• ຍຸດທະສາດທີ່ 1

    ຄວາມໝັນຄົງທາງດ້ານສະບຽງອາຫານ ແລະ ການເຂົ້າເຖິງຕະຫລາດທີ່ສະໜັບສະໜູນຊາວກະສິກອນ.

  • ຍຸດທະສາດທີ່ 2

    ສະໜອງຂໍ້ມູນຂ່າວສານທາງດ້ານວຽກງງານກະສິກຳໃຫ້ແຜ່ຂະຫຍາຍສູ່ວົງກວ້າງ

  • ຍຸດທະສາດທີ່ 3

    ໃຫ້ຄຳປຶກສາ ແລະ ຝຶກຝົນທາງດ້ານສະຕິປັນຍາ ໃຫ້ເລິກເຊິ່ງຕາມທິດພັດທະນາ

  • ຍຸດທະສາດທີ່ 4

    ການຄ້ຳປະກັນສະບຽງອາຫານການຢູ່ດີກິີນດີຂອງຊາວກະສິກອນໃຫ້ມີໃບໜ້າອັນໃໝ່ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.

  • ຍຸດທະສາດທີ່ 5

    ອະນຸລັກ ແລະ ພັດທະນາທີ່ດິນກະສິກຳໃຫ້ມີຄວາມຍືນຍົງ.

ປູນຂາວປັບປຸງດິນໄດ້ແນວໃດ


1.ການແລກປ່ຽນປະຈຸ
-ເມື່ອນຳປູນຂາວມາປະສົມກັບດິນປະຈຸ ຫລື ໄອອນຈາກປູນຂາວຈະເຂົ້າມາປ່ຽນແທນ ປະຈຸຫລື ໄອອນຂອງແຮ່ທາດຕ່າງໆເຮັດໃຫ້ແຮ່ທາດປົດປ່ອຍອອກມາຈາກດິນເຊິ່ງສາມາດເຮັດໃຫ້ພືດສາມາດດູດເອົາໄປນຳໃຊ້ໄດ້ງ່າຍ ປະຈຸຫລື ໄອອນໃນດິນໄດ້ແກ່: Al3+,Mg2+,K+,H+,Na+,Li+(SO4)2-,(PO4)3-,(NO3)-
2.ການປັບສະພາບຄວາມເປັນກົດ-ເປັນດ່າງ
ການໃສ່ປູນຂາວໃນດິນຈະຊ່ວຍໃນການປັບສະພາບຄວາມເປັນກົດເປັນດ່າງໄດ້ດີໂດຍສະເພາະດິນທີ່ມີຄວາມເປັນກົດສູງ ຈິ່ງເຮັດໃຫ້ຄວາມເປັນກົດຫລຸດລົງຈາກຄວາມເປັນດ່າງຂອງປູນຂາວ (OH-)
ດັ່ງສະແດງລຸ່ມນີ້ :
1. Ca(OH)2 = 2Ca+ + 2(OH-)


Share:

ເຂົ້າໃຈຄວາມເປັນກົດ-ດ່າງຂອງດິນ(PH)ຢ່າງຖືກຕ້ອງ



ຄວາມເປັນກົດ-ດ່າງຂອງດິນ
-ຄວາມເປັນກົດ(acidity) ຫລືຄວາມເປັນດ່າງ (alkalinity) ຂອງດິນ ເປັນຄຸນະສົມບັດທີ່ສຳຄັນຕໍ່ອິດທິພົນການຈະເລີນເຕີບໂຕຂອງພືດ ໂດຍສະເພາະຂະບວນການທາງເຄມີ ແລະ ຊີວະພາບໃນດິນ.ຄວາມເປັນກົດຫລືຄວາມເປັນດ່າງຂອງດິນກ່ຽວຂ້ອງກັບ hydrogen ion (H+) ແລະ hydroxylion (OH-) ໃນສານລະລາຍດິນ (soil solution) ໂດຍປົກກະຕິສານລະລາຍດິນຈະມີອີອົງ ທັງສອງຊະນິດນີ້ : 
1. ຖ້າມີ H+ > OH- ເອີ້ນວ່າປະຕິກິລິຍາດິນເປັນກົດ
2.ຖ້າມີ H+ < OH- ເອີ້ນວ່າປະຕິກິລີຍາດິນເປັນດ່າງ
3.ຖ້າມີ H+ = OH ເອີ້ນວ່າປະຕິກິລິຍາເປັນກາງ
ແຫລ່ງທີ່ມາທີ່ສຳຄັນຂອງ H+ ໄດ້ແກ່ 
1. H+ ເກີດຈາກກົດໃນດິນ ອັນໄດ້ແກ່ H2CO3, HNO3, H2SO4 ແລະກົດອິນຊີຕ່າງໆດັ່ງສະແດງດ້ວຍສົມຜົນດັ່ງນີ້ .
2.H+ ເກີດຈາກ Al3+ ແລະ Fe3+ ໃນສານລະລາຍດິນ
ແຫລ່ງທີ່ມາທີ່ສຳຄັນຂອງ OH- 
ເກີດຈາກ basiccations ເຊັ່ນ : Ca2+, Mg2+, K+ ແລະ Na+ ເມື່ອຢູ່ໃນສານລະລາຍດິນ
ລະດັບຄວາມເປັນກົດເປັນດ່າງຂອງດິນ

