ເຂົ້າໃຈແມງໄມສັດຕູຂອງພືດຜັກ(ບົ້ງຊອນໃບ)





ວົງຈອນຊີວິດ
ວາງໄຂ່ເທິງດ້ານຫັລງຂອງໃບ ອາດຈະວາງໄຂ່ດ່ຽວໆ ຫລື ວາງເປັນກຸ່ມໄຂ່ຈະຝັກພາຍໃນ 3-8ມື້ ກາງລຳຕົວມີສີຂຽວເຂັ້ມ ຂະໜາດຍາວ 12 ມິນລີແມັດ ຫາກຖືກລົບກວນຈະມ້ວນຕົວ ເມື່ອບົ້ງຈະຕົກມັນຈະພົ່ນເສັ້ນໄຍເຮັດໃຫ້ລຳຕົວຂອງມັນບໍ່ຕົກລົງພື້ນໄລຍະບົ້ງ 14 – 18 ມື້ ເຂົ້າດັກແດ້ໃນບໍລິເວນຢູ່ກ້ອງໃບເມື່ອເຖິງເວລາ 5 -10 ມື້ຈະກາຍເປັນແມງກະເບື້ອຕອນກາງຄືນ ສີເທົາ ຕົວນ້ອຍ ປີກກ້ວາງ 15 ມິນລີແມັດ
ລັກຊະນະການທຳລາຍ
ບົ້ງຈະເຈາະຜິວທາງດ້ານທ້ອງໃບ ແລະ ກັດກິນເຂົ້າໄປໃນເນື້ອເຍື່ອ ໂດຍບໍ່ກິນຜິວທາງດ້ານເທິງຂອງໃບເຮັດໃຫ້ເປັນໃບສ່ອງເຫລືອແຕ່ເນື້ອເຍື່ອ ບາງຄັ້ງກໍ່ກັດກິນຈົນເປັນຮູ
ການປ້ອງກັນກຳຈັດ
-       ປູກພືດສະຫລັບກັນຫລາຍໆຊະນິດ
-       ໃຊ້ກັບດັກແສງໄຟ
-       ໃຊ້ສະໝູນໄພເຊັ່ນ : ໝາກຂຽບ,ຂົມກາເດົາ,ຢາສູບ,ມັນແກວ

Share:

No comments:

Post a Comment

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.