າງ,ຕາຍອດ,ດອກອ່ອນ;ກ້ວຍໄມ້ຄັດລີຍາໃຊ້ໜໍ່ອ່ອນ,ຕາຂ້າງ, ຕາຍອດ, ປາຍໃບອ່ອນ;ກ້ວຍໄມ້ສະກຸນແວນດ້າ
ແລະ ລູກປະສົມໃຊ້ຍອດອ່ອນທີ່ມີຕາຂ້າງ ແລະ ຕາຍອດ,ຊໍ່ດອກອ່ອນເປັນຕົ້ນ.ຟອກມ່າເຊື້ອທີ່ຜິວສິ້ນສ່ວນກ້ວຍໄມ້ໃຫ້ປອດເຊື້ອຈຸລິນຊີ
ກ່ອນຕັດສ່ວນເຍື່ອຈະເລີນອອໄປເພາະລ້ຽງ.
- ການລ້ຽງສິ້ນສ່ວນ ຫຼື
ຕາໃນໄລຍະທຳອິດ ເມື່ອຟອກມ່າເຊື້ອແລ້ວໃຊ້ມີດເຈາະຕາຂະໜາດນ້ອຍບໍ່ເກີນ
0.5 cm ນຳໄປລ້ຽງໃນອາຫານແຫຼວ ຫຼື
ອາຫານແຂງສູດທີ່ເໝາະສົມ, ຕາຈະມີໂປຼໂຕຄອມ(protocorm) ສີຂຽວແຕກອອກມາຮອບໆ
ໄລຍະນີ້ຕ້ອງປ່ຽນອາຫານທຸກສອງອາທິດ
- ການເພີ່ມຈຳນວນໂປຼໂຕຄອມ
ໂດຍຄັດເລືອກໂປຼໂຕຄອມທີ່ເປັນກ້ອນກົມບໍ່ມີໃບຍອດໄປລ້ຽງໃນອາຫານສູດທີ່ເໝາະສົມເພື່ອເພີ່ມຈຳນວນໂປຼໂຕຄອມ. ຖ້າໂປຼໂຕຄອມພັດທະນາເປັນຍອດຕ້ອງຕັດຍອດຖິ້ມ
ເພື່ອໃຫ້ເກີດການແຕກໂປຼໂຕຄອມ
- ການລ້ຽງໂປຼໂຕຄອມໃຫ້ເປັນຕົ້ນເມື່ອໄດ້ຈຳນວນໂປຼໂຕຄອມຕາມຕ້ອງການແລ້ວ
ຍ້າຍໄປລ້ຽງໃນອາຫານແຂງສູດທີ່ເໝາະສົມໃຫ້ໂປຼໂຕຄອມແຕ່ລະໜ່ວຍຈະເລີນເຕີບໂຕເປັນຕົ້ນກ້າ,ມີໃບຍອດ
ແລະ ຮາກເມື່ອຕົ້ນສູງປະມານ2-3 ຊັງຕີແມັດກໍຕັດແຍກແຕ່ລະຕົ້ນຍ້າຍໄປລ້ຽງໃນວຸ້ນອາຫານສູດຖ່າຍຂວດປະມານ
50 ຕົ້ນຕໍ່ຂວດເພື່ອໃຫ້ຈະເລີນເຕີບໂຕແຂງແຮງພ້ອມທີ່ຈະນຳອອກປູກພາຍນອກໄດ້.
