ທາດຟົດສຟໍຣັດ(P)
- ມີບົດບາດໃນການສັງເຄາະແສງ ແລະ ໂປຣຕິນພ້ອມນັ້ນກໍ່ເປັນສານອິນຊີທີ່ປະກອນDNA ແລະ ສານ RNA ທີ່ກ່ຽວຂ້ອງກັບການຖ່າຍທອງທາງພັນທຸກຳ ສານປະກອບເອັນຊ່າຍ ທີ່ກ່ຽວຂ້ອງກັບການຖ່າຍທອດພະລັງງານໃນການສັງເຄາະແສງແລະຫາຍໃຈ ຊ່ວຍຮາກຝອຍ ,ຮາກແໜງ ແລະ ເພີ່ມປະສິດທິພາບໃນການດູດທາດໂປຣຕັດຊຽມ ຊ່ວຍກະຕຸ້ນການສ້າງເມັດ ເພີ່ມຄວາມຕ້ານທານພະຍາດ ແລະ ແມງໄມ້.
- ອາການຂາດທາດຟົດສຟໍຣັດ : ພືດຈະຍຸດສະຫງັກການຈະເລີນເຕີບໂຕເຮັດໃຫ້ລຳຕົ້ນນ້ອຍ ້ນື່ອງຈາກການສັງເຄາະຄໍຼໍໂລຟິນ ແລະ ການສ້າງຮໍໂມນພືດໃບລຸ່ມມີສີແດງ ຫລື ສີມ່ວງເຂັ້ມ ແຜ່ນໃບ ແລະ ເສັ້ນໃບແຫ້ງຕາຍເປັນຈຸດໆ ຈາກໃບລຸ່ມຂຶ້ນສູ່ຍອດ ອອກດອກຊ້າ ມີຈຳນວນດອກນ້ອຍ ຫລື ບໍ່ອອກດອກ
- ການມີທາດຟົດສຟໍຣັດຫລາຍເກີນໄປ :ຈະເຮັດໃຫ້ເກີດການດຶງໄດອອັກໄຊ ແລະ ການສັງເຄາະແສງຫລຸດລົງ ເນື່ອງຈາກໄປຢັບຢັ້ງກິດຈະກຳຂອງເອນໄຊພາຍໃນເນື້ອເຍື່ອ ລົດຄວາມເປັນປະໂຫຍດຂອງທາດເຫັລກ ອາລູມີນຽມ ແລະ ສັງກະສີ ເຮັດໃຫ້ປະລິມານເນື້ອໃບລະຫວ່າງເສັ້ນໃບຕາຍ ພືດອາດຂາດສະແດງອາການຂາດທາດເຫັລກ ອາລູມີນຽມ ແລະ ສັກະສີໄດ້
No comments:
Post a Comment