ເຂົ້າໃຈແມງໄມສັດຕູຂອງພືດຜັກ(ແມງຫມີ່ຂາວ)





ວົງຈອນຊີວິດ
ແມງໝີ່ຂາວວາງໄຂ່ມີຮູບຮ່າງຄ້າຍຄືໝາກສີດາ ແຂວນຫ້ອຍຍູ່ຕາມກ້ອງໃບຂອງພືດ ໄລຍະໄຂ່ 7 ມື້ ຕົວອ່ອນຈະດູດກິນນ້ຳລ້ຽງ ຕົວອ່ອນສີຂາວປົນສີຂຽວຮູບໄຂ່ ມີຫລາຍໄລຍະ ໄລຍະຕົວອ່ອນ 2-4ອາທິດ ຕົວແກ່ຍາວ 1 ມິນລີແມັດ ມີປີກສີຂາວ ຕາມໂຕມີລັກຊະນະຄ້າຍແປ້ງປົກຄຸມໂຕ ໂຕແມ່ວາງໄຂ່ໄດ້ປະມານ 100 ໜ່ວຍ
ລັັກຊະນະການທຳລາຍ
ມັກຈະພົບເຫັນການລະບາດຫລາຍໃນລະດູຮ້ອນ ແຕ່ພໍເຂົ້າລະດູຝົນຈະຫລຸດປະລິມານລົງ ແມງໝີ່ຂາວເປັນສັດຕູສະເພາະໃນໂຮວເຮືອນປັກຊຳ ແຕ່ເມື່ອໃຊ້ຢາຂ້າແຜງໄມ້ຫລາຍເຮັດໃຫ້ແມງໝີ່ຂາວມີປະລິມານເພີ່ມຂຶ້ນ ແມງໝີ່ຂາວເຮັດໃຫ້ພືດຜິດປົກກະຕິເຊັ່ນ: ອ່ອນແອເນື່ອງຈາກດູດກິນນ້ຳລ້ຽງເປັນພາຫະນະນຳເຊື້ອໄວລັດມາສູ່ພືດເຊັ່ນ: ພະຍາດໃບດ່າງຂອງມັນຕົ້ນ ແລະ ພະຍາດໃບງໍໃນຝ້າຍ ເຮັດໃຫ້ໃບບິດບ້ຽວແລະເປັນສີເຫລືອງ
ການປ້ອງກັນກຳຈັດ
-       ໃຊ້ເມັດພັນທີ່ມີຄວາມຕ້ານທານ
-       ສະໜັບສະໜູນສັດຕູທຳມະຊາດ
-       ໃຊ້ກັບດັກໃນເຮືອນປັກຊຳ
-       ໃຊ້ສານທຳມະຊາດຕໍ່ໄປນີ້ : ຜັກທຽມ,ຢາສູບ

Share:

No comments:

Post a Comment

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.