• ຍຸດທະສາດທີ່ 1

    ຄວາມໝັນຄົງທາງດ້ານສະບຽງອາຫານ ແລະ ການເຂົ້າເຖິງຕະຫລາດທີ່ສະໜັບສະໜູນຊາວກະສິກອນ.

  • ຍຸດທະສາດທີ່ 2

    ສະໜອງຂໍ້ມູນຂ່າວສານທາງດ້ານວຽກງງານກະສິກຳໃຫ້ແຜ່ຂະຫຍາຍສູ່ວົງກວ້າງ

  • ຍຸດທະສາດທີ່ 3

    ໃຫ້ຄຳປຶກສາ ແລະ ຝຶກຝົນທາງດ້ານສະຕິປັນຍາ ໃຫ້ເລິກເຊິ່ງຕາມທິດພັດທະນາ

  • ຍຸດທະສາດທີ່ 4

    ການຄ້ຳປະກັນສະບຽງອາຫານການຢູ່ດີກິີນດີຂອງຊາວກະສິກອນໃຫ້ມີໃບໜ້າອັນໃໝ່ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.

  • ຍຸດທະສາດທີ່ 5

    ອະນຸລັກ ແລະ ພັດທະນາທີ່ດິນກະສິກຳໃຫ້ມີຄວາມຍືນຍົງ.

ສ່ວນປະກອບຫົວ ເຊື້ອ
1.ເຂົ້າຈ້າວ     100 ກກ
2. ຫົວເຊື້ອເຫັດນາງຟ້າ ຫລຸ້ນ F2
ວິທີການ ເຮັດ
Ø ຂັ້ນ​ຕອນ​ການ​ຕຽມ​ເມັດ​ພືດ​ທັນ​ຍາ​ຫານ
1. ນຳເມັດພືດໄປຕົ້ມບໍ່ໃຫ້ສຸກເກີນໄປ.
2. ນຳມາຮ່າຍໃສ່ແກ້ວກົມອັດຕາສ່ວນປະມານ 2/3 ຂອງແກ້ວ ອັດດ້ວຍຝ້າຍ, ຫຸ້ມ     ດ້ວຍເຈ້ຍ ແລະ ຮັດດ້ວຍຢາງບ້ວງ.
3.  ນຳໄປໜຶ້ງໃນໝໍ້ໜຶ້ງຄວາມດັນ 20-30 ນາທີ ເມື່ອເຢັນແລ້ວກໍ່ສາມາດນຳໄປເຂ່ຍ    ເຊື້ອໃສ່ໄດ້.

Share:

ເຂົ້າໃຈແມງສັດຕູໄມ້ໃຫ້ໝາກ(ແມງວັນທອງ)



ວົງຈອນຊີວິດ
ແມງວັນທອງຈະວາງໄຂ່ເປັນກຸ່ມໃຕ້ຜິວຂອງໝາກໄມ້ ໄຂ່ຟັກພາຍໃນ 2-4 ມື້ເປັນໜອນແມງວັນໂຕສີຂາວບໍ່ມີຂາ ໂຕໃຫຍ່ເຕັມທີ່ຍາວ 1 ຊັງຕີແມັດ ຫົວແຫລມ ກົ້ນມົນໂຕໜອນຈະກິນຊີ້ນໝາກໄມ້ພາຍໃນ 10-14ມື້ ເຮັດໃຫ້ໝາກລົ່ນຈາກຕົ້ນ ເຂົ້າດັກແດ້ໃນດິນໄລຍະດັກແດ້ປະມານ 10 ມື້
ການວາງໄຂ່
ແມງວັນທອງໄຂ່ໃສ່ໃນໝາກໄມ້ອ່ອນ
ໂຕແກ່ເຕັມໄວ
ຄ້າຍຄືແມງວັນທີ່ມີສີເຫລືອງຄືກັນກັບຕັກກະແຕນ
ການປ້ອງກັນກຳຈັດ
-       ໃຊ້ກັບດັກແມງວັນທອງ
-       ເກັບໝາກໄມ້ທີ່ຫລົ່ນໄປທຳລາຍຖິ້ມ
-       ໃຊ້ພືດສະໝູນໄພເຊັ້ນ: ຂົມກາເດົາ

