ທາດແມກນີຊ່ຽມ(Mg)
-ເປັນສ່ວນປະກອບທີ່ສຳຄັນຂອງໂມເລກຸນຄຼໍໂລຟິນເພື່ອຊ່ວຍໃນຂະບວນການສັງເຄາະແສງ ,ການເຮັດວຽກທີ່ກ່ຽວຂ້ອງກັບການຫາຍໃຈຊ່ວຍສັງເຄາະອາມິນໂນ ,ວິຕາມິນ,ໄຂມັນ ແລະນ້ຳຕານ ຊ່ວຍໃນການດູດທາດຟົສຟໍຣັດ ແລະ ເຄື່ອນຍ້າຍນ້ຳຕານໃນຕົ້ນພືດ
-ອາການຂາດທາດ ແມກນີຊ່ຽມ(Mg).:ທີ່ຂອບໃບທາງລຸ່ມ ແລະ ລະຫວາ່ງເສັ້ນໃບຈະມີສີເຫລືອງຊີດສີຂາວໃສເປັນດວງໆ ແຕ່ເສັ້ນໃບມີສີຂຽວ ໃບຈະຈີກຂາດງ່າຍ ,ໂຄ້ງງໍ, ແລະ ລົ່ນໄວ ຜິດປົກກະຕິ ແລະ ການຈະເລີນເຕີບໂຕ້ຊ້າ.
-ການມີທາດແມກນີຊ່ຽມ(Mg)ໃນດິນຫລາຍເກີນໄປ: ເຮັດໃຫ້ເສຍຄວາມສົມດູນຂອງທາດອາຫານໃນພືດ ,ຫລຸດຄວາມເປັນປະໂຫຍດຂອງທາດໂປຕັດຊ່ຽມ,ແອັມໂມນ່ຽມ ,ແຄນຊ່ຽມ ແລະ ແມງການິດ ອາດເຮັດໃຫ້ເກີດອາການຂາດ ທາດໂປຕັດຊຽມ,ແຄນຊຽ່ມ ແລະ ແມງການິດໄດ້
No comments:
Post a Comment