ຄວາມສຳຄັນ ແລະ ຄຸນປະໂຫຍດ
1. ຄວາມສຳຄັນຂອງໝາກອາໂວກາໂດ
ອະໂວກາໂດ (Avocado ) ເປັນໄມ້ຢືນຕົ້ນທີ່ມີເນື້ອອ່ອນ,
ມີອາຍຸຍືນຫຼາຍປີ ຖືກຈັດຢູ່ໃນວົງ
Lauraceae
ຊີ່ງຢູໃນວົງດຽວກັບອົບເຊີຍ ແລະ ກາລະວານ, ມີຊື່ວິທະຍາສາດວ່າ: Persea Americana Mill. ເປັນໝາກໄມ້ທີ່ເນື້ອມັນຄືກັບເນີຍ ຮັບປະທານກັນມານານໃນອາເມລິກາ ແລະ ຢູໂຣບ ເນື້ອງຈາກມີຄຸນຄ່າທາງອາຫານທີ່ເປັນປະໂຫຍດຫຼາຍກ່ວາໝາກໄມ້ຊະນິດອື່ນຈີ່ງຖືວ່າເປັນອາຫານເພື່ອສຸຂະພາບ ເພາະອຸດົມສົມບຸນໄປດ້ວຍແຮ່ທາດ ແລະ ທາດອາຫານທີ່ຈຳເປັນສຳຮ່າງກາຍ ເຮັດໃຫ້ເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກເພີ່ມຂື້ນ
(ອັງຊິນັນ , 2014).
2. ຄຸນຄ່າ ແລະ ຄຸນປະໂຫຍດຂອງອາໂວກາໂດ
ເນື້ອໝາກປະກອບດ້ວຍກົດໄຂມັນທີ່ບໍ່ອີ່ມຕົວປະມານ 4- 20 ປີເຊັນໂດຍກົດໄຂມັນທີ່ບໍ່ອີ່ມຕົວໃນອາໂວກາໂດ 70 ເປີເຊັນເປັນກົດໄຂມັນຊະນິດກົດໄຂມັນໂມເລກຸນດ່ຽວ
(Monounsaturated fatty acid), ກົດໄຂມັນຊະນິດນີ້ມີຜົນປະໂຫຍດຕໍ່ຮ່າງກາຍຊ່ວຍລົດປະລິມານ
Cholesterol ຊະນິດແອລດີແອລ(Lowdensity
lipoprotein : LDL) ມີຜົນເສຍຕໍ່ຮ່າງກາຍ ແລະ
ເພີ່ມປະລິມານໂຄເລສ໌ເຕີຣອລຊະນິດດີແອລ High
density lipoprotein (HDL) ໃນເສັ້ນເລືອດຊີ່ງເປັນໂຄເລສ໌ເຕີຣອລທີ່ເປັນຜົນດີຕໍ່ຮ່າງກາຍ,
ມີປະໂຫຍດໃນການປ້ອງກັນໂຣກຫົວໃຈ, ຊ່ວຍລຸດໄຂມັນໃນເສັ້ນເລືອດຄົນທີ່ເປັນໂຣກໄຂມັນໃນເສັ້ນເລືອດສູງ
ຮັບປະທານໝາກໄມ້ຊະນິດນີ້ໄດ້ ແລະ ໃຊ້ລຸດນ້ຳໜັກໄດ້ດີເພາະປະລິມານຄາໂບໄຮເດຼດຕໍ່າ ແລະ
ມີນ້ຳຕານຕໍ່າ, ດັ່ງນັ້ນຜູ້ປ່ວຍທີ່ເປັນພະຍາດເບົາຫວານຈີ່ງສາມາດຮັປະທານໝາກໄມ້ຊະນິດນີ້ໄດ້
(ອັງຊິນັນ,2014).
