ເພື່ອສືບຕໍ່ຜັນຂະຫຍາຍທິດທາງ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ຕາມຄວາມຮຽກຮ້ອງຕ້ອງການ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ຕາມທິດຊີ້ນຳຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງຫຼວງພະບາງ ໃຫ້ແທດເໝາະກັບເງື່ອນໄຂທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດ ແລະ ເສດຖະກິດ-ສັງຄົມໃຫ້ມີຄວາມຊັດເຈນ, ມີຄວາມໝັ້ນທ່ຽງ, ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປຄຽງຄູ່ ກັບການປົກປັກ ຮັກສາສະພາບແວດລ້ອມ. ເພື່ຶອສືບຕໍ່ປະຕິບັດໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາແຂວງຫຼວງພະບາງ ໃຫ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ. ຖືເອົາການ ພັດທະນາເສດຖະກິດ, ແກ້ໄຂຄວາມທຸກຍາກເປັນໃຈກາງ, ເອົາໃຈໃສ່ພັດທະນາອາຊີບກະສິກຳໃຫ້ໄດ້ແບບຍືນຍົງ, ແບບປະສົມປະສານຮອບດ້ານ ຕາມທິດຜະລິດກະສິກຳເປັນສິນຄ້າ ແລະ ຫັນເປັນທັນສະໄໝ, ການຜະລິດກະສິກຳຕ້ອງສຸມໃສ່ບັນດາຂະແໜງການທີ່ມີທ່າແຮງ ແລະ ມີມູນເຊື້ອ, ຮັບປະກັນການສະໜອງສະບຽງອາຫານໃຫ້ໝັ້ນທ່ຽງ, ຖືເອົາການສ້າງຄອບຄົວຕົວແບບເປັນມາດຕະການຕົ້ນຕໍ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ ໃຫ້ແກ່ປະຊາຊົນທີ່ຢຸດຕິການຖາງປ່າເຮັດໄຮ່ເລື່ອນລອຍ ໄປເຮັດອາຊີບອື່ນໆໃຫ້ໝັ້ນຄົງ; ເອົາໃຈໃສ່ ແລະ ສົ່ງເສີມການປູກໄມ້ເປັນປ່າ, ຟື້ນຟູ, ປົກປັກຮັກສາປ່າໄມ້ເຮັດໃຫ້ຫລວງພະບາງກາຍເປັນເມືອງສີຂຽວ. ຂະຫຍາຍ ແລະ ພັດທະນາໂຄງລ່າງຊົນລະປະທານໃຫ້ມີປະສິດທິຜົນ, ຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ປ່າໄມ້, ເຄື່ອງປ່າຂອງດົງໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ຕິດພັນສະໜິດກັບການອານຸລັກຊີວະນາໆພັນໃຫ້ຍືນຍົງ ກໍ່ຄືການປົກປັກຮັກສາຊັບພະຍາກອນທຳມະຊາດ.
-
ຍຸດທະສາດທີ່ 1
ຄວາມໝັນຄົງທາງດ້ານສະບຽງອາຫານ ແລະ ການເຂົ້າເຖິງຕະຫລາດທີ່ສະໜັບສະໜູນຊາວກະສິກອນ.
-
ຍຸດທະສາດທີ່ 2
ສະໜອງຂໍ້ມູນຂ່າວສານທາງດ້ານວຽກງງານກະສິກຳໃຫ້ແຜ່ຂະຫຍາຍສູ່ວົງກວ້າງ
-
ຍຸດທະສາດທີ່ 3
ໃຫ້ຄຳປຶກສາ ແລະ ຝຶກຝົນທາງດ້ານສະຕິປັນຍາ ໃຫ້ເລິກເຊິ່ງຕາມທິດພັດທະນາ
-
ຍຸດທະສາດທີ່ 4
ການຄ້ຳປະກັນສະບຽງອາຫານການຢູ່ດີກິີນດີຂອງຊາວກະສິກອນໃຫ້ມີໃບໜ້າອັນໃໝ່ ແລະ ເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ.