Share:

ເຂົ້າໃຈແມງໄມສັດຕູຂອງພືດຜັກ(ແມງຫມີ່ຂາວ)





ວົງຈອນຊີວິດ
ແມງໝີ່ຂາວວາງໄຂ່ມີຮູບຮ່າງຄ້າຍຄືໝາກສີດາ ແຂວນຫ້ອຍຍູ່ຕາມກ້ອງໃບຂອງພືດ ໄລຍະໄຂ່ 7 ມື້ ຕົວອ່ອນຈະດູດກິນນ້ຳລ້ຽງ ຕົວອ່ອນສີຂາວປົນສີຂຽວຮູບໄຂ່ ມີຫລາຍໄລຍະ ໄລຍະຕົວອ່ອນ 2-4ອາທິດ ຕົວແກ່ຍາວ 1 ມິນລີແມັດ ມີປີກສີຂາວ ຕາມໂຕມີລັກຊະນະຄ້າຍແປ້ງປົກຄຸມໂຕ ໂຕແມ່ວາງໄຂ່ໄດ້ປະມານ 100 ໜ່ວຍ
ລັັກຊະນະການທຳລາຍ
ມັກຈະພົບເຫັນການລະບາດຫລາຍໃນລະດູຮ້ອນ ແຕ່ພໍເຂົ້າລະດູຝົນຈະຫລຸດປະລິມານລົງ ແມງໝີ່ຂາວເປັນສັດຕູສະເພາະໃນໂຮວເຮືອນປັກຊຳ ແຕ່ເມື່ອໃຊ້ຢາຂ້າແຜງໄມ້ຫລາຍເຮັດໃຫ້ແມງໝີ່ຂາວມີປະລິມານເພີ່ມຂຶ້ນ ແມງໝີ່ຂາວເຮັດໃຫ້ພືດຜິດປົກກະຕິເຊັ່ນ: ອ່ອນແອເນື່ອງຈາກດູດກິນນ້ຳລ້ຽງເປັນພາຫະນະນຳເຊື້ອໄວລັດມາສູ່ພືດເຊັ່ນ: ພະຍາດໃບດ່າງຂອງມັນຕົ້ນ ແລະ ພະຍາດໃບງໍໃນຝ້າຍ ເຮັດໃຫ້ໃບບິດບ້ຽວແລະເປັນສີເຫລືອງ
ການປ້ອງກັນກຳຈັດ
-       ໃຊ້ເມັດພັນທີ່ມີຄວາມຕ້ານທານ
-       ສະໜັບສະໜູນສັດຕູທຳມະຊາດ
-       ໃຊ້ກັບດັກໃນເຮືອນປັກຊຳ
-       ໃຊ້ສານທຳມະຊາດຕໍ່ໄປນີ້ : ຜັກທຽມ,ຢາສູບ

Share:

ເຂົ້າໃຈແມງໄມສັດຕູຂອງພືດຜັກ(ໄຮແດງ)