11. ພະຍາດ ແລະ ແມງໄມ້ສັດຕູພຶດ:
ບັນຫາທີ່ສຳຄັນໃນການປູກລ້ຽງກ້ວຍໄມ້ກໍຄື
ພະຍາດ ແລະ ແມງໄມ້ລົບກວນ, ພະຍາດຂອງກ້ວຍ
ໄມ້ມີຫຼາຍຊະນິດ.ບາງຊະນິດເຮັດໃຫ້ກ້ວຍໄມ້ຕາຍພາຍໃນໄລຍະເວລາອັນໄວວາ.ເຊື້ອພະຍາດ ແລະ
ແມງໄມ້ສັດຕູທີ່ເຂົ້າທຳລາຍກ້ວຍໄມ້ສ່ວນໃຫຍ່ຈະມີຂະໜາດນ້ອຍຫຼາຍ,ເບິ່ງດ້ວຍຕາເປົ່າບໍ່ເຫັນ ແລະ ຂະຫຍາຍ ພັນໄວວາ.ຖ້າປ່ອຍປະໄວ້ໃຫ້ການປ້ອງກັນກຳຈັດໄດ້ຍາກ ແລະ
ສິ້ນເປືອງຄ່າໃຊ້ຈ່າຍສູງ,ພະຍາດ ແລະ
ແມງໄມ້ສັດຕູຂອງກ້ວຍໄມ້ທີ່ພົບມີດັ່ງນີ້:
- ພະຍາດເນົ່າດໍາ(ຍອດເນົ່າ): ພະຍາດເນົ່າດຳ ຫຼື ຍອດເນົ່າ ຫຼື ເອີ້ນວ່າ ພະຍາດເນົ່າເຂົ້າໄສ້ພະຍາດ
ນີ້ສາເຫດເກີດຈາກເຊື້ອຣາ
Phytophthora palmivora ລັກສະນະອາການ:
ພະຍາດນີ້ສາມາດເຂົ້າທຳລາຍກ້ວຍໄມ້ໄດ້ທຸກສ່ວນ, ຖ້າເຊື້ອຣາເຂົ້າທຳລາຍທີ່ຮາກ ຮາກຈະເນົ່າແຫ້ງ ຊຶ່ງມີຜົນເຮັດໃຫ້ໃບເຫຼືອງລົ່ນ
ແລະ ຕາຍໃນທີ່ສຸດ,ຖ້າເຊື້ອຣາເຂົ້າທຳລາຍຍອດຈະເຮັດໃຫ້ຍອດເນົ່າເປັນສີນ້ຳ
ຕານເມື່ອ ຈັບຈະຫຼຸບຕິດມືໄດ້ງ່າຍ ແລະ ຖ້າສະແດງອາການຮຸນແຮງ ເຊື້ອຣາຈະລຸກລາມ
ເຂົ້າໄປໃນລຳຕົ້ນ, ເມື່ອຜ່າເບີ່ງຈະເຫັນເປັນສີດຳ ຫຼື
ນ້ຳຕານເຂັ້ມຕາມແນວຍາວຂອງຕົ້ນ. ພະຍາດນີ້ຈະແຜ່ລະບາດໄດ້ງ່າຍ ແລະ ໄວວາ ໂດຍສະເພາະໃນລະດູຝົນ ຫຼື
ຊ່ວງທີ່ມີຄວາມຊຸ່ມສູງ.
ການປ້ອງກັນ ແລະ ກຳຈັດ:
ຄວນປັບສະພາບເຮືອນກ້ວຍໄມ້ໃຫ້ໂປ່ງບໍ່ຄວນປູກກ້ວຍໄມ້ໜາແໜ້ນເກີນໄປ.ຖ້າພົບພະຍາດນີ້ໃນໄລຍະເປັນລູກກ້ວຍໄມ້ໃຫ້ແຍກກະຖັງທີ່ເປັນພະຍາດອອກໄປເຜົາທຳລາຍ, ຖ້າເປັນກັບກ້ວຍໄມ້ທີ່ໄດ້
ແລ້ວຄວນຕັດສ່ວນທີເປັນພະຍາດອອກກ່ອນຈົນເຖິງເນື້ອດີແລ້ວໃຊ້ຢາສີດພົ່ນ. ຢາປ້ອງກັນກຳຈັດເຊື້ອຣາຈະຕ້ອງໃຊ້ຊະນິດທີ່ສາມາດປ້ອງກັນເຊື້ອຣາຊະນິດນີ້ໂດຍກົງເຊັ່ນ: ໄດໂພລາແທນ,ຣີໂດມີລ, ເທຣາໂຊນ. ສຳລັບການໃຊ້ຢາປະເພດດູດຊຶມມີຂໍ້ຄວນລະວັງຄື: ຢ່າໃຫ້ຕິດຕໍ່ກັນເປັນເວລາດົນນານເພາະຈະເຮັດໃຫ້ເຊື້ອ ຣາດື້ຢາ, ຄວນປະສົມກັບຢາຊະນິດອື່ນເຊັ່ນ: ແມນໂຄເຊບ ຫຼື
ໃຊ້ຢາສູດທີ່ປະສົມມາໃຫ້ຮຽບຮ້ອຍແລ້ວເຊັ່ນ: ຣີໄດມີລ, ເອັມແຊດ ຫຼື
ອາດໃຊ້ສະລັບກັນລະຫວ່າງຢາດູດຊຶມ
ຈະເຮັດໃຫ້ການປ້ອງກັນກຳຈັດໄດ້ຜົນດີຍິ່ງຂຶ້ນ
ເພາະສານເຄມີແຕ່ລະຕົວມີປະສິດທິພາບໃນການທຳລາຍເຊື້ອຣາໄດ້ແຕກຕ່າງກັນ.
