Home »
» ເຂົ້າໃຈທາດອາຫານຂອງພືດ(ທາດເຫັລກ Fe)
ເຂົ້າໃຈທາດອາຫານຂອງພືດ(ທາດເຫັລກ Fe)
ທາດເຫລັກ(Fe)
-ເປັນທາດທີ່ພືດໃຊ້ໜ້ອຍແຕ່ມີຄວາມສຳຄັນໃນຂະບວນການສັງເຄາະສານຄຼໍໂລຟິນ ເປັນສ່ວນປະກອບຂອງເອັນຊ່າຍຫລາຍສະນິດ ,ຊ່ຍໃນການດູດກິນທາດອາຫານອື່ນໆ,ເລັ່ງປະຕິກິລິຍາໃນຂະບວນການຫາຍໃຈ ແລະ ສັງເຄາະແສງຂແງພືດ.
-ອາການຂາດທາດເຫລັກ : ໃບຂອງພືດຈະອ່ອນແລະນ້ອຍຜດປົກກະຕິ,ມີສີເຫລືອງຊີດ,ເສັ້ນໃບຂອງພືດຈະມີສີຂຽວ,ແລະຕາຍຈາກຍອດລົງມາ ໂດຍທີ່ໃບທາງດ້ານລຸ່ມຍັງຂຽວຢູ່,ປາຍຮາກຂອງພືດຈະບວມ ,ການຈະເລີນໂຕບໂຕຂອງຮາກຫລຸດລົງ,ປລະປ່ຽນເປັນສີນ້ຳຕານ ,ໝາກນ້ອຍ ຜິດປົກກະຕິ ,ຜິວຂອງໝາກຈະບໍ່ງາມແລະແຫ້ງຕາຍ.
-ການມີທາດເຫັກໃນດິນຫລາຍເກີນໄປ : ຈະເປັນຜິດໃນຊ່ວງທຳອິດຂອງການຈະເລີນເຕີບໂຕຂອງພືດ ໂດຍທີ່ໃບລຸ່ມມີຈຸດສີນ້ຳຕານ ເຊິ່ງຈະເລີ່ມຈາກປາຍໃບສູ່ກົກໃບ ແລະແຜ່ລາມໄປທັງໝົດຂອງໃບພືດນັ້ນ, ຮາກຂອງພືດຈະຫລຸດລົງ,ແລະປ່ຽນເປັນສີນ້ຳຕານ ພ້ອມນັ້ນກໍ່ຍັງຢັບຢັ້ງຄວາມເປັນປະໂຫຍດຂອງທາດຟົດສຟໍຣັດ ,ໂປຕັດຊຽມ,ແລະແມັງການິດ.
No comments:
Post a Comment