-
ຍຸດທະສາດທີ່ 5
ອະນຸລັກ ແລະ ພັດທະນາທີ່ດິນກະສິກຳໃຫ້ມີຄວາມຍືນຍົງ.
ວິໄສທັດ
(ຂໍຂອບໃຈ ບົດຄວາມຈາກພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ.ແຜນພັດທະນາຂະແໜງ
ກະສິກຳ ແລະ ປ່າໄມ້5
ປີ ຄັ້ງທີ VIII (2016-2020)(ສະບັບປັບປຸງວັນທີ່
19/01/2016))
ສ່ວນປະກອບຫົວ ເຊື້ອ
1.ເຂົ້າຈ້າວ 100 ກກ
2.
ຫົວເຊື້ອເຫັດນາງຟ້າ ຫລຸ້ນ F2
ວິທີການ ເຮັດ
Ø ຂັ້ນຕອນການຕຽມເມັດພືດທັນຍາຫານ
1. ນຳເມັດພືດໄປຕົ້ມບໍ່ໃຫ້ສຸກເກີນໄປ.
2. ນຳມາຮ່າຍໃສ່ແກ້ວກົມອັດຕາສ່ວນປະມານ 2/3 ຂອງແກ້ວ ອັດດ້ວຍຝ້າຍ, ຫຸ້ມ ດ້ວຍເຈ້ຍ ແລະ ຮັດດ້ວຍຢາງບ້ວງ.
3. ນຳໄປໜຶ້ງໃນໝໍ້ໜຶ້ງຄວາມດັນ 20-30 ນາທີ
ເມື່ອເຢັນແລ້ວກໍ່ສາມາດນຳໄປເຂ່ຍ
ເຊື້ອໃສ່ໄດ້.
ເຂົ້າໃຈແມງສັດຕູໄມ້ໃຫ້ໝາກ(ແມງວັນທອງ)
ວົງຈອນຊີວິດ
ແມງວັນທອງຈະວາງໄຂ່ເປັນກຸ່ມໃຕ້ຜິວຂອງໝາກໄມ້
ໄຂ່ຟັກພາຍໃນ 2-4 ມື້ເປັນໜອນແມງວັນໂຕສີຂາວບໍ່ມີຂາ ໂຕໃຫຍ່ເຕັມທີ່ຍາວ 1 ຊັງຕີແມັດ
ຫົວແຫລມ ກົ້ນມົນໂຕໜອນຈະກິນຊີ້ນໝາກໄມ້ພາຍໃນ 10-14ມື້ ເຮັດໃຫ້ໝາກລົ່ນຈາກຕົ້ນ
ເຂົ້າດັກແດ້ໃນດິນໄລຍະດັກແດ້ປະມານ 10 ມື້
ການວາງໄຂ່
ແມງວັນທອງໄຂ່ໃສ່ໃນໝາກໄມ້ອ່ອນ
ໂຕແກ່ເຕັມໄວ
ຄ້າຍຄືແມງວັນທີ່ມີສີເຫລືອງຄືກັນກັບຕັກກະແຕນ
ການປ້ອງກັນກຳຈັດ
-
ໃຊ້ກັບດັກແມງວັນທອງ
-
ເກັບໝາກໄມ້ທີ່ຫລົ່ນໄປທຳລາຍຖິ້ມ
-
ໃຊ້ພືດສະໝູນໄພເຊັ້ນ: ຂົມກາເດົາ
ເຂົ້າໃຈແມງໄມສັດຕູຂອງພືດຜັກ(ແມງຫມີ່ຂາວ)
ວົງຈອນຊີວິດ
ແມງໝີ່ຂາວວາງໄຂ່ມີຮູບຮ່າງຄ້າຍຄືໝາກສີດາ ແຂວນຫ້ອຍຍູ່ຕາມກ້ອງໃບຂອງພືດ
ໄລຍະໄຂ່ 7 ມື້ ຕົວອ່ອນຈະດູດກິນນ້ຳລ້ຽງ ຕົວອ່ອນສີຂາວປົນສີຂຽວຮູບໄຂ່ ມີຫລາຍໄລຍະ