ວົງຈອນຊີວິດ
ຮູບຮ່າງຄ້າຍຄືແມງມູມແຕ່ມີຂະໜາດນ້ອຍຫລາຍສ່ວນໃຫຍ່ໂຕຈະມີສີແດງແຕ່ບາງເທື່ອກໍ່ມີສີຂຽວຫລືສີສົ້ມ ໄຂ່ມີສີເຫລືອງ ວາງໄຂ່ຢູ່ກ້ອງໃບໄລຍະໄຂ່ 4 ມື້ ໄລຍະໂຕອ່ອນ 6-10ມື້ ໂຕແກ່ຢູ່ໄດ້ດົນເຖິງ 3 ອາທິດ ແລະ ສາມາດອອກໄຂ່ໄດ້ 200 ໜ່ວຍ
ລັກຊະນະການທຳລາຍ
ທຸກໄລຍະການຈະເລີນເຕີບໂຕຈະດູູດກິນນ້ຳລຽ້ງຈາກໃບຂອງພືດເຮັດໃຫ້ເປັນຈຸດດ່າງເຫລືອງຕໍ່ມາເປັນຈຸດສີນ້ຳຕານແລະມີສີນ້ຳເງິນເຄືອບໃບງໍທາງດ້ານລຸ່ມເຮັດໃຫ້ໃບອ່ອນແອແລະຍອດບໍ່ຈະເລີນເຕີບໂຕແລະພືດຈະຕາຍໃນທີ່ສຸດໄຮຈະທຳລາຍຮຸນແຮງໃນລະດູຮ້ອນ
ການປ້ອງກັນກຳຈັດ
-       ປູກພືດທີ່ບໍ່ຕ້ອງກນໃຫ້ໄຮທຳລາຍໃນລະດູຝົນ
-       ໃຊ້ພັນຕ້ານທານ
-       ໃຊ້ປຸຍຍູເລຍໃຫ້ໜ້ອຍລົງ
-       ໃຊ້ພືດສະໝູນໄພຕໍ່ໄປນີ້: ຜັກທຽມ,ຂົມກາເດົາ,ນ້າຍ່ຽວຂອງງົວ,
-       -ນ້ຳສະບູ່ປະສົມນ້ຳມັນກາດ

Share:

ເຂົ້າໃຈແມງໄມສັດຕູຂອງພືດຜັກ(ບົ້ງຄືບກະລຳປີ)








ວົງຈອນຊີວິດ
ໂຕແກ່ວາງໄຂ່ແບບເປັນໜ່ວຍຢູ່ດຽວໆທາງດ້ານລຸ່ມຂອງໃບ ໄຂ່ຈະຝັກພາຍໃນ 2-3ມື້ບົ້ງສີຂຽວມີແຖບສີຂາວຂ້າງລຳຕົວ ແລະທາງດ້ານທ້ອງມີເສັ້ນເປັນຄູ່ ເວລາເຄື່ອນທີ່ໃຊ້ໃນການຄືບໄປ ໄລຍະເປັນບົ້ງ 30-35ມື້ເຂົ້າເປັນຜັກຫລອກໃນເສດຜັກເຫລືອທີ່ປະໄວ້ ຝັກຫລອກໃຊ້ເວລາ 15 ມື້ຈະກາຍເປັນແມງກະເບື້ອສີນ້ຳຕານແກ່ ມີເມັດສີຂາວເທິງປີກດ້ານໜ້າ ປີກກ້ວາງ 25 ມິນລີແມັດໄລຍະເປັນໂຕແກ່ໃຊ້ເວລາ 3 ອາທິດ
ລັກຊະນະການທຳລາຍ
ບົ້ງຈະກັດໃບແລະສ່ວນຍອດຂອງຜັກ

Share:

ເຂົ້າໃຈແມງໄມສັດຕູຂອງພືດຜັກ(ບົ້ງຊອນໃບ)





ວົງຈອນຊີວິດ
ວາງໄຂ່ເທິງດ້ານຫັລງຂອງໃບ ອາດຈະວາງໄຂ່ດ່ຽວໆ ຫລື ວາງເປັນກຸ່ມໄຂ່ຈະຝັກພາຍໃນ 3-8ມື້ ກາງລຳຕົວມີສີຂຽວເຂັ້ມ ຂະໜາດຍາວ 12 ມິນລີແມັດ ຫາກຖືກລົບກວນຈະມ້ວນຕົວ ເມື່ອບົ້ງຈະຕົກມັນຈະພົ່ນເສັ້ນໄຍເຮັດໃຫ້ລຳຕົວຂອງມັນບໍ່ຕົກລົງພື້ນໄລຍະບົ້ງ 14 – 18 ມື້ ເຂົ້າດັກແດ້ໃນບໍລິເວນຢູ່ກ້ອງໃບເມື່ອເຖິງເວລາ 5 -10 ມື້ຈະກາຍເປັນແມງກະເບື້ອຕອນກາງຄືນ ສີເທົາ ຕົວນ້ອຍ ປີກກ້ວາງ 15 ມິນລີແມັດ
ລັກຊະນະການທຳລາຍ
ບົ້ງຈະເຈາະຜິວທາງດ້ານທ້ອງໃບ ແລະ ກັດກິນເຂົ້າໄປໃນເນື້ອເຍື່ອ ໂດຍບໍ່ກິນຜິວທາງດ້ານເທິງຂອງໃບເຮັດໃຫ້ເປັນໃບສ່ອງເຫລືອແຕ່ເນື້ອເຍື່ອ ບາງຄັ້ງກໍ່ກັດກິນຈົນເປັນຮູ
ການປ້ອງກັນກຳຈັດ
-       ປູກພືດສະຫລັບກັນຫລາຍໆຊະນິດ
-       ໃຊ້ກັບດັກແສງໄຟ
-       ໃຊ້ສະໝູນໄພເຊັ່ນ : ໝາກຂຽບ,ຂົມກາເດົາ,ຢາສູບ,ມັນແກວ