ນ້ຳມັນໝາກອາໂວກາໂດ (Avocado oil) ເປັນນ້ຳມັນສະກັດຈາກເນື້ອອາໂວກາໂດເປັນນ້ຳມັນທີ່ສາມາດທົນຄວາມຮ້ອນໄດ້ສູງເຖີງ
249 ອົງສາເຊ, ເໝາະສໍາລັບການປຸງອາຫານ,
ອຸດົມໄປດ້ວຍໂອເມກາ3 ,ກົດໄຂມັນ, ວິຕາມິນເອ, ຊີ ແລະ ດີ,
ເປັນນ້ຳມັນທີ່ດູດຊືມສູ່ຜີວໜັງໄດ້ດີທີສຸດເມື່ອທຽບກັບນ້ຳມັນສາລີ,ນ້ຳມັນຖົ່ວເຫຼືອງແລະ ນໍ້າມັນໝາກກອກ,ປະກອບດ້ວຍວິຕາມິນອີ,
ກົດໄຂມັນລີໂນເລອິກ (Linoleic
acid) ແລະ
ໂອເລອິກ (Oleic acid), ສານໄຟໂຕສເຕີຣອລ (Phytosterols)ໃຊ້ສະຜົມເລັ່ງການປົ່ງຂອງເສັ້ນຜົມ,
ໄຂມັນທີ່ຢູ່ໃນໝາກອາໂວກາໂດ ຊ່ວຍໃນການດູດຊືມສານ ແຄໂຣທີນອຍ (Carotenoids) ໃນພືດຜັກຕ່າງໆ ຊີ່ງຊ່ວຍຕໍ່ຕ້ານໂຣກໄພໄຂ້ເຈັບ. ການບໍລິໂພກໝາກອາໂວໂດສະມໍ່າສະເໝີ
ຈະຊ່ວຍປ້ອງກັນສະໝອງເສື່ອມເພາະມີກົດເອໂລອິກສູງຊ່ວຍຮັກສາເນື້ອເຍື້ອ, ຮັກສາລະບົບປະສາດ
ແລະ ສະໝອງ. ມີວິຕາມິນສູງປະກອບດ້ວຍວິຕາມິນເອ
ຊ່ວຍບຳລຸງສາຍຕາ, ວິຕາມິນຊີຊ່ວຍປ້ອງກັນຫວັດ ແລະ ວິຕາມິນອີ
ເຊີ່ງເປັນສານຕ້ານອະນຸມູນອິດສະຫຼະ (Antioxidant) ທີ່ມີຄຸນຄ່າປົກປ້ອງຈຸລັງຮ່າງກາຍຈາກມົນລະພິດທາງອາກາດ, ນ້ຳ
ແລະ ອາຫານ, ປ້ອງກັນຮ່າງກາຍຈາກໂຣກມະເຣັງຕ່າງໆ ແລະ ໂຣກຫົວໃຈ
ໃນຜູ້ໃຫຍ່ຄວນບໍລິໂພກວິຕາມິນອີຢ່າງໜ້ອຍ 10 ມີລີກຼາມຕໍ່ວັນ (ອັງຊິນັນ, 2014).
ອຸດົມໄປດ້ວຍແຮ່ທາດ ແລະ ສານອາຫານທີ່ຈຳເປັນສຳລັບຮ່າງກາຍເຊັ່ນ: ໂຊດຽມ,ໂຟຕັດຊຽມ ແລະ
ໂຟເລຕ (folate) ເຊີ່ງມີຄຸນສົມບັດຊວຍລຸດໂຄເລສ໌ເຕີຣອລ
ໂດຍສະເພາະໂຟເລຕນັ້ນເປັນສານອາຫານທີ່ສຳຄັນສຳລັບຜູ້ຍີງຕັ້ງທ້ອງ
ເນື້ອງຈາກເປັນສານອາຫານຈຳເປັນສຳລັບການຈະເລີນເຕີບໂຕ ແລະ ສ້າງເນື້ອເຫຍື່ອ
ຂອງເດັກນ້ອຍ (ອັງຊິນັນ, 2014).