Share:

ເຂົ້າໃຈລະດັບPHຕໍ່ການປົດປ່ອຍທາດອາຫານ


ລະດັບຄວາມເປັນກົດເປັນດ່າງ(PH)ທີ່ທາດອາຫານສາມາດນຳໃຊ້ໄດ້ດີ
PH
N
6.0-8.0
Name
P
PH
6.0-8.0
Name
K
PH
5.5-8.5
Name
Ca
PH
7.0-8.5
Name
Mg
PH
6.0-9.0
Name
S
PH
5.5-6.0
Name
Fe
PH
5.5-6.0
Name
Mn
PH
5.5-6.5
Name
Zn
PH
5.0-7.0
Name
Cu
PH
4.5-7.5
Name
B
PH
5.0-7.0
Name
Mo
PH
6.0-7.0
Name
Cl
PH
0

ການປ່ຽນຮູບຂອງທາດອາຫານທີ່ພືດນຳໄປໃຊ້ໄດ້



Share:

ເຂົ້າໃຈທາດອາຫານພືດຢ່າງຖືກຕ້ອງ(ທາດມັງການນິສ(Mn))

ທາດມັງການນິສ(Mn)
-ມີບົດບາດສຳຄັນຄ້າຍໆ ຊ່ວຍໃນການກະຕຸ້ນການເຮັດວຽດຂອງເອນໄຊຫລາຍຊະນິດທຊ່ວຍໃນການສັງເຄາະແສງ ແລະ ການສັງເຄາະຄຼໍໂລຟິນ ໂປຕິນ ຄາໂບໄຮເດດ ໄຂມັນ ແລະ ວິຕາມິນ.

-ອາການຂາດທາດແມງການິສ : ໃນຈະເຫລືອງເປັນຈຸດໆ ທັງໃບອ່ອນ ແລະ ໃບແກ່ ແຕ່ມີເສັ້ນສີຂຽວ ແຫ່ວ ແລະ ຫລົ່ນໄວພິດປົກກະຕິ ການຈະເລີນເຕີບໂຕຊ້າ ແລະ ບໍ່ອອກດອກ ແລະ ໝາກ

-ການມີທາດມັງການິສຫລາຍ : ຈະໄປຢັບຢັ້ງຄວາມເປັນປະໂຫຍດຂອງທາດເຫັລກ ແລະ ແມັກນິຊຽ່ມ ເມື່ອມີການສະສົມມັງການິດຫລາຍ ເນື້ອເຍື່ອຂອງໃບຈະແກ່ ແລະ ມີຮອຍດ່າງສີດຳ
Share:

ເຂົ້າໃຈທາດອາຫານຂອງພືດຢ່າງຖືກຕ້ອງ(ທາດຄຼໍລິນ(Cl))


ທາດຄຼໍລິນ(Cl)
-ຊ່ວຍໃນການກະຕຸ້ນການທຳງານຂອງເອັນຊ່າຍບາງສະນິດ,ຊ່ວຍໃນຂະບວນການສັງເຄາະແສງ ແລະ ຫາຍໃຈ ໂດຍສະເພາະແມ່ນເຮັດໃຫ້ພືດແກ່ໄວຂຶ້ນ.