Share:

ເຂົ້າໃຈແມງໄມສັດຕູຂອງພືດຜັກ(ບົ້ງຄືບ)





ວົງຈອນຊີວິດ
ໄຂ່ວາງຢູ່ຕາມລຳຕົ້ນຂອງພືດ ຫລື ຢູ່ບໍລິເວນໃກ້ຄຽງ ແມງກະເບື້ອວາງໄຂ່ໄດ້ລະຫວ່າງ 1000 – 1300 ໜ່ວຍ ແລະ ໜອນຈະແຕກອອກມາໃນເວລາ 10-14 ມື້ ກິນໃບພືດເປັນເວລາ 1-2 ອາທິດ ຕໍ່ຈາກນັ້ນກໍ່ລົງໄປຢູ່ໃນດິນ ເມື່ອດ້ວງແກ່ເຕັມທີ່ມີສີນ້ຳຕານປົນສີເທົາຂະໜາດໂຕຍາວ 3 – 4 ຊັງຕີແມັດ ເຂົ້າດັກແດ້ໃນດິນເປັນເວລາ 10 – 30 ວັນ ກາງປີກກ້ວາງ 3- 4 ຊັງຕີແມັດ ປີກຄູ່ໜ້າມີສີນ້ຳຕານປົນສີເທົາ ແລະ ມີຮອຍແຕ້ມສີດຳ ຫລືສີນ້ຳຕານເຂັ້ມປີກຄູ່ຫລັງຂ້ອນຂ້າງຂາວ ເຖິງວ່າເພດຜູ້ຈະມີສີເຂັມກ່ວາກໍ່ຕາມ
ລັກຊະນະການທຳລາຍ
ຊ່ວງເວລາກາງເວັນໂຕດ້ວງຈະລີ້ຢູ່ໃນດິນກັດກິນຮາກພືດຊ່ວງເວລາກາງຄືນມັກກັດກິນພືດຕົ້ນນ້ອຍໆເປັນເຫດໃຫ້ຫັກລົ້ມ ແລະອາດຈະມີຜົນການເສຍຫາຍຕະຫລອດແຖວ
ການປ້ອງກັນກຳຈັດ
-       ໄຖກ່ອນປູກເປັນເວລາ 1 ເດືອນ
-       ໃສ່ຂີ້ເຖົ່າໃນໜານກ້າ
-       ໃຊ້ໄມ້ ຫລື ຕະປູປັກໄວ້ດິນບໍລິເວນຕົ້ນ
-       ໃຊ້ກັບດັກແສງໄຟ
-       ໃຊ້ເຫຍື່ອລໍ້
-       ສີດພົ່ນດ້ວຍສານສະກັດຈາກທຳມະຊາດເຊັ່ນ : ຢາສູບ

Share:

ເຂົ້າໃຈແມງສັດຕູຂອງຜັກ(ເພ້ຍອ່ອນ)