ຮາກຂອງຕົ້ນອາໂວກາໂດປະກອບດ້ວຍ 2 ລະບົບຄື ລະບົບຮາກແກ້ວ ແລະ ລະບົບຮາກຝອຍ:
ກ. ລະບົບຮາກແກ້ວ
ຮາກແກ້ວເປັນຮາກທີ່ໃຫຍ່ຕໍ່ຈາກໂຄນຕົ້ນລົງໄປໃນໃຕ້ດິນ,
ຮາກແກ້ວຂອງຕົ້ນອາໂວກາໂດສາມາດຢັ່ງລົງເລິກເຖິງ 3 - 4 m ເຊິ່ງມີໝ້າທີ່ຄໍ້າຊູລໍາຕົ້ນໃຫ້ຕັ້ງຊື່ ແລະ ແຂງແຮງ, ດູດອາຫານຈາກໃຕ້ດິນຂຶ້ນມາຫຼໍ່ລ້ຽງພາກສ່ວນຂອງລຳຕົ້ນ
(ຫຸມພັນ, 2017 ແລະ ສະຖານີກະສິກຳຫາດດອກແກ້ວ, 1996 ).
ຂ. ລະບົບຮາກຝອຍ
ເປັນລະບົບທີ່ເກີດຈາກຮາກແກ້ວ ເຊິ່ງມີໝ້າທີ່ຄ້ຳຊູລຳຕົ້ນຊ່ວຍຮາກແກ້ວ
ແລະ ຊ່ວຍຊອກຫາອາຫານ ແລະ ເກືອແຮ່ຕ່າງໆຢູ່ໃນດິນ ເພື່ອສົ່ງໄປຫຼໍ່ລ້ຽງພາກສ່ວນຕ່າງໆຂອງລຳຕົ້ນໃຫ້ມີການຈະເລີນເຕີບໂຕ
ແລະ ຂະຫຍາຍຕົວໄວສາມາດໃຫ້ຜົນຜະລິດສູງຕາມຄວາມເໝາະສົມ (ຫຸມພັນ, 2017).
ເປັນໄມ້ໃຫ້ໝາກຢືນຕົ້ນປະເພດໄມ້ເນື້ອອ່ອນທີ່ມີສີຂຽວຕະຫຼອດທັງປີ
ບາງພັນຈະມີການຫຼົ່ນໃບໃນໄລຍະເວລາອັນສັ້ນກ່ອນອອກດອກ ແລະ ລະຫວ່າງອອກດອກ.
ຕົ້ນໃຫຍ່ເຕັມທີ່ຈະມີຄວາມສູງປະມານ 6 - 18 ແມັດ ຂື້ນກັບສາຍພັນ, ຮູບຊົງຂອງລຳຕົ້ນມີຄວາມແຕກຕ່າງກັນ.
ຕົ້ນໝາກອາໂວກາໂດຕອນຍັງນ້ອຍເປືອກຈະເປັນສີມ່ວງຕໍ່ມາຈະເປັນສີຂຽວ ແລະ
ເມື່ອໃຫຍ່ຂື້ນຈະຄ່ອຍກາຍເປັນສີນ້ຳຕານລຽບສີນ້ຳຕານ (ຫຸມພັນ, 2017 ).
ເປັນໃບດ່ຽວ ຮຽງສະຫຼັບເທີງກິ່ງ, ກ້ານໃບສັ້ນ,
ຮູບໃບຍາວ, ປາຍໃບຮຽວແຫຼມ, ມີສີຂຽວສົດໃສ, ດ້ານເທີງຂອງໃບມີສີຂຽວເຂັ້ມເປັນມັນ,
ດ້ານລຸ້ມຈາງກ່ວາ, ໃບມີຄວາມຍາວປະມານ 8
- 28 ຊັງຕີແມັດ,ກວ້າງ 5
- 12 ຊັງຕີແມັດ, ໃບຈະຮຽງກັນຢູ່ຢ່າງໜາແໜ່ນທີ່ສ່ວນປາຍຂອງກິ່ງຝອຍ. ສາຍພັນອາໂວກາໂດໃນກຸ່ມເວສອິນດຽນ
ໃບບໍ່ມີກິ່ນ ຕ່າງຈາກກຸ່ມແມັກຊີກັນ ເຊີ່ງເມື່ອຍີ ຫຼື ບົດໃບຈະມີກິ່ນຫອມ (ຫຸມພັນ.
