ເຂົ້າໃຈແມງໄມສັດຕູຂອງພືດຜັກ(ບົ້ງຄືບ)





ວົງຈອນຊີວິດ
ໄຂ່ວາງຢູ່ຕາມລຳຕົ້ນຂອງພືດ ຫລື ຢູ່ບໍລິເວນໃກ້ຄຽງ ແມງກະເບື້ອວາງໄຂ່ໄດ້ລະຫວ່າງ 1000 – 1300 ໜ່ວຍ ແລະ ໜອນຈະແຕກອອກມາໃນເວລາ 10-14 ມື້ ກິນໃບພືດເປັນເວລາ 1-2 ອາທິດ ຕໍ່ຈາກນັ້ນກໍ່ລົງໄປຢູ່ໃນດິນ ເມື່ອດ້ວງແກ່ເຕັມທີ່ມີສີນ້ຳຕານປົນສີເທົາຂະໜາດໂຕຍາວ 3 – 4 ຊັງຕີແມັດ ເຂົ້າດັກແດ້ໃນດິນເປັນເວລາ 10 – 30 ວັນ ກາງປີກກ້ວາງ 3- 4 ຊັງຕີແມັດ ປີກຄູ່ໜ້າມີສີນ້ຳຕານປົນສີເທົາ ແລະ ມີຮອຍແຕ້ມສີດຳ ຫລືສີນ້ຳຕານເຂັ້ມປີກຄູ່ຫລັງຂ້ອນຂ້າງຂາວ ເຖິງວ່າເພດຜູ້ຈະມີສີເຂັມກ່ວາກໍ່ຕາມ
ລັກຊະນະການທຳລາຍ
ຊ່ວງເວລາກາງເວັນໂຕດ້ວງຈະລີ້ຢູ່ໃນດິນກັດກິນຮາກພືດຊ່ວງເວລາກາງຄືນມັກກັດກິນພືດຕົ້ນນ້ອຍໆເປັນເຫດໃຫ້ຫັກລົ້ມ ແລະອາດຈະມີຜົນການເສຍຫາຍຕະຫລອດແຖວ
ການປ້ອງກັນກຳຈັດ
-       ໄຖກ່ອນປູກເປັນເວລາ 1 ເດືອນ
-       ໃສ່ຂີ້ເຖົ່າໃນໜານກ້າ
-       ໃຊ້ໄມ້ ຫລື ຕະປູປັກໄວ້ດິນບໍລິເວນຕົ້ນ
-       ໃຊ້ກັບດັກແສງໄຟ
-       ໃຊ້ເຫຍື່ອລໍ້
-       ສີດພົ່ນດ້ວຍສານສະກັດຈາກທຳມະຊາດເຊັ່ນ : ຢາສູບ

Share:

No comments:

Post a Comment

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.