- ພະຍາດດອກສະນີມ ຫຼື ຈຸດສະນີມ:
ເປັນພະຍາດທີ່ຮູ້ດີໃນໝູ່ຜູ້ປູກລ້ຽງກ້ວຍໄມ້ເພື່ອຕັດດອກໄປຂາຍຕ່າງປະເທດ,ບາງອາດສະແດງອາ
ການລະຫວ່າງການຂົນສົ່ງເປັນຫຼາຍກັບກ້ວຍໄມ້ສະກຸນຫວາຍໂດຍສະເພາະຫວາຍມາດາມ,ຫວາຍຂາວ,ຫວາຍ
ຊົມພູ ແລະ
ຫວາຍຊີຊາ. ສາເຫດເກີດຈາກເຊື້ອຣາ
Curvularia
eragrostidis
ປະກົດອາການເທິງກີບດອກກ້ວຍໄມ້ ອາການ
ເລີ່ມທຳອິດເປັນຈຸດຂະໜາດນ້ອຍສີນ້ຳຕານເຫຼືອງ ເມື່ອຈຸດ
ເຫຼົ່ານີ້ຂະຫຍາຍໃຫຍ່ຂຶ້ນ ຈະເຂັ້ມເປັນສີສະນິມ, ມີລັກສະ
ນະຄ້ອນຂ້າງກົມ, ຂະໜາດເສັ້ນຜ່າສູນກາງ ປະມານ 0.1
-0.3 ມີນລີແມັດ.ດ້ວຍເຫດນີ້ຈຶ່ງເຮັດໃຫ້ຊາວສວນກ້ວຍໄມ້
ນິຍົມເອີ້ນວ່າ “ພະຍາດຣາສະນິມ” ລັກສະນະດັ່ງກ່າວ ຈະ
ປະກົດຊັດເຈນ ເທິງດອກຫວາຍມາດາມ ແຕ່ອາການເທິງ
ຫວາຍຂາວຈະເປັນແຜສີນ້ຳຕານບໍ່ເປັນແຜສີສະນິມຊັດເຈນຢ່າງເທິງຫວາຍມາດາມ.ພະຍາດນີ້ລະບາດໄດ້ດີໃນຊ່ວງລະດູຝົນໂດຍສະເພາະຖ້າມີຝົນຕົກຕິດຕໍ່ກັນເປັນເວລາດົນນານຫຼື
ມີນ້ຳຄ້າງລົງຫຼາຍໂດຍຈະລະບາດຕິດຕໍ່ກັນຢ່າງໄວວາທົ່ວທັງຮັງກ້ວຍໄມ້
ແລະ ບໍລິເວນໃກ້ຄຽງ.
11.2 ການປ້ອງກັນ ແລະ ກຳຈັດ:
ໝັ່ນກວດເບິ່ງຮັງກ້ວຍໄມ້ໃຫ້ສະອາດຢ່າງສະໝ່ຳສະເໝີ ຢ່າປ່ອຍໃຫ້ດອກກ້ວຍໄມ້ບານໂຮຍຄາຕົ້ນເພາະຈະເປັນແຫຼ່ງໃຫ້ເຊື້ອຣາເຂົ້າທຳລາຍໄດ້ງ່າຍ, ເກັບລວດລວມດອກທີ່ເປັນພະຍາດໃຫ້ໝົດແລ້ວນຳໄປເຜົາທຳລາຍຖິ້ມເພື່ອບໍ່ໃຫ້ເປັນແຫຼ່ງສະສົມພະຍາດ.ຫຼັງຈາກນັ້ນຈຶ່ງສີດພົ່ນສານເຄມີເຊັ່ນ:ໄດເທນເອັມ 45,ໄດເທນແອລເອຟ ຫຼື ມາເນັກ
ໂດຍໃນຊ່ວງລະດູຝົນຄວນສີດພົ່ນໃຫ້ຖີ່ຂຶ້ນ.
11.3 ພະຍາດໃບປີ້ນເຫຼືອງ:
ສາເຫດເກີດຈາກເຊື້ອຣາ Pseudocercospora dendrobii ພົບຫຼາຍໃນກ້ວຍໄມ້ຫວາຍປອມ
ປາດົວລະບາດຫຼາຍຕັ້ງແຕ່ຊ່ວງປາຍລະດູຝົນຈົນ ເຖິງລະດູໜາວໂດຍສະປໍຂອງເຊື້ອຣາຈະແຜ່ກະຈາຍໄປກັບ
11.4 ພະຍາດແອນແທຼກໂນສ:
ສາເຫດເກີດຈາກເຊື້ອຣາ Collectotrichum sp. ເປັນພະຍາດ
ໜຶ່ງທີ່ພົບສະເໝີໃນກ້ວຍໄມ້ສະກຸນອອນຊີດດຽມ, ສະກຸນແຄດ
ລີຍາ, ສະກຸນແວນດ້າ, ສະກຸນຫວາຍ, ສະກຸນແມງປໍປອມປາ
ດົວ ແລະ ລູກປະສົມຂອງກ້ວຍໄມ້ສະກຸນຕ່າງໆເຫຼົ່ານີ້ເຊື້ອຣາ
ສາມາດແຜ່ກະຈາຍໄປກັບລົມ ແລະ ຝົນ ຫຼື ນ້ຳທີ່ໃຊ້ຫົດ.