ໄລຍະຕົວອ່ອນ 2-4ອາທິດ ຕົວແກ່ຍາວ 1 ມິນລີແມັດ ມີປີກສີຂາວ
ຕາມໂຕມີລັກຊະນະຄ້າຍແປ້ງປົກຄຸມໂຕ ໂຕແມ່ວາງໄຂ່ໄດ້ປະມານ 100 ໜ່ວຍ
ລັັກຊະນະການທຳລາຍ
ມັກຈະພົບເຫັນການລະບາດຫລາຍໃນລະດູຮ້ອນ
ແຕ່ພໍເຂົ້າລະດູຝົນຈະຫລຸດປະລິມານລົງ ແມງໝີ່ຂາວເປັນສັດຕູສະເພາະໃນໂຮວເຮືອນປັກຊຳ
ແຕ່ເມື່ອໃຊ້ຢາຂ້າແຜງໄມ້ຫລາຍເຮັດໃຫ້ແມງໝີ່ຂາວມີປະລິມານເພີ່ມຂຶ້ນ
ແມງໝີ່ຂາວເຮັດໃຫ້ພືດຜິດປົກກະຕິເຊັ່ນ:
ອ່ອນແອເນື່ອງຈາກດູດກິນນ້ຳລ້ຽງເປັນພາຫະນະນຳເຊື້ອໄວລັດມາສູ່ພືດເຊັ່ນ:
ພະຍາດໃບດ່າງຂອງມັນຕົ້ນ ແລະ ພະຍາດໃບງໍໃນຝ້າຍ ເຮັດໃຫ້ໃບບິດບ້ຽວແລະເປັນສີເຫລືອງ
ການປ້ອງກັນກຳຈັດ
-
ໃຊ້ເມັດພັນທີ່ມີຄວາມຕ້ານທານ
-
ສະໜັບສະໜູນສັດຕູທຳມະຊາດ
-
ໃຊ້ກັບດັກໃນເຮືອນປັກຊຳ
-
ໃຊ້ສານທຳມະຊາດຕໍ່ໄປນີ້ : ຜັກທຽມ,ຢາສູບ
ເຂົ້າໃຈແມງໄມສັດຕູຂອງພືດຜັກ(ໄຮແດງ)
ວົງຈອນຊີວິດ
ຮູບຮ່າງຄ້າຍຄືແມງມູມແຕ່ມີຂະໜາດນ້ອຍຫລາຍສ່ວນໃຫຍ່ໂຕຈະມີສີແດງແຕ່ບາງເທື່ອກໍ່ມີສີຂຽວຫລືສີສົ້ມ
ໄຂ່ມີສີເຫລືອງ ວາງໄຂ່ຢູ່ກ້ອງໃບໄລຍະໄຂ່ 4 ມື້ ໄລຍະໂຕອ່ອນ 6-10ມື້
ໂຕແກ່ຢູ່ໄດ້ດົນເຖິງ 3 ອາທິດ ແລະ ສາມາດອອກໄຂ່ໄດ້ 200 ໜ່ວຍ
ລັກຊະນະການທຳລາຍ
ທຸກໄລຍະການຈະເລີນເຕີບໂຕຈະດູູດກິນນ້ຳລຽ້ງຈາກໃບຂອງພືດເຮັດໃຫ້ເປັນຈຸດດ່າງເຫລືອງຕໍ່ມາເປັນຈຸດສີນ້ຳຕານແລະມີສີນ້ຳເງິນເຄືອບໃບງໍທາງດ້ານລຸ່ມເຮັດໃຫ້ໃບອ່ອນແອແລະຍອດບໍ່ຈະເລີນເຕີບໂຕແລະພືດຈະຕາຍໃນທີ່ສຸດໄຮຈະທຳລາຍຮຸນແຮງໃນລະດູຮ້ອນ
ການປ້ອງກັນກຳຈັດ
-
ປູກພືດທີ່ບໍ່ຕ້ອງກນໃຫ້ໄຮທຳລາຍໃນລະດູຝົນ
-
ໃຊ້ພັນຕ້ານທານ
-