2017).
ດອກຈະອອກເປັນກຸ່ມ ທີ່ປາຍຂອງກິ່ງ,
ຊໍ່ດອກເປັນແບບເພນນິເຄີລ (panicle), ມີດອກຈຳນວນຫຼວງຫຼາຍທີ່ປາຍກິ່ງອ່ອນ,
ດອກມີຂະໜາດນ້ອຍເສັ້ນຜ່າສູນກາງປະມານ 1 ຊັງຕີແມັດ,
ສີຂຽວຂ້ອນຂ້າງເຫຼືອງ, ກ້ານຊູດອກສັ້ນ,
ເປັນດອກສົມບຸນເພດ, ມີດອກຍ່ອຍຈຳນວນຫຼາຍຕໍ່ຊໍ່ ປະມານ 200 -
300 ດອກແຕ່ມີການປະສົມພັນຕິດໜ້ອຍທີ່ສຸດຕໍ່ຊໍ່, ຕິດພຽງ 1 - 3 ໝາກ ( ອັງຊິນັນ , 2014).
ເນື້ອງຈາກເກສອນເພດຜູ້ ແລະ ເກສອນເພດແມ່ບານບໍ່ພ້ອມກັນ (Dichogamy) ຈີ່ງແບ່ງ ອາໂວກາໂດອອກເປັນສອງກຸ່ມ ຕາມລັກສະນະການບານຂອງດອກຄື:
ປະເພດ ກ (A- type ) ເກສອນເພດແມ່ພ້ອມຮັບລະອອງເກສອນຜູ້ໃນຕອນເຊົ້າ ແຕ່ເກສອນເພດຜູ້ພ້ອມຖ່າຍລະອອງໃນຕອນແລງ
ໄດ້ແກ່ພັນແຮສ ແລະ ປີເຕີສັນ
ເປັນຕົ້ນ.
ປະເພດ ຂ (B- type ) ເກສອນເພດແມ່ພ້ອມຮັບລະອອງໃນຕອນແລງ
ແຕ່ເກສອນເພດຜູ້ພ້ອມຖາຍລະອອງໃນຕອນເຊົ້າ ໄດ້ແກ່ພັນບູສ 7, ບູສ
8 ແລະ ສາຍພັນມູເຊີ 30 ແລະ 214.
ດັ່ງນັ້ນການປະສົມພັນຂ້າມຕົ້ນຈີ່ງເປັນສິ່ງສໍາຄັນ ແລະ ຈໍາເປັນຄວນປູກສະຫຼັບຕົ້ນອາໂວກາໂດທີ່ຢູ່ໃນປະເພດ
ກ ແລະ ປະເພດ ຂ ຈະຊ່ວຍການຕິດໝາກໃຫ້ດີຂື້ນ ແລະ ອາໂວກາໂດຈະຕິໝາກດີຂື້ນຖ້າອຸນະພູມຕໍ່າ ເນື້ອງຈາກອຸນະພູມຕໍ່າຈະຊ່ວຍໃຫ້ໄລຍະເວລາທີ່ເກສອນແມ່ພ້ອມທີ່ຈະປະສົມຢຶດເວລາອອກໄປ
ໂດຍທົ່ວໄປອາໂວກາໂດຈະແທງຊໍ່ດອກຕັ້ງແຕ່ເດືອນຕຸລາຫາເດືອນກຸມພາ, ດອກຈະບານໃນເດືອນພະຈິກຫາ
ເດືອນທັນວາ. ພັນທີ່ແທງຊໍ່ດອກໄວປານກາງຈະມີດອກບານປາຍເດືອນທັນວາຫາເດືອນມັງກອນ ແລະ ພັນທີ່ແທງຊໍ່ດອກຊ້າດອກຈະບານໃນຊ່ວງເດືອນມັງກອນຫາປາຍເດືອນກຸມພາເຊັ່ນ:ພັນບູສ (ງານໄມ້ຜົນມູນນິທິໂຄງການຫຼວງ, 2001).
