ເຂົ້າໃຈ ທາດອາຫານຂອງພືດຢ່າງຖືກຕ້ອງ(K)


ທາດໂປຕັດຊຽມ(k)
-ມີບົດບາດໃນການກະຕຸ້ນເອນໄຊທີ່ໃຊ້ໃນການສັງເຄາະແສງ ແລະ ຫາຍໃຈ ສົ່ງເສີມການເຄື່ອນຍ້າຍແປ້ງ,ນ້ຳຕານ ແລະ ໂປຕິນ ຈາກໃບໄປສູ່ໝາກ ຊ່ວຍເພີ່ມຄຸນນະພາບທາງດ້ານຄວາມຫວານ ,ຄວາມແຂງແຮງ ແລະ ຕ້ານທານພະຍາດ.

-ອາການຂາດທາດໂປຕັດຊຽມ ສະແດງອາການທີ່ໃບລຸ່ມກ່ອນມີສີເຫລືອງຊີດ ແລ້ວປ່ຽນເປັນສີນ້ຳຕານ ແລະ ແຫ້ງຕາຍເປັນຈຸດໆ ໂດຍເລີ່ມຈາກປາຍໃບເຂົ້າສູ່ກ່າງໄດ້ງໃບ,ຮາກພືດຈະຈະເລີນເຕີບໂຕຊ້າ ແລະ ອ່ອນແອ ໝາກບໍ່ໃຫຍ່ ແລະ ເມັດລີບ ແຫ່ວໄດ້ງ່າຍ ແລະ ລົດຊາດຂອງໝາກຈະບໍ່ດີ.

-ການມີທາດໂປຕັດຊຽມໃນດິນ ຫລາຍເກີນໄປ ພືດຈະສະສົມທາດດັ່ງກ່າວໄວ້ທີ່ໃບ ແຕ່ການຈະເລີນເຕີບໂຕຈະບໍ່ເພີ່ມຂຶ້ນ ນອກຈາກນີ້ຍັງມີຜົນຕໍ່ການດູດທາດແຄນຊຽມ(ca) ແລະ ທາດແມງການິດ(Mn)ຊຽມໄດ້ໜ້ອຍ ອາດເຮັດໃຫ້ພືດສະແດງອາການຂາດແຄນຊຽມ (ca) ແລະ ແມງການິດຊຽມ(Mn)ໄດ້
Share:

1 comment:

  1. ແລ້ວໃນປຸຍມີທາດນີ້ບໍ່

    ReplyDelete

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.