-ອາການຂາດທາດຄຼໍລິນ : ໃບອ່ອນມີສີເຫລືອງດ່າງບາງສ່ວນແຫ້ງຕາຍ ແລະຫ່ຽວງ່າຍ

Share:

ເຂົ້າໃຈທາດອາຫານຂອງພືດຢ່ງຖືກຕ້ອງ(ທາດໂມລິບແດນ(Mo))


ທາດໂມລິບແດນ(Mo)
-ຊ່ວຍໃນການດຶງທາດໄນໂຕເຈນ.ເປັນສ່ວນປະກອບຂອງເອັນຊ່າຍທີ່ຊ່ວຍໃນການປ່ຽນໄນເຕຼດໃຫ້ເປັນແອມໂມນຽມ ຊ່ວຍສັງເຄາະຄຼໍໂລຟິນ ແລະ ແປ້ງ


-ອາການຂາດທາດໂມລິບແດນ : ໃບລຸ່ມມີສີເຫລືອງຊີດລະຫວ່າງເສັ້ນໃບບາງສ່ວນມີສີຂຽວ,ປາຍໃບມີຮອຍໄໝ້ ,ຂອບຂອງໃບງິກງໍ,ມີຈຸດດ່າງເກີດຂຶ້ນ ແລະ ແຫ້ງຕາຍ,ລະບົບຂອງຮາກຈະສັ້ນ ,ຄືລັກະນະອາການຂາດທາດໄນໂຕເຈນ

-ການມີທາດໂມລິບແດນໃນດິນຫລາຍເກີນໄປ: ເຮັດໃຫ້ໃບພືດມີຂະໜາກນ້ອຍ,ຮຽວຂອງເປັນແຂ້ວ,ແລະບິດບ້ຽວ ໃບຂອງພືດຈະປ່ຽນເປັນສີເຫລືອງທອງ
Share:

ເຂົ້າໃຈທາດອາຫານພືດຢ່າງຖືດຕ້ອງ(ທາດໂບຣອນ(B))



ທາດໂບຣອນ(B)
-ເປັນທາດທີ່ພືດໃຊ້ໜ້ອຍແຕ່ມີຄວາມສຳຄັນຫລາຍ ຊ່ວຍໃນການສັງເຄາະແສງ,ໂປຼຕິນ,ຄາໂບໄຮເຼດດ ແລະ ສານລິກນິນ ຊ່ວຍໃຫ້ພືດດູດ ແລະ ໃຊ້ປະໂຫຍດຈາກທາດແຄນຊ່ຽມ ,ໂປຕັດຊ່ຽມ ແລະ ໄນໂຕເຈນໄດ້ດີຂຶ້ນ ຊ່ວຍໃນການແບ່ງຈຸລັງໃນສ່ວນທີ່ເປັນດອກ ,ໝາກ, ແລະ ຮາກ ເພີ່ມຄຸນນະພາບ ແລະ ນ້ຳໜັກຂອງໝາກ ຊ່ວຍສ້າງປົມຂອງຮາກຖົ່ວ ເພີ່ມປະສິດທິພາບໃນການໃຊ້ທາດໄນໂຕເຈນ ແລະ ການແບ່ງຈຸລັງ.

-ອາການຂາດທາດໂບຣອນ :ຍອດຈະງິກງໍ,ໃບອອ່ນຂອງພືດຈະບາງ ແລະ ຊ່ອງຊອດ,ເສັ້ນກ່າງໃບຈະໜາ, ໃບມີສີເຫລືອງຊີດ ແລະ ແຫ້ງຕາຍ.ບາງຄັ້ງຈະປະກົດໃບຂອງພືດຈະນ້ອຍແຕ່ໜາ ແລະ ຜ່ອຍ,ລຳຕົ້ນແລະໃບຈະບິດບ້ຽວ ຢຸດສະຫງັກການຈະເລີນເຕີບໂຕ ນ້ອຍແລະແຂງ ,ລຳຕົ້ນບໍ່ຄ່ອຍຢືດຕົວ ,ດອກມີຮູບຮ່າງຜິດປົກກະຕິ ແລະ ການຕິດເມັດຈະບໍ່ສົມບູນ ,ໝາກຈະນ້ອຍ ແລະ ມີເປອກແຂງຜິດປົກກະຕິ ຕົວຢ່າງ : ການເກີດໄສ້ດຳໃນກະລຳປີ,ພືດທີ່ໃຫ້ຫົວຈະແຕກເປັນຮ່ອງ ເກີດມີຈຸດສີດຳແລະສີນ້ຳຕານ


Share:

ເຂົົ້າໃຈທາດອາພືດຢ່າງຖືກຕ້ອງ(ທາດທອງແດງ(Cu))


ທາດທອງແດງ(Cu)
-ເປັນທາດທີ່ພືດໃຊ້ໜ້ອຍກວ່າທາດເຫັລກ,ແມງການິດ ແລະ ສັງກະສີ ຕ່ມີບົດບາດສຳຄັນໃນຂະບວນການສັງເຄາະແສງ ,ຂະບວນການສ້າງຄຼໍໂລຟິນ,ໂປຣຕິນ,ວິຕາມິນ ແລະ ຂະບວນການຫາຍໃຈ ໂດຍສະເພາະແມ່ນຊ່ວຍໃຫ້ຕົ້ນພືດສາມາດດູດເອົາທາດເຫັລກມາໃຊ້ໄດ້ຫລາຍຂຶ້ນ.

-ອາການຂາດທາດທອງແດງ :ໃບອ່ອນທີ່ແຕກໃໝ່ຈະເປັນກະຈຸກ ມີລັງຊະນະໂພງສີຂຽວແລ້ວຄ່ອຍທປ່ຽນເປັນສີເຫລືອງ ,ຕາຍອດຈະຢຸດສະຫງັກການຈະເລີນເຕີບໂຕ ການຢືດຕົວຂອງລຳຕົ້ນຫລຸດລົງ ,ການຈະເລີນເຕີບໂຕຊ້າ.


Share:

ເຂົ້າໃຈທາດອາຫານພືດໄດ້ຢ່າງຖືກຕ້ອງ(ທາດສັງກະສີ(Zn))


ທາດສັງກະສີ(Zn)
-ເປັນສ່ວນປະກອບຂອງຜະໜັງຈຸລັງ ແລະ ເອັນຊ່າຍຫລາຍະນິດ ສ້າງຮໍໂມນ ທີ່ຄວບຄຸມການຈະເລີນເຕີບໂຕ,ການສັງເຄາະສານອອັກຊິນ ,ຄຼໍໂລຟິນ,ແປ້ງ ແລະ ໂປຣຕິນ ຊ່ວຍກະຕຸ້ນການແຕກຮາກ ,ໃບອ່ອນ ແລະຊ່ວຍຂະຫຍາຍຈຸລັງຂອງລຳຕົ້ນ,ຕ້ານທານພະຍາດ ແລະ ຄວບຄຸມການສຸກແກ່ຂອງໝາກ.


-ອາການຂາດທາດສັງກະສີ : ພືດຈະຍຸດສະຫງັກການຈະເລີນເຕີບໂຕ.ລຳຕົ້ນນ້ອຍແຫ້ງແລະແຂງ ກິ່ງກ້ານສາຂາຂອງພືດຈະສັ້ນ,ໃບອ່ອນຂອງພືດຈະມີສີເຫລືອງຊີດ ແລະ ສີຂາວ ເຊິ່ງກະຈາຍຢູ່ຕາມຂອບໃບ ,ເສັ້ນຂອງໃບຈະມີສີຂຽວ ,ໃບຂອງພືດຈະອ່ອນມ້ວນງໍ, ໃບທາງລຸ່ມຂອງພືດຈະມີບາດແຜສີນ້ຳຕານ,ພືດຈະແຫ່ວໄວ ແລະ ລະບົບຮາກຈະສັ້ນ

-ການມີທາດສັງກະສີໃນດິນຫລາຍເກີນໄປ : ຮາກຂອງພືດຈະຢຸດການຢືດຕົວ,ໃບອ່ອນຂອງພືດຈະມີສີຊີດເປັນຜົນເນື່ອງມາຈາກຄວາມເປັນປະໂຫຍດຂອງເຫັກບໍ່ສາມາດນຳໃຊ້ໄດ້.
Share:

ເຂົ້າໃຈທາດອາຫານຂອງພືດ(ທາດເຫັລກ Fe)


ທາດເຫລັກ(Fe)
-ເປັນທາດທີ່ພືດໃຊ້ໜ້ອຍແຕ່ມີຄວາມສຳຄັນໃນຂະບວນການສັງເຄາະສານຄຼໍໂລຟິນ ເປັນສ່ວນປະກອບຂອງເອັນຊ່າຍຫລາຍສະນິດ ,ຊ່ຍໃນການດູດກິນທາດອາຫານອື່ນໆ,ເລັ່ງປະຕິກິລິຍາໃນຂະບວນການຫາຍໃຈ ແລະ ສັງເຄາະແສງຂແງພືດ.