ເປັນໝາກດ່ຽວມີຮູບຮ່າງແຕກຕ່າງກັນເຊັ່ນ:
ຮູບຮ່າງແບບໝາກສີດາ, ໝາກຮູບໄຂ່ ຫຼື ຊົງກົມມີທັງສີຂຽວ
ແລະ ສີມ່ວງ ບາງພັນມີການປ່ຽນສີເມື່ອສຸກໂດຍອາດປ່ຽນເປັນສີມ່ວງເຂັ້ມ ຜີວອາດຈະລຽບ ຫຼື ຂະລຸຂະລະ,
ມີທັງເປືອກໜາ ແລະ ເປືອກບາງ ເນື້ອມີສີເຫຼືອງອ່ອນຈົນເຫຼືອງເຂັ້ມ
(ອັງຊິນັນ, 2014 ແລະ ສະຖານີກະສິກຳຫາດດອກແກ້ວ, 1996).
ມີຂະໜາດໃຫຍ່
ຮູບຮ່າງຄ່າຍຊົງກົມ, ຮູບຫົວໃຈ ,ຮູບໄຂ່, ມີໃບລ້ຽງ 1 ຄູ່ໃຫຍ່ໜາສີຂາວຄີມ, ຜີວຂອງໃບລ້ຽງມີທັງແບບລຽບ
ແລະ ຂະລຸຂະລະ. ແກ່ນໝາກອາໂວກາໂດປະກອບດ້ວຍພາກສ່ວນຕ່າງໆດັ່ງລຸ່ມນີ້:
- ເປືອກຫຸ້ມແກ່ນ
- ເນື້ອເຫຍື່ອຫຸ້ມແກ່ນຈະມີຜະໝັງອ່ອນ ຫຼື ຜີວອ່ອນ
- ທາດອາຫານສໍາຮອງພາຍໃນແກ່ນ
- ໝໍ່ລູກ, ໃນໝໍ່ລູກໝຶ່ງ ປະກອບມີຮາກກໍາເນີດ, ໃບລ້ຽງ,
ຕາຍອດ ເຊິ່ງແກ່ນໝຶ່ງສາມາດແຕກອອກໄດ້ 1 - 2 ຕົ້ນ (ສະຖານີກະສິກຳຫາດດອກແກ້ວ,
1996).
ສະພາບແວດລ້ອມທີ່ເມະສົມຕໍ່ການປູກອາໂວກາໂດ
ອາໂວກາໂດສາມມາດຈະເລີນເຕີບໂຕໃນດິນຫຼາຍປະເພດ ແຕ່ດິນທີ່ເໝາະສົມຕ້ອງເປັນດິນລະບາຍນໍ້າໄດ້ດີ, ອຸດົມສົມບຸນ ແລະ ໜ້າດິນເລີກ, ມີຄວາມເປັນກົດເປັນດ່າງ
(pH) ຢູ່ລະຫວ່າງ 5 - 7. ດິນທີ່ມີນໍ້າໃຕ້ດິນບໍ່ເຖີງ 1 ແມັດ ບໍ່ເໝາະທີ່ຈະປູກອາໂວກາໂດເຊັ່ນ: ດິນທີ່ມີນໍ້າຖ້ວມຂັງ ອາໂວກາໂດຈະບໍ່ມີອາຍຸຍືນເນື້ອງຈາກມີນໍ້າຖ້ວມຂັງ (ອັງຊິນັນ , 2014 ແລະ ຫຸມພັນ, 2017).
