ເພ້ຍອ່ອນ
ວົງຈອນຊີວິດ
ເພ້ຍອ່ອນຈະມີລຳຕົວອ່ອນ
ໂຕຂະໜາດໃຫຍ່ສຸດຈະໃຫຍ່ບໍເກີນ 4 ມິນລີແມັດ ດູດກິນນ້ຳລ້ຽງໄດ້ຫລຍຊະນິດ ປາກມີອະໄວຍະວະແຫລມຄົມໄວ້ແທງເປືອກນອກຂອງພືດເພື່ອດູດກິນນ້ຳລ້ຽງ
ມັກທຳລາຍໃບອ່ອນ ແລະ ສ່ວນຍອດການສືບພັນມີແບບອາໄສເພດ ແລະ ບໍ່ອາໄສເພດ
ຕົວເຕັມໄວໂຕແມ່ສາມາດອອກລູກໄດ້ມື້ລະ 2 – 20 ໂຕ
ຖ້າສະພາບອາກາດດີໆຈະຄົບວົງຈອນຊີວິດໃນຊ່ວງເວລາປະມານ 2 ອາທິດ ໂຕແກ່ມີທັງຊະນິດມີປີກ
ແລະ ບໍ່ມີປີກ ປີກຈະອອກມາເມື່ອງມີປະຊາກອນຈຳນວນຫລາຍ
ລັກຊະນະການທຳລາຍ
ທຳລາຍໂດຍການດູດກິນນ້ຳລ້ຽງເຮັດໃຫ້ໃບບິດບ້ຽວການຈະເລີນເຕີບໂຕຫລຸດລົງ
ຖ້າທຳລາຍພືດຕະກຸນຖົ່ວເຮັດໃຫ້ມີປຸ່ມຫລຸດໜ້ອຍລົງ ແລະ
ນ້ອຍເພ້ຍອ່ອນຂັບຖ່າຍເປັນນ້ຳຫວານເຮັດໃຫ້ເກີດເຊື້ອລາໃນຕົນພືດ
ເປັນເຫດໃຫ້ບັງແສງແດດທີ່ໃຊ້ໃນການສັງເຄາະແສງ
ພ້ອມທັງເປັນພາຫະນະນຳເຊື້ອພະຍາດເຊັ່ນເຊື້ອໄວລັດ
ການປ້ອງກັນກຳຈັດ
-
ປູກພຸ່ມໄມ້ເພື່ອໃຫ້ເປັນທີ່ຢູ່ອາໄສຂອງສັດຕູທຳມະຊາດ
-
ໃສ່ຝຸ່ນຢູເລຍໃຫ້ໜ້ອຍລົງປ່ຽນໃສ່ຝຸ່ນອິນຊີໃຫ້ສະໝ່ຳສະເໝີ
-
ກຳຈັດມົດເພາະມົດຈະຄາບເອົາເພ້ຍໄປບ່ອນອື່ນ
-
ໃຊ້ສານເຄມີທາງທຳມະຊາດເຊັ່ນ : ໝາກຂຽບ,ໝາກເຜັດ,ຜັກທຽມ,ຂົມກາເດົາ,ຢາສູບ,ມັນແກວ,ນ້ຳຍ່ຽວຂອງງົວ,ສູດປະສົມແປ້ງ,ນ້ຳສະບູ່
No comments:
Post a Comment