ທາດແຄນຊຽມ(Ca)
-ເປັນສ່ວນປະກອບຂອງຜະໜັງຈຸລັງ ຊ່ວຍໃນການແບ່ງຈຸລັງ ສ້າງໃຫ້ພະໜັງຈຸລັງຕິດກັນ,ຊ່ວຍໃນການເຄື່ອນຍ້າຍໂປຣຕິນ ແລະຊ່ວຍໃນການເຮັດວຽກຂອງເອັນຊ່າມຫລາຍຊະນິດທີ່ກ່ຽວຂ້ອງກັບການສ້າງໝາກ ແລະ ເມັດ ແລະຊ່ຍລົດຄວາມເປັນຜິດຂອງທາດທອງແດງ.
- ອາການຂາດທາດແຄນຊຽມ : ໃບຂອງພືດຈະອ່ອນ ບິດບ້ຽວ ແຫ່ວ ,ຂອບຂອງໃບຈະມ້ວນ ແລະຂາດເປັນຮີ້ວໆ ,ມີຈຸດສີນ້ຳຕານຕາມຂອບໃບ ,ຍອດອ່ອນແຫ້ງຕາຍ,ຕາຍອດບໍ່ຈະເລີນເຕີບໂຕ ບາງຄັ້ງອາດພົບຈຸດສີດຳຄ້ຳທີ່ບໍລິເວນເສັ້ນຂອງໃບ ,ໝາກຈະແຕກ,ຄຸນນະພາບຂອງໝາກຈະບໍ່ດີ
-ອາການມີທາດແຄນຊຽມຫລາຍເກີນໄປ : ຈະເຮັດໃຫ້ດິນເກີດເປັນພິດ ສ່ວນຫລາຍມັດຈະເດກີດໃນດິນທີ່ມີຄ່າທີ່ເປັນດ່າງປານກາງເຖິງເປັນດ່າງສູງ,ພືດຈະມີອາການຂາດທາດຟົດສຟໍຣັດ
-ສາເຫດທີ່ເຮັດໃຫ້ປະລິມານທາດແຄນຊ່ຽມໃນດິນມີຫລາຍເກີນໄປ ຄື
1. ໃຊ້ວັດສະດຸປັບປຸງດິນຫລາຍເກີນໄປເຊິ່ງເປັນສາເຫດໃຫ້ເກີດຄວາມບໍ່ສົມດຸນາງດ້ານທາດອາຫານເປັນຜົນໃຫ້ໄປຫລຸດຄວາມເປັນປະໂຫຍດຂອງທາດຟົດສຟໍຣັດ
No comments:
Post a Comment