ເຂົ້າໃຈທາດອາຫານພືດຢ່າງຖືດຕ້ອງ(ທາດໂບຣອນ(B))



ທາດໂບຣອນ(B)
-ເປັນທາດທີ່ພືດໃຊ້ໜ້ອຍແຕ່ມີຄວາມສຳຄັນຫລາຍ ຊ່ວຍໃນການສັງເຄາະແສງ,ໂປຼຕິນ,ຄາໂບໄຮເຼດດ ແລະ ສານລິກນິນ ຊ່ວຍໃຫ້ພືດດູດ ແລະ ໃຊ້ປະໂຫຍດຈາກທາດແຄນຊ່ຽມ ,ໂປຕັດຊ່ຽມ ແລະ ໄນໂຕເຈນໄດ້ດີຂຶ້ນ ຊ່ວຍໃນການແບ່ງຈຸລັງໃນສ່ວນທີ່ເປັນດອກ ,ໝາກ, ແລະ ຮາກ ເພີ່ມຄຸນນະພາບ ແລະ ນ້ຳໜັກຂອງໝາກ ຊ່ວຍສ້າງປົມຂອງຮາກຖົ່ວ ເພີ່ມປະສິດທິພາບໃນການໃຊ້ທາດໄນໂຕເຈນ ແລະ ການແບ່ງຈຸລັງ.

-ອາການຂາດທາດໂບຣອນ :ຍອດຈະງິກງໍ,ໃບອອ່ນຂອງພືດຈະບາງ ແລະ ຊ່ອງຊອດ,ເສັ້ນກ່າງໃບຈະໜາ, ໃບມີສີເຫລືອງຊີດ ແລະ ແຫ້ງຕາຍ.ບາງຄັ້ງຈະປະກົດໃບຂອງພືດຈະນ້ອຍແຕ່ໜາ ແລະ ຜ່ອຍ,ລຳຕົ້ນແລະໃບຈະບິດບ້ຽວ ຢຸດສະຫງັກການຈະເລີນເຕີບໂຕ ນ້ອຍແລະແຂງ ,ລຳຕົ້ນບໍ່ຄ່ອຍຢືດຕົວ ,ດອກມີຮູບຮ່າງຜິດປົກກະຕິ ແລະ ການຕິດເມັດຈະບໍ່ສົມບູນ ,ໝາກຈະນ້ອຍ ແລະ ມີເປອກແຂງຜິດປົກກະຕິ ຕົວຢ່າງ : ການເກີດໄສ້ດຳໃນກະລຳປີ,ພືດທີ່ໃຫ້ຫົວຈະແຕກເປັນຮ່ອງ ເກີດມີຈຸດສີດຳແລະສີນ້ຳຕານ


Share:

No comments:

Post a Comment

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.