-ອາການຂາດທາດເຫລັກ : ໃບຂອງພືດຈະອ່ອນແລະນ້ອຍຜດປົກກະຕິ,ມີສີເຫລືອງຊີດ,ເສັ້ນໃບຂອງພືດຈະມີສີຂຽວ,ແລະຕາຍຈາກຍອດລົງມາ ໂດຍທີ່ໃບທາງດ້ານລຸ່ມຍັງຂຽວຢູ່,ປາຍຮາກຂອງພືດຈະບວມ ,ການຈະເລີນໂຕບໂຕຂອງຮາກຫລຸດລົງ,ປລະປ່ຽນເປັນສີນ້ຳຕານ ,ໝາກນ້ອຍ ຜິດປົກກະຕິ ,ຜິວຂອງໝາກຈະບໍ່ງາມແລະແຫ້ງຕາຍ.

-ການມີທາດເຫັກໃນດິນຫລາຍເກີນໄປ : ຈະເປັນຜິດໃນຊ່ວງທຳອິດຂອງການຈະເລີນເຕີບໂຕຂອງພືດ ໂດຍທີ່ໃບລຸ່ມມີຈຸດສີນ້ຳຕານ ເຊິ່ງຈະເລີ່ມຈາກປາຍໃບສູ່ກົກໃບ ແລະແຜ່ລາມໄປທັງໝົດຂອງໃບພືດນັ້ນ, ຮາກຂອງພືດຈະຫລຸດລົງ,ແລະປ່ຽນເປັນສີນ້ຳຕານ ພ້ອມນັ້ນກໍ່ຍັງຢັບຢັ້ງຄວາມເປັນປະໂຫຍດຂອງທາດຟົດສຟໍຣັດ ,ໂປຕັດຊຽມ,ແລະແມັງການິດ.
Share:

ເຂົ້າໃຈທາດອາຫານພືດຢ່າງຖືກຕ້ອງ(s)


ທາດມາດ(S)
-ເປັນທາດທີ່ພືດໃຊ້ໜ້ອຍແຕ່ມີຄວາມສຳຄັນຫລາຍ ເນື່ອງຈາກຊ່ວຍໃນການສ້າງ ແລະ ເປັນອົງປະກອບຂອງເອັນຊາມຫລາຍຊະນິດເຊັ່ນ : ໂປຣຕິນ,ວິຕາມິນ,ກົດອາມິໂນ, ແລະ ສານລະເຫີຍຕ່າງໆ ພ້ອມນັນຍັງຊ່ວຍໃນການແບ່ງຈຸລັງຂອງພືດໃນສວ່ນຍອດ

-ອາການຂາດທາດມາດ : ໃບທາງດ້ານລຸ່ມມີສີເຫລືອງຊີດ ເສັນຂອງໃບມີສີຂຽວ ລຳຕົ້ນອ່ອນແອ ເຊິ່ງລັກຊະນະອາການຄ້າຍຄືກັບການຂາດທາດໄນໂຕເຈນ ສ່ວນໃຫຍ່ຈະສະແດງອາການທີ່ສ່ວນຍອດກ່ອນ.

-ການທີ່ມີທາດມາດຫລາຍເກີນໄປໂດຍສວ່ນໃຫຍ່ແລ້ວຈະພົບໃນດິນທີ່ມີຄ່າຄວາມເປັນກົດສູງເຊິ່ງຫລຸດຄວາມເປັນປະໂຫຍດຂອງທາດຟົສຟໍຣັດ ເພີ້ມຄວາມເປັນຜິດຂອງທາດເຫລັກ ແລ ອາລູ່ມີນ່ຽມ
Share:

ເຂົ້າໃຈທາດອາຫານພືດຢ່າງຖືກຕ້ອງ(Mg)



ທາດແມກນີຊ່ຽມ(Mg)
-ເປັນສ່ວນປະກອບທີ່ສຳຄັນຂອງໂມເລກຸນຄຼໍໂລຟິນເພື່ອຊ່ວຍໃນຂະບວນການສັງເຄາະແສງ ,ການເຮັດວຽກທີ່ກ່ຽວຂ້ອງກັບການຫາຍໃຈຊ່ວຍສັງເຄາະອາມິນໂນ ,ວິຕາມິນ,ໄຂມັນ ແລະນ້ຳຕານ ຊ່ວຍໃນການດູດທາດຟົສຟໍຣັດ ແລະ ເຄື່ອນຍ້າຍນ້ຳຕານໃນຕົ້ນພືດ