ເພ້ຍອ່ອນ


ວົງຈອນຊີວິດ
ເພ້ຍອ່ອນຈະມີລຳຕົວອ່ອນ ໂຕຂະໜາດໃຫຍ່ສຸດຈະໃຫຍ່ບໍເກີນ 4 ມິນລີແມັດ ດູດກິນນ້ຳລ້ຽງໄດ້ຫລຍຊະນິດ ປາກມີອະໄວຍະວະແຫລມຄົມໄວ້ແທງເປືອກນອກຂອງພືດເພື່ອດູດກິນນ້ຳລ້ຽງ ມັກທຳລາຍໃບອ່ອນ ແລະ ສ່ວນຍອດການສືບພັນມີແບບອາໄສເພດ ແລະ ບໍ່ອາໄສເພດ ຕົວເຕັມໄວໂຕແມ່ສາມາດອອກລູກໄດ້ມື້ລະ 2 – 20 ໂຕ ຖ້າສະພາບອາກາດດີໆຈະຄົບວົງຈອນຊີວິດໃນຊ່ວງເວລາປະມານ 2 ອາທິດ ໂຕແກ່ມີທັງຊະນິດມີປີກ ແລະ ບໍ່ມີປີກ ປີກຈະອອກມາເມື່ອງມີປະຊາກອນຈຳນວນຫລາຍ
ລັກຊະນະການທຳລາຍ
ທຳລາຍໂດຍການດູດກິນນ້ຳລ້ຽງເຮັດໃຫ້ໃບບິດບ້ຽວການຈະເລີນເຕີບໂຕຫລຸດລົງ ຖ້າທຳລາຍພືດຕະກຸນຖົ່ວເຮັດໃຫ້ມີປຸ່ມຫລຸດໜ້ອຍລົງ ແລະ ນ້ອຍເພ້ຍອ່ອນຂັບຖ່າຍເປັນນ້ຳຫວານເຮັດໃຫ້ເກີດເຊື້ອລາໃນຕົນພືດ ເປັນເຫດໃຫ້ບັງແສງແດດທີ່ໃຊ້ໃນການສັງເຄາະແສງ ພ້ອມທັງເປັນພາຫະນະນຳເຊື້ອພະຍາດເຊັ່ນເຊື້ອໄວລັດ
ການປ້ອງກັນກຳຈັດ
-       ປູກພຸ່ມໄມ້ເພື່ອໃຫ້ເປັນທີ່ຢູ່ອາໄສຂອງສັດຕູທຳມະຊາດ
-       ໃສ່ຝຸ່ນຢູເລຍໃຫ້ໜ້ອຍລົງປ່ຽນໃສ່ຝຸ່ນອິນຊີໃຫ້ສະໝ່ຳສະເໝີ
-       ກຳຈັດມົດເພາະມົດຈະຄາບເອົາເພ້ຍໄປບ່ອນອື່ນ
-       ໃຊ້ສານເຄມີທາງທຳມະຊາດເຊັ່ນ : ໝາກຂຽບ,ໝາກເຜັດ,ຜັກທຽມ,ຂົມກາເດົາ,ຢາສູບ,ມັນແກວ,ນ້ຳຍ່ຽວຂອງງົວ,ສູດປະສົມແປ້ງ,ນ້ຳສະບູ່

Share:

ວິທີ່ການປູກໝາກແໜ່ງ


ວິທີການປູກໝາກແໜ່ງ



1  ວິທີການປູກ.
               ວິທີ່ການປູກໝາກແໜ່ງ ແລະ ການຂະຫຍາຍພັນໝາກແໜ່ງ, ປະກອບມີສອງວິທີ່ການໃຫຍ່ຄື: ການປູກຫຼືການຂະຫຍາຍພັນດ້ວຍການກ້າເມັດ(ແກ່ນ) ແລະ ການປູກດ້ວຍເຫງົ້າຫຼືລຳຕົ້ນ
1.1.1           ການປູກດ້ວຍການກ້າເມັດ ຫຼື ແກ່ນ.
1.1.2                    ການກຽ່ມໜານກ້າ ຕ້ອງເປັນດີນທີ່ອຸດົມສົມບຸນມີຮົມ ແລະ ເຢັນດີ,ລ່ວງກວ້າງຂອງໜານ 1 ແມັດ,ລວ່ວງຍາວຕາມເງື່ອນໄຂ້ສະພາບຕົວຈິ່ງ.ຂຸດດີນໃຫ້ເລີກປະມານ 25-30ຊັງຕີແມັດຕາກດີນໃຫ້ແຫ້ງປະໄວ 5-7ວັນເພືອໃຫ້ມົດ ແລະ ແມ້ງໄມ້ໜີໄປຈາກນັ້ນຈິ່ງທົບດີນໃຫ້ລະອຽ່ດປະສົມຝຸ່ນຄອກ ແລະ ເຄມີໃຫ້ໃນອັດຕາສວນທີ່ຄັກແນ່.
1.1.3                      ການກຽ່ມດີນປູກ : ກອນທີ່ຈະທຳການເພາະປູກໜາກແໜ່ງແມ່ນ,ເຮົາຈະຕ້ອງໄດ້ມີການອານາໄມພື້ນທີ່ໃຫ້ສະອາດເສຍກອນ,ໂດຍການຖາງຫຍ້າ,ຕັດງ່າໄມ້ບາງສວນອອກເພືອໃຫ້ແສງແດດສອງຜ່ານໄດ້.ຖ້າເປັນໄປໄດ້ຕ້ອງມີການໄຖພື້ນທີ່ເພືອໃຫ້ດີນນັ້ນອອ່ນໂຕ, ເຮັດໃຫ້ດີນນັ້ນມີໂຄງສາງທີ່ເໝາະສົມແກ່ການປູກຍິ່ງຂື້ນກ່ວາເກົ່າ.
1.1.4                      ໄລຍະການປູກ:  ໄລຍະທີ່ປູກໜາກແໜ່ງແມ່ນ 1x1 ແມັດຕໍ່ຕົ້ນໂດຍການໃຊ້ຈົກ ຫຼື ສ່ຽມຂຸດເປັນຂູ່ມແລ້ວກໍ່ນຳເອົາໜໍ່ຫຼືແໜງໝາກແໜ່ງມາປູກ
1.1.5                      ບໍ່ຄວນປູກໝາກແໜ່ງໃນຂູ່ມທີ່ເລີກເກີນໄປ, ຂູ່ມປູກໝາກແໜ່ງຄວາມເລີກແມ່ນຢູ່ໃນລະຫວ່າງ 5ຫາ10 ຊັງຕີແມັດ.

Share:

ການປູກໜາກແໜ່ງ


  ລັກສະນະທັ່ວໄປຂອງໜາກແໜ່ງ.
ຊື່ວິທະຍາສາດ: AmomumKrranh Pierre
ຊື່ສາມັນ: Siam cardamom
ຕະກຸນ: Zingiberacee
ຊື່ທົ່ວໄປ:   ໜາກແໜ່ງ   Siam Cardamom, Best Cardamom
  ສະພາບແວດລ້ອມທີ່ມີຜົນຕໍ່ການຈະເລີນເຕີບໂຕຂອງໜາກແໜ່ງ
1                   ອາກາດ.ເງືອນໄຂອາກາດທີ່ເໜາະສົມທີ່ສຸດສຳລັບການປູກໜາກແໜ່ງແມ່ນອຸ່ນນະພູມສະເລ່ຍປະຈຳປີລະຫວ່າງ19-22ອົງສາເຊໃນໄລຍະເດືອນທີ່ໜາວສຸດຕ້ອງບໍ່ຕຳກວ່າ 12 ອົງສາເຊປະລິມານນໍ້າຝົນແມ່ນຢູ່ໃນລະດັບ1200-2400ມມ/ປີ
.2        ດີນ : ຕ້ອງເປັນດີນທີ່ມີການອົບນໍ້າ ແລະ ມີອາກາດທ່າຍເທໄດ້ດີເປັນດີທີ່ອຸດົມສົມບຸນໄປດ້ວຍແຮ່ທາດຕ່າງໆ ມີຊັ້ນດີນປູກຝັງເລີກ ເປັນດີນຜຸຜຸ່ຍລະດົບຄວາມເປັນກົດເປັນດ່າງ pH ຢູ່ລະຫວາງ 5,5-7(5-7,5) ກໍ່ສາມາດທົນໄດ້ຖ້າເປັນດີນປ່າທີ່ມີສີຄີ່ມ ແລະ ຊຸ່ມຕະຫຼອດປີແມ່ນເປັນດີນທີ່ເໝາະສົມທີ່ສຸດ.ມີລະດັບຄວາມຄອ່ຍຊັນລະຫ່ວາງ 15-25 ອົງສາ ແລະ ສູງຈາກລະດັບໜ້ານໍ້າທະເລປະມານ 900 ແມັດລົງມາ(ບອ່ນທີ່ຈະປູກໝາກແໜ່ງຕ້ອງເປັນບອ່ນທີ່ມີປ່າໄມ້ປົກຄູ່ມບ່ອນທີ່ບໍ່ມີປ່າໄມ້ປົກຄູ່ມແມ່ນຖືວ່າເປັນບອນທີ່ບໍ່ເໜາະສົມທີ່ຈະປູກໝາກແໜ່ງ ເພາະວ່າປະລິມານຂອງແສງສະຫວ່າງແມ່ນມີຫຼາຍເກີນຄວາມຕ້ອງການ,ເຊີງຈະພາໃຫ້ຕົ້ນໝາກແໜ່ງຈະເລີນເຕີໂຕຊ້າ, ໃຫ້ຜົນຜະລິດຕຳ) ຖ້າຫາກວ່າຄວາມຊຸ່ມຂອງດີນຕໍ່າກວ່າ22 ເປີເຊັນ ຕົ້ນໜາກແໜ່ງຈະບໍ່ອອກດອກ. ສະຖານທີ່ໝາກແໜ່ງປ່າເກີດດີຫຼືບ່ອນທີ່ໝາກແໜ່ງປ່າເກີດໝາກດີແມ່ນເປັນຕົວຊີວັດທີ່ດີໃນການປູກໝາກແໜ່ງພັນ. ດັງນົ້ນພວກເຮົາຄວນຄັດເລືອສະຖານທີ່ຄືດັງກ່າວ ເພືອປູກໝາກແໜ່ງພັນປັບປູ່ງເຂົ້າແທນໃສ່ໃນແຕ່ລະບ້ານປະສົບການໃນການປູກໝາກແໜ່ງໄດ້ດີ ຫຼືບໍ່ດີແມ່ນມີຫຼາຍ ເພື່ອຢາກຂັດເລືອກເຂດທີ່ຖືກຕ້ອງເໜາະສົມໃນການປູກໝາກແໜ່ງໄຫ້ໄດ້ຜົນດີ ເຮົາຕ້ອງໄປເບີງສວນຂອງຄອບຄົວຜູ້ອື່ນໆທີ່ໄດ້ຮັບຜົນດີໃນການຜະລິດໝາກແໜ່ງ ແລະ ສັງເກດເບີງວ່າສວນຂອງເຂົາເຈົ້າເລົານັ້ນມັນງາມ ແລະ ໃຫ້ໝາກດີເປັນຍ້ອນອັນໃດ(ຄວາມສູງຂອງດີນ, ດີນ, ແສງສະຫວ່າງ, ຄວາມຊູ່ມ, ຄວາມເນີນຂອງດີນ ແລະ ອື່ນໆ) ແລະ ພະຍາຍາມຊອກຫາຕອນດີນໃຫ້ຄ່າຍຄືກັນກັບພື້ນທີ່ຂອງຄອບຄົວທີ່ເຂົາເຈົ້າໄດ້ຮັບຜົນສຳເລັດດີເປັນບອ່ນອີງ.
2    ແສງສະຫວ່າງ.
