ໜ້າທຳອິດ


ເພື່ອສືບຕໍ່ຜັນຂະຫຍາຍທິດທາງ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ຕາມຄວາມຮຽກຮ້ອງຕ້ອງການ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ຕາມທິດຊີ້ນຳຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງຫຼວງພະບາງ  ໃຫ້ແທດເໝາະກັບເງື່ອນໄຂທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດ ແລະ ເສດຖະກິດ-ສັງຄົມໃຫ້ມີຄວາມຊັດເຈນ, ມີຄວາມໝັ້ນທ່ຽງ, ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປຄຽງຄູ່ ກັບການປົກປັກ ຮັກສາສະພາບແວດລ້ອມ. ເພື່ຶອສືບຕໍ່ປະຕິບັດໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາແຂວງຫຼວງພະບາງ ໃຫ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ. ຖືເອົາການ ພັດທະນາເສດຖະກິດ, ແກ້ໄຂຄວາມທຸກຍາກເປັນໃຈກາງ, ເອົາໃຈໃສ່ພັດທະນາອາຊີບກະສິກຳໃຫ້ໄດ້ແບບຍືນຍົງ, ແບບປະສົມປະສານຮອບດ້ານ ຕາມທິດຜະລິດກະສິກຳເປັນສິນຄ້າ ແລະ ຫັນເປັນທັນສະໄໝ, ການຜະລິດກະສິກຳຕ້ອງສຸມໃສ່ບັນດາຂະແໜງການທີ່ມີທ່າແຮງ ແລະ ມີມູນເຊື້ອ, ຮັບປະກັນການສະໜອງສະບຽງອາຫານໃຫ້ໝັ້ນທ່ຽງ, ຖືເອົາການສ້າງຄອບຄົວຕົວແບບເປັນມາດຕະການຕົ້ນຕໍ, ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ ໃຫ້ແກ່ປະຊາຊົນທີ່ຢຸດຕິການຖາງປ່າເຮັດໄຮ່ເລື່ອນລອຍ ໄປເຮັດອາຊີບອື່ນໆໃຫ້ໝັ້ນຄົງ; ເອົາໃຈໃສ່ ແລະ ສົ່ງເສີມການປູກໄມ້ເປັນປ່າ, ຟື້ນຟູ, ປົກປັກຮັກສາປ່າໄມ້ເຮັດໃຫ້ຫລວງພະບາງກາຍເປັນເມືອງສີຂຽວ. ຂະຫຍາຍ ແລະ ພັດທະນາໂຄງລ່າງຊົນລະປະທານໃຫ້ມີປະສິດທິຜົນ, ຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ປ່າໄມ້, ເຄື່ອງປ່າຂອງດົງໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ຕິດພັນສະໜິດກັບການອານຸລັກຊີວະນາໆພັນໃຫ້ຍືນຍົງ ກໍ່ຄືການປົກປັກຮັກສາຊັບພະຍາກອນທຳມະຊາດ.
(ຂໍຂອບໃຈ ບົດຄວາມຈາກພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະບາງ.ແຜນ​ພັດ​ທະ​ນາ​ຂະ​ແໜງ ກະ​ສິ​ກຳ ແລະ ປ່າ​ໄມ້5 ປີ ຄັ້ງ​ທີ VIII (2016-2020)(ສະ​ບັບ​ປັບ​ປຸງ​ວັນ​ທີ່ 19/01/2016))


5 comments:

  1. ລົງເຕັກນິກການປູກຫມາກເຜັດໃຫ່ແດ່

    ReplyDelete
  2. ສູດເພີ້ມຫມາກເຜັດໃຫ້ຫມາກຫລາຍເຮັດແນວໃດ

    ReplyDelete
  3. ສູດເຮັດນ້ຳບີອີອັດຕາສ່ວນປະສົມເທົ່າໃດ

    ReplyDelete
  4. ລົງວິທີການເຮັດວຽກແບບມີສ່ວນຮ່ວມກັບຊາວບ້ານໃຫ້ແດ່

    ReplyDelete

Popular Posts

Recent Posts

Unordered List

  • Lorem ipsum dolor sit amet, consectetuer adipiscing elit.
  • Aliquam tincidunt mauris eu risus.
  • Vestibulum auctor dapibus neque.

Pages

Theme Support

Need our help to upload or customize this blogger template? Contact me with details about the theme customization you need.