ລັກສະນະອາການ:
ໃບຈະເປັນແຜວົງກົມສີນ້ຳຕານອົມແດງ ຫຼື ສີນ້ຳຕານໄໝ້ ຊຶ່ງຂະຫຍາຍອອກໄປເປັນແຜໃຫຍ່ເຫັນເປັນວົງກົມຊ້ອນກັນຫຼາຍຊັ້ນ, ເນື້ອເຍື່ອທີ່ເປັນແຜບຸ໋ມເລິກລົງໄປຕ່ຳກວ່າລະດັບຜິວໃບໜ້ອຍໜຶ່ງ. ກ້ວຍໄມ້ບາງຊະນິດມີຂອບແຜເປັນເນື້ອເຍື່ອສີເຫຼືອງອ້ອມຮອບແຜເຊັ່ນ: ລັກສະນະແຜຂອງພວກແມງປໍ ແລະ ອື່ນໆ ບາງຊະນິດແຜມີຂອບສີນ້ຳຕານເຂັ້ມກວ່າພາຍໃນ
ແລະ ບໍ່ມີຂອບແຜສີເຫຼືອງເລີຍເຊັ່ນ: ແຜຂອງກ້ວຍໄມ້ດິນບາງຊະນິດ
ເນື້ອເຍື່ອຂອງແຜນານເຂົ້າຈະແຫ້ງບາງຜິດປົກກະຕິ, ຂະໜາດຂອງແຜແຕກຕ່າງກັນແລ້ວແຕ່ສະພາບແວດລ້ອມ. ບາງແຫ່ງມີເຊື້ອ
ຣາອື່ນໆ ມາຂຶ້ນຮ່ວມພາຍຫຼັງເຮັດໃຫ້ແຜຂະຫຍາຍກວ້າງອອກໄປຈົນມີລັກສະນະທີ່ເປັນແຜວົງກົມຢ່າງອາການເລີ່ມທຳອິດກ້ວຍໄມ້ທີ່ມີໃບບວມນ້ຳຫຼາຍເຊັ່ນ: ແຄດລີຍາ, ລູກປະສົມແມງປໍ ແລະ ກ້ວຍໄມ້ດິນບາງຊະນິດໃບຈະເນົ່າເປື່ອຍຖ້າຕົກແຕ່ໂດຍປົກກະຕິຈະເປັນແຜແຫ້ງຕິດຢູ່ກັບຕົ້ນ.
ການປ້ອງກັນ ແລະ ກຳຈັດ:
ໂດຍເກັບລວບລວມໃບທີ່ເປັນພະຍາດໄປເຜົາທຳລາຍຖິ້ມ
ເພື່ອບໍ່ໃຫ້ເຊື້ອແຜ່ລະບາດຕໍ່ໄປ ແລະ ສີດຢາປ້ອງກັນກຳຈັດເຊື້ອຣາທຸກໆ7-15 ວັນຕໍ່ຄັ້ງ,ສ່ວນລະດູູຝົນຕ້ອງສີດພົ່ນໄວກວ່າກຳນົດເຊັ່ນ: 5-7 ວັນຕໍ່ຄັ້ງເປັນຕົ້ນ.
ຮັກກະເສດ https://hukased.blogspot.com/ #https://hukased.blogspot.com/ ເປັນແຫລ່ງລວບລວມຂໍ້ມູນ ທາງດ້ານກະເສດ ມີທັງການປູຝັງ ການລ້ຽງສັດ ແລະ ປ່າໄມ້ ລວມໄປເຖິງ ການຂະຫຍາຍພັນໄມ້ ແລະ ປັບປຸງພັນພືດhttps://hukased.blogspot.com/ ຫລື ຄົນຮັກກະເສດ ເປັນ ສຶ່ ແຫ່ງດຽວ ແລະແຫ່ງທຳອິດ ທີ່ມີຖານຄວາມຮູ້ທີ່ຫລາຍທີ່ສຸດ ໃນ ສປປລາວ https://hukased.blogspot.com/ ມີຄວາມຫນ້າເຊື່ອຖືໄດ້ ທີ່ສຸດ ຖ້າສັງລວມກັບຫລາຍເວັບ https://hukased.blogspot.com/
ReplyDeletehttps://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
https://hukased.blogspot.com/
ຮັກະເສດ, ກະສິກຳ ກະສິກຳ, ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,ກະສິກຳ,
ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ, ປູກຝັງ,
ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ, ລ້ຽງສັດ,
ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ, ການປູກຝັງ,
https://hukased.blogspot.com/, https://hukased.blogspot.com/