ອາໂວກາໂດສາມາດຈະເລີນເຕີບໂຕໄດ້ດີໃນເຂດທີ່ມີອາກາດເຢັນ, ອຸນຫະພູມທີ່ເໝາະສົມແມ່ນ
ຢູ່ລະຫວ່າງ 20 - 30 °C ເນື້ອງຈາກອາໂວກາໂດມັກອາກາດເຢັນ ຖ້າປູກໃນເຂດທີ່ມີອຸນຫະພູມສູງຈະເຮັດໃຫ້ມີການຈະເລີນເຕີບໂຕຊ້າ, ຜົນຜະລິດຕໍ່າ. ສະພາບພື້ນທີ່ປູກທີ່ເມາະສົມຄວນມີຄວາມສູງຈາກລະດັບນໍ້າທະເລ
300 - 400 ແມັດ ແຕ່ຖ້າອຸນຫະພູມຕໍ່າເຖີງ - 2.7 °C ຕົ້ນອາໂວກາໂດທີ່ຍັງນ້ອຍອາດຈະຕາຍໄດ້ ແລະ ຖ້າອຸນຫະພູມຕໍ່າກວ່າ 15.5 °C ເປັນເວລາຍາວນານຈະເຮັດໃຫ້ໝາກນ້ອຍລົງ (ອັງຊິນັນ , 2014).
ຄວນໄດ້ຮັບປະລິມານນໍ້າຝົນປີລະ 700 - 1,000 mm, ເມື່ອຂາດນໍ້າໃບອາໂວກາໂດຈະບໍ່ສະແດງກາການຫ້ຽວໃຫ້ເຫັນ ແຕ່ໃບຫຼົ້ນທັນທີໂດຍສະເພາະໃນຊ່ວງດອກບານເປັນຊ່ວງທີ່ຕ້ອງການນໍ້າຫຼາຍຖ້າຝົນບໍ່ຕົກຄວນໃຫ້ນໍ້າ 10 ວັນຕໍ່ຄັ້ງ (ອັງຊິນັນ , 2014).
ອາໂວກາໂດເປັນໄມ້ເນື້ອອ່ອນ, ກິ່ງຝ່ອຍ ຫັກງ່າຍ, ການຕັດແຕ່ງກິ່ງໃຫ້ເຕັ້ຍ ແລະ ໂລ່ງຈະຊ່ວຍລຸດຄວາມເສຍຫາຍຈາກລົມໄດ້. ລົມທີ່ພັດແຮງ ແລະ ມີແສງແດດກ້າຈະເຮັດໃຫ້ເກສອນໂຕແມ່ປະສົມບໍ່ຕິດ ດັ່ງນັ້ນຄວນປູກໄມ້ກັນລົມເພື່ອປົກປ້ອງຄວາມເສຍຫາຍ.
ແສງສະຫວ່າງກໍ່ເປັນປັດໄຈໜຶ່ງທີ່ມີອິດທິພົນຕໍ່ການຈະເລີນເຕີບໂຕຂອງຕົ້ນໝາກອາໂວກາໂດ
ເພາະວ່າແສງສະຫວ່າງຈະເປັນຕົວຊ່ວຍໃນການສ້າງທາດອາຫານ. ຕົ້ນອາໂວກາໂດຕ້ອງການແສງໃນປະລິມານຫຼາຍກວ່າ 2,000 ຊົ່ວໂມງຕໍ່ປີ ແຕ່ຖ້າມີຄວາມເຂັ້ມຂອງແສງຫຼາຍເກີນໄປຈະເຮັດໃຫ້ເກີດອາການໄໝ້ຂອງໃບ, ໝາກ ຫຼື ຕົ້ນໄດ້ ຄວນປ້ອງກັນໂດຍໃຊ້ນໍ້າປູນຂາວທາທີ່ລໍາຕົ້ນ, ສວນຕົ້ນທີ່ຍັງນ້ອຍຄວນເຮັດຮົ່ມເພື່ອກັນແດດ
.