                 ໝາກແໜ່ງມັກເກີດຢູ່ບອ່ນຮົ່ມໄລຍະການຈະເລີນເຕີບໂຕໃນຊ່ວງ 1-2 ປີແມ່ນຕ້ອງການຄວາມຮົ່ມປະມານ 60-70% ຈົນຮອດໄລຍະການອອກດອກ ແລະ ຈົບໜາກໃນຊ່ວງໄລຍະ 3-4 ປີ,ຄວາມຮົ່ມທີ່ເໜາະສົມແມ່ນ 50-60% ແຕ່ຕ້ອງລະວັງໃຫ້ໄດ້ຮັບແສງສະຫວ່າງປະມານ 6 ຊົ່ວໂມງ.
         3   ປະລິມານນໍ້າຝົນ : ປະລິມານນໍ້າຝົນມີອິດທິພົນ ແລະ ຄວາມສຳຄັນທີ່ສຸດຕໍ່ການປູກໝາກແໜ່ງ, ເນືອງຈາກວ່າໝາກແໜ່ງ ມັກເກີດໃນພື້ນທີ່ເນີນສູງ,ຢູ່ຕາມເປີ້ນພູ,ຢູ່ບອນລາດຊັນ, ເຊີງບໍມີນໍ້າຊົນລະປະທານ ໂດຍອາໄສຄວາມຊຸ່ມຊື່ນ ແລະ ອາໄສນໍ້າຝົນເປັນຕົ້ນຕໍ ໃນການຈະເລີນເຕີບໂຕ, ປະລິມານນໍ້າຝົນສະເລ່ຍແລ້ວປີໜຶ່ງປະມານ 1.700-4.500 ມິລິແມັດຕໍປີ ຫຼື ໃນເດືອນໜຶ່ງປະມານ 516ມິລິແມັດຕໍເດືອນ.
4  ລົມ.
ລົມແມ່ນມີຜົນດີ ແລະ ຜົນເສຍ ເຊັນດ່ຽວກັນກັບສິ່ງແວດລ້ອມອື່ນໆດັ່ງນີ້:
            ຜົນດີ: ລົມຊວຍລະບາຍຄວາມຮ້ອນໃນອາກາດ,ນອກຈາກນີ້ຍັງຊ່ວຍຮັກສາອາຍກາກໂບນິກCO2 ໃນບໍລິເວນຂອງຕົ້ນໝາກແໜ່ງໃຫ້ສົມດຸ່ນເຮັດໃຫ້ການປຸ່ງແຕ່ງຂອງທາດອາຫານຊອງໝາກແໜ່ງດີຂື້ນ.
            ຜົນເສຍ: ເປັນສາເຫດເຮັດໃຫ້ໃບຂອງໝາກແໜ່ງຈີກ,ຂາດ ລົມເຮັດໃຫ້ຕົ້ນໝາກແໜ່ງລົ້ມ,ຫັກ ແລະ ມີສວນເຮັດໃຫ້ຜົນຜະລິດຫຼຸດລົງ(ເອກະສານປະກອບການສອນວິຊາປ່າໄມ້ກະສິກຳ ແລະ ການປູກພືດເຄື່ອງປາ ຂອງດົງໃນສວນໄມ້ໃຫ້ໝາກ/ວສນໄມ້ສັກ,ປີ 2016,ໜ້າ 20)
             ໝາກແໜ່ງເປັນພືດທີ່ບໍທົນທານຕໍສະພາບລົມແຮງ ການເລືອກພື້ນທີ່ປູກທີ່ລົມບໍແຮງຫຼາຍ ຫຼື ການເຮັດແນວ ກັນລົມໃຫ້ເປັນສິ່ງຈຳເປັນທີ່ຄວນຈະຕ້ອງຄຳນຶ່ງເຖີງບັນຫາທີ່ເກີດຈາກລົມຈະກ່ຽວຂ້ອງຢູ່ທັງໃນດ້ານການຈະເລີນເຕີບໂຕ ແລະ ໃນດ້ານການຕິດໝາກດ້ວຍການແກ້ບັນຫາເລືອງລົມ,ໂດຍການປູກໝາກແໜ່ງເປັນພືດສະຫຼັບໃນສວນໝາກໄມ້ ຫຼື ບອນທີ່ມີຕົ້ນໄມ້ໃຫຍ່ຫຼາຍເພື່ອປ້ອງກັນລົມ.





Share:

ສອນ Data Science



Time Series Forecasting

what is we leraning?
1.Getting Started
2.Time Series Graphics
3.The forecaster’s toolbox
4.Time series decomposition
5.Exponential Smoothing
6.ARIMA Models
7.Time Series Regression Model
8.Dynamic Regression Models

Share:

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.