ໃຊ້ປຸຍຍູເລຍໃຫ້ໜ້ອຍລົງ
-
ໃຊ້ພືດສະໝູນໄພຕໍ່ໄປນີ້: ຜັກທຽມ,ຂົມກາເດົາ,ນ້າຍ່ຽວຂອງງົວ,
-
-ນ້ຳສະບູ່ປະສົມນ້ຳມັນກາດ
ເຂົ້າໃຈແມງໄມສັດຕູຂອງພືດຜັກ(ບົ້ງຄືບກະລຳປີ)
ວົງຈອນຊີວິດ
ໂຕແກ່ວາງໄຂ່ແບບເປັນໜ່ວຍຢູ່ດຽວໆທາງດ້ານລຸ່ມຂອງໃບ
ໄຂ່ຈະຝັກພາຍໃນ 2-3ມື້ບົ້ງສີຂຽວມີແຖບສີຂາວຂ້າງລຳຕົວ ແລະທາງດ້ານທ້ອງມີເສັ້ນເປັນຄູ່
ເວລາເຄື່ອນທີ່ໃຊ້ໃນການຄືບໄປ ໄລຍະເປັນບົ້ງ
30-35ມື້ເຂົ້າເປັນຜັກຫລອກໃນເສດຜັກເຫລືອທີ່ປະໄວ້ ຝັກຫລອກໃຊ້ເວລາ 15
ມື້ຈະກາຍເປັນແມງກະເບື້ອສີນ້ຳຕານແກ່ ມີເມັດສີຂາວເທິງປີກດ້ານໜ້າ ປີກກ້ວາງ 25
ມິນລີແມັດໄລຍະເປັນໂຕແກ່ໃຊ້ເວລາ 3 ອາທິດ
ລັກຊະນະການທຳລາຍ
ບົ້ງຈະກັດໃບແລະສ່ວນຍອດຂອງຜັກ
ເຂົ້າໃຈແມງໄມສັດຕູຂອງພືດຜັກ(ບົ້ງຊອນໃບ)
ວົງຈອນຊີວິດ
ວາງໄຂ່ເທິງດ້ານຫັລງຂອງໃບ
ອາດຈະວາງໄຂ່ດ່ຽວໆ ຫລື ວາງເປັນກຸ່ມໄຂ່ຈະຝັກພາຍໃນ 3-8ມື້ ກາງລຳຕົວມີສີຂຽວເຂັ້ມ
ຂະໜາດຍາວ 12 ມິນລີແມັດ ຫາກຖືກລົບກວນຈະມ້ວນຕົວ
ເມື່ອບົ້ງຈະຕົກມັນຈະພົ່ນເສັ້ນໄຍເຮັດໃຫ້ລຳຕົວຂອງມັນບໍ່ຕົກລົງພື້ນໄລຍະບົ້ງ 14 – 18
ມື້ ເຂົ້າດັກແດ້ໃນບໍລິເວນຢູ່ກ້ອງໃບເມື່ອເຖິງເວລາ 5 -10
ມື້ຈະກາຍເປັນແມງກະເບື້ອຕອນກາງຄືນ ສີເທົາ ຕົວນ້ອຍ ປີກກ້ວາງ 15 ມິນລີແມັດ
ລັກຊະນະການທຳລາຍ
ບົ້ງຈະເຈາະຜິວທາງດ້ານທ້ອງໃບ
ແລະ ກັດກິນເຂົ້າໄປໃນເນື້ອເຍື່ອ
ໂດຍບໍ່ກິນຜິວທາງດ້ານເທິງຂອງໃບເຮັດໃຫ້ເປັນໃບສ່ອງເຫລືອແຕ່ເນື້ອເຍື່ອ
ບາງຄັ້ງກໍ່ກັດກິນຈົນເປັນຮູ
ການປ້ອງກັນກຳຈັດ
-
ປູກພືດສະຫລັບກັນຫລາຍໆຊະນິດ
-
ໃຊ້ກັບດັກແສງໄຟ
-
ໃຊ້ສະໝູນໄພເຊັ່ນ : ໝາກຂຽບ,ຂົມກາເດົາ,ຢາສູບ,ມັນແກວ