-ອາການຂາດທາດ ແມກນີຊ່ຽມ(Mg).:ທີ່ຂອບໃບທາງລຸ່ມ ແລະ ລະຫວາ່ງເສັ້ນໃບຈະມີສີເຫລືອງຊີດສີຂາວໃສເປັນດວງໆ ແຕ່ເສັ້ນໃບມີສີຂຽວ ໃບຈະຈີກຂາດງ່າຍ ,ໂຄ້ງງໍ, ແລະ ລົ່ນໄວ ຜິດປົກກະຕິ ແລະ ການຈະເລີນເຕີບໂຕ້ຊ້າ.

-ການມີທາດແມກນີຊ່ຽມ(Mg)ໃນດິນຫລາຍເກີນໄປ: ເຮັດໃຫ້ເສຍຄວາມສົມດູນຂອງທາດອາຫານໃນພືດ ,ຫລຸດຄວາມເປັນປະໂຫຍດຂອງທາດໂປຕັດຊ່ຽມ,ແອັມໂມນ່ຽມ ,ແຄນຊ່ຽມ ແລະ ແມງການິດ ອາດເຮັດໃຫ້ເກີດອາການຂາດ ທາດໂປຕັດຊຽມ,ແຄນຊຽ່ມ ແລະ ແມງການິດໄດ້
Share:

ເຂົ້າໃຈທາດອາຫານພືດຢ່າງຖືກຕ້ອງ(Ca)


ທາດແຄນຊຽມ(Ca)
-ເປັນສ່ວນປະກອບຂອງຜະໜັງຈຸລັງ ຊ່ວຍໃນການແບ່ງຈຸລັງ ສ້າງໃຫ້ພະໜັງຈຸລັງຕິດກັນ,ຊ່ວຍໃນການເຄື່ອນຍ້າຍໂປຣຕິນ ແລະຊ່ວຍໃນການເຮັດວຽກຂອງເອັນຊ່າມຫລາຍຊະນິດທີ່ກ່ຽວຂ້ອງກັບການສ້າງໝາກ ແລະ ເມັດ ແລະຊ່ຍລົດຄວາມເປັນຜິດຂອງທາດທອງແດງ.

- ອາການຂາດທາດແຄນຊຽມ : ໃບຂອງພືດຈະອ່ອນ ບິດບ້ຽວ ແຫ່ວ ,ຂອບຂອງໃບຈະມ້ວນ ແລະຂາດເປັນຮີ້ວໆ ,ມີຈຸດສີນ້ຳຕານຕາມຂອບໃບ ,ຍອດອ່ອນແຫ້ງຕາຍ,ຕາຍອດບໍ່ຈະເລີນເຕີບໂຕ ບາງຄັ້ງອາດພົບຈຸດສີດຳຄ້ຳທີ່ບໍລິເວນເສັ້ນຂອງໃບ ,ໝາກຈະແຕກ,ຄຸນນະພາບຂອງໝາກຈະບໍ່ດີ

-ອາການມີທາດແຄນຊຽມຫລາຍເກີນໄປ : ຈະເຮັດໃຫ້ດິນເກີດເປັນພິດ ສ່ວນຫລາຍມັດຈະເດກີດໃນດິນທີ່ມີຄ່າທີ່ເປັນດ່າງປານກາງເຖິງເປັນດ່າງສູງ,ພືດຈະມີອາການຂາດທາດຟົດສຟໍຣັດ

-ສາເຫດທີ່ເຮັດໃຫ້ປະລິມານທາດແຄນຊ່ຽມໃນດິນມີຫລາຍເກີນໄປ ຄື 
1. ໃຊ້ວັດສະດຸປັບປຸງດິນຫລາຍເກີນໄປເຊິ່ງເປັນສາເຫດໃຫ້ເກີດຄວາມບໍ່ສົມດຸນາງດ້ານທາດອາຫານເປັນຜົນໃຫ້ໄປຫລຸດຄວາມເປັນປະໂຫຍດຂອງທາດຟົດສຟໍຣັດ
Share:

Popular Posts

